ບຸນປີໃໝ່ປະຈຳຊາດ ສ້າງສີສັນວັດທະນະທຳ ຫວຽດນາມ

(VOVWORLD) -

ປະຊາຊົນຢູ່ຕາແສງ ແທັງໝີ້, ເມືອງ ເຊີນໄຕ, ໄດ້ກະກຽມໃຫ້ວັນທີ 30 ຂອງບຸນເຕັດ ດ້ວຍວິທີຟຶ້ນຟູຮີດຄອງປະເພນີທີ່ວ່າຫຼາຍຄອບຄົວອອກໃນນຳກັນຊື້ໝູໂຕໜຶ່ງມາຂ້າແລ້ວປັນພູດກັນເພື່ອແຕ່ງເປັນອາຫານ ໃນວັນບຸນເຕັດ, ປະເພນີນີ້ກໍ່ຊ່ວຍຮັດແໜ້ນນ້ຳໃຈຮັກແພງກັນກັບເພື່ອນບ້ານ.

MC: ທ່ານຜູ້ຟັງທີ່ເຄົາລົບ, ມື້ນີ້, ແມ່ນວັນທີ 30 ເດືອນ 12 ໄລ່ຕາມຈັນທະປະຕິທິນ, ແມ່ນວັນສຸດທ້າຍຂອງປີແມວ (ປີເຖາະ). ສຳລັບຊາວ ຫວຽດນາມ ແຕ່ລະຄົນ, ເຖິງວ່າອາໄສຢູ່ແຫ່ງຫົນໃດ, ເຮັດວຽກງານໃດກໍ່ຕາມ, ບຸນເຕັດກໍ່ແມ່ນຈຸດເວລາພັກຜ່ອນ ເພື່ອກັບຄືນເມືອບ້ານເກີດເມືອງນອນ, ພົບປະກັບຍາດຕິພີ່ນ້ອງ, ເລົ່າບັນດາເລື່ອງລາວທີ່ໄດ້ຜ່ານໄປແລ້ວໃນປີເກົ່າ ໃຫ້ກັນຟັງ ແລະ ປາດຖະໜາຢາກໃຫ້ບັນດາສິ່ງທີ່ດີທີ່ງາມເຂົ້າມາໃນປີໃໝ່ນີ້.

          ແຕ່ບຸນເຕັດບໍ່ພຽງແຕ່ແມ່ນຈຸດເວລາແຫ່ງຄວາມສາມັກຄີ, ຄວາມຮັກແພງໃນຄອບຄົວເທົ່ານັ້ນ ຫາກຍັງແມ່ນໂອກາດຮັດແໜ້ນຄວາມຮັກແພງໃນວົງຄະນະຍາດ, ໝູ່ບ້ານ, ແມ່ນໂອກາດສ້າງສີສັນວັດທະນະທຳ ຫວຽດນາມ ອີກດ້ວຍ.

          ພວກຂ້າພະເຈົ້າຂໍຝາກເຖິງທ່ານຜູ້ຟັງທຸກໆທ່ານລາຍການກະຈາຍສຽງພາກພິເສດດ້ວຍຫົວຂໍ້ “ບຸນປີໃໝ່ປະຈຳຊາດ ສ້າງສີສັນວັດທະນະທຳ ຫວຽດນາມ”      

ພາກທີ 1: ບຸນເຕັດປະເພນີແຫ່ງການເຕົ້າໂຮມ  

MC: ໃນວັນທີ 30 ຂອງບຸນເຕັດ, ຢູ່ສະຖານີລົດໄຟ, ລົດເມແຫ່ງຕ່າງໆ, ມີຫຼາຍຖ້ຽວກໍ່ຍັງຫ້າງຫາກະກຽມອອກເດີນທາງ, ເພື່ອສົ່ງຜູ້ໂດຍສານຄັນສຸດທ້າຍກັບບ້ານໃຫ້ທັນເວລາເຕົ້າໂຮມພ້ອມກັບຄອບຄົວເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດປີມະໂລງ.

 ບຸນປີໃໝ່ປະຈຳຊາດ ສ້າງສີສັນວັດທະນະທຳ ຫວຽດນາມ - ảnh 1

ວັນທີ 30 ຂອງບຸນເຕັດຢູ່ສະຖານີລົດໄຟ

(ພາບ: laodong.vn)

 “ມື້ນີ້, ໄດ້ປະຕິບັດວຽກງານຮຽບຮ້ອຍແລ້ວຈຶ່ງກັບບ້ານໄດ້. ເວົ້າລວມແລ້ວ, ເມື່ອ ບຸນເຕັດ, ລະດູບານໃໝ່ວຽນມາ, ເມືອບ້ານພົບແມ່ແມ່ນມ່ວນທີ່ສຸດ. ໃນບັນຍາກາດຕ້ອນຮັບບຸນເຕັດຂອງຄອບຄົວແມ່ນທຸກຄົນຕ່າງກໍ່ມີຄວາມເບີກບານມ່ວນຊື່ນ, ວຽກງານສະດວກ, ໄດ້ກັບບ້ານຕ້ອນຮັບບຸນເຕັດກັບພໍ່ເຖົ້າແມ່ເຖົ້າແມ່ນຄັກທີ່ສຸດ”.

        ຂ້າພະເຈົ້າດີໃຈທີ່ສຸດ, ລໍຄອຍເວລາຂຶ້ນລົດ, ເພື່ອໄດ້ກັບບ້ານຕ້ອນຮັບບຸນເຕັດ. ຕ້ອນຮັບບຸນເຕັດຢູ່ບ້ານຄັກກ່ວາຢູ່ນີ້. ກໍ່ຮ້ອນໃຈ, ຂໍໃຫ້ການເດີນທາງປອດໄພ, ສະດວກ. ກຳມະກອນຢູ່ນີ້ກັບບ້ານໝົດ, ດີໃຈທີ່ສຸດແມ່ນລູກຂອງຂ້າພະເຈົ້າ”.

                                                   ----------------

MC:  ໃນຂະນະນັ້ນ, ບັນຍາກາດອົບອຸ່ນໄດ້ແຜ່ລາມອອກໃນເຮືອນແຫ່ງນ້ອຍໆຂອງ ລຸງ ອານ, ອາຍຸ 84 ປີ, ຢູ່ ຮ່າໂນ້ຍ. ໃນປີນີ້, ຫຼານຄົນໜຶ່ງຂອງລຸງມາແຕ່ຕ່າງປະເທດ ກັບບ້ານຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ຫຼານຂອງລຸງ ອານ ໃຫ້ຮູ້ວ່າ:

“ສິ່ງທີ່ເຮັດໃຫ້ຂ້າພະເຈົ້າຄິດຮອດທີ່ສຸດແມ່ນບັນຍາກາດທີ່ໄດ້ເຕົ້າໂຮມກັນ, ຄວາມອົບອຸ່ນຈາກຄອບຄົວ, ເວລາລໍຄອຍຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່… ພາຍຫຼັງພາເຂົ້າສົ່ງທ້າຍປີເກົ່າ ແມ່ນເວລາຊົມລາຍການ “ຕ້າວກວັນ (ລາຍການທ້າຍປີຂອງ ຫວຽດນາມ)”. ໃນທາງໂທລະພາບພໍ່ປູ່ແມ່ຍ່າ ໄດ້ກະກຽມພາເຂົ້າບູຊາເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ແລ້ວ ກະກຽມອັ່ງເປົ່າເປັນທີ່ຮຽບຮ້ອຍ. ເມື່ອຫ່າງຈາກຄອບຄົວ, ຂ້າພະເຈົ້າຄິດຮອດ ບັນດາສິ່ງເຫຼົ່ານີ້ທີ່ສຸດ. ຢູ່ຕ່າງປະເທດ, ອາຫານຂອງບຸນເຕັດມີຄົບທຸກຢ່າງ, ແຕ່ບໍ່ມີຄວາມຮູ້ສຶກ, ບັນຍາກາດຄອບຄົວຄືແນວນີ້”.

         ເວລາຖ່າຍຮູບມີສະມາຊິກຄອບຄົວທຸກໆຄົນ ແມ່ນເລື່ອງປົກກະຕິຂອງຄອບຄົວ ລຸງ ອານ ໃນວັນທີ 30 ຂອງບຸນເຕັດ. ນີ້ແມ່ນອາຫານທາງດ້ານຈິດໃຈທີ່ຄອບຄົວລຸງໄດ້ຮັກສາໄວ້ເປັນສິບໆປີແລ້ວ. ໂດຍບໍ່ນຳໃຊ້ໂທລະສັບ, ບໍ່ໃຊ້ກ້ອງຖ່າຍຮູບສ່ວນຕົວ, ລຸງ ໄດ້ຈ້າງຊ່າງຖ່າຍຮູບມາຖ່າຍເພື່ອຮັບປະກັນວ່າ ຮູບແຕ່ລະແຜ່ນຈະມີຄຸນນະພາບດີທີ່ສຸດ. ລຸງ ອານ ໃຫ້ຮູ້ວ່າ:   

 “ແຕ່ລະປີ, ໃນຕອນບ່າຍຂອງວັນທີ 30 ບຸນເຕັດ, ເວລາຖ່າຍຮູບແມ່ນມ່ວນ ແລະ ຟົດຟື້ນທີ່ສຸດ. ຮູບຂອງຄອບຄົວໃຫຍ່ເຕົ້າໂຮມສະມາຊິກທຸກຄົນ, ຮູບຂອງພໍ່ປູ່ແມ່ຍ່າຖ່າຍຮູບນຳກັນ, ຖ່າຍນຳລູກສາວ, ລູກຊາຍ, ພວກຫຼານໆ… ມ່ວນທີ່ສຸດ. ຫຼັງຈາກນັ້ນ, ຈະລ້າງຮູບຄອບຄົວເປັນແຜ່ນໃຫຍ່ໆ ຄືດັ່ງການຮັກສາຕາມການເວລາ”.

ສຳລັບ ລຸງ ອານແລ້ວ, ຢູ່ຝາເຮືອນຫ້ອງຮັບແຂກ, ບ່ອນແຂວນຮູບແຜ່ນຕ່າງໆຂອງຄອບຄົວແມ່ນຄວາມເອກອ້າງທະນົງໃຈ, ແມ່ນພະຍານຫຼັກຖານສະແດງໃຫ້ເຫັນຄວາມສະໜິດຕິດພັນ, ການເຕົ້າໂຮມ ທີ່ກາຍເປັນມູນເຊື້ອຂອງຄອບຄົວລຸງ.

“ກ່ອນບຸນເຕັດ, ຂ້າພະເຈົ້າໄດ້ໂທບອກໃຫ້ລູກຫຼານຕ້ອງມາຄົບໜ້າຄົບຕາ ເພື່ອໄຕ້ທູບທຽນບູຊາບັນພະບຸລຸດພາຍຫຼັງການອອກແຮງງານ, ເຮັດວຽກ ແລະ ສູ້ຊົນ. ສິ່ງສຳຄັນທີ່ສຸດແມ່ນຕ້ອງມີບຸນເຕັດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ເພື່ອສຶກສາໃຫ້ລູກເຕົ້າຮູ້ເຖິງກົກ ເຫງົ້າກໍ, ກໍ່ຄືເພີ່ມຄວາມຮັກແພງຕໍ່ຄອບຄົວທີ່ສັກກະລະບູຊາ”.

ເຖິງວ່າ, ສັງຄົມນັບມື້ນັບທັນສະໄໝ ແຕ່ບັນດາຮີດຄອງປະເພນີຂອງບຸນປີໃໝ່ປະຈຳຊາດ, ຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ຍັງຄົງໄດ້ຮັບການຮັກສາໄວ້ໃນແຕ່ລະຄອບຄົວ.

 ບຸນປີໃໝ່ປະຈຳຊາດ ສ້າງສີສັນວັດທະນະທຳ ຫວຽດນາມ - ảnh 2

ບຸນເຕັດປະເພນີຍັງໄດ້ຮັບການຮັກສາໄວ້

(ພາບ: Tuoitre.vn)

ພາກທີ 2: ບຸນເຕັດຢູ່ໝູ່ບ້ານ ຫວຽດນາມ - ຮັກສາຄຸນຄ່າທີ່ເປັນມູນເຊື້ອ

MC:  ບຸນເຕັດ, ບໍ່ພຽງແຕ່ແມ່ນໂອກາດເພື່ອເພີ່ມຄວາມຮັກແພງຂອງບັນດາສະມາຊິກໃນຄອບຄົວ ເທົ່ານັ້ນ ຫາກຍັງແມ່ນໂອກາດຮັດແໜ້ນນ້ຳໃຈໃນວົງຄະນະຍາດ, ໃນໝູ່ບ້ານ, ແມ່ນໂອກາດເພື່ອສະແດງສີສັນວັດທະນະທຳ ຫວຽດນາມ.

ປະຊາຊົນຢູ່ຕາແສງ ແທັງໝີ້, ເມືອງ ເຊີນໄຕ, ໄດ້ກະກຽມໃຫ້ວັນທີ 30 ຂອງບຸນເຕັດ ດ້ວຍວິທີຟຶ້ນຟູຮີດຄອງປະເພນີທີ່ວ່າຫຼາຍຄອບຄົວອອກໃນນຳກັນຊື້ໝູໂຕໜຶ່ງມາຂ້າແລ້ວປັນພູດກັນເພື່ອແຕ່ງເປັນອາຫານ ໃນວັນບຸນເຕັດ, ປະເພນີນີ້ກໍ່ຊ່ວຍຮັດແໜ້ນນ້ຳໃຈຮັກແພງກັນກັບເພື່ອນບ້ານ.

ໂດຍອີງໃສ່ນ້ຳໜັກຂອງໂຕໝູ ເພື່ອຊວນແຕ່ 5 – 7 ຄອບຄົວອອກເງິນນຳກັນ. ຮີດຄອງປະເພນີນີ້ບໍ່ພຽງແຕ່ແມ່ນເພື່ອມີຊີ້ນເພື່ອຈັດງານປີໃໝ່ເທົ່ານັ້ນ, ຫາກຍັງໄດ້ສະແດງເຖິງການເຕົ້າໂຮມ, ສະແດງເຖິງຄວາມອູດົມສົມບູນອີກດ້ວຍ.

ຄອບຄົວ ລຸງ ໝີ້, ຕາແສງ ແທັງໝີ້, ປີນີ້ໄດ້ຂ້າໂຕໝູມີນ້ຳໜັກ 65 ກິໂລກາມ. ກະດູກ, ຊີ້ນ ຈະແບ່ງໃຫ້ບັນດາຄອບຄົວທີ່ອອກເງິນນຳກັນ, ອີກຊີ້ນສ່ວນໜຶ່ງໃຊ້ເປັນໃນເຂົ້າຕົ້ມ, ສ່ວນຍັງເຫຼືອແມ່ນເພື່ອປຸງແຕ່ງອາຫານກິນໃນບຸນເຕັດ.

“ປີໃດຄອບຄົວຂ້າພະເຈົ້າກໍ່ໄດ້ລ້ຽງໝູໂຕໜຶ່ງ ແລ້ວພ້ອມກັບບັນດາຄອບຄົວອື່ນຂ້າໝູ ແຕ່ງເປັນອາຫານໃນບຸນເຕັດ. ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍ, ທຸກຄົນເຕົ້າໂຮມກັນເພື່ອແບ່ງຊີ້ນ, ຫໍ່ເຂົ້າຕົ້ມ, ຟົດຟື້ນມ່ວນຊື່ນຫຼາຍ. ນີ້ກໍ່ເພື່ອເປັນການສະແດງໃຫ້ລູກຫຼານເຫັນ ແລະ ປະຕິບັດຕາມ, ຂ້າພະເຈົ້າຮັກສາປະເພນີນີ້ໄວ້, ຈັດບຸນເຕັດໃຫ້ເຕັມໄປດ້ວຍຄວາມອົບອຸ່ນ, ໃຫ້ລູກຫຼານ ສືບທອດມູນເຊື້ອຂອງປູ່ຍ່າຕາຍາຍ”.

ໃນການດຳລົງຊີວິດຍຸກທັນສະໄໝປະຈຸບັນ, ຮີດຄອງປະເພນີທີ່ຫຼາຍຄອບຄົວອອກເງິນນຳກັນຊື້ໝູມາຂ້າເພື່ອກິນໃນບຸນເຕັດ ແມ່ນຄວາມງາມ ບໍ່ພຽງແຕ່ເຮັດໃຫ້ວັດທະນະທຳໃນບຸນເຕັດຂອງຊາວ ຫວຽດນາມ ອຸດົມສົມບູນຂຶ້ນຕື່ມເທົ່ານັ້ນ, ຫາກຍັງແມ່ນຄວາມສະໜິດຕິດພັນໃນວົງຄະນະຍາດ, ປະຊາຊົນທ້ອງຖິ່ນອີກດ້ວຍ.

 ບຸນປີໃໝ່ປະຈຳຊາດ ສ້າງສີສັນວັດທະນະທຳ ຫວຽດນາມ - ảnh 3

ຫໍ່ເຂົ້າຕົ້ມຢູ່ໝູ່ບ້ານເກົ່າແກ່ ເດື່ອງເລິມ

(ພາບ: VOV)

MC ໂດຍຫ່າງຈາກ ແທັງໝີ໊ ປະມານ 2,3 ກມ, ງານບຸນປະເພນີຂອງເຂດບ້ານນາທາງພາກເໜືອ ຫວຽດນາມ ໄດ້ຈັດຂຶ້ນຢ່າງມີຊີວິດຊີວາຢູ່ໝູ່ບ້ານເກົ່າແກ່ ເດື່ອງເລິມ ຊື່ງແມ່ນໝູ່ບ້ານທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ປະຕູໂຂງຂອງໝູ່ບ້ານ, ສາລາບ້ານ ໂມງຝຸ້, ບັນດາເຮືອນບູຮານ… ໄດ້ປະດັບປະດາດ້ວຍໂຖດອກໄມ້, ຕົ້ນດອກຄາຍ, ຄຳກອນຄູ່ຂັດຂະໜານ (ປະຕິຄູ່), ເຄື່ອງປະດັບປະດາທີ່ມີສີສັນຫຼາຍຫຼາຍ…

“ຂ້າພະເຈົ້າຮູ້ສຶກໄດ້ເຖິງບັນຍາກາດຂອງງານບຸນເຕັດໃນເມື່ອກ່ອນຢ່າງຈະແຈ້ງ ເມື່ອເຂົ້າຮ່ວມການລະຫຼີ້ນພື້ນເມືອງຕ່າງໆ, ການຫໍ່ເຂົ້າຕົ້ມ… ຮູ້ສຶກຄືວ່າໄດ້ກັບຄືນສູ່ຄາວເຍົາໄວ”.

“ເມື່ອກ່ອນ, ຂ້າພະເຈົ້າເຄີຍໄປຕະຫຼາດຊື້ເຄື່ອງຍາມບຸນເຕັດນຳແມ່. ເມື່ອກ່ອນ ສິນຄ້າບໍ່ມີຫຼາຍຄືໃນປະຈຸບັນນີ້, ທຸກຍາກກ່ວາ, ແຕ່ບຸນເຕັດະເພນີໃນປະຈຸບັນນີ້ ກໍ່ຍັງຮັກສາໄວ້ຄືເກົ່າ, ຍັງມີເຂົ້າຕົ້ມ, ການລະຫຼີ້ນພື້ນເມືອງ”.

“ທຸກສິ່ງລ້ວນແຕ່ແປກໃໝ່ສຳລັບຫຼານ, ແຕ່ລະປີ, ຫຼານໄດ້ໄປຊື້ເຄື່ອງຂອງຍາມບຸນເຕັດພ້ອມກັບພໍ່ແມ່ຢູ່ສູນການຄ້າ ຫຼືຮ້ານສັບພະສິນຄ້າ. ສະນັ້ນ ເມື່ອໄດ້ມານີ້ ຫຼານມັກທີ່ສຸດ”.

ຢູ່ເດີ່ນສາລາບ້ານກໍ່ເຕັມໄປດ້ວຍບັນຍາກາດຍາມບຸນເຕັດ. ບໍ່ວ່າຈະເປັນການຫໍ່ເຂົ້າຕົ້ມ, ການຟ້ອນສິງໂຕ, ມີການຂຽນໜັງສືບູຮານເພື່ອຮັບໂຊກ, ການປັ້ນ ຕໍ່ແຮ… ແລະ ບຸນເຕັດຂອງຊາວ ຫວຽດນາມ ທີ່ຂາດບໍ່ໄດ້ແມ່ນບັນດາການລະຫຼີ້ນພື້ນເມືອງຄື: ຕີໄກ່, ປິດຕາຕີໝໍ້...,   ການລະຫຼິ້ນປະເພດໃດກໍ່ໄດ້ຮັບການຕອບສະໜອງທີ່ດີຈາກທຸກຄົນ, ສຽງເວົ້າສຽງຫົວໄດ້ດັງໄປທົ່ວເຂດໝູ່ບ້ານເກົ່າແກ່ແຫ່ງນີ້.

     ຄວາມງາມແບບບູຮານຂອງໝູ່ບ້ານທີ່ມີມານັບຮ້ອຍປີ, ບັນດາສະຖານທີ່ປະດິດຄິດສ້າງສິລະປະ ໄດ້ປະສົມປະສານກັບຄວາມງາມດ້ານວັດທະນະທຳຍາມບຸນເຕັດທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.

 ບຸນປີໃໝ່ປະຈຳຊາດ ສ້າງສີສັນວັດທະນະທຳ ຫວຽດນາມ - ảnh 4

 ເຕັ້ນາບ ຢູ່ໝູ່ບ້ານເກົ່າແກ່ ເດື່ອງເລິມ

(ພາບ: VOV)

ພາກທີ 3- ຮັກສາສີສັນຂອງບຸນເຕັດ ຫວຽດນາມ ຢູ່ຕ່າງປະເທດ

MC. ສີສັນຂອງບຸນເຕັດ ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງ, ຮັກສາໃນໝູ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ພາຍໃນ ແລະ ຕ່າງປະເທດ.

   “ເຍື່ອງອາຫານນີ້ມີຊີ້ນໄກ່, ນ້ຳປາ, ຫົວສີໄຄ, ໝາກເຜັດ…ລ້ວນແຕ່ແມ່ນລົດຊາດຂອງ ຫວຽດນາມ. ເມື່ອຄິດຮອດບ້ານ ນ້ອງກໍ່ຈະເຮັດເຍື່ອງອາຫານນີ້; ມີທັງເຂົ້າຕົ້ມອີກ, ຮອດວັນທີ 30 ຂອງບຸນເຕັດ, ນ້ອງຈະໂທລະສັບຫາພໍ່ແມ່”.

  ນັ້ນແມ່ນຄວາມແບ່ງປັນຂອງ ເລຈູງຕິງ ຜູ້ທີ່ກຳລັງຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ. ເພື່ອສ້າງໃຫ້ມີບັຍາກາດບຸນເຕັດປະຊາຄົມ, ພວກນ້ອງໄດ້ເຕົ້າໂຮມກັນເປັນກຸ່ມ, ແຕ່ງບັນດາເຍື່ອງອາຫານພື້ນເມືອງ, ແລ້ວພ້ອມກັນຮັບປະທານ.

   ຫງວຽນແທັງຮັ່ງ, ອາຍຸ 39 ປີ, ໄດ້ສ້າງຄອບຄົວ ແລະ ດຳລົງຊີວິດຢູ່ ປັກກິ່ງ ປະເທດ ຈີນ ເປັນເວລາກ່ວາ 10 ປີແລ້ວ. ບຸນເຕັດປີໃດທີ່ບໍ່ໄດ້ກັບເມືອບ້ານ, ຍາມໃດ ຮັ່ງ ກໍ່ກະກຽມບັນດາເຍື່ອງອາຫານ ຫວຽດນາມ ຢ່າງຄົບຖ້ວນ:

ຄວາມຈິງແລ້ວ, ໃນຍາມບຸນເຕັດ, ນ້ອງມັກກະກຽມເຍື່ອງອາຫານ ຫວຽດນາມ ຄື: ເຂົ້າຕົ້ມ, ຢໍ່, ຢໍ່ຈືນ, ສົ້ມໝູ ບັນດາເຍື່ອງອາຫານນີ້, ທັງຄອບຄົວທາງຜົວຂອງນ້ອງ, ໃຜກໍ່ມັກກິນ”.

  ໃນຂະນະນັ້ນ, ຕາມປົກກະຕິ, ເມື່ອບຸນເຕັດວຽນມາ, ສະມາຄົມເຊີດຊູວັດທະນະທຳ ຫວຽດນາມ ພັດໄດ້ເຕົ້າໂຮມກັນຢູ່ສຳນັກງານອຳນາດການປົກຄອງເມືອງ 20 Paris, ເພື່ອພ້ອມກັນຕ້ອນຮັບບຸນເຕັດປະເພນີຂອງຊາວ ຫວຽດນາມ.

 ບຸນປີໃໝ່ປະຈຳຊາດ ສ້າງສີສັນວັດທະນະທຳ ຫວຽດນາມ - ảnh 5

 ເອື້ອຍນ້ອງຊາວ ຫວຽດນາມ ອາໄສຢູ່ ຝະລັ່ງ ຖ່າຍຮູບຍາມບຸນເຕັດ

(ພາບ: VOV)

     ປີນີ້, ການຟ້ອມສິງໂຕ, ສະແດງມວຍພື້ນເມືອງ, ສະແດງຊຸດເສື້ອຍາວ ແລະ ບັນດາເຍື່ອງອາຫານ ຫວຽດນາມ, ບຸນເຕັດປະເພນີ ປີມະໂລງ ດ້ວຍຫົວເລື່ອງ “ລະດູບານໃໝ່ແຫ່ງຄວາມເອກອ້າງທະນົງໃຈ, ບຸນເຕັດແຫ່ງການພັດທະນາ” ໄດ້ນຳມາເຊິ່ງຄວາມດູດດື່ມໃຈ, ເບີກບານມ່ວນຊື່ນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດ ຝະລັ່ງ ເປັນຈຳນວນຫຼວງຫຼາຍ. ປ້າ ທູຢຸງ ແບ່ງປັນວ່າ:

ຂ້າພະເຈົ້າບໍ່ທັນເຄີຍເຂົ້າຮ່ວມບຸນເຕັດຢູ່ ຫວຽດນາມ, ດັ່ງນັ້ນ, ເລື່ອງຈັດບຸນເຕັດ ຫວຽດນາມ ຢູ່ Paris ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າ ຮູ້ສຶກໄດ້ເຖິງບັນຍາກາດຍາມບຸນເຕັດ. ທຸກຄົນລ້ວນແຕ່ໄດ້ນຸ່ງເຄື່ອງງາມ, ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ, ພວກຂ້າພະເຈົ້າຮູ້ສຶກມີຄວາມສຸກທີ່ສຸດ”.

         ຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ, ສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ກຳປູເຈຍ ໄດ້ຈັດລາຍການພົບປະສ້າງສັນ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ-ປີມະໂລງ 2024” ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ບັນດາທ້ອງຖິ່ນຢູ່ ກຳປູເຈຍ ເປັນຈຳນວນຫຼາຍ. ພໍ່ແມ່ ປຊຊ ໄດ້ສະແດງຄວາມພາກພູມໃຈ, ຕື້ນຕັນໃຈທີ່ໄດ້ພົບປະກັນໃນຄວາມອົບອຸ່ນ, ເຕັມໄປດ້ວຍສີສັນວັດທະນະທຳ ຫວຽດນາມ. ເລທິຖຸ່ຍລິນ, ສະມາຊິກສະມາຄົມ ຂະແມ-ຫວຽດນາມ ແຂວງ ຊຽມຣຽບ ແບ່ງປັນວ່າ:

        “ເມື່ອໄດ້ຮັບຊົມບັນດາລາຍການສະແດງສິລະປະ ແລະ ພິເສດທີ່ສຸດແມ່ນໄດ້ຮັບປະທານບັນດາເຍື່ອງອາຫານຂອງ ຫວຽດນາມ ຍາມບຸນເຕັດ, ໄດ້ພົບປະແລກປ່ຽນກັບພໍ່ແມ່ ປຊຊ ໃນປະຊາຄົມຊາວ ຫວຽດນາມ ຢູ່ທຸກແຂວງ ນະຄອນໃນປະເທດ ກຳປູເຈຍ. ນັ້ນແມ່ນຄວາມເບີກບານມ່ວນຊື່ນ, ຄວາມອົບອຸ່ນທີ່ໄດ້ຕ້ອນຮັບບຸນປີໃໝ່ຢູ່ປະເທດ ກຳປູເຈຍ”.

 ບຸນປີໃໝ່ປະຈຳຊາດ ສ້າງສີສັນວັດທະນະທຳ ຫວຽດນາມ - ảnh 6

 ເລທິຖຸ່ຍລິນ, ສະມາຊິກສະມາຄົມ ຂະແມ-ຫວຽດນາມ ແຂວງ ຊຽມຣຽບ

(ພາບ: VOV)

MC. ບຸນປີໃໝ່ປະຈຳຊາດ ແມ່ນງານບຸນໃຫ່ຍທີ່ສຸດໃນບັນດາງານບຸນປະເພນີ, ແມ່ນຈຸດເວລາອັນສັກສິດທີ່ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ໂດຍຜ່ານຜ່າໄລຍະທາງປະຫວັດສາດອັນຍາວນານ, ຜ່ານຫຼາຍລຸ້ນຄົນ, ດ້ວຍຫຼາຍຮີດຄອງປະເພນີທີ່ຖືກສູນເສຍໄປນັ້ນ ແຕ່ຍັງມີຈຸດຄວາມງາມດ້ານວັດທະນະທຳຂອງບຸນເຕັດໃນເມື່ອກ່ອນ ທີ່ໄດ້ຮັບການຮັກສາໄວ້ ແລະ ເພີ່ມພູນຄູນສ້າງຈົນມາຮອດທຸກວັນນີ້. ສິ່ງດັ່ງກ່າວຍິ່ງເຮັດໃຫ້ບຸນປີໃໝ່ປະຈຳຊາດ ໄດ້ກາຍເປັນ “ລະບົບຄຸນຄ່າດ້ານວັດທະນະທຳ” ຂອງປະເທດຊາດ, ຂອງຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ