ປະ​ສິດ​ທິ​ຜົນ​ຈາກ​ຮູບ​ແບບ​ລ້ຽງ​ກຸ້ງກ້າມ VietGap ໃນ​ທົ່ງ​ນາ​ຢູ່ ກາ​ເມົາ

(VOVWORLD) -ຊຸມວັນນີ້, ປະຊາຊົນຢູ່ກາເມົາພວມກ້າວເຂົ້າສູ່ລະດູເກັບກູ້ກຸ້ງກ້າມ ຕ້ອນຮັບບຸນເຕັດ. ລາຄາກຸ້ງກ້າມໄດ້ເພີ່ມຂຶ້ນເມື່ອທຽບໃສ່ກັບໄລຍະເບື້ອງຕົ້ນຂອງການແຜ່ລະບາດຮອບທີ 4, ມີປະຊາຊົນຫຼາຍຄົນຮູ້ສຶກດີໃຈຍ້ອນມີລາຍຮັບຕື່ມອີກ ເພື່ອກະກຽມຊື້ເຄື່ອງຂອງຕ້ອນຮັບບຸນເຕັດ. ຮູບແບບປູກຕົ້ນເຂົ້າ - ລ້ຽງກຸ້ງ ແມ່ນໜຶ່ງໃນບັນດາບາດກ້າວບຸກທະລຸດ້ານເສດຖະກິດຂອງແຂວງ ໃນຊຸມປີຜ່ານມາ ແລະ ກຸ້ງກ້າມນັບມື້ນັບຢັ້ງຢືນໄດ້ບົດບາໃນວິວັດການພັດທະນາເສດຖະກິດ ຂອງຫຼາຍຄອບຄົວ ແລະ ທົ່ວແຂວງ.


ປະ​ສິດ​ທິ​ຜົນ​ຈາກ​ຮູບ​ແບບ​ລ້ຽງ​ກຸ້ງກ້າມ VietGap ໃນ​ທົ່ງ​ນາ​ຢູ່ ກາ​ເມົາ - ảnh 1ປະຊາຊົນມີລາຍຮັບເພີ່ມເຕີມຈາກການລ້ຽງກຸ້ງກ້າມ 

ກາເມົາແມ່ນໜຶ່ງໃນບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີເນື້ອທີ່ລ້ຽງກຸ້ງກ້າມ ທີ່ແຈກຢາຍແບບທຳມະຊາດດ້ວຍປະລິມານທີ່ໃຫຍ່ຫຼວງ. ການລ້ຽງກຸ້ງກ້າມໄດ້ສຸມໃສ່ສ່ວນຫຼາຍຢູ່ບັນດາເມືອງຄື: ທາຍບິ່ງ, ອູມິງ, ເຈິນວັນເທີຍ, ກ໋າຍເນືອກ ແລະ ນະຄອນ ກາເມົາ.

ຄອບຄົວປ້າ ຮົ່ງທິແຍງ (ບ້ານເລກທີ 9, ຕາແສງ ແຄ໊ງທ້ວນ, ເມືອງ ອູມິງ, ກາເມົາ) ໄດ້ເກັບກູ້ລະດູກຸ້ງກ້າມທີ່ລ້ຽງປົນກັບການປູກເຂົ້າຢູ່ທົ່ງນາເປັນທີ່ລຽບລ້ອຍແລ້ວ. ດ້ວຍເນື້ອທີ່ດິນ 1,2 ເຮັກຕາ ທີ່ຜັນຂະຫຍາຍຮູບແບບນີ້, ເກັບກູ້ກຸ້ງກ້າມໄດ້ປະມານກ່ວາ 300 ກີໂລກຼາມ ດັ່ງນັ້ນ ປ້າ ຮົ່ງທິແຍງ ຮູ້ສຶກດີໃຈຍ້ອນມີລາຍຮັບຕື່ມອີກຫຼາຍພໍສົມຄວນ. ປ້າໃຫ້ຮູ້ວ່າ:

ເຂົາເຈົ້າໃຫ້ແນວພັນສັດລ້ຽງ 15.000 ໂຕ ກໍ່ຂາຍໄດ້ກ່ວາ 33 ລ້ານດົ່ງ. ການຜະລິດເຂົ້າກໍ່ໄດ້ຮັບຜົນດີ. ເຂົ້າເກັບກ່ຽວໄດ້ປະມານກວ່າ 500 ກິໂລກຼາມ”

ປີ 2021 ແມ່ນລະດູເກັບກ່ຽວທີ 2 ພະແນກວິທະຍາສາດ - ເຕັກໂນໂລຢີແຂວງ ກາເມົາ ສົມທົບກັບສູນແນວພັນ ກະສິກຳ ແລະ ຫ້ອງການກະລິກຳ - ພັດທະນາຊົນນະບົດເມືອງ ອູມິງ ຜັນຂະຫຍາຍຮູບແບບລ້ຽງກຸ້ງກ້າມປົນກັບການປູກເຂົ້າໃນທົ່ງນາ ຕາມມາດຕະຖານ Vietgap ໃຫ້ແກ່ປະຊາຊົນຕາແສງ ແຄ໊ງທ້ວນ. ຮູບແບບນີ້ໄດ້ຮັບການຜັນຂະຫຍາຍຢູ່ 73 ຄອບຄົວ, ດ້ວຍເນື້ອທີ່ ປະມານ 100 ເຮັກຕາ. ແຕ່ລະຄອບຄົວເຂົ້າຮ່ວມກໍ່ໄດ້ຮັບການໜູນຊ່ວຍແນວພັນກຸ້ງ 15.000 ໂຕ ແລະ ເຕັກນິກໃນຕະຫຼອດໄລຍະປູກລ້ຽງ. ປະຊາຊົນທີ່ເຮັດລະດູການປີນີ້ ບໍ່ພຽງແຕ່ໄດ້ຮັບຜົນດີໃນການເກັບກູ້ກຸ້ງກ້າມເທົ່ານັ້ນ ຫາກຍັງໃນການເກັບກ່ຽວເຂົ້າອີກດ້ວຍ. ປ້າ ໂຮ່ທິນຳ ແບ່ງປັນຕື່ມອີກວ່າ:

ປີນີ້ ເຂົ້າບັນລຸໄດ້ປະສິດທິຜົນກ່ວາປີກ່ອນ. ເຫດຜົນຍ້ອນວ່າ ປີກ່ອນເປັນຄັ້ງທຳອິດ ດັ່ງນັ້ນ ພໍ່ແມ່ປະຊາຊົນ ຍັງບໍ່ມີປະສົບການກັບແນວພັນເຂົ້າ ST24, ປີນີ້ກໍ່ມີປະສົບການກ່ວາແລ້ວ. ກຸ້ງກໍ່ມີລາຍຮັບສູງສຸດແມ່ນເກືອບ 50 ລ້ານດົ່ງ.

ເມື່ອກ່ອນ, ປະຊາຊົນຕາແສງແຄ໊ງທ້ວນ ພຽງແຕ່ລຶ້ງເຄີຍກັບການປະຕິບັດຮູບແບບປູກປ່າຜະລິດ ແລະ ປູກຕົ້ນເຂົ້າ. ເມື່ອຮູບແບບປະສົມກັບການລ້ຽງກຸ້ງພິສູດໄດ້ປະສິດທິຜົນ ພໍ່ແມ່ປະຊາຊົນກໍ່ຮ່ຳຮຽນ ແລະ ປະຕິບັດຕາມຢ່າງໄວວາ. ຈາກເນື້ອທີ່ປະມານ 100 ເຮັກຕາທີ່ໄດ້ຮັບການໜູນຊ່ວຍໃນເບື້ອງຕົ້ນ, ລະດູການນີ້ ໄດ້ທະວີຄູນອອກສູ່ນັບຮ້ອຍເຮັກຕາ. ທ່ານ ຕົນຈູງແຄ໊ງ, ນາຍບ້ານ ບ້ານເລກ 9, ຕາແສງ ແຄ໊ງທ້ວນ ແບ່ງປັນວ່າ:

ເວົ້າລວມແລ້ວ ພໍ່ແມ່ປະຊາຊົນຢູ່ທີ່ນີ້ ໄດ້ປະຕິບັດຮູບແບບລ້ຽງກຸ້ງກ້າມ ທີ່ໄດ້ຮັບການລົງທຶນຈາກພະແນກວິທະຍາສາດ - ເຕັກໂນໂລຢີຢ່າງມີປະສິດທິຜົນທີ່ສຸດ. ແຕ່ລະຄອບຄົວ ເກັບກູ້ໄດ້ປະມານ 400 ກີໂລກຼາມ, ພໍ່ແມ່ປະຊາຊົນຮູ້ສຶກດີໃຈໃນໂອກາດບຸເຕັດໃກ້ຈະວຽນມາ. ຮູບແບບນີ້ໄດ້ປະຕິບັດມາເປັນ 2 ປີແລ້ວ, ມາຮອດປັດຈຸບັນແມ່ນໄລຍະສຸດທ້າຍ. ພໍ່ແມ່ປະຊາຊົນ ໄດ້ທະວີຄູນຮູບແບບນີ້ອອກປະມານ 400 ຮັກຕາ.

ຢູ່ເມືອງ ເທີຍບິ່ງ, ລຸງ ຟ້າມວັນຂາຍ, ຜູ້ມີເນື້ອທີ່ລ້ຽງກຸ້ງກ້າມ 1,3 ເຮັກຕາ ໃຫ້ຮູ້ວ່າ: ກຸ້ງກ້າມໄດ້ລ້ຽງປະສົມກັບການປູກຕົ້ນເຂົ້າຢູ່ທົ່ງນາ, ບໍ່ໄດ້ສີດຢາ, ສີດທາດເຄມີ ພຽງແຕ່ໃສ່ຝຸ່ນອົງຄະທາດໜ້ອຍໜຶ່ງ ໃນຈຸດເວລາກຳນົດ. ສ່ວນກຸ້ງກ້າມ, ພຽງແຕ່ເລືອກແນວພັນກຸ້ງທີ່ດີ ແລະ ໃຫ້ກຸ້ງຊອກຫາອາຫານເອງ. ເພາະສະນັ້ນ, ຊິ້ນກຸ້ງ ມີກິ່ນຫອມທີ່ເປັນເອກະລັກສະເພາະ ແລະ ຊີ້ນຫັນດີ. ພາຍລັງໄລຍະໜຶ່ງ, ເນື້ອທີ່ລ້ຽງກຸ້ງກ້າມຢູ່ ເທີຍບິ່ງ ໄດ້ພັດທະນາຂຶ້ນເຖິງປະມານ 16.000 ເຮັກຕາ, ສຸມໃສ່ຢູ່ບາງຕາແສງຄື: ທະເລແບກດົງ, ເຕິນບັ່ງ, ທະເລແບກ, ເທີຍບິ່ງ, ຈີຟາຍ, ຈີລືກ… ຮອດກາງເດືອນມັງກອນ ປີ 2021, ມີເນື້ອທີ່ລ້ຽງກຸ້ງກ້າມປະມານ 30% ຂອງເມືອງ ໄດ້ເກັບກ່ຽວ, ສະມັດຕະພາບບັນລຸໄດ້ປະມານ 200 – 250 ກີໂລກຼາມ/ເຮັກຕາໜ້ານ້ຳ. ດ້ວຍລາຄາຂາຍຢູ່ທົ່ງນາແມ່ນ 110.000 – 130.000 ດົ່ງ/ກີໂລກຼາມ, ພາຍຫຼັງລົບຄ່າໃຊ້ຈ່າຍຕ່າງໆ, ຊາວກະສິກອນລ້ຽງກຸ້ງກ້າມມີກຳໄລປະມານ 20 ລ້ານດົ່ງ/ເຮັກຕາໜ້ານ້ຳ. ມາຮອດປັດຈຸບັນ, ສະພາບການຍັງມີຄວາມກ້າວໜ້າເປັນຢ່າງດີກວ່າ. ອ້າຍ ເຈິ່ນວັນຊວຽນ, ຜູ້ລ້ຽງກຸ້ງຢູ່ເມືອງ ເທີຍບິ່ງ ໃຫ້ຮູ້ວ່າ:

ເກັບກ່ຽວໄດ້ປະມານ 500 ກີໂລກຼາມ, ຂາຍໄດ້ປະມານ 135.000/ ກີໂລກຼາມ, ຂາຍໝົດ ກໍ່ໄດ້ກຳໄລ ກ່ວາ 60 ລ້ານດົ່ງ, ກໍ່ພໍໄດ້ກິນກຸດ.

ການປູກລ້ຽງແບບປະສົມໃນເນື້ອທີ່ດິນດຽວ ເພື່ອເພີ່ມລາຍຮັບຍາມໃດກໍ່ແມ່ນຄວາມຫວັງຂອງປະຊາຊົນທຸກໆຄົນ. ຮູບແບບປະສົມການລ້ຽງກຸ້ງ ແລະ ປຸກຕົ້ນເຂົ້າຂອງແຂວງ ກາເມົາ ໄດ້ຊ່ວຍໃຫ້ປະຊາຊົນປະຕິບັດໄດ້ສິ່ງນັ້ນ. ຮູບແບບນີ້ພວມເປີດທິດເດີນໃໝ່ໃຫ້ແກ່ປະຊາຊົນທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ