ຜູ້ startup ນຳມັນດ້າງເປັນບັນດາຜະລິດຕະພັນປຸງແຕ່ງລົງເລິກ

(VOVWORLD) - ປະຈຸບັນ, ຜະລິດຕະພັນເຮັດຈາກມັນດ້າງຂອງບໍລິສັດອ້າຍ ຫງວຽນແທງຫວຽດ ໄດ້ຂາຍຢູ່ຫຼາຍທ້ອງຖິ່ນ, ຄື: ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ດ່ານັ້ງ, ຈ່າວິງ, ລອງອານ, ວິງລອງ.
ຜູ້ startup ນຳມັນດ້າງເປັນບັນດາຜະລິດຕະພັນປຸງແຕ່ງລົງເລິກ - ảnh 1ອ້າຍ ຫວຽດ ແລະ ຜະລິດຕະພັນເຮັດຈາກມັນດ້າງ
(ພາບ: tuoitre.vn)

ໂດຍໝູນໃຊ້ແຫຼ່ງວັດຖຸດິບແມ່ນມັນດ້າງທີ່ມີຢູ່ຂອງທ້ອງຖິ່ນ, ທ່ານປະລິນຍາໂທ ຫງວຽນແທງຫວຽດ, ຮອງຫົວໜ້າສູນເຕັກໂນໂລຊີທັນຍາຫານ ແລະ ກະສິກຳ ແມ່ຂອງ ຂຶ້ນກັບວິທະຍາໄລປະຊາຄົມ ວິ້ງລອງ, ໄດ້ປຸງແຕ່ງມັນດ້າງເປັນເຂົ້າໜົມຊະນິດຕ່າງໆ. ອ້າຍໄດ້ສ້າງຕັ້ງບໍລິສັດເຂົ້າໜົມ ເຢິດງອັກ ຈຳກັດຜູ້ດຽວ, ເຊິ່ງແມ່ນບໍລິສັດປຸງແຕ່ງລົງເລິກບັນດາຜະລິດຕະພັນຈາກມັນດ້າງ, ຊ່ວຍເພີ່ມມູນຄ່າຂອງມັນດ້າງ.

ເມືອງ ບິ່ງເຕິນ, ແຂວງ ວິງລອງ, ແມ່ນເຂດປູກມັນດ້າງຫຼາຍທີ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ປະລິມານການຜະລິດມັນດ້າງຢູ່ທີ່ນີ້ບັນລຸກວ່າ 300.000 ໂຕນ/ປີ. ເຖິງຢ່າງໃດກໍ່ຕາມ, ກ່ອນນີ້, ມັນດ້າງແມ່ນມີຫຼາຍ, ແຕ່ລາຄາບໍ່ເປັນປົກກະຕິ, ບາງເທື່ອມີລາຄາພຽງ 1.000 ດົ່ງ/ກີໂລກຼາມ, ສະນັ້ນ, ຊາວກະສິກອນປະນາຫວ່າງ. ໃນການໄປປະຕິບັດງານຢູ່ເຂດດິນແດນ ບິ່ງເຕິນ ຫຼາຍຄັ້ງນັ້ນ, ອ້າຍ ຫວຽດ ພະວົງຕໍ່ຮູບພາບອັນລຳບາກຂອງພໍ່ແມ່ປະຊາຊົນ ແຕ່ລາຄາຜະລິດຕະພັນກະເສດພັດບໍ່ເປັນປົກກະຕິ. ອ້າຍ ຫງວຽນແທງຫວຽດ, ແບ່ງປັນວ່າ:

ປີ 2018, ຂ້າພະເຈົ້າໄດ້ເຂົ້າຮ່ວມການສິດສອນຢູ່ເຂດ ບິ່ງເຕິນ, ແຂວງ ວິງລອງ. ຄາວນັ້ນ, ຂ້າພະເຈົ້າໄດ້ພົບ ແລະ ໂອ້ລົມກັບຊາວກະສິກອນ ຜູ້ໜຶ່ງເຊິ່ງມີຄຳເວົ້າເຮັດໃຫ້້າພະເຈົ້າປວດໃຈ, ນັ້ນແມ່ນ, ປີນີ້ນາຖືກປະຫວ່າງ ຍ້ອນລາຄາຂອງມັນດ້າງຕ່ຳກວ່າຄ່າແຮງງານບົວລະບັດ. ລາຄາມັນດ້າງຂາຍພຽງໄດ້ 1.000 ດົ່ງ/ກີໂລກຼາມ, ໃນຂະນະທີ່ການບົວລະບັດ, ເກັບມັນດ້າງແມ່ນ 2.000 ດົ່ງ/ກີໂລກະຣາມ. ຈາກນັ້ນ, ຂ້າພະເຈົ້າໄດ້ຄິດວ່າ ຕ້ອງສ້າງມູນຄ່າໃຫ້ແກ່ມັນດ້າງ ແລະ ຈຳໜ່າຍມັນດ້າງຢູ່ບ້ານເກີດເມືອງນອນຂອງຕົນ. ຂ້າພະເຈົ້າໄດ້ຕັດສິນໃຈເຮັດມັນດ້າງເປັນເຂົ້າໜົມ ເພື່ອເພີ່ມມູຄ່າຂຶ້ນທົບຫຼາຍເທົ່າ, ດ້ວຍບັນດາຜະລິດຕະພັນທີ່ແຕກຕ່າງກັນ”.

ຕາມອ້າຍ ຫງວຽນແທງຫວຽດ ແລ້ວ, ການປຸງແຕ່ງລົງເລິກແມ່ນກຸນແຈເພື່ອເປີດທິດທາງໃໝ່ໃຫ້ແກ່ມັນດ້າງ. ເດືອນ ກໍລະກົດ ປີ 2019, ອ້າຍ ຫວຽດ ພ້ອມກັບເມຍ ໄດ້ຕັດສິນໃຈ startup, ສ້າງຕັ້ງບໍລິສັດເຂົ້າໜົມ ເຍິດງອັກ ຈຳກັດຜູ້ດຽວ. ໃນເບື້ອງຕົ້ນໄດ້ທົດລອງຜະລິດ, ແຕ່ລະຜະລິດຕະພັນທີ່ຜະລິດອອກມາ ອ້າຍລ້ວນແຕ່ເຊີນເພື່ອນມິດ, ເພື່ອນຮ່ວມງາມ, ພໍ່ແມ່ຊາວກະສິນກອນລອງກິນ ແລະ ປະກອບຄຳເຫັນເພື່ອຍົກສູງຄຸນນະພາບຜະລິດຕະພັນ. ຍ້ອນການອອກເຫື່ອເທແຮງໃນການຄົ້ນຄວ້າ ແລະ ປ່ຽນແປງຫຼາຍສູດການປຸງແຕ່ງ, ມາຮອດປະຈຸບັນ, ບໍລິສັດຂອງອ້າຍ ຫວຽດ ໄດ້ຜະລິດອອກບັນດາຜະລິດຕະພັນທີ່ເປັນຫຼາຍຮູບຫຼາຍແບບ. ອ້າຍ ຫງວຽນແທງຫວຽດ, ໃຫ້ຮູ້ວ່າ:

ປະຈຸບັນ, ບໍລິສັດເຂົ້າໜົມ ເຍິກງອັກ ມີ 6 ຜະລິດຕະພັນ OCOP (ໂຄງການລະດັບຊາດ ໜຶ່ງຕາແສງໜຶ່ງຜະລິດຕະພັນ), ໃນນັ້ນ, ມີເຂົ້າຽບມັນດ້າງ, ເຂົ້າໜົມປັງມັນດ້າງ…  ບັດາຜະລິດຕະພັນ OCOP ນີ້ຈະຊ່ວຍຊາວກະສິກອນແກ້ໄຂສະພາບລະດູການເກັບກ່ຽວໄດ້ຮັບຜົນດີແຕ່ມີລາຄາຕ່ຳ. ນອກຈາປັດໄຈຜະລິດຕະພັນແລ້ວ, ຍັງມີຍຸດທະສາດດຳເນີນທຸລະກິດ, ຕະຫຼາດ, ການເຂົ້າເຖິງລູກຄ້າຂອງວິສາຫະກິດ. ແຕ່ລະຜະລິດຕະພັນລ້ວນແຕ່ໄດ້ດັດປັບໃຫ້ເໝາສົມກັບວັດທະນະທຳຂອງເຂດພາກ”.

ຜູ້ startup ນຳມັນດ້າງເປັນບັນດາຜະລິດຕະພັນປຸງແຕ່ງລົງເລິກ - ảnh 2ເຂົ້າຂຽບມັນດ້າງສີອິດ
(ພາບ: vovgiaothong.vn)

        ປະຈຸບັນ, ຜະລິດຕະພັນເຮັດຈາກມັນດ້າງຂອງບໍລິສັດອ້າຍ ຫງວຽນແທງຫວຽດ ໄດ້ຂາຍຢູ່ຫຼາຍທ້ອງຖິ່ນ, ຄື: ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ດ່ານັ້ງ, ຈ່າວິງ, ລອງອານ, ວິງລອງ. ພິເສດ, ຜະລິດຕະພັນເຂົ້າຂຽບມັນດ້າງສີອິດຂອງບໍລິສັດ ບັນລຸໄດ້ມາດຕະຖານ OCOP 4 ດາວ. ໂຄງການເຂົ້າຂຽບມັນດ້າງຂອງອ້າຍກໍ່ນອນໃນ top 30 ໂຄງການທົ່ວປະເທດທີີ່ເຂົ້າຮອບຊີງຊະນະເລີດການແຂ່ງຂັນໂຄງການ startup ປ່ຽນແປງໃໝ່ປະດິດຄິດສ້າງຊາວໜຸ່ມຊົນນະບົດປີ 2019 ແລະ 2020 ຢ່າງລຽນຕິດ. ລູກຄ້າທ່ານໜຶ່ງຢູ່ແຂວງ ວິງລອງ, ຕີລາຄາວ່າ:

ຂ້າພະເຈົ້າເຫັນວ່າ, ຜະລິດຕະພັນຂອງອ້າຍ ຫວຽດ ແມ່ນມີຫຼາຍຮູບຫຼາຍແບບ. ຈາກມັນດ້າງ ໄດ້ປຸງແຕ່ງເປັນຫຼາຍຜະລິດຕະພັນຄືແນວນັ້ນແມ່ນສິ່ງທີ່ດີຕໍ່ຊາວກະສິກອນ. ຍ້ອນວ່າມັນທັງແກ້ໄຂໄດ້ຕະຫຼາດສົ້ນອອກໃຫ້ຜະລິດຕະພັນກະເສດຂອງຊາວກະສິກອນ, ທັງນຳມາເຊິ່ງມູນຄ່າ, ມີຜະລິດຕະພັນທີ່ເປັນຫຼາຍຮູບຫຼາຍແບບເພື່ອໃຫ້ຜູ້ບໍລິໂພກໄດ້ເລືອກ”.

ອ້າຍ ຫງວຽນແທງຫວຽດ ໄດ້ມີຄວາມໄຝ່ຝັນກ່ຽວກັບຮູບແບບການທ່ອງທ່ຽວລົງຕົວຈິງກ່ຽວກັບມັນດ້າງ, ເພື່ອຊ່ວຍໃຫ້ມີຫຼາຍຄົນຮູ້ຈັກເຖິງຜະລິດຕະພັນສະເພາະຂອງບ້ານເກີດກວ່າອີກ. ໃນອະນາຄົດ, ຜະລິດຕະພັນຂອງອ້າຍກໍ່ຈະສົ່ງໄປຂາຍຢູ່ຕ່າງປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ