ຜູ້ນຳໜ້າຂະບວນການ startup ນຳຖ່ານໄມ້ຂອງ ຫວຽດນາມ ເຂົ້າຕະຫຼາດ ຍີ່ປຸ່ນ

(VOVWORLD) - ແຫຼ່ງວັດຖຸດິບທີ່ວິສາຫະກິດຂອງອ້າຍ ຮຽບ ນຳໃຊ້ຕົ້ນຕໍແມ່ນໄມ້ວິກ ເຊິ່ງນອນໃນກຸ່ມຂະແໜງພະລັງງານທົດແທນແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ
ຜູ້ນຳໜ້າຂະບວນການ startup ນຳຖ່ານໄມ້ຂອງ ຫວຽດນາມ ເຂົ້າຕະຫຼາດ ຍີ່ປຸ່ນ - ảnh 1(ປະຈຸບັນ, ຜະລິດຕະພັນຖ່ານໄມ້ຂອງວິສາຫະກິດອ້າຍ ລ້າຍວັນຮຽບ ໄດ້ເຊື່ອມຕົວເລິກເຂົ້າຕະຫຼາດ ຍີ່ປຸ່ນ)

ອ້າຍ ລ້າຍວັນຮຽບ, ຜູອຳນວຍການບໍລິສັດການຄ້ແຫຼ່ງກຳລັງ ບຽນດົງ ຈຳກັດ, ແມ່ນຜູ້ນຳໜ້າໃນການຄົ້ນຄວ້າ, startup ຜະລິດ ແລະ ສົ່ງອອກຖ່ານຂາວຄຸນນະພາບສູງໄປຍັງຕະຫຼາດ ຍີ່ປຸ່ນ. ຜະລິດຕະພັນຖ່ານໄມ້ໄດ້ຜະລິດຕາມເຕັກໂນໂລຊີຂອງ ຍີ່ປຸ່ນ, ດ້ວຍເຄື່ອງໝາຍການຄ້າທີ່ມີຊື່ວ່າ KyoBin, ເຊິ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈກ່ຽວກັບຄຸນນະພາບ ແລະ ການບໍລິການຈາກສະຫະສະມາຄົມຖ່ານໄມ້ ຍີ່ປຸ່ນ.

ອ້າຍ ລ້າຍວັນຮຽບ (ເກີດປີ 1988), ແມ່ນນັກຮຽນຄົນທຳອິດຂອງ ຫວຽດນາມ ທີ່ເລືອກຮຽນຂະແໜງກະສິກຳປ່າໄມ້ ຢູ່ມະຫາວິທະຍາໄລ Utsunomiya ຢູ່ແຂວງ Tochigi ຂອງ ຍີ່ປຸ່ນ. ພາຍຫຼັງຮ່ຳຮຽນ, ດຳລົງຊີວິດຢູ່ ຍີ່ປຸ່ນ ເປັນເວລາຫຼາຍປີ, ອ້າຍເຫັນວ່າ ຄວາມຕ້ອງການນຳໃຊ້ຖ່ານໄມ້ໃນບັນດາຮ້ານອາຫານຂອງ ຍີ່ປຸ່ນ ແມ່ນຫຼາຍທີ່ສຸດ. ປີ 2015, ອ້າຍໄດ້ຕັດສິນໃຈສ້າງຕັ້ງບໍລິສັດການຄ້າແຫຼ່ງກຳລັງ ບຽນດົງ ຈຳກັດ, ເຊິ່ງໄດ້ຂຸດຄົ້ນ ແລະ ເກັບໂຮມສະເພາະຖ່ານໄມ້ແຂງ, ອ້າຍ ຮຽບ ເລົ່າສູ່ຟັງວ່າ:

ໃນໄລຍະທຳອິດ, ລູກຄ້າ ຍີ່ປຸ່ນ ຕີລາຄາສູງຖ່າຂາວທີ່ເຮັດຈາກໄມ້ວິກຂອງ ຫວຽດນາມ. ແຕ່ເກີດບັນຫາແມ່ນຮັກສາແຫຼ່ງວັດຖຸດິບທີ່ເປັນົກກະຕິ, ຂ້າພະເຈົ້າໄດ້ໄປຊອກຫາແຫຼ່ງວັດຖຸດິບໄມ້ວິກໃນທົ່ວປະເທດເພື່ອປ້ອນເຂົ້າໂຮງງານຜະລິດ. ໃນຈຸດເວລານັ້ນ, ຢູ່ ຫວຽດນາມ ຍັງບໍ່ທັນມີຂໍ້ມູນສະຖິຕິຊັດເຈັນເທື່ອ. ສະນັ້ນ, ຂ້າພະເຈົ້າໄດ້ເສຍເວລາ 4 ປີເພື່ອກໍ່ສ້າງໂຮງງານຢູ່ ເງະອານ, ຈ່າວິງ, ລອງອານ, ບິ່ງດິ້ງ ແລະ ບິ່ງທ້ວນ”.

ແຫຼ່ງວັດຖຸດິບທີ່ວິສາຫະກິດຂອງອ້າຍ ຮຽບ ນຳໃຊ້ຕົ້ນຕໍແມ່ນໄມ້ວິກ ເຊິ່ງນອນໃນກຸ່ມຂະແໜງພະລັງງານທົດແທນແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ ແລະ ປະກອບສ່ວນຫຼຸດຜ່ອນການປ່ອຍອາຍກາກບອນ. ບັນດາຖ່ານໄມ້ທີ່ໄດ້ຜະລິດອອກມາ, ອ້າຍໄດ້ເຕົ້າໂຮມແບບຖ່ານໄມ້ທີ່ມີຄຸນນະພາບສູງທີ່ສຸດຈາກບັນດາວິສາຫະກິດຖ່ານໄມ້ຢູ່ພາຍໃນປະເທດ ນຳໄປຈ່າວຂາຍຢູ່ ຍີ່ປຸ່ນ. ນັບແຕ່ການພົບປະເປັນຄັ້ງທຳອິດນັ້ນ, ໄດ້ເຮັດໃຫ້ວິສາຫະກິດ ຍີ່ປຸ່ນ ມີຄວາມເພິ່ງພໍໃຈຕໍ່ຄຸນນະພາບຂອງຖ່ານໄມ້ ຫວຽດນາມ. ມີຄະນະຜູ້ແທນຂອງວິສາຫະກິດ ຍີ່ປຸ່ນ 8  ແຫ່ງໄດ້ມາຢ້ຽມຢາມໂຮງງານ, ເບິ່ງຂັ້ນຕອນການຜະລິດຢູ່ ຫວຽດນາມ, ເຊິ່ງໄດ້ເປີດໂອກາດຮ່ວມມືທຳອິດ. ອ້າຍ ຮຽບ ໄດ້ຮຽກຮ້ອງໃຫ້ວິສາຫະກິດຜະລິດຖ່ານໄມ້ຢູ່ພາຍໃນປະເທດເກືອບ 40 ແຫ່ງສ້າງສະມາຄົມຖ່ານໄມ້ ຫວຽດນາມ, ພ້ອມກັນສຸມໃສ່ຜະລິດ, ຍົກສູງຄຸນນະພາບຂອງຖ່ານໄມ້. ໂຮງງານຜະລິດຖ່ານໄມ້ຢູ່ແຂວງ ບິ່ງທ້ວນ ສາມາດຕອບສະໜອງໄດ້ແຫຼ່ງວັດຖຸດິບ ແລະ ຄຸນນະພາບຜະລິດຕະພັນສົ້ນອອກ ເພື່ອຮັກສາ ແລະ ເປີດກວ້າງການຜະລິດ. ມາຮອດປະຈຸບັນ, ປະລິມານການຜະລິດຖ່ານຂາວ ບັນລຸ 2.000 ໂຕນ/ປີ, ຖ່ານດຳ 1.300 ໂຕນ/ປີ. ອ້າຍ ລ້າຍວັນຮຽບ ໃຫ້ຮູ້ວ່າ:

ແຫຼ່ງວັດຖຸດິບນຳໃຊ້ໃນເວລາ 5 ປີແມ່ນບໍ່ຍາກ, 10 ປີແມ່ນຫຍຸ້ງຍາກໜ້ອຍໜຶ່ງ ແຕ່ເພື່ອໃຫ້ວິສາຫະກິດສາມາດຜະລິດເປັນເວລາກວ່າ 10 ປີ, 20 ປີ ຫຼື ຫຼາຍກວ່າອີກນັ້ນ ແມ່ນຕ້ອງຮັກສາການຜະລິດໃຫ້ເປັນປົກກະຕິ, ໂດຍສະເພາະແມ່ນໃນຂົງເຂດປູກປ່າແມ່ນບັນຫາໃຫຍ່. ພາຍຫຼັງເວລາ 7 ປີ, ບໍລິສັດການຄ້າແຫຼ່ງກຳລັງ ບຽນດົງ ຈຳກັດ ໄດ້ສ້າງເຄື່ອງໝາຍການຄ້ານອນໃນ top ນຳໜ້າທັງຢູ່ພາຍໃນ ຫຼື ສົ່ງອອກໄປຕ່າງປະເທດ. ເປົ້າໝາຍທີ່ມຸ່ງໄປເຖິງແມ່ນກາຍເປັນບໍລິສັດຜະລິດຖ່ານໄມ້ອັນດັບໜຶ່ງຂອງໂລກ”.

ພາຍຫຼັງທີ່ໄດ້ສຳຜັດກັບຕະຫຼາດ ຍີ່ປຸ່ນ, ອ້າຍ ລ້າຍວັນຮຽບ ສາມາດແຊກຊຶມເຂົ້າບັນດາຊ່ອງຂາຍຍ່ອຍ, ຮ້ານຊັບພະສິນຄ້າໄດ້ຢ່າງວ່ອງໄວ. ພາຍຫຼັງເກີດໂລກລະບາດໂຄວິດ -19, ການຮ່ວມສຳພັນຜະລິດ ແລະ ການສະໜອງຄວາມຕ້ອງການຖືກຕັດຕອນ, ມີວິສາຫະກິດຫຼາຍແຫ່ງໄດ້ປະລະຕະຫຼາດ, ແຕ່ນີ້ພັດແມ່ນໂອກາດໃຫ້ວິສາຫະກິດຂອງອ້າຍ ຮຽບ. ອ້າຍ ມານເຈິ່ນຮວ່າງ, ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດການຄ້າແຫຼ່ງກຳລັງ ບຽນດົງ ຈຳກັດ, ໃຫ້ຮູ້ວ່າ:

“ໃນເວລາເກີດໂລກລະບາດໂຄວິດ - 19, ຄວາມຕ້ອງການບໍລິການກິມດຶ່ມຢູ່ເຮືອນຂອງທຸກຄົນໄດ້ເພີ່ມຂຶ້ນ. ສະນັ້ນ, ປະລິມານສົ່ງອອກຖ່ານໄມ້ຂອງບໍລິສັດກໍ່ຍັງໄດ້ຮັກສາໄວ້ ແລະ ເພີ່ມຂຶ້ນຫຼາຍພໍສົນຄວນ. ພ້ອມກັນນັ້ນ, ບໍລິສັດໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ຈຳນວນກຳມະກອນເພີ່ມຂຶ້ນ 20%, ເງິນເດືອນກໍ່ເພີ່ມຂຶ້ນ. ອ້າຍ ຮຽບ ກໍ່ສຳຜັດກັບບັນດາຕະຫຼາດໃໝ່, ຄື: ອົດສະຕາລີ, ມາເລເຊຍ, ອາເມລິກາ”.

ປະຈຸບັນ, ຜະລິດຕະພັນຖ່ານໄມ້ຂອງວິສາຫະກິດອ້າຍ ລ້າຍວັນຮຽບ ໄດ້ເຊື່ອມຕົວເລິກເຂົ້າຕະຫຼາດ ຍີ່ປຸ່ນ, ພ້ອມທັງສຳຜັດກັບບາງຕະຫຼາດຕ່າງປະເທດໃໝ່ຢ່າງບັນລຸປະສິດທິຜົນ. ອ້າຍ ຮຽບ ກໍ່ກຽມພ້ອມທີ່ຈະແບ່ງປັນບົດຮຽນເພື່ອໃຫ້ບັນດາວິສາຫະກິດຜະລິດຢູ່ພາຍໃນປະເທດ, ຍິ່ງກວ່ານັ້ນແມ່ນວິສາຫະກິດຂອງ ລາວ ໄດ້ເຂົ້າຮ່ວມຕະຫຼາດຖ່ານໄມ້ທີ່ຮຽກຮ້ອງມີຄຸນນະພາບສູງຄື ຍີ່ປຸ່ນ. ໃນໄລຍະໃກ້ໆນີ້, ຜະລິດຕະພັນຖ່ານໄມ້ຂອງ ຫວຽດນາມ ເປັນມິດກັບສິ່ງແວດລ້ອມ, ໂດຍວິສາຫະກິດ ຫວຽດນາມ ຜະລິດອອກ ຈະໄດ້ສົ່ງອອກໄປຫຼາຍປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ