ພົບປະກັບນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ-ນັກປະພັນຂອງເຍົາໄວ

(VOVWORLD) -ໃນຊຸດປຶ້ມເລື່ອງ ກິ໊ນຫວ້ານຮວາ ມີຄວາມໝາຍພິເສດ, ສ້າງແຫຼ່ງບັນດານໃຈໃໝ່ໃຫ້ແກ່ພື້ນຖານວັນນະຄະດີເຍົາວະຊົນຫວຽດນາມ ໃນໄລຍະປ່ຽນແປງໃໝ່

ພົບປະກັບນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ-ນັກປະພັນຂອງເຍົາໄວ - ảnh 1ນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ

(ພາບ: vnexpress.net)

ທ້າຍອາທິດກ່ອນ, ນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ ແລະ ຈິດຕະກອນ ໂດ້ຮ່ວາງເຕື່ອງ - ຜູ້ແຕ້ມຮູບສະເກັດໃຫ້ຊຸດເລື່ອງ ກິ໊ນຫວ້ານຮວາ (ແກ້ວກະຈາຍແສງ) ໄດ້ຈັດການພົບປະກັບຜູ້ອ່ານຊາວຮ່າໂນ້ຍ. ກ່ອນນີ້ 25 ປີ, ກິ໊ນຫວ້ານຮວາ ແມ່ນຊຸດປຶ້ມໄດ້ຈຳໜ່າຍຫຼາຍທີ່ສຸດ, ບັນລຸລະດັບສະຖິຕິ, ແມ່ນຊຸດປຶ້ມເລື່ອງຂອງນັກຂຽນຫວຽດນາມ ມີຫຼາຍເຫຼັ້ມ, ຫຼາຍຕົວລະຄອນທີ່ສຸດ (ປະມານ 200 ຕົວລະຄອນ), ໄດ້ຮັບຈົດໝາຍເຊິ່ງຜູ້ອ່ານໄດ້ຝາກມາຫຼາຍທີ່ສຸດ (ມີຫຼາຍກວ່າ 10.000 ສະບັບ).

        ສຽງຕົບມືດັງຂຶ້ນເບິ່ງຄືວ່າບໍ່ຢຸດເຊົາເມື່ອນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ ມາຮອດສຳນັກງານສຳນັກພິມຈຳໜ່າຍ ກິມດົ່ງ ຢູ່ນະຄອນຫຼວງຮ່າໂນ້ຍ.

        ມີຜູ້ອ່ານຢູ່ນະຄອນຫຼວງຮ່າໂນ້ຍ ນັບຮ້ອຍຄົນມາແຫ່ງນີ້ເພື່ອລໍຖ້າພົບປະ, ໂອ້ລົມກັບນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ, ນັກປະພັນເຍົາໄວ. ນ້ອງ ເຢືອງທິຫວຽດຮ່າ, ນັກສຶກສາມະຫາວິທະຍາໄລພາຍໃນ, ແບ່ງປັນວ່າ.

        “ນ້ອງເລີ່ມອອກຈາກບ້ານມາແຕ່ເວລາ 3 ໂມງເຄິ່ງຕອນເຊົ້າ, ມາຮອດນີ້ແມ່ນປະມານ 4 ໂມງ, ຕອນນັ້ນສຳນັກພິມຈຳໜ່າຍ ກິມດົ່ງ ຍັງບໍ່ທັນເປີດປະຕູ ສະນັ້ນນ້ອງຕ້ອງລໍຖ້າຢູ່ດ້ານນອກ. ນ້ອງກໍ່ດີໃຈຫຼາຍເມື່ອຮັບລາຍເຊັນຂອງລຸງ. ໄດ້ອ່ານປຶ້ມຂອງນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ, ນ້ອງຮູ້ສຶກຄືດັ່ງຄາວເຍົາໄວໄດ້ກັບມາອີກເທື່ອໜຶ່ງ.”

        ໃນຊຸດປຶ້ມເລື່ອງ ກິ໊ນຫວ້ານຮວາ ມີຄວາມໝາຍພິເສດ, ສ້າງແຫຼ່ງບັນດານໃຈໃໝ່ໃຫ້ແກ່ພື້ນຖານວັນນະຄະດີເຍົາວະຊົນຫວຽດນາມ ໃນໄລຍະປ່ຽນແປງໃໝ່, ນຳມາເຊິ່ງອາຫານທາງດ້ານຈິດໃຈທີ່ມີປະໂຫຍດ, ຊ່ວຍໃຫ້ເດັກນ້ອຍມີຄວາມຮັກຕໍ່ບົດປະພັນວັນນະຄະດີຫວຽດນາມ ຕື່ມອີກ. ອ້າຍ ຫງວຽນເທ໊ແອັງ, ຜູ້ອ່ານຊາວຮ່າໂນ້ຍ, ແບ່ງປັນຄວາມໃນໃຈວ່າ.

        “ຂ້າພະເຈົ້າຊື່ ຫງວຽນເທ໊ແອັງ, ມີອາຍຸ 30 ປີ. ຂ້າພະເຈົ້າໄດ້ອ່ານປຶ້ມຂອງລຸງມາແຕ່ດົນແລ້ວ, ລຸງ ແອ໊ງ ໄດ້ຂຽນປຶ້ມເລື່ອງຫຼາຍຫົວ ໃນນັ້ນໄດ້ຊ້ອນແປງຄວາມໝາຍຫຼາຍຢ່າງຕໍ່ຜູ້ໃຫຍ່, ຜູ້ເປັນພໍ່ເປັນແມ່. ປຶ້ມເລື່ອງຕ່າງໆເຫຼົ່ານັ້ນຜູ້ໃດກໍ່ອ່ານໄດ້. ເຊິ່ງຢູ່ໃນນັ້ນໄດ້ສົ່ງສານທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ຜູ້ອ່ານ”.

ພົບປະກັບນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ-ນັກປະພັນຂອງເຍົາໄວ - ảnh 2 ຊຸດປຶ້ມເລື່ອງ ກິ໊ນຫວ້ານຮວາ 

(ພາບ: baotintuc.vn)

ມີຜູ້ອ່ານຫຼາຍຄົນຊອກເຫັນຄາວເຍົາໄວຂອງຕົນຜ່ານແຕ່ລະໜ້າປຶ້ມຂອງ ກິ໊ນຫວ້ານຮວາ. ແຕ່ລະເລື່ອງລ້ວນແຕ່ມຸ່ງໄປເຖິງການເປີດກວ້າງຄວາມເຂົ້າໃຈຂອງພວກນ້ອງທີ່ມີຕໍ່ໂລກອ້ອມຂ້າງ, ຊ່ວຍໃຫ້ພວກນ້ອງໄດ້ຄົ້ນຫາຄວາມງາມຂອງຊີວິດແບບລຽບງ່າຍ, ຄວາມອົບອຸ່ນຂອງມະນຸດ. ເມື່ອອ່ານປຶ້ມ ກິ໊ນຫວ້ານຮວາ, ມີຫຼາຍຄົນຕົກສະເງີ້ເມື່ອເຫັນໄດ້ວ່າ, ພວກນ້ອງນ້ອຍບໍ່ພຽງແຕ່ນິຍົມເລື່ອງກ່ຽວກັບການພະເນຈອນສອດແນມ, ບໍ່ພຽງແຕ່ສົນໃຈຕໍ່ການລະຫຼິ້ນທີ່ບໍ່ເປັນປະໂຫຍດຂອງພວກນ້ອງເທົ່ານັ້ນ, ແຕ່ພວກນ້ອງຍັງໄດ້ແບ່ງປັນຄວາມໃນໃຈ ແລະ ຮັບເອົານ້ຳໃຈຂອງກັນ ແລະ ກັນຈາກໝູ່ເພື່ອນຫຼາຍຄົນອີກດ້ວຍ. ນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ, ແບ່ງປັນວ່າ.

        “ກິ໊ນຫວ້ານຮວາ ແມ່ນເຄື່ອງຫຼິ້ນຂອງເດັກນ້ອຍເຊິ່ງໃນຄາວຍັງນ້ອຍຂ້າພະເຈົ້າມັກທີ່ສຸດ. ມາຮອດປະຈຸບັນຂ້າພະເຈົ້າກໍ່ຍັງມັກຢູ່. ຂອງຂວັນມະຫັດສະຈັນທີ່ສຸດເຊິ່ງຜູ້ໃຫຍ່ໄດ້ມອບໃຫ້ເດັກນ້ອຍນັ້ນແມ່ນ ກິ໊ນຫວ້ານຮວາ. ມີປ່ຽງຢາງ ຫຼື ເຈ້ຍສີ 2 – 3 ອັນເທົ່ານັ້ນ ແຕ່ວ່າເມື່ອສັ່ນເທື່ອໜຶ່ງກໍ່ຈະມີດອກໄມ້ປະກົດອອກມາໃໝ່. ຂ້າພະເຈົ້າກໍ່ຢາກໃຫ້ຊຸດປຶ້ມຂອງຂ້າພະເຈົ້າເປັນຄືກັນ, ສັ່ນເທື່ອ 1 ແມ່ນມີເລື່ອງໃໝ່ອອກມາໂລດ. ສະນັ້ນ ເມື່ອຄິດເຖິງຄຳວ່າ ກິ໊ນຫວ້ານຮວາ ຂ້າພະເຈົ້າມັກທີ່ສຸດ. ຊຸດປຶ້ມນີ້ປຽບເໝືອນດັ່ງຫຼອດແກ້ວ ກິ໊ນຫວ້ານຮວາ ສຳລັບເດັກນ້ອຍ”.

        ດ້ວຍການເລົ່າເລື່ອງທີ່ງ່າຍໆ, ສ້າງຄວາມມ່ວນຊື່ນ ບາງເທື່ອມີຄຳເວົ້າອ່ອນຫວານ, ຢອກລໍ້, ດື້ດ້ານ, ຕິດນິດໄສບໍ່ດີ ແລະ ແປກປະຫຼາດ, ຜູ້ອ່ານໄດ້ຊອກເຫັນຢູ່ນັ້ນສິ່ງທີ່ລື້ງແກວນ ແລະ ແປກປະຫຼາດບໍ່ຈັກວ່າເທົ່າໃດ, ແລ້ວກໍ່ພ້ອມກັນຫົວຂຶ້ນ ຫຼື ມິດງຽບໄປ, ເບິ່ງໜ້າຕາກັນສະແດງຄວາມເສຍດາຍຕໍ່ສິ່ງທີ່ໄດ້ຜ່ານໄປແລ້ວ. ຕາມທ່ານປະລິນຍາເອກດ້ານການສຶກສາ ຫງວຽນຖຸ້ຍແອັງ ແລ້ວ, ຊຸດປຶ້ມເລື່ອງ ກິ໊ນຫວ້ານຮວາ ມີຄວາມໝາຍພິເສດ, ສ້າງແຫຼ່ງບັນດານໃຈໃຫ້ແກ່ພື້ນຖານວັນນະຄະດີເຍົາວະຊົນຫວຽດນາມ ໃນໄລຍະປ່ຽນແປງໃໝ່.

        “ນັກປະພັນວັນນະຄະດີ ຫງວຽນເຍດແອ໊ງ ໄດ້ເລົ່າບັນດາເລື່ອງລາວທີ່ມີຄວາມໃກ້ຊິດກັບເດັກນ້ອຍ, ເບິ່ງຄືວ່າເລື່ອງລາວດັງກ່າວໄດ້ເກີດຂຶ້ນໃນປະຈຳວັນ. ສິ່ງທີ່ 2 ແມ່ນສ້າງຄວາມເບີກບ່ານມ່ວນຊື່ນໃຫ້ແກ່ພວກນ້ອງ”.

        ຊຸດປຶ້ມໄດ້ສະເໜີຕົວເປັນຄັ້ງທຳອິດເມື່ອປີ 1995, ໄດ້ພິມຈຳໜ່າຍຢ່າງສະໝ່ຳສະເໝີເປັນເວລາ 7 ປີຈົນໄດ້ຢຸດຕິຊົ່ວຄາວໃນເຫຼັ້ມທີ 45 ໃນປີ 2002. ຮອດປີ 2009, ຊຸດປຶ້ມ ກິ໊ງຫວ້ານຮວາ ໄດ້ອອກມາໃໝ່ຕື່ມອີກ 9 ຫົວ. ນັກແຕ້ມຮູບ, ໂດ້ຮ່ວາງເຕື່ອງ, ຜູ້ແຕ້ມຮູບປະກອບໃຫ້ຊຸດປຶ້ມ ກິ໊ງຫວ້ານຮວາ, ກໍ່ມີຄວາມຕົກສະເງີ້ຕໍ່ຄວາມດຶງດູດຜູ້ອ່ານຂອງຊຸດປຶ້ມນີ້.

        “ນັກປະພັນວັນນະຄະດີ ຫງວຽນເຍິດແອ໊ງ ແລະ ຂ້າພະເຈົ້າແມ່ນໄດ້ເປັນສ່ຽວກັນມາຕອນຈຳໜ່າຍຊຸດປຶ້ມ ກິ໊ງຫວ້ານຮວາ. ຂ້າພະເຈົ້ານິຍົມວິທີການຂີດຂຽນ ແລະ ປຶ້ມຂອງອ້າຍ ແອ໊ງ ຫຼາຍ. ຂ້າພະເຈົ້າໄດ້ອ່ານຫຼາຍຫົວ ແລະ ປະຈຸບັນກໍ່ເປັນ page ຂອງລາວເລີຍ. ເລື່ອງລາວຂອງອ້າຍ ແອ໊ງ ແມ່ນມຸ່ງໄປເຖິງເຂດບ້ານນາຢູ່ທາງພາກກາງຫວຽດນາມ, ອັນໄດ້ສ້າງຄວາມຊົງຈຳຄາວເຍົາໄວຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ”.

        ທີ່ງານພົບປະແລກປ່ຽນ, ມີເລື່ອງລາວທີ່ດຶງດູດຫຼາຍຢ່າງກ່ຽວກັບການກຳເນີດຊຸດປຶ້ມ ກິ໊ນຫວ້ານຮວາ ແລະ ໄລຍະທາງ 25 ປີທີ່ດຶງດູດຜູ້ອ່ານ ກໍ່ໄດ້ຮັບການແບ່ງປັນຈາກແຂກຖືກເຊີນ ຊຸດປຶ້ມສາມາດພິຊິດໃຈຜູ້ອ່ານໄດ້ຫຼາຍລຸ້ນ ແລະ ສາມາດຢືນຢັນພະລັງຊີວິດຜ່ານຊຸມເດືອນປີ ດ້ວຍຄວາມຮັກແພງຈາກເພື່ອນຜູ້ອ່ານ ໂດຍສະເພາະແມ່ນໄວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ