ລະດູເກັບກູ້ໝາກເລີ້ງຢູ່ເຂດພູສູງ ເຊີນລາ

(VOVWORLD) -ຕົ້ນໝາກເລີ້ງ ຕາມພາສາ ມົ້ງ ເອີ້ນວ່າ ຈີໂຕຢີ, ພາສາເຜົ່າຜູ້ໄທເອີ້ນວ່າ ໝາກກຳ, ສ່ວນພາສາ ກິງ ເອີ້ນວ່າ ໝາກກະທັນແມວ. ນີ້ແມ່ນປະເພດຕົ້ນໄມ້ທີ່ປູກຢູ່ຕາມເມືອງເຂດພູສູງຂອງແຂວງ ເຊີນລາ ເປັນຕົ້ນແມ່ນ ທ້ວນເຈົາ, ເມື່ອງລາ ແລະ ບັກອຽນ
ລະດູເກັບກູ້ໝາກເລີ້ງຢູ່ເຂດພູສູງ ເຊີນລາ - ảnh 1ຕົ້ນໝາກເລີ້ງ ເປັນຕົ້ນໄມ້ທີ່ມີຈຸດປະສົງເປົ້າໝາຍຫຼາຍຢ່າງ
(ພາບ: TTXVN)
 
 

ໂດຍປະກົດມີຢູ່ຕາມເປີ້ນພູທີ່ມີຄວາມສູງແຕ່ 1.000 ແມັດ ຫາ 2.000 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ເຂດປ່າ ເຊີນຈາ (ໝາກເລີ້ງ) ມີອາຍຸຫຼາຍປີຂອງແຂວງ ເຊີນລາ ພວມກ້າວເຂົ້າລະດູການເກັບກູ້. ຈາກຕົ້ນໄມ້ທີ່ເກີດຂຶ້ນຕາມທຳມະຊາດ, ໃນຊຸມປີມໍ່ໆມານີ້, ຕົ້ນໝາກເລີ້ງໄດ້ກາຍເປັນຕົ້ນໄມ້ສ້າງຜົນປະໂຫຍດຄວບຄູ່, ນັ້ນແມ່ນທັງໃຫ້ໝາກ, ທັງຮັກສາດິນຮັກສາປ່າ, ນຳຜົນປະໂຫຍດທາງດ້ານເສດຖະກິດມາໃຫ້ພໍ່ແມ່ປະຊາຊົນຢູ່ເຂດພູສູງແຫ່ງນີ້.

ຕົ້ນໝາກເລີ້ງ ຕາມພາສາ ມົ້ງ ເອີ້ນວ່າ ຈີໂຕຢີ, ພາສາເຜົ່າຜູ້ໄທເອີ້ນວ່າ ໝາກກຳ, ສ່ວນພາສາ ກິງ ເອີ້ນວ່າ ໝາກກະທັນແມວ. ນີ້ແມ່ນປະເພດຕົ້ນໄມ້ທີ່ປູກຢູ່ຕາມເມືອງເຂດພູສູງຂອງແຂວງ ເຊີນລາ ເປັນຕົ້ນແມ່ນ ທ້ວນເຈົາ, ເມື່ອງລາ ແລະ ບັກອຽນ, ເຊິ່ງເປັນເຂດທີ່ມີຄວາມຊຸມສູງ, ອຸນຫະພູມຕ່ຳ. ໃນແຕ່ລະປີ ຕົ້ນໝາກເລີ້ງ ເລີ່ມເກັບໝາກໄດ້ແມ່ນໃນເວລາແຕ່ທ້າຍເດືອນ ສິງຫາ ຈົນທ້າຍເດືອນ ຕຸລາ, ມີລົດຊາດສະເພາະຂອງເຂດພູພາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ ແລະ ຄ່ອຍໆປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນຊົນບັນດາເຜົ່າຢູ່ແຫ່ງນີ້ໃຫ້ດີຂຶ້ນເທື່ອລະກ້າວ.

ເກືອບ 1 ເດືອນມານີ້, ເນື້ອທີໄຮ່ປູກໝາກເລີ້ງ ພວມສຸກແດງຂອງຄອບຄົວທ່ານ ມົ່ວອາຊື້, ຢູ່ບ້ານ ຮາງເຈິ ຕາແສງ ສິມຫວ່າງ, ເມືອງ ບັກອຽນ ຍາມໃດກໍ່ມີຄົນໄປມາຢ່າງຄັບຄາໜາແໜ້ນ ແລະ ຟົດຟື້ນ. ທ່ານ ຊື້ ໃຫ້ຮູ້ວ່າ, ຄອບຄົວຂອງທ່ານມີເນື້ອທີ່ປູກຕົ້ນໝາກເລີ້ງກວ່າ 10 ເຮັກຕາ, ໃນ 5 ປີມານີ້ເລີ່ມເກັບກູ້ໄດ້ແລ້ວ, ຊີວິດການເປັນຢູ່ຂອງຄອບຄົວທ່ານກໍ່ດີຂຶ້ນຫຼາຍພໍສົມຄວນ.

“ກ່ອນນີ້ ຂ້າພະເຈົ້າບໍ່ມີເຕັກນິກໃນການປູກຕົ້ນໄມ້, ມີແຕ່ເຮັດໄຮ່ເທົ່ານັ້ນ, ບໍ່ມີເງິນ, ຄອບຄົວກໍ່ທຸກຍາກ, ເສດຖະກິດຕົກຕ່ຳ, ພາຍຫຼັງທີ່ໄດ້ປູກຕົ້ນໄມ້ໃຫ້ໝາກ, ປູກຕົ້ນໝາກເລີ້ງ; ມາຮອດປະຈຸບັນກໍ່ໄດ້ 5 ປີແລ້ວ, ແຕ່ລະປີສາມາດເກັບກູ້ໝາກເລີ້ງໄດ້ແຕ່ 5 ຫາ 10 ໂຕນຂຶ້ນໄປ, ພາຍຫຼັງຫັກຄ່າໃຊ້ຈ່າຍອອກໝົດແລ້ວແລ້ວ ໃນລະດູໜຶ່ງ ສາມາດສ້າງລາຍຮັບໄດ້ແຕ່ 30-40 ລ້ານດົ່ງ, ເອົາເງິນຈຳນວນນັ້ນມາໃຊ້ຈ່າຍຮັບໃຊ້ຄອບຄົວ ແລະ ໃຫ້ພວກຫຼານໄປໂຮງຮຽນ”.

ຜູ້ໃດເຄີຍໄປແຂວງ ເຊີນລາ ແລະ ໄດ້ກິນໝາກເລີ້ງແລ້ວຈະບໍ່ລືມລົດຊາດຂອງມັນໄດ້; ໝາກເລີ້ງສຸກເປືອກຂອງມັນຈະມີສີເຫຼືອງ ຫຼື ສີບົວ, ມີກິ່ນຫອມເປັນເອກະລັກ, ມີລົດຊາດຟາດໆຫວານໆ, ສົ້ມໆນ້ອຍໜຶ່ງ. ໝາກເລີ້ງ ຝານເປັນປ່ຽງບາງໆແລ້ວເອົາໄປຕາກແດດໃຫ້ແຫ້ງຍັງເປັນຢາພື້ນເມືອງນຳອີກ, ສາມາດປິ່ນປົວພະຍາດທາງເດີນອາຫານ, ຄວາມດັນເລືອດສູງ, ນອນບໍ່ລັບ, ພະຍາດເບົາຫວານ. ຫວ່າງມໍ່ໆມານີ້, ມີບໍລິສັດຫຼາຍແຫ່ງໄດ້ເກັບຊື້ໝາກໄມ້ຊະນິດນີ້ເພື່ອໄປຜະລິດເປັນນ້ຳໝາກໄມ້, ເຫຼົ້ົາແວງ…

ຈາກຕົ້ນໄມ້ທີ່ປະກົດຂຶ້ນຕາມທຳມະຊາດຢູ່ເຂດປ່າທີ່ມີອາຍຸຫຼາຍປີ, ປະຈຸບັນ ປະຊາຊົນຢູ່ເຂດພູສູງໄດ້ບົວລະບັດຕົ້ນໝາກເລີ້ງ ຖືກຕາມເຕັກນິກ, ກາຍເປັນຕົ້ນໄມ້ທີ່ມີຈຸດປະສົງເປົ້າໝາຍຫຼາຍຢ່າງ, ຊ່ວຍຮັກສາດິນຮັກສາປ່າ, ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນ. ທ່ານ ຊົ່ງອາລົ່ງ, ຢູ່ຕາແສງ ລ່າງເຈ້ວ, ເມືອງ ບັກອຽນ, ໃຫ້ຮູ້ວ່າ:

“ຄອບຄົວຂ້າພະເຈົ້າມີເນື້ອທີ່ປູກຕົ້ນໝາກເລີ້ງ 1 ເຮັກຕາ, ໄດ້ຮັບການແນະນຳຈາກພະນັກງານຂັ້ນຕາແສງ ສະນັ້ນຕົ້ນໄມ້ຈຶ່ງໃຫ້ໝາກເປັນປົກກະຕິ. ຕົ້ນໄມ້ນີ້ມີຜົນປະໂຫຍດຫຼາຍຢ່າງ, ທັງໃຫ້ໝາກ, ທັງຮັກສາດິນຮັກສາປ່າໃຫ້ກັບຕາແສງ, ຄອບຄົວຂ້າພະເຈົ້າມີລາຍຮັບຕື່ມອີກ, ແນ່ນອນວ່າຈະມານະພະຍາຍາມປູກຕົ້ນໄມ້ນີ້ໃຫ້ຫຼາຍກວ່ານີ້ຕື່ມອີກ”.

ບັກອຽນ ແມ່ນທ້ອງຖິ່ນທີ່ມີອາກາດ ແລະ ດິນເໝາະສົມແກ່ການພັດທະນາຕົ້ນໝາກເລີ້ງ, ພິເສດແມ່ນຢູ່ບັນດາຕາແສງເຂດພູສູງຄື: ຕາຊົ່ວ, ລ່າງເຈ້ວ, ສິມຫວ່າງ, ຮາງຈູ, ຮາງດົງ. ທົ່ວເມືອງມີເນື້ອທີ່ປູກຕົ້ນໝາກເລີ້ງ ເກືອບ 2.600 ເຮັກຕາ ໃນນັ້ນສາມາດເກັບກູ້ໄດ້ແລ້ວແມ່ນປະມານ 1.530ເຮັກຕາ, ປະລິມານການເກັບກູ້ທັງໝົດຄາດວ່າໄດ້ປະມານ 1.900 ໂຕນ/ປີ. ໃນຊຸມປີຜ່ານມາ, ອຳນາດການປົກຄອງທຸກຂັ້ນຢູ່ເຂດນີ້ໄດ້ຍູ້ແຮງການແນະນຳ, ໜູນຊ່ວຍດ້ານເຕັກນິກໃຫ້ແກ່ຜູ້ປູກຕົ້ນໝາກເລີ້ງ.

ທ່ານ ຢ່າງອາເນັງ, ປະທານຄະນະກຳມະການປະຊາຊົນຕາແສງ ສິມຫວ່າງ, ເມືອງ ບັກອຽນ, ໃຫ້ຮູ້ວ່າ: ພາຍຫຼັງ 2 ປີທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ນັ້ນ, ມາຮອດປະຈຸບັນ ການຈຳໜ່າຍໝາກເລີ້ງ ຄ່ອຍໆກັບຄືນສູ່ສະພາບເປັນປົກກະຕິ, ຮັບປະກັນລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ.

“ຢູ່ຕາແສງສິມຫວ່າງ ຕົ້ນຕໍແມ່ນປູກເຂົ້າ ແລະ ໝາກເລີ້ງ, ຕົ້ນໝາກເລີ້ງ ມີຄວາມສຳຄັນຫຼາຍສຳລັບພໍ່ແມ່ປະຊາຊົນ, ສ້າງແຫຼ່ງລາຍຮັບຫຼາຍພໍສົມຄວນເພື່ອຊ່ວຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນ. ເມື່ອທຽບໃສ່ປີເກີດໂລກລະບາດນັ້ນ,  ປີນີ້ຄວາມຫຍຸ້ງຍາກໃນການຈຳໜ່າຍກໍ່ຫຼຸດລົງຫຼາຍແລ້ວ, ບັນດາແມ່ຄ້າຊາວຂາຍມາຊື້ທັງສວນເລີຍ; ຖ້າຄືປີກາຍນີ້ຂາຍໄດ້ລາຄາພຽງ 2.700 ດົ່ງ/ກິໂລກຣາມ, ປີນີ້ເພີ່ມຂຶ້ນແມ່ນ 6.000 ດົ່ງ/ກິໂລກຣາມ”.

ເພື່ອເພີ່ມທະວີປະສິດທິຜົນຂອງຕົ້ນໝາກເລີ້ງ, ປະຈຸບັນ, ເມືອງ ບັກອຽນ ພວມຈັດສັນເຂດປູກສະເພາະໃຫ້ສົມບູນແບບ; ເພີ່ມທະວີການສົ່ງເສີມດ້ານການຄ້າ, ເປີດກວ້າງຕະຫຼາດຈຳໜ່າຍ ຕິດພັນກັບເລື່ອງສ້າງຄວາມສະດວກ ເພື່ອຊ່ວຍໃຫ້ບັນດາວິສາຫະກິດສຶກສາຄົ້ນຄວ້າ, ສ້າງລະບົບການເກັບຮັກສາ, ປຸງແຕ່ງໝາກເລີ້ງຢູ່ທ້ອງຖິ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ