ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ, ມາເພື່ອຄວາມຮັກ

(VOVWORLD) - ເມື່ອລະດູໃບໄມ້ຫຼົ່ນວຽນມາຢູ່ ຮ່າໂນ້ຍ, ຖະໜົນສາຍຕ່າງໆ ເຕັມໄປດ້ວຍແສງແດດສີເຫຼືອງ, ອາກາດເຢັນສະບາຍ, ເໝາະກັບການຍ່າງເລາະ ຕາມຖະໜົນຫົນທາງ.
ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ, ມາເພື່ອຄວາມຮັກ  - ảnh 1(ຮ່າໂນ້ຍ ພວມຢູ່ໃນລະດູທີ່ສວຍງາມທີ່ສຸດຂອງປີ)
 

ຮ່າໂນ້ຍ ພວມຢູ່ໃນລະດູທີ່ສວຍງາມທີ່ສຸດຂອງປີ - ດູໃບໄມ້ຫຼົ່ນ. ຢູ່ຖະໜົນສາຍຕ່າງໆນະຄອນຫຼວງ ເບິ່ງຄືວ່າຖືກຍ້ອມເປັນສີເຫຼືອງຂອງແສງແດດໃນລະດູໃບໄມ້ຫຼົ່ນ, ສີຂອງໃບໄມ້ສີເຫຼືອງ... ຮ່າໂນ້ຍ ຄືດັ່ງພວມນຸ່ງເສື້ອຄຸມໃໝ່, ເຮັດໃຫ້ທຸກຄົນຕົກຕະເງີ້ກັບຄວາມອ່ອນໂຍນຂອງທຳມະຊາດໃນຈຸດເວລາປ່ຽນລະດູ. ລະດູໃບໄມ້ຫຼົ່ນຄືແມ່ນ “ຈຸດພິເສດ” ຂອງ ຮ່າໂນ້ຍ ທີ່ຄົນທັງຫຼາຍຕ້ອງຮັກ ແລະ ຄິດຮອດ ຖ້າໄດ້ມາເທື່ອໜຶ່ງ. ຍ້ອນເຫດນັ້ນ, ຮ່າໂນ້ຍ ເຄີຍໄດ້ຮັບການຕີລາຄາຈາກຊ່ອງໂທລະພາບ CNN ຂອງ ອາເມລິກາ ວ່າແມ່ນໜຶ່ງໃນຈຳນວນສະຖານທີ່ທ່ອງທ່ຽວແຖວໜ້າ 12 ແຫ່ງຂອງໂລກທີ່ສະຫງວນໃຫ້ແຂກທ່ອງທ່ຽວ ໃນລະດູໃບໄມ້ຫຼົ່ນ.

ເມື່ອລະດູໃບໄມ້ຫຼົ່ນວຽນມາຢູ່ ຮ່າໂນ້ຍ, ຖະໜົນສາຍຕ່າງໆເຕັມໄປດ້ວຍແສງແດດສີເຫຼືອງ, ອາກາດເຢັນສະບາຍ, ເໝາະກັບການຍ່າງເລາະຕາມຖະໜົນຫົນທາງ. ຖະໜົນຫົນທາງຂອງນະຄອນຫຼວງ ເມື່ອລະດູໃບໄມ້ຫຼົ່ນວຽນມາ ແມ່ນບໍ່ເຫັນຄວາມຄັບຄາໜາແໜ້ນຄືໃນມື້ທຳມະດາອີກ,  ຫາກແທນທີ່ນັ້ນແມ່ນເຕັມໄປດ້ວຍຄວາມສະຫງົບ ແລະ ສະບາຍໃຈ. ຕາມຊ່ອງໂທລະພາບ CNN ທີ່ມີຊື່ສຽງຂອງ ອາເມລິກາ ແລ້ວ, ມາຮອດຮ່າໂນ້ຍ, ແຂກທ່ອງທ່ຽວສາມາດໄປຄົ້ນຫາບັນດາເຂດຖະໜົນ, ຮ່ອມນ້ອຍ ແລະ ຖະໜົນບູຮານຂອງ ຮ່າໂນ້ຍ ດ້ວຍການຍ່າງ ຫຼື ຂີລົດຈັກ. ຄວາມງາມອັນເກົ່າແກ່ຂອງນະຄອນຫຼວງທີ່ມີອາຍຸນັບພັນປີ ພ້ອມກັບສະພາບອາກາດທີ່ແຫ້ງ ແລະ ເຢັນສະບາຍ ເຮັດໃຫ້ເກີດຄວາມດຶງດູດ ທີ່ເປັນເອກະລັກສະເພາະ. ນີ້ກໍ່ແມ່ນວິທີເພື່ອສຳຜັດໄດ້ກັບຄວາມຮູ້ສຶກຂອງລະດູໃບໄມ້ຫຼົ່ນເຊິ່ງແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນໄດ້ເລືອກເອົາເມື່ອມາ ຮ່າໂນ້ຍ.

ຂ້າພະເຈົ້າໄດ້ຍ່າງຕາມຖະໜົນ ແລະ ສູດອາກາດຂອງລະດູໃບໄມ້ຫຼົ່ນ. ທຸກຄົນນັ່ງຢູ່ຮ້ານກາເຟ ແລະ ພັກຜ່ອນ, ມີຄວາມຮູ້ສຶກທີ່ສະບາຍທີ່ສຸດ. ຂ້າພະເຈົ້າມັກຄວາມຮູ້ສຶກທີ່ບໍ່ຮີບເຮັ່ງ ເຊິ່ງມີຄວາມສະບາຍໃຈທີ່ສຸດ.

ອາກາດດີຫຼາຍ. ມື້ວານນີ້ ຂ້າພະເຈົ້າໄດ້ຂີ່ລົດຖີບໄປເລາະຊົມຕາມຖະໜົນຫົນທາງ. ຂ້າພະເຈົ້າມັກຫຼາຍ. ມື້ນີ້, ຂ້າພະເຈົ້າກໍ່ໄດ້ຍ່າງອ້ອມໜອງ ຮ່ວານກຽມ ອີກ.

ໃນຊຸມມື້ນີ້, ຢູ່ຖະໜົນສາຍຕ່າງໆ ມີຕົ້ນໄມ້ຫຼາຍຕົ້ນ, ໂດຍສະເພາະຢູ່ເມືອງ ບາດິ່ງ, ເຊັ່ນ: ຟານດິງຟຸ່ງ, ຮວ່າງຢ້ຽວ, ເຈີ່ນຝູ..., ຫຼືບັນດາກິດຈະກຳສະຖາປັດຕະຍະກຳບູຮານຄື: ເຂດໂບດ ເກືອບັກ, ໂບດໃຫຍ່, ພະລາສະວັງ ທັງລອງ…. ຈະມີຜູ້ຍິງຫຼາຍຄົນມາຖ່າຍຮູບ, ບັນທຶກຈຸດເວລາທີ່ສວຍງາມຂອງລະດູໃບໄມ້ຫຼົ່ນ. ພ້ອມກັບລົດຖີບ, ລົດຈັກຕ່າງດອກໄມ້ທີ່ມີສີສັນຫຼາກຫຼາຍ, ບັນດາຜູ້ຍິງທີ່ນຸ່ງຊຸດເສື້ອຍາວທີ່ອ່ອນໂຍນ ໄດ້ເຮັດໃຫ້ຖະໜົນແຕ່ລະສາຍຄືເພີ່ມຄວາມສວຍງາມຕື່ມອີກ.

ອາກາດເຢັນສະບາຍ. ພິເສດ, ຂ້າພະເຈົ້າມັກບັນດາເສັ້ນທາງທີ່ມີລົດຖີບ, ລົດຈັກຕ່າງດອກໄມ້ ເພື່ອໃຫ້ຜູ້ຄົນມາຖ່າຍຮູບ ແລະ ບັນທຶກຊ່ວງເວລາທີ່ຢູ່ ຮ່າໂນ້ຍ.

ອາກາດໃນລະໃບໄມ້ຫຼົ່ນເຢັນສະບາຍ, ທິວທັດທຳມະຊາດສວຍງາມກວ່າ. ຂ້າພະເຈົ້າມັກໄປຫຼິ້ນໃນລະດູໃບໄມ້ຫຼົ່ນນີ້ເພື່ອເບິ່ງທິວທັດທີ່ສວຍງາມ ຂອງນະຄອນຫຼວງ.

ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ທັງສວຍງາມ ແລະ ທັງ “ມີກິ່ນຫອມ” ທີ່ເປັນເອກະລັກສະເພາະທີ່ຫາຍາກ. “ກິ່ນຫອມ” ຈາກດອກຕີນເປັດ, ກິ່ນຫອມຂອງໝາກເສົາ (dracontomelon) ສຸກ, ກິ່ນຫອມຂອງເຂົ້າເໝົ້າ, ຂອງຂວັນອັນຍອດຍິ່ງຂອງເຂດດິນແດນ ຈ່າງອານ, ໄດ້ຫໍ່ດ້ວຍໃບບົວສົດ...

ຕາມຊ່ອງໂທລະພາບ CNN, ເຂົ້າເໝົ້າແມ່ນຂອງຂວັນພິເສດເຊິ່ງຟ້າດິນໄດ້ດົນບັນດານໃຫ້ ຮ່າໂນ້ຍ ເມື່ອທຸກຄັ້ງທີ່ລະດູໃບໄມ້ຫຼົ່ນວຽນມາ. ບັນດາຫໍ່ເຂົ້າເໝົ້າຂຽວອ່ອນ, ມີກິ່ນຫອມແມ່ນຂອງຂວັນທີ່ເໝາະສົມ ສຳລັບແຂກທ່ອງທ່ຽວຮັບປະທານ ຫຼື ຊື້ເປັນຂອງຂວັນໃຫ້ໝູ່ເພື່ອນ, ຍາດຕິພີ່ນ້ອງ. “ບັນດາຜູ້ຫາບເຂົ້າເໝົ້າ ວ່ອງ, ເຂົ້າເໝົ້າ ເມຈີ, ເຂົ້າເໝົ້າຖົ່ວຂຽວ... ເພື່ອຂາຍນັ້ນ ໄດ້ນຳເອົາກິ່ນຫອມຂອງເຂົ້າເໝົ້າໃໝ່ເຂົ້າໄປຕາມຖະໜົນໃຫຍ່ ແລະ ນ້ອຍໃນທົ່ວຮ່າໂນ້ຍ. ໃນລະດູນີ້, ປະຊາຊົນດຳລົງຊີວິດຢູ່ນະຄອນຫຼວງ, ບໍ່ວ່າຈະຟ້າວຟັ່ງປານໃດກໍ່ຕາມ, ແຕ່ຍັງຢຸດຊື້ຂອງຂວັນທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນນີ້.

ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ, ມາເພື່ອຄວາມຮັກ  - ảnh 2(ເຂົ້າເໝົ້າເປັນຂອງຕ້ອນຂອງຝາກ)

ໃນລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ, ຂໍພຽແຕ່ມີເຂົ້າເໝົ້າເລັກຫນ້ອຍ, ຊາໝາກນາວ 1 ຈອກ ແລະ ລົມພັດຄ່ອຍ ກໍ່ເຮັດໃຫ້ຮູ້ສຶກສະບາຍໃຈຫຼາຍແລ້ວ.

ເມື່ອຜູ້ຂາຍເຂົ້າເໝົ້າຍ່າງໄປຜ່ານ, ຂ້າພະເຈົ້າຮູ້ສຶກໄດ້ເຖິງກິ່ນຫອມຂອງມັນ. ສະນັ້ນ ຂ້າພະເຈົ້າຄິດວ່າ ໄດ້ຮອດລະດູໃບໄມ້ຫຼົ່ນແລ້ວ. ຄອບຄົວຂອງຂ້າພະເຈົ້າມັກຊື້ເຂົ້າເໝົ້າກິນ, ຊື້ເພື່ອເປັນຂອງຕ້ອນຂອງຝາກ ໃຫ້ພໍ່ເຖົ້າແມ່ເຖົ້າ, ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນທີ່ຢູ່ຫ່າງໄກ.

 ລະດູໃບໄມ້ຫຼົ່ນຂອງ ຮ່າໂນ້ຍ ແມ່ນລະດູທີ່ສົມໃຫ້ແຂກທ່ອງທ່ຽວມາທ່ຽວຄັ້ງໜຶ່ງ, ເພື່ອຮັບຮູ້ໄດ້ເຖິງ ຄວາມຮູ້ສຶກຕົວຈິງ. ຄວາມງາມ ແລະ ຄວາມໂລແມນຕິກຂອງ ຮ່າໂນ້ຍ ສືບຕໍ່ເກາະກ່າຍກັນໃນຕະຫຼອດມື້, ເຮັດໃຫ້ທຸກຄົນມີຄວາມຮັກຕໍ່ ຮ່າໂນ້ຍ ຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ