ລາຍການ “ແມ່ລ້ຽງ - ເຊື່ອມຕໍ່ຄວາມຮັກແພງ” ເບິ່ງແຍງດູແລເດັກກ່ຳພ້າ

(VOVWORLD) -ລາຍການແມ່ນມຸ່ງໄປເຖິງເປົ້າໝາຍ “ເດັກກ່ຳພ້າປະສົບກັບຄວາມຫຍຸ້ງຍາກລ້ວນແຕ່ໄດ້ຮັບການລ້ຽງດູ, ເບິ່ງແຍງດູແລ, ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ", ເດັກຫຼາຍຄົນໄດ້ກິນອີ່ມ, ນຸ່ງອຸ່ນ, ໄດ້ຮັບຄວາມຮັກແພງ
ລາຍການ “ແມ່ລ້ຽງ - ເຊື່ອມຕໍ່ຄວາມຮັກແພງ” ເບິ່ງແຍງດູແລເດັກກ່ຳພ້າ - ảnh 1(ນ້ອງ ຫງວຽນທິມີລິງ, ໄດ້ຮັບການອຸ້ມຊູຊ່ວຍເຫຼືອ, ໄດ້ຮັບຄວາມຮັກແພງຈາກຫຼາຍຄົນ)

ສະຫະພັນແມ່ຍິງແຂວງ ກວາງບິ່ງ ໄດ້ຜັນຂະຫຍາຍລາຍການ “ແມ່ລ້ຽງ - ເຊື່ອມຕໍ່ຄວາມຮັກແພງ” ນັບແຕ່ຕົ້ນປີມາຮອດປະຈຸບັນ ໄດ້ໜູນຊ່ວຍເບິ່ງແຍງ, ລ້ຽງດູເດັກກ່ຳພ້າຫຼາຍຄົນໃນບໍລິເວນແຂວງ. ລາຍການແມ່ນມຸ່ງໄປເຖິງເປົ້າໝາຍ “ເດັກກ່ຳພ້າປະສົບກັບຄວາມຫຍຸ້ງຍາກລ້ວນແຕ່ໄດ້ຮັບການລ້ຽງດູ, ເບິ່ງແຍງດູແລ, ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ", ເດັກຫຼາຍຄົນໄດ້ກິນອີ່ມ, ນຸ່ງອຸ່ນ, ໄດ້ຮັບຄວາມຮັກແພງ ແລະ ສືບຕໍ່ປະຕິບັດຄວາມໄຝ່ຝັນຂອງຕົນບົນເສັ້ນທາງການຮ່ຳຮຽນ. ສະຫະພັນແມ່ຍິງແຂວງ ກວາງບິ່ງ ພວມສືບຕໍ່ປຸກລະດົມການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງທົ່ວສັງຄົມ, ປະຊາຄົມເພື່ອຮັບລ້ຽງເດັກກ່ຳພ້າທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ນ້ອງ ຫງວຽນທິມີລິງ, ຢູ່ຕາແສງ ຫວ້ານແຈັກ, ເມືອງ ໂບແຈັກ, ແຂວງ ກວາງບິງ ແມ່ນໜຶ່ງໃນຈຳນວນເດັກກ່ຳພ້າ 900 ຄົນ ຢູ່ແຂວງ ກວາງບິ່ງ. ນ້ອງກ່ຳພ້າພໍ່ແມ່ ແລະ ໄດ້ຢູ່ກັບແມ່ຍ່າມາແຕ່ນ້ອຍ. ຫວ່າງແລ້ວນີ້, ແມ່ຍ່າກໍ່ເສຍຊີວິດ, ຊີວິດການເປັນຢູ່ຂອງນ້ອງ ລິງ ຍິ່ງປະສົບກັບຄວາມຫຍຸ້ງຍາກຂຶ້ນຕື່ມ ນັບທັງດ້ານວັດຖຸ ແລະ ຈິດໃຈ. ເຖິງຢ່າງໃດກໍ່ຕາມ, ໃນຈຸດເວລາໝົດຫວັງທີ່ສຸດ, ນ້ອງ ລິງ ໄດ້ຮັບການອຸ້ມຊູຊ່ວຍເຫຼືອ, ໄດ້ຮັບຄວາມຮັກແພງຈາກແມ່ຕູ້ ຫງວຽນທິກຽນ ດຳລົງຊີວິດຢູ່ໃກ້ກັບເຮືອນຂອງນ້ອງ. ຄາວຍັງເປັນເດັກ ແມ່ຕູ້ ກຽນ ກໍ່ເປັນເດັກກ່ຳພ້າຄືກັນ ສະນັ້ນຈຶ່ງເຂົ້າໃຈນ້ອງ ລິງ ໄດ້ດີ, ຍ້ອນເຫດນັ້ນ, ແຕ່ລະມື້, ແມ່ຕູ້ຈຶ່ງທຽວ ມາເບິ່ງແຍງດູແລ, ຊ່ວຍເຫຼືອນ້ອງ ລິງ ຄືດັ່ງລູກຫຼານຂອງຕົນ. ນ້ອງ ຫງວຽນທິມີລິງ, ແບ່ງປັນວ່າ:

“ແຕ່ລະມື້, ຕອນເຊົ້ານ້ອງໄປຮຽນ, ຕອນທ່ຽງກັບມາແຕ່ງກິນຢູ່ເຮືອນ, ແລ້ວຮອດຕອນແລງນ້ອງກໍ່ໄປລ້ຽງງົວ. ເຮັດຫຍັງກໍ່ມີແຕ່ຜູ້ດຽວ. ແຕ່ນ້ອງກໍ່ໄດ້ຮັບການຊ່ວຍເຫຼືອຈາກຍາດຕິພີ່ນ້ອງ, ຄົນໃນບ້ານ. ແມ່ຕູ້ ກຽນ ໄດ້ເອົາຂອງກິນໃຫ້ນ້ອງເປັນປະຈຳ. ແມ່ຕູ້ ບໍ່ພຽງແຕ່ເປັນຄົນບ້ານໃກ້ເຮືອນຄຽງເທົ່ານັ້ນ ແຕ່ຍັງປຽບເໝືອນດັ່ງແມ່ຍ່າຄີງຂອງນ້ອງອີກດ້ວຍ”.

ຄວາມເຈັບປວດຍ້ອນພໍ່ແມ່ເສຍຊີວິດ ເຮັດໃຫ້ພວກເດັກນ້ອຍຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນເລື່ອງຜ່ານຜ່າຄວາມເຈັບປວດທາງດ້ານຈິດໃຈ.ເຂົາເຈົ້າຕ້ອງການຄວາມເອົາໃຈໃສ່ເປັນພິເສດ ແລະ ຕ້ອງການຄວາມຊ່ວຍເຫຼືອ, ເບິ່ງແຍງດູແລຢ່າງຮອບດ້ານໃນເວລາຍາວນານ. ປະຈຸບັນ, ໃນບໍລິເວນແຂວງ ກວາງບິ່ງ  ມີເດັກກ່ຳພ້າກວ່າ 900 ຄົນ, ໃນນັ້ນ 400 ຄົນແມ່ນປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຕ້ອງໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອ. ໃນໄລຍະຜ່ານມາ, ລາຍການ “ແມ່ລ້ຽງ - ເຊື່ອມຕໍ່ຄວາມຮັກແພງ” ໂດຍສະຫະພັນແມ່ຍິງທຸກຂັ້ນຢູ່ແຂວງ ກວາງບິ່ງ ປະຕິບັດ ໄດ້ລະດົມແຫຼ່ງກຳລັງຫຼາຍຢ່າງເພື່ອໜູນຊ່ວຍ, ເບິ່ງແຍງດູແລເດັກກ່ຳພ້າ ທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ແລະ ສາຍເຫດອື່ນ. ທ່ານ ໂຮ່ບາວລອງ, ຫົວໜ້າບໍລິສັດລົງທຶນພັດທະນາ ອານຟາດ, ເຊິ່ງເປັນຫົວໜ່ວຍທີ່ຮ່ວມເດີນທາງກັບລາຍການ “ແມ່ລ້ຽງ - ເຊື່ອມຕໍ່ຄວາມຮັກແພງ” ໃນໄລຍະຜ່ານມາ ໃຫ້ຮູ້ວ່າ: ຜ່ານຮູບການມອບປື້ມເງິນຝາກປະຢັດ, ທາງບໍລິສັດປາດຖະໜາຢາກຮ່ວມເດີນທາງກັບເດັກກ່ຳພ້າເພື່ອໃຫ້ເຂົາເຈົ້າມີມານະຈິດໃນການດຳລົງຊີວິດຕື່ມອີກ.

“ພວກຂ້າພະເຈົ້າກໍ່ຄືຜູ້ໃຈບຸນໃຈກຸສົນທັງຫຼາຍ ລ້ວນແຕ່ຢາກປະກອບສ່ວນເລັກໆນ້ອຍໆຂອງຕົນເພື່ອຊ່ວຍໃຫ້ພວກເດັກກ່ຳພ້າຜ່ານຜ່າຄວາມອາພັບ, ເຈັບປວດເສຍຫາຍ. ຈາກນັ້ນ, ຊ່ວຍໃຫ້ເຂົາເຈົ້າມີອະນາຄົດອັນດີງາມກວ່າ, ມີຊີວິດທີ່ສົດໃສກວ່າ”.

ລາຍການ “ແມ່ລ້ຽງ - ເຊື່ອມຕໍ່ຄວາມຮັກແພງ” ເບິ່ງແຍງດູແລເດັກກ່ຳພ້າ - ảnh 2(ລາຍການໄດ້ນຳມາເຊິ່ງປະສິດທິຜົນ, ປະກອບສ່ວນບັນເທົາຄວາມເຈັບປວດ, ສ້າງບ່ອນອີງຢ່າງໜັກແໜ້ນເພື່ອຊ່ວຍເດັກກ່ຳພ້າຜ່ານຜ່າສະພາບການນີ້ໄປໄດ້)

ນອກຈາກເລື່ອງຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນໃຫ້ການຊ່ວຍເຫຼືອແລ້ວ, ສະຫະພັນແມ່ຍິງທຸກຂັ້ນກໍ່ຜັນຂະຫຍາຍຮູບແບບພັດທະນເສດຖະກິດ, ເກັບຂີ້ເຫຍື່ອມາຜະລິດຄືນໃໝ່… ເພື່ອມີແຫຼ່ງເງິນປະກອບສ່ວນເຂົ້າໃນກອງທຶນໜູນຊ່ວຍເດັກກ່ຳພ້າຕື່ມອີກ.

ລາຍການ “ແມ່ລ້ຽງ - ເຊື່ອມຕໍ່ຄວາມຮັກແພງ” ໄດ້ຮັບການຜັນຂະຫຍາຍດ້ວຍ 2 ຮູບການ ທີ 1 ແມ່ນ, ເປັນແມ່ລ້ຽງໂດຍກົງ: ບັນດາອົງການຈັດຕັ້ງ, ໝູ່ຄະນະ, ສ່ວນບຸກຄົນຮັບເດັກມາເບິ່ງແຍງດູແລຢູ່ເຮືອນທີ່ຕົນເອງພວມດຳລົງຊີວິດຢູ່; ທີ່ 2 ແມ່ນການໜູນຊ່ວຍທາງອ້ອມ: ຮັບເບິ່ງແຍງດູແລຜ່ານອົງການຈັດຕັ້ງສະຫະພັນແມ່ຍິງຢູ່ທ້ອງຖິ່ນ ຫຼື ຜ່ານຜູ້ລ້ຽງດູແທນ. ມາຮອດປະຈຸບັນ, ມີເດັກກ່ຳພ້າ 150 ຄົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໄດ້ຮັບການໜູນຊ່ວຍ ດ້ວຍຈຳນວນເງິນສະໜັບສະໜູນປະມານ 4 ຕື້ດົ່ງ. ເມື່ອສະຫຼຸບ 3 ເດືອນທຳອິດທີ່ຜັນຂະຫຍາຍລາຍການ, ທ່ານນາງ ຢຽບທິມິງກວຽດ, ປະທານສະຫະພັນແມ່ຍິງແຂວງ ກວາງບິ່ງ ໃຫ້ຮູ້ວ່າ:

“ລາຍການ “ແມ່ລ້ຽງ - ເຊື່ອມຕໍ່ຄວາມຮັກແພງ” ໄດ້ຮັບການຮ່ວມເດີນທາງ, ສະໜັບສະໜູນນັບທັງດ້ານວັດຖຸ, ຈິດໃຈຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນ. ນີ້ແມ່ນແຫຼ່ງລະດົມກຳລັງໃຈທີ່ຕັ້ງໜ້າສຳລັບພວກເດັກກ່ຳພ້າ ແລະ ກໍ່ແມ່ນກຳລັງໜູນເພື່ອໃຫ້ສະຫະພັນແມ່ຍິງແຂວງ ກວາງບິ່ງ ແຜ່ຂະຫຍາຍການກະທຳອັນສູງສົ່ງນີ້”.

ປະຈຸບັນ, ດ້ວຍການປະກອບສ່ວນຈາກສັງຄົມ, ການຮ່ວມແຮງຮ່ວມໃຈຈາກປະຊາຄົມ, ລາຍການໄດ້ຮັບເງິນໜູນຊ່ວຍກວ່າ 9,1 ຕື້ດົ່ງ. ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງແຂວງໄດ້ວາງເປົ້າໝາຍຂົນຂວາຍແຫຼ່ງເງິນຕື່ມອີກເພື່ອໜູນຊ່ວຍເດັກກ່ຳພ້າລວມທັງໝົດ 400 ຄົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງ. ການຜັນຂະຫຍາຍໃນເບື້ອງຕົ້ນ, ລາຍການໄດ້ນຳມາເຊິ່ງປະສິດທິຜົນ, ປະກອບສ່ວນບັນເທົາຄວາມເຈັບປວດ, ສ້າງບ່ອນອີງຢ່າງໜັກແໜ້ນເພື່ອຊ່ວຍເດັກກ່ຳພ້າຜ່ານຜ່າສະພາບການນີ້ໄປໄດ້, ສືບຕໍ່ກ້າວເດີນບົນເສັ້ນທາງໃນອະນາຄົດ./.

ຕອບກັບ

ຂ່າວ/ບົດ​ອື່ນ