ລາຍການສະແດງສິລະປະ: ບົດເພງທີ່ບໍ່ອາດຫຼົງລືມໄດ້

(VOVWORLD) - ເມື່ອຮອດເດືອນທັນວາຂອງທຸກປີ, ພວກເຮົາມຸ່ງໄປສູ່ການຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (ຄືວັນທີ 22 ທັນວາ) ມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍແທດຈິງໄດ້ຮັບການຈັດຂຶ້ນຢູ່ຫຼາຍທ້ອງຖິ່ນ, ນະຄອນ ໃນທົ່ວປະເທດຄື: ລາຍການສະແດງສິລະປະ, ສັບປະດາສາຍຮູບເງົາ, ງານວາງສະແດງພາບຖ່າຍ, ເອກະສານ…ພິເສດໃນເດືອນທັນວານີ້, ຢູ່ຮ່າໂນ້ຍໄດ້ຈັດລາຍການສະແດງສິປະລະດ້ວຍຂອບຂະໜາດໃຫຍ່ທີ່ມີຫົວຂໍ້ວ່າ: “ບົດເພງທີ່ບໍ່ອາດຫຼົງລືມໄດ້” ເຊິ່ງໄດ້ດຳເນີນຢູ່ສູນກະຈາຍສຽງ - ໂທລະພາບກອງທັບ, ເຮືອນເລກທີ 165 ຖະໜົນ ຊ໊າດ່ານ, ເມືອງດົ໊ງດາ, ຮ່າໂນ້ຍ ດ້ວຍລາຍການສະແດງສີລະປະເກືອບ 20 ລາຍການ ເຊິ່ງເຊີດຊູພັກ, ລຸງໂຮ່, ກອງທັບປະຊາຊົນ ຫວຽດນາມ ແລະ ຄວາມຮັກບ້ານເກີດເມືອງນອນປະເທດຊາດ. ບົດສາລະຄະດີຂອງນັກຂ່າວແທັງນາມດ້ວຍຫົວຂໍ້ວ່າ: ລາຍການສະແດງສິລະປະ: ບົດເພງທີ່ບໍ່ອາດຫຼົງລືມໄດ້. ເຊີນທ່ານຕິດຕາມຮັບຟັງ.

ລາຍການສະແດງສິລະປະ: ບົດເພງທີ່ບໍ່ອາດຫຼົງລືມໄດ້ - ảnh 1ລາຍການສະແດງສິລະປະ: ບົດເພງທີ່ ບໍ່ອາດຫຼົງລືມໄດ້ (ພາບ: qpvn.vn) 

ນັກຮົບຄົນນັ້ນ, ຈຸບິນເຮົາບິນຂຶ້ນຟ້າ, 5 ອ້າຍນ້ອງໃນລົດຖັງຄັນໜຶ່ງ…ແມ່ນບັນດາບົດເພງທີ່ຍືນຍົງຄົງຕົວໄປກັບການເວລາ, ໄດ້ຝັງເລິກຢູ່ໃນດວງໃຈຂອງປະຊາຊົນໝົດທຸກຄົນ ກໍ່ຄືນັກຮົບ, ກອງທັບຫວຽດນາມ ໃນຫຼາຍປີທີ່ຜ່ານມາ. ຈຸດພິເສດຂອງລາຍການຄັ້ງນີ້ເມື່ອທຽບໃສ່ກັບບັນດາລາຍການສະແດງສິລະປະຄັ້ງຕ່າງໆນັ້ນແມ່ນ ບັນດາບົດເພງໃນລາຍການລ້ວນແຕ່ໄດ້ສະແດງກັບວົງດົນຕີປະສານສຽງ. ທ່ານພັນຕີ ດຶກຈ໊ຽນ, ຮອງຫົວໜ້າ ກອງສະແດງສິປະລະຂອງ ເຫຼົ່າທັບປ້ອງກັນອາກາດແບ່ງປັນວ່າ:

ເມື່ອຮັບຄຳເຊີນໄດ້ເຂົ້າຮ່ວມລາຍການ “ບົດເພງທີ່ບໍ່ອາດຫຼົງລືມໄດ້” ແລະ ໄດ້ຮັບໜ້າທີ່ສະແດງບົດເພງ “ຈຸບິນເຮົາບິນຂຶ້ນຟ້າ”, ອ້າຍນ້ອງໃນກຸ່ມນັກຮ້ອງ ຜູ້ໃດກໍ່ຮູ້ສຶກພາກພູມໃຈທີ່ສຸດ. ແຕ່ກ່ອນຈົນມາຮອດດຽວນີ້, ຢູ່ໃນກອງນັ້ນພວກຂ້າພະເຈົ້າກໍ່ໄດ້ສະແດງກັບຫຼາຍວົງດົນຕີມາແລ້ວ, ແຕ່ຄັ້ງນີ້ແມ່ນຄັ້ງທຳອິດ ທີ່ໄດ້ຮ້ອງເພງກັບວົງດົນຕີປະສານສຽງ.

ວັນທີ 22 ທັນວາ, ໃນຂະນະທີ່ ທົ່ວປະເທດລ້ວນແຕ່ ສະແດງຄວາມຊົມເຊີຍ, ເຊີດຊູບັນດາທະຫານລຸງໂຮ່ໃນຫຼາຍປີຜ່ານມານັ້ນ, ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ກໍ່ແມ່ນທະຫານ, ກໍ່ສົມໄດ້ຮັບການເຊີດຊູໃນວັນນີ້. ນັ້ນແມ່ນການແບ່ງປັນຂອງທ່ານພັນເອກ ຈິ້ງຕຸ່ງເລິມ, ຮອງຫົວໜ້າສູນກະຈາຍສຽງ - ໂທລະພາບ ກອງທັບ:

ພຽງແຕ່ຄິດເທົ່ານັ້ນ, ບັນດາຜູ້ຈັດທຳລາຍການກໍ່ຢາກເຮັດໃຫ້ລາຍການສະແດງສິປະລະອອກມາດີທີ່ສຸດ, ມ່ວນທີ່ສຸດ ແລະ ທຸກໆຄົນລ້ວນແຕ່ໄດ້ສຸມຈິດສຸມໃຈເພື່ອສ້າງລາຍການໃຫ້ມ່ວນ, ສຸດທ້າຍພວກຂ້າພະເຈົ້າໄດ້ເລືອກເອົາລາຍການສະແດງສິລະປະທີ່ມີຊື່ວ່າ “ບົດເພງທີ່ ບໍ່ອາດຫຼົງລືມໄດ້”.

ດ້ວຍຈິດໃຈປະຕິບັດວຽກງານຢ່າງເຂັ້ມງວດ, ຄະນະຈັດຕັ້ງລາຍການ “ບົດເພງທີ່ບໍ່ອາດຫຼົງລືມໄດ້” ໄດ້ເຊື້ອເຊີນເອົານັກດົນຕີ, ນັກຮ້ອງ, ນັກສິລະປິນແຖວໜ້າຫວຽດນາມຄື: ນັກແຕ່ງເພງ ເຈິ່ນແມັ້ງຮຸ່ງ,  ຜູ້ບັນຊາວົງດົນຕີ ເຈິ່ນກວາງວິງ ແລະ ນັກສິລະປິນຂອງ ວົງດົນຕີເສບປະສານສຽງໃນທົ່ວປະເທດເຂົ້າຮ່ວມ ເພື່ອສ້າງລາຍການສະແດງສິປະລະໃຫ້ມ່ວນແລະສ້າງຄວາມປະທັບໃຈຕໍ່ຜູ້ຊົມ. ແຕ່ວ່າ ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ໃນຕະຫຼອດໄລຍະກະກຽມເປັນເວລາ 3 ເດືອນ, ສະມາຊິກໝົດທຸກຄົນຂອງ ວົງດົນຕີປະສານສຽງ ແລະ ຜູ້ເຂົ້າຮ່ວມລາຍການ ໄດ້ສຸມສະຕິປັນຍາເຫື່ອແຮງໃສ່ລາຍການຫຼາຍທີ່ສຸດ. ລາຍການໄດ້ເຮັດໃຫ້ ທ່ານຜູ້ຟັງ, ຜູ້ຊົມມີຄວາມຮູ້ສຶກແຕກຕ່າງກັນໄປ ເປັນຕົ້ນແມ່ນ: ເຈັບປວດ, ສະຫງ່າອົງອາດ...ທ່ານ ຟ້າມຕ໊ຽນທວັດ, ນັກຮົບເກົ່າໃຫ້ຮູ້ວ່າ:

          ນີ້ແມ່ນຄັ້ງທີ 3, ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການບົດເພງທີ່ບໍ່ອາດຫຼົງລືມໄດ້”, ແຕ່ຍາມໃດກໍຮູ້ສຶກຊາບຊຶ້ງໃຈທີ່ສຸດ. ຂໍຂອບໃຈ ພັກ ແລະ ລັດທີ່ໄດ້ຈັດລາຍການທີ່ເຕັມໄປດ້ວຍຄວາມໝາຍຄືນີ້ ໃຫ້ພວກຂ້າພະເຈົ້າ.

ບໍ່ຄືທຸກໆປີ, ປີນີ້ ນອກຈາກນັກຮ້ອງ, ນັກສິລະປະທີ່ມີຊື່ສຽງແລ້ວ, ລາຍການສະແດງສະລະປະ “ບົດເພງທີ່ບໍ່ອາດຫຼົງລືມໄດ້” ຍັງມີການເຂົ້າຮ່ວມຂອງນັກຮຽນດີເດັ່ນທີ່ມາຈາກໂຮງຮຽນສິລະປະແຖວໜ້າໃນທົ່ວປະເທດຕື່ມອີກ. ເພື່ອນ ຫງວຽນທິຢ້ຽມ, ສະມາຊິກຂອງ ວົງດົນຕີປະສານສຽງ ໂຮງຮຽນສ້າງຄູສິລະປະສູນກາງໃຫ້ຮູ້ວ່າ:

ນ້ອງຮູ້ສຶກເອກອ້າງທະນົງໃຈທີ່ສຸດ ເມື່ອໄດ້ຂັບຮ້ອງບັນດາບົດເພງຂອງ ອະດີດນັກດົນຕີ ແລະ ນັກດົນຕີທີ່ມີຊື່ສຽງ, ບົດເພງໄດ້ເຊີດຊູນັກວິລະຊົນແຫ່ງຊາດ, ພາຍຫຼັງເຂົ້າຮ່ວມລາຍການນ້ອງກໍ່ຮູ້ສຶກເອກອ້າງທະນົງໃຈຕໍ່ສາຍເລືອດວິລະຊົນຂອງຕົນ

ພາຍຫຼັງຈັດຕັ້ງມາເປັນເວລາ 5 ປີ, ລາຍການ “ບົດເພງທີ່ບໍ່ອາດຫຼົງລືມໄດ້” ໄດ້ຮັບການຕອບສະໜອງຈາກທ່ານຜູ້ຟັງຜູ້ຊົມ, ໄດ້ຮັບການຕີລາຄາສູງຈາກນັກວິຊາການ ແລະ ຍິ່ງໄປກ່ວານັ້ນ, ລາຍການຍັງນຳເອົາຄວາມພາກພູມໃຈມາໃຫ້ ຍາດຕິພີ່ນ້ອງ, ບັນດາຜູ້ເປັນແມ່, ເປັນເມຍຂອງ ທະຫານເສຍສະຫຼະຊີວິດເພື່ອຊາດ. ທ່ານ ພັນເອກ ຈິ່ງຕຸ່ງເລິມໃຫ້ຮູ້ຕື່ມອີກວ່າ:

ພວກຂ້າພະເຈົ້າຢາກນຳລາຍການໄປສະແດງຢູ່ທຸກແຖບຖິ່ນໃນທົ່ວປະເທດ ແລະ ຍິ່ງກ່ວານັ້ນ ແມ່ນຢາກໄປ ສະແດງຢູ່ປະເທດລາວ ແລະ ກຳປູເຈຍ ເຊິ່ງແມ່ນສະຖານທີ່ຍັງມີອັຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດນັບຫຼາຍລ້ານຊຸດຍັງຢູ່ນັ້ນ. ດ້ວຍສາຍພົວພັນພິເສດຂອງສາມປະເທດອິນດູຈິນ, ພວກເຮົາຈະນຳເອົາລາຍການນີ້ໄປສະແດງຢູ່ສອງປະເທດດັ່ງກ່າວ ເພື່ອເຊີດຊູນ້ຳໃຈສາມັກຄີ ແລະ ຄວາມເສສະຫຼະຊີວິດເພື່ອຊາດຂອງທະຫານລຸງໂຮ່ຢູ່ ດິນແດນຂອງ 3 ປະເທດນີ້.

ປະເທດຊາດໄດ້ຜ່ານຜ່າການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ. ມີທະຫານຫວຽດນາມນັບຫຼາຍລ້ານຄົນ ໄດ້ເສຍສະຫຼະຊີວິດຂອງຕົນເພື່ອ ສັນຕິພາບ ເອກະລາດ ຂອງ ປະເທດ, ເພື່ອ ຄວາມເສລີ, ຜາສຸກ ຂອງປະຊາຊົນ. ດັ່ງນັ້ນ, ຍາມໃດພວກເຮົາ ກໍ່ຕ້ອງສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ອຸທິດເລືອດເນື້ອ ຂອງຕົນເພື່ອຊາດ ນັ້ນກໍ່ແມ່ນສານທີ່ມີຄວາມໝາຍຂອງ ລາຍການສະແດງສິລະປະ “ບົດເພງທີ່ບໍ່ອາດຫຼົງລືມໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ