ສ້າງ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) - ຕາມໝາກຜົນຈັດອັນດັບດັດຊະນີຫັນເປັນດີຈີຕອນປີ 2022, ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ປະກາດຫວ່າງມໍ່ໆມານີ້, ນະຄອນ ໂຮ່ຈີມິນ ໄດ້ບືນຕົວຂຶ້ນຢືນອັນດັບທີ 2 ໃນທົ່ວປະເທດ. ການທີ່ບັນລຸໄດ້ໝາກຜົນດັ່ງກ່າວ ກໍຍ້ອນໃນໄລຍະຜ່ານມາ, ທາງນະຄອນໄດ້ສຸມໃສ່ສ້າງຕົວເມືອງອັດສະລິຍະຕິດພັນກັບການຫັນເປັນດີຈີຕອນ ແລະ ເພີ່ມທະວີການພົວພັນແລກປ່ຽນລະຫວ່າງອຳນາດການປົກຄອງກັບປະຊາຊົນ, ສອດຄ່ອງກັບຂັ້ນຕອນສ້າງຕົວເມືອງອັດສະລິຍະຂອງນະຄອນ.
 
ສ້າງ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ສຳນັກງານຄະນະກຳມະການປະຊາຊົນຕາແສງ ດາກາວ (ພາບ: VOV)

ຕາແສງ ດາກາວ, ເມືອງ 1, ນະຄອນ ໂຮ່ຈີມິນ, ມີປະຊາຊົນປະມານ 25.000 ຄົນດຳລົງຊີວິດ ໂດຍໄດ້ແບ່ງອອກເປັນ 96 ໜ່ວຍ ແລະ 8 ຄຸ້ມບ້ານ. ນັບແຕ່ເມື່ອຫັນເປັນດີຈີຕອນ ແລະ ປະຕິບັດການຄຸ້ມຄອງຕົວເມືອງອັດສະລິຍະມາຮອດປັດຈຸບັນ, ຢູ່ສຳນັກງານຄະນະກຳມະການປະຊາຊົນຕາແສງ ບໍ່ປະກົດມີຮູບພາບປະຊາຊົນມາລຽນແຖວຍາວ ລໍຖ້າປະກອບເອກະສານອີກແລ້ວ…. ຈຳນວນຄົນມາພົວພັນວຽກງານໂດຍກົງຢູ່ສຳນັກງານຄະນະກຳມະການປະຊາຊົນຕາແສງໄດ້ຫຼຸດລົງເຄິ່ງໜຶ່ງ.

ປັດຈຸບັນ, ມີລະບຽບການບໍລິຫານ 50 ຢ່າງທີ່ຕາແສງ ດາກາວ ປະຕິບັດແບບອອນລາຍ ລະດັບ 3/4 ແລະ 4/4. ທ່ານປະທານຄະນະກຳມະການປະຊາຊົນຕາແສງ ກໍຄືບັນດາພະນັກງານຂອງຕາແສງ ກໍລ້ວນແຕ່ເຂົ້າຮ່ວມກຸ່ມ ສື່ສັງຄົມອອນລາຍ Zalo ຂອງຄຸ້ມບ້ານຕ່າງໆ. ດັ່ງນັ້ນ, ທຸກແຜນນະໂຍບາຍ, ນະໂຍບາຍລ້ວນແຕ່ໄດ້ເຜີຍແຜ່ສູ່ປະຊາຊົນຢ່າງວ່ອງໄວ, ທັນການ ແລະ ມີປະສິດທິຜົນ. ກົງກັນຂ້າມ, ເມື່ອປະຊາຊົນມີຄວາມຕ້ອງການສ່ອງແສງທຸກບັນຫາໃນຊີວິດ ກໍລ້ວນແຕ່ຖືກສົ່ງເຖິງອຳນາດການປົກຄອງຕາແສງໄດ້ຢ່າງທັນທີ. ທ່ານ ໂດ້ຫືວເກື່ອງ, ປະທານຄະນະກໍາມະການປະຊາຊົນຕາແສງ ດາກາວ, ເມືອງ 1 ໃຫ້ຮູ້ວ່າ:

“ທຸກລະບຽບການບໍລິຫານ, ສຳເນົາເອກະສານ, ກິດຈະກຳໂຄສະນາເຜີຍແຜ່ໃນປັດຈຸບັນທາງຕາແສງລ້ວນແຕ່ຍູ້ແຮງການປະຕິບັດຢູ່ບັນດາພື້ນຖານດີຈີຕອນ, ເປັນຕົ້ນແມ່ນ: ເວັບໄຊ, ກຸ່ມ Zalo, ສື່ສັງຄົມອອນລາຍຕ່າງໆ…., ເພື່ອໃຫ້ບັນດາການເຄື່ອນໄຫວແຜ່ຂະຫຍາຍຢ່າງກວ້າງຂວາງ. ການຕອບກັບລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນໃນສື່ສັງຄົມອອນລາຍກໍວ່ອງໄວ, ປະຊາຊົນກໍໄດ້ເຂົ້າເຖິງການບໍລິການຢ່າງກະທັດລັດ ແລະ ໂດຍກົງ”.

ສ້າງ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 2ຕຳຫຼວດນະຄອນ ໂຮ່ຈີມິນ ແນະນຳປະຊາຊົນວິທີການນຳໃຊ້ບັນຊີພົນລະເມືອງເອເລັກໂຕນິກ (ພາບ: VOV)
ທ່ານ ຫງວຽນຫາຍຮຸ່ງ, ອາຍຸ 74 ປີ, ເປັນຫົວໜ້າໜ່ວຍຊຸມຊົນທີ 49, ຄຸ້ມ 4, ຕາແສງ ດາກາວ ນັບແຕ່ປີ 1980 ມາຮອດປັດຈຸບັນ. ບໍ່ຄືກັນກັບເມື່ອກ່ອນ, ປັດຈຸບັນ, ເມື່ອມີໜັງສື, ແຈ້ງການຈາກເທດສະບານທີ່ຮຽກຮ້ອງໃຫ້ຜັນຂະຫຍາຍສູ່ປະຊາຊົນ, ທ່ານເສຍເວລາພຽງແຕ່ປະມານ 30 ນາທີ ເພື່ອຊອກຮູ້, ຫັນບັນຫາຢ່າງລະອຽດ ແລ້ວສົ່ງເຂົ້າກຸ່ມ. ຕາມນັ້ນແລ້ວ, ບັນດາຄອບຄົວໃນບໍລິເວນ ກໍສາມາດກຳໄດ້ຂໍ້ມູນ ແລະ ປະຕິບັດ.

“ຂ້າພະເຈົ້າເຫັນວ່າ ເຮັດແບບນີ້ໄວຫຼາຍ, ໄວທົບຫຼາຍເທົ່າເມື່ອທຽບໃສ່ຕອນທີ່ຍັງບໍ່ທັນມີເຕັກໂນໂລຢີ. ປະຊາຊົນກໍດີໃຈ ແລະ ເພິ່ງພໍໃຈ. ເຮັດແບບນີ້ ແມ່ນນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ, ປະຊາຊົນໄດ້ຊົມໃຊ້ການບໍລິການທີ່ສະດວກ, ອຳນາດການປົກຄອງແຊກຊຶມຢ່າງທັນການ ແລະ ກຳແໜ້ນສະພາບການ ກໍຄືບັນຫາບໍລິເວນທີ່ຕົນຄຸ້ມຄອງໄດ້ຢ່າງວ່ອງໄວ ແລ້ວມີວິທີແກ້ໄຂບັນຫາໃຫ້ປະຊາຊົນໄດ້ຢ່າງທັນການ ແລະ ໄວກວ່າ”.

ກໍຄ້າຍຄືກັນກັບວິທີເຮັດຂອງຕາແສງ ດາກາວ, ຢູ່ທ້ອງຖິ່ນອື່ນໆຂອງນະຄອນ ໂຮ່ຈີມິນ, ການນຳໃຊ້ຂໍ້ມູນລວມເພື່ອແກ້ໄຂບັນດາຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ປະຕິບັດການບໍລິການສາທາລະນະແບບອອນລາຍໃນລະດັບ 3 ແລະ 4; ການໝູນໃຊ້ເຕັກໂນໂລຢີ, ສ້າງກຸ່ມ Zalo ໃຫ້ແຕ່ລະໜ່ວຍ ເພື່ອບໍລິຫານວຽກງານ, ຕິດຕໍ່ພົວພັນກັບປະຊາຊົນ ພວມໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ.

ເພື່ອສ້າງຕົວເມືອງອັດສະລິຍະ, ນະຄອນ ໂຮ່ຈີມິນ ໄດ້ປະກາດໃຊ້ຍຸດທະສາດບໍລິຫານຂໍ້ມູນຮອດປີ 2025 ແລະ ວິໄສທັດຮອດປີ 2030. ໄລ່ຮອດປັດຈຸບັນ, ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນນຳໜ້າໃນການປະຕິຮູບກົນໄກ ແລະ ການເຄື່ອນໄຫວຜັນຂະຫຍາຍອຳນາດການປົກຄອງດີຈີຕອນ.

ທາງນະຄອນໄດ້ຜັນຂະຫຍາຍ, ສ້າງຕັ້ງຂັ້ນຕອນແກ້ໄຂບັນດາລະບຽບການບໍລິຫານ, ເອກະສານຂອງທຸກອົງການ, ສຳນັກງານແຫ່ງລັດໃນສະພາບແວດລ້ອມດີຈີຕອນ, ນຳ 1.500 ການບໍລິການສາທາລະນະແບບອອນລາຍ ເຂົ້າເຄື່ອນໄຫວ, ບັນລຸອັດຕາເກືອບ 98% ໃນຈຳນວນລະບຽບການບໍລິຫານທັງໝົດ. ພິເສດ, ທາງນະຄອນ ຍັງສືບຕໍ່ສ້າງໃຫ້ສົມບູນແບບ ແລະ ກຸ່ມ 5 ຊອັບແວ ຮັບໃຊ້ວຽກງານຊີ້ນຳ, ບໍລິຫານອີກດ້ວຍ.

ສະເພາະໃນປີນີ້, ນະຄອນ ໂຮ່ຈີມິນ ໄດ້ກຳນົດຫົວຂໍ້ກ່ຽວກັບການສ້າງຕົວເມືອງອັດສະລິຍະ ແລະ ການຫັນເປັນດີຈີຕອນ ແມ່ນຂໍ້ມູນດີຈີຕອນ. ທາງນະຄອນກໍວາງອອກ 10 ໜ້າທີ່, ມາດຕະການຈຸດສຸມເພື່ອປະຕິບັດບັນດາເປົ້າໝາຍນັ້ນ. ທ່ານນາງ ຫວໍທິຈຸງຈິງ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

“ເມື່ອນະຄອນໄດ້ຍົກອອກແຜນການພັດທະນາຕົວເມືອງອັດສະລິຍະ ກໍເປັນເວລາທີ່ນະຄອນມຸ່ງໄປເຖິງຕົວເມືອງທີ່ສະໜອງການບໍລິການໃຫ້ແກ່ປະຊາຊົນເປັນຢ່າງດີທີ່ສຸດ. ຕາມນັ້ນແລ້ວ, ຖືປະຊາຊົນເປັນໃຈກາງໃນການປ່ຽນແປງຮູບແບບສະໜອງການບໍລິການສາທາລະນະ. ໃນໄລຍະປັດຈຸບັນ, ທາງນະຄອນໄດ້ເພີ່ມທະວີບັນດາຊ່ອງທາງຕິດຕໍ່ພວພັນລະຫວ່າງປະຊາຊົນກັບອຳນາດການປົກຄອງ, ອຳນາດການປົກຄອງ ແລະ ປະຊາຊົນ ເພື່ອເຮັດແນວໃດໃຫ້ຫຍັບມໍ່ເຂົ້າໃກ້ກັນກວ່າ, ເພື່ອໃຫ້ປະຊາຊົນໄດ້ຮັບການກະທົບຕອບ ແລະ ຕິດຕາມການເຄື່ອນໄຫວຂອງອຳນາດການປົກຄອງໄດ້ຢ່າງມີປະສິດທິຜົນ”.

ດ້ວຍບັນດານະໂຍບາຍທີ່ຂ້ຽວຂາດໃນການສ້າງຕົວເມືອງອັດສະລິຍະ, ຕິດພັນກັບການຫັນເປັນດີຈີຕອນ, ນະຄອນ ໂຮ່ຈີມິນ ໄດ້ ແລະ ພວມບືນຕົວຂຶ້ນໃນຕາຕະລາງຈັດອັນດັບດັດຊະນີຫັນເປັນດີຈີຕອນທົ່ວປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ