ສຽງເພງຫວຽດນາມ - ຄວາມເອກອ້າງທະນົງໃຈ ຫວຽດນາມ

(VOVWORLD) -ບັນດາບົດເພງເຂົ້າຮ່ວມງານປະກວດ “ສຽງເພງຫວຽດນາມ  - Let’s sing Vietnam” ໄດ້ຊ້ອນແຝງຄວາມຮັກຕໍ່ປະເທດຊາດ, ຄວາມເອກອ້າງທະນົງໃຈ ຫວຽດນາມ ທີ່ອົງອາດກ້າຫານຕໍ່ສູ້ຕ້ານ ໂລກລະບາດໂຄວິດ-19.

“ສຽງເພງຫວຽດນາມ - Let’s sing Vietnam” ແມ່ນຫົວຂໍ້ຂອງງານປະກວດສຽງເພງໂດຍພະແນກດົນຕີ, ວິທະຍຸກະຈາຍສຽງ ຫວຽດນາມ (VOV), ຈັດຂຶ້ນເປັນຄັ້ງທຳອິດໃນປີ 2021. ງານປະກວດແມ່ນເພື່ອຊອກຫາບົດເພງທີ່ມີຄຸນຄ່າທາງດ້ານສິລະປະສູງ, ຜ່ານນັ້ນ, ສົ່ງເສີມຂະບວນການແຕ່ງເພງຍ້ອງຍໍສັນລະເສີນບັນດາຜົນງານດ້ານການປ່ຽນແປງໃໝ່, ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ, ຊາວ ຫວຽດນາມ. ບັນດາບົດເພງເຂົ້າຮ່ວມງານປະກວດ “ສຽງເພງຫວຽດນາມ  - Let’s sing Vietnam” ໄດ້ຊ້ອນແຝງຄວາມຮັກຕໍ່ປະເທດຊາດ, ຄວາມເອກອ້າງທະນົງໃຈ ຫວຽດນາມ ທີ່ອົງອາດກ້າຫານຕໍ່ສູ້ຕ້ານ ໂລກລະບາດໂຄວິດ-19.

ສຽງເພງຫວຽດນາມ  - ຄວາມເອກອ້າງທະນົງໃຈ ຫວຽດນາມ - ảnh 1(ບົດເພງ “ຫວຽດນາມ ບ້ານເກີດເມືອງນອນຂອງຂ້ອຍ” ຮັບລາງວັນທີ 1 ໃນງານປະກວດ)

ບົດເພງ “ຫວຽດນາມ ບ້ານເກີດເມືອງນອນຂອງຂ້ອຍ”, ດ້ວຍເນື້ອຮ້ອງເອົາມາຈາກບົດກາບກອນຂອງ ເລຕຶມິງ, ໂດຍນັກດົນຕີ ຕ່າວຕວນເຟືອງ ແຕ່ງດົນຕີ. ນີ້ແມ່ນຜົນງານທີ່ໄດ້ຮັບລາງວັນທີ 1 ໃນງານປະກວດ “ສຽງເພງຫວຽດນາມ ”. ບົດເພງນີ້ໄດ້ສະແດງໃຫ້ເຫັນຄວາມຜູກພັນທີ່ໃກ້ຊິດ, ລຽບງ່າຍ. ນັກດົນຕີ ຕ່າວຕວນເຟືອງ, ແບ່ງປັນວ່າ.

“ສຳລັບບົດເພງນີ້, ພວກຂ້າພະເຈົ້າຢາກແນະນຳຄວາມສະຫງົບສຸກ, ຄວາມງາມຂອງ ຫວຽດນາມ. ນີ້ແມ່ນຄວາມປາດຖະໜາຂອງຂ້າພະເຈົ້າເອງ ແລະ ມີນັກດົນຕີຫຼາຍຄົນຢາກແຕ່ງເພງຍ້ອງຍໍສັນລະເສີນບ້ານເກີດເມືອງນອນ ເພື່ອແນະນຳຕໍ່ມະຫາຊົນ. Let’s sing Vietnam ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າເຮັດໄດ້ສິ່ງນັ້ນ ແລະ ຫວັງວ່າ ບັນດາບົດເພງໃໝ່ຈະສືບຕໍ່ໄດ້ຮັບການສືບທອດ, ແຕ່ງບັນດາບົດເພງມ່ວນໆ ດ້ວຍເນື້ອໃນຍ້ອງຍໍສັນລະເສີນປະເທດ ຫວຽດນາມ.”

ໂດຍຖືກຈັດຂຶ້ນເປັນຄັ້ງທຳອິດ, ແຕ່ງານປະກວດ “ Let’s sing Vietnam” ບໍ່ພຽງແຕ່ດຶງດູດການເຂົ້າຮ່ວມຂອງນັກດົນຕີຫຼາຍຄົນທີ່ມີຊື່ສຽງຂອງ ຫວຽດນາມ ຄື: ນັກດົນຕີ ຟ້າມມິງຕວນ, ນັກດົນຕີ ເຈືອງກວາງລຸກ, ນັກດົນຕີ ເລໄມ… ເທົ່ານັ້ນ, ແຕ່ຍັງມີນັກດົນຕີໜຸ່ມຫຼາຍຄົນໄດ້ເຂົ້າຮ່ວມ. ບັນດາບົດເພງເຕັມໄປດ້ວຍການລະດົມກຳລັງໃຈ, ໄດ້ແຕ່ງຂຶ້ນດ້ວຍຫຼາຍທຳນອງດົນຕີຂອງລຸ້ນໜຸ່ມຄື: pop, rock, jazz…

ດ້ວຍນ້ຳສຽງສູງ, ແຂງແຮງ, ຈັງວະໜຸ່ມແໜ້ນຂອງສຽງປະສານ EMD (ດົນຕີເອເລັກໂຕນິກ) ບົດເພງ “Amazing ຫວຽດນາມ - ຫວຽດນາມ ຍອດຢ້ຽມ”, ຂອງນັກດົນຕີໜຸ່ມ ແທ່ງລອງ ຢູ່ນະຄອນ ໂຮ່ຈີມິນ, ຍາດໄດ້ລາງວັນຊົມເຊີຍ, ອັນໄດ້ນຳມາເຊິ່ງບັນຍາກາດ, ຈິດໃຈຮ້ອນຫຸ່ມຟົດເດືອດ ແລະ ຕັດສິນໃຈເອົາໄຊຊະນະ. ນັກດົນຕີແຕ່ງເພງ ໄດ້ມີແຫຼ່ງບັນດານໃຈມາຈາກຊຸມມື້ທີ່ນະຄອນ ໂຮ່ຈີມິນ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຄັ່ງຕຶງ ແລະ ຄັບຂັນທີ່ສຸດ.

“ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ, ບັນດາແພດໝໍ ແລະ ກຳລັງອື່ນໆພວມອອກແຮງຕ້ານໂລກລະບາດ. ໃນສະພາບການນັ້ນ, ຂ້າພະເຈົ້າໄດ້ຮູ້ບຸນຄຸນທຸກຄົນ ແລະ ຢາກແຕ່ງເພງກ່ຽວກັບຜູ້ທີ່ໄດ້ອຸທິດສ່ວນ, ໂຄສະນາພາບພົດຂອງການທ່ອງທ່ຽວ, ປະເທດຊາດ ແລະ ຊາວ ຫວຽດນາມ ເພື່ອໃຫ້ເພື່ອນມິດຢູ່ 5 ທະວີບໃນທົ່ວໂລກ ໄດ້ຮູ້ຈັກເຖິງ ຫວຽດນາມ ວ່າ ເປັນປະເທດທີ່ມີຄວາມສຸດຍອດ”.

ໃນໄລຍະ 6 ເດືອນແຫ່ງການປຸກລະດົມງານປະກວດ, ແຕ່ວັນທີ 03 ກຸມພາ - 29 ສິງຫາ, ຄະນະຈັດຕັ້ງໄດ້ຮັບ 888 ບົດເພງ, ນອກຈາກຂອງນັກປະພັນທີ່ຢູ່ພາຍໃນປະເທດແລ້ວ, ຄະນະຈັດຕັ້ງກໍ່ໄດ້ຮັບບົດເພງຂອງຊາວຕ່າງປະເທດ ທີ່ພວມດຳລົງຊີວິດຢູ່ຫວຽດນາມ, ຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ຫຼາຍປະເທດໃນໂລກ ແລະ ມີທັງຊາວຕ່າງປະເທດ ກໍ່ໄດ້ສົ່ງເຂົ້າມາຮ່ວມງານປະກວດ. ນັກດົນຕີ ໂດ້ຮົ່ງກວນ, ປະທານສະພານັກດົນຕີ ຫວຽດນາມ, ຫົວໜ້າຄະນະກຳມະການໃນການມອບລາງວັນງານປະກວດ, ຖືວ່າ:

“ທີ່ງານປະກວດ, ຂ້າພະເຈົ້າເຫັນໄດ້ວ່າມີພື້ນຖານດົນຕີທີ່ເປັນມູນເຊື້ອໄດ້ຮັບການຢັ້ງຢືນ ແລະ ປະກົດມີວິຖີຂອງມັນ, ເຊິ່ງເອີ້ນວ່າແມ່ນພື້ນຖານຂອງດົນຕີແບບໃໝ່ ຫວຽດນາມ ໃນວົງການແຕ່ງເພງ. ພ້ອມກັນນັ້ນ, ກໍ່ຮັບຮູ້ບັນດາປັດໃຈໃໝ່. ບັນດາປັດໃຈນັ້ນທັງຖືກຕ້ອງກັບຈິດໃຈ, ທັງສົມທົບບັນດາຜົນງານກ້າວໜ້າທາງດ້ານເຕັກນິກ ແລະ ນັບທັງການປະສານສຽງ, ເຄື່ອງດົນຕີ. ບົນພື້ນຖານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພິເສດແມ່ນໃນຊຸມວັນເດືອນທີ່ຫຍຸ້ງຍາກໃນການແຍກຫ່າງສັງຄົມຍ້ອນໂລກລະບາດໂຄວິດ-19, ເລື່ອງເສີມຂະຫຍາຍຄຸນປະໂຫຍດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນດົນຕີ, ໄດ້ຊ່ວຍໃຫ້ການແຕ່ງເພງບັນລຸປະສິດທິຜົນ”.

ງານປະກວດ “ສຽງເພງຫວຽດນາມ  - Let’s sing Vietnam” ໄດ້ຈັດຂຶ້ນໃນຈຸດເວລາທີ່ປະເທດປະສົບກັບຄວາມຫຍຸ້ງຍາກ, ເສຍຫາຍຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ-19. ຍ້ອນເຫດນັ້ນ, ບັນດາບົດເພງຈຶ່ງມີເນື້ອໃນຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ, ຊາວ ຫວຽດນາມ ຍິ່ງມີອິດທິພົນ ແລະ ຜົນກະທົບຢ່າງສູງ. ພາຍຫຼັງງານປະກວດ, ບັນດາບົດເພງເຫຼົ່ານີ້ ຈະໄດ້ຈັດສ້າງຢ່າງລະອຽດ ແລະ ສະແດງຕໍ່ມະຫາຊົນຜ່ານຫຼຼາຍຊ່ອງຂອງ ວິທະຍຸກະຈາຍສຽງ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ