ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ເປີດ​ປະ​ຕູ​ຄືນ​ໃໝ່​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິໃໝ່

(VOVWORLD) -ພາຍຫຼັງປິດປະຕູມາໃນໄລຍະຍາວຕົ້ນເດືອນກຸມພາປີ 2022, ຫໍພິພິທະພັນຊົນເຜົ່າວິທະຍາຮ່າໂນ້ຍ ໄດ້ເປີດປະຕູຢ່າງເປັນທາງການຕາມແຜນນະໂຍບາຍກະຕຸກຊຸກຍູ້ການທ່ອງທ່ຽວຂອງນະຄອນຮ່າໂນ້ຍ ແລະ ລັດຖະບານ ຫວຽດນາມໃນການເປີດປະຕູຄັ້ງນີ້ຫໍພິພິທະພັນໄດ້ສ້າງຫຼາຍການບໍລິການທີ່ດຶງດູດໃຈ ເພື່ອຕອບສະໜອງຄວາມຕ້ອງການລະຫຼິ້ນບັນເທິງຂອງຊາວນະຄອນຫຼວງ ກໍ່ຄືແຂກທ່ອງທ່ຽວທີ່ຢາກຊອກຮູ້ ແລະ ຄົ້ນຫາວັດທະນະທຳຫວຽດນາມ.



ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ເປີດ​ປະ​ຕູ​ຄືນ​ໃໝ່​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິໃໝ່ - ảnh 1ແຂກທ່ອງທ່ຽວເຂົ້າຢ້ຽມຊົມຫໍພິພິທະພັນຊົນເຜົ່າວິທະຍາ (ພາບ: ຫໍພິພິທະພັນຊົນເຜົ່າວິທະຍາ)

ໂດຍເຄື່ອນໄຫວຕາມທິດນຳທີ່ວ່າ “ຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”, ດັ່ງນັ້ນໄປຄຽງຄູ່ກັບການກະຕຸກຊຸກຍູ້, ດຶງດູດແຂກທ່ອງທ່ຽວ, ຫໍພິພິທະພັນຍັງເອົາໃຈໃສ່ເປັນພິເສດເຖິງການຮັກສາຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ, ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດຄື: ສີດຢາຂ້າເຊື້ອໃນບໍລິເວນຫໍພິພິທະພັນຢ່າງເປັນປະຈຳ, ປະຕິບັດການວັດແທກອຸນຫະພຸມຮ່າງກາຍ, ບອກເຕືອນ ແຂກເຂົ້າຊົມ ປະຕິບັດການ Scan ລະຫັດ QR, ໃສ່ຜ້າອັດປາກອັດດັງ, ລ້າງມືຂ້າເຊື້ອ ແລະ ຮັກສາໄລຍະຫ່າງ… ທ່ານນາງ ປ.ທ ອານທູຈ່າ ຮອງຫົວໜ້າພະແນກ ມູນເຊື້ອ ແລະ ການສຶກສາ, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ໃຫ້ຮູ້ວ່າ:

ໃນວຽກງງານກະກຽມ, ຫໍພິພິທະພັນຍາມໃດກໍ່ຖືບັນຫາຄວາມປອດໄພຢູ່ແຖວໜ້າ. ທຳອິດແມ່ນການປະຕິບັດ 5 ປະການເປັນຢ່າງດີ ໂດຍໄດ້ນຳໃຊ້ສຳລັບພະນັກງານ ແລະ ແຂກທ່ອງທ່ຽວ ສຳລັບຈຳນວນແຂກທ່ອງທ່ຽວຕາມແຜນນະໂຍບາຍຂອງລັດ, ດ້ວຍຄະນະແຂກທ່ອງທ່ຽວທີ່ມີຈຳນວນຄົນຫຼາຍຕ້ອງແບ່ງເປັນຫຼາຍກຸ່ມ ແຕ່ລະກຸ່ມມີສະມາຊິກຫຼາຍສຸດແມ່ນ 20 ຄົນ.

ນອກຈາກບັນດາການເຄື່ອນໄຫວທີ່ມີຢູ່ແລ້ວ, ໃນໂອກາດນີ້, ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ຍັງຈັດຕັ້ງຜັນຂະຫຍາຍຫຼາຍການເຄື່ອນໄຫວໃໝ່ອ່ຽມ. ພົ້ນເດັ່ນແມ່ນການເຄື່ອນໄຫວລົງພຶດຕິກຳຕົວຈິງ ຜ່ານບັນດາອິນຊີຢູ່ຫ້ອງຄົ້ນຫາທີ່ທັນສະໄໝ. ຢູ່ທີ່ນີ້, ແຂກທ່ອງທ່ຽວຈະໄດ້ລົງພຶດຕິກຳຕົວຈິງກັບລະບົບນ້ຳສຽງພ້ອມກັບໜ້າຈໍທີ່ທັນສະໄໝ. ທ່ານນາງ ປ.ທ ອານທູຈ່າ ໃຫ້ຮູ້ຕື່ມອີກວ່າ:

ຢູ່ຫ້ອງຄົ້ນຫາ ທີ່ພວກຂ້າພະເຈົ້າຫານຳເຂົ້າເຄື່ອນໄຫວ, ພວກຂ້າພະເຈົ້າໄດ້ນຳໃຊ້ບັນດາວັດຖຸອຸປະກອນທີ່ທັນສະໄໝ ເພື່ອອາດຈະເພີ່ມທະວີການລົງພຶດຕິກຳຕົວຈິງໃຫ້ແກ່ແຂກທ່ອງທ່ຽວ. ຍົກຕົວຢ່າງຄື ການຊອກຮູ້ກ່ຽວກັບວັດທະນະທຳຂອງບັນດາຊົນເຜົ່າ ຫວຽດນາມ ແລະ ໃນໂລກ, ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍ່ມີໜ້າຈໍແບບສຳຜັດ ທີ່ຕິດກັບຫຼາຍການເຄື່ອນໄຫວຕ່າງໆໄປນຳ. ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວ, ພິເສດແມ່ນພວກນ້ອງນ້ອຍ ກໍ່ສາມາດເຂົ້າຮ່ວມບັນດາການເຄື່ອນໄຫວຄືແນວນີ້.

ບໍ່ພຽງແຕ່ເທົ່ານັ້ນ, ມາຢ້ຽມຢາມຫໍພິພິທະພັນ, ແຂກທ່ອງທ່ຽວຍັງມີໂອກາດໄດ້ຮຽນວິທີການພິມລວດລາຍດ້ວຍຂີ້ເຜີ້ງ ຂອງຊາວເຜົ່າມົ້ງ ຫຼືເຂົ້າຮ່ວມການລະຫຼິ້ນພື້ນເມືອງ. ພ້ອມກັນນັ້ນແມ່ນຮັບຟັງດົນຕີພື້ນເມືອງໃນຫ້ອງມັນທິມີເດຍ.

ຂ້າພະເຈົ້າດີໃຈຫຼາຍເມື່ອຫໍພິພິທະພັນເປີດປະຕູຄືນໃໝ່. ຂ້າພະເຈົ້າກໍ່ໄດ້ໄປທ່ຽວຢູ່ຫຼາຍແຫ່ງພາຍໃນປະເທດແລ້ວ ແຕ່ໂລກລະບາດໄດ້ຈຳກັດຫຼາຍສິ່ງຫຼາຍຢ່າງ, ດັ່ງນັ້ນ ການເປີດປະຕູຄືນໃໝ່ຂອງຫໍພິພິທະພັນ ເຮັດໃຫ້ເຮົາມີບ່ອນທີ່ຈະເລືອກໄປຕື່ມອີກ ເມື່ອມີຄວາມຕ້ອງການໄປຢ້ຽມຊົມ, ລະຫຼິ້ນບັນເທິງພາຍຫຼັງຊຸມວັນເຮັດວຽກທີ່ອິດເມື່ອຍ

ຫໍພິພິທະພັນແມ່ນບ່ອນທີ່ຂ້າພະເຈົ້າເລືອກໄປທຳອິດເມື່ອມີໂອກາດພັກການ, ຍ້ອນວ່າມັນນອນຢູ່ໃນບໍລິເວນນະຄອນຮ່າໂນ້ຍ ດັ່ງນັ້ນ ມີຄວາມສະດວກໃນການເດີນທາງໄປມາ, ນອກຈາກການສະໜອງຄວາມຮູ້ທີ່ມີຜົນປະໂຫຍດຫຼາຍຢ່າງ, ຫໍພິພິທະພັນຍັງມີການເຄື່ອນໄຫວລົງພຶດຕິກຳຕົວຈິງທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ພວກນ້ອງໆອີກດ້ວຍ.

ໄປຄຽງຄູ່ກັບບັນດາໂຄງການບູລິມະສິດໃຫ້ແກ່ແຂກທ່ອງທ່ຽວພາຍໃນປະເທດ, ຫໍພິພິທະພັນຍັງເປັນເຈົ້າການໃນການກະກຽມການຕ້ອນຮັບແຂກທ່ອງທ່ຽວສາກົນ ດ້ວຍທ່າໄດ້ປຽບທີ່ມີຢູ່ແລ້ວ ນັ້ນແມ່ນສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ຂອງແຂກທ່ອງທ່ຽວສາກົນ. ທ່ານນາງ ປ.ທ ອານທູຈ່າ ແບ່ງປັນຕື່ມອີກວ່າ:

ເຂດດຶງດູດແຂກທ່ອງທ່ຽວສາກົນຫຼາຍທີ່ສຸດແມ່ນ ເຂດ 54 ຊົນເຜົ່າຂອງ ຫວຽດນາມ ແລະ ເຂດຫໍພິພິທະພັນຢູ່ກາງແຈ້ງ, ຍ້ອນວ່າ ນີ້ແມ່ນສະຖານທີ່ແຂກທ່ອງທ່ຽວສາກົນ ຈະຢາກມາທຳອິດກ່ອນທີ່ຈະໄປທ່ຽວຢູ່ເຂດອື່ນໃນທົ່ວປະເທດ, ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ກ່ຽວກັບ 54 ຊົນເຜົ່າຂອງ ຫວຽດນາມ. ນອກຈາກນັ້ນ, ເຂດວາງສະແດງກາງແຈ້ງກໍ່ແມ່ນເຂດທີ່ດຶງດູດແຂກທ່ອງທ່ຽວ ຍ້ອນວ່າ ມັນມີທິວທັດທຳມະຊາດພິເສດພໍສົມຄວນ ດ້ວຍເຮືອນຢູ່ທີ່ເປັນເປັນກະລັກສະເພາະຂອງຂົນເຜົ່າ, ອາດເວົ້າໄດ້ວ່າເຮືອນແຕ່ລະຫຼັງຄືຫໍພິພິທະພັນຂະໜາດນ້ອຍ, ຢູ່ທີ່ນີ້ຍັງໄດ້ວາງສະແດງວັດຖຸພັນຂະໜາດນ້ອຍຢູ່ເຂດດຳເນີນຊີວິດໃນເຮືອນ ຜ່ານນັ້ນ ກໍ່ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງການດຳລົງຊີວິດຂອງແຕ່ລະຊົນເຜົ່າ.

ເພື່ອສຳຜັດກັບແຂກທ່ອງທ່ຽວສາກົນ, ຫໍພິພິທະພັນໄດ້ເປັນເຈົ້າການໃນການໂຄສະນາຜ່ານຊ່ອງທາງຕ່າງໆຄື: Facebook, Youtube, Instagram, trip of advice, website… ໃນນັ້ນ instragram ແມ່ນຊ່ອງທາງເຊິ່ງໄດ້ສຳຜັດກັບແຂກທ່ອງທ່ຽວສາກົນຫຼາຍທີ່ສຸດ. ນອກຈາກນັ້ນ, ທາງຫໍພິພິທະພັນຍັງເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວສາກົນ, ສົມທົບກັບ ພະແນກທ່ອງທ່ຽວຮ່າໂນ້ຍ ໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງເພື່ອສຳຜັດກັບແຂກທ່ອງທ່ຽວສາກົນ ໄດ້ຫຼາຍກ່ວາອີກ.

ດ້ວຍການເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງຂອງການນຳທຸກຂັ້ນຂອງຫໍພິພິທະພັນຊົນເຜົ່າວິທະຍາ ໃນການຍົກອອກບັນດາມາດຕະການ ແລະ ບັນດາຜະລິດຕະພັນລະອຽດທີ່ປອດໄພ ແລະ ເໝາະສົມກັບສະພາບການ, ເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກອຸ່ນອ່ຽນໃຈເມື່ອມາຫໍພິພິທະພັນ ແນ່ນອນວ່າໃນໄລຍະຈະມາເຖິງ ຫໍພິພິທະພັນຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຟື້ນຟູການທ່ອງທ່ຽວຂອງນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະ ປະເທດຫວຽດນາມ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ