ຫ້ອງຮຽນແຫ່ງຄວາມຮັກແພງເພື່ອຄວາມເປັນມະນຸດ

ແຕ່​ຫຼາຍ​ປີ​ມາ​ນີ້, ຫ້ອງ​ຮຽນດ້ວຍເນື້ອທີ່ 15ຕາແມດໃນບໍລິເວັນໂຮງວັດທະ ນະທຳຕາແສງ ເຕີນມາຍ ເມືອງຮ່ວາງມາຍ-ຮ່າໂນ້ຍ, ໄດ້ກາຍເປັນສະຖານທີ ລື້ງເຄີຍຂອງເດັກນ້ອຍທີ່ມີສະພາບຫຍຸ້ງຍາກ. ນີ້ແມ່ນຫ້ອງຮຽນແຫ່ງຄວາມ ຮັກແພງເພື່ອຄວາມເປັນມະນຸດຂອງເອື້ອຍຄູ ຫງວຽນທິໂກຍ ພ້ອຍດ້ວຍພວກ ນັກຮຽນພິການ, ໃນນັ້ນມີນັກຮຽນບາງຄົນຖືກຮັບຜົນສະທ້ອນຈາກສານພິດສີສົ້ມ ດິໂອຊິນ.

ຫ້ອງຮຽນແຫ່ງຄວາມຮັກແພງເພື່ອຄວາມເປັນມະນຸດ - ảnh 1
ຊົ່ວໂມງຮຽນໃນຫ້ອງຮຽນແຫ່ງຄວາມ ຮັກແພງ

   ໂດຍບໍ່ມີສຽງກອງເພື່ອບອກເຕືອນຊົ່ວໂມງຮຽນ, ແຕ່ຮອດເວລາ 8 ໂມງເຊົ້າ ຂອງທຸກວັນຈັນ, ອັງຄານ ແລະ ວັນພະຫັດປະຈຳອາທິດ, ພວກນັກຮຽນ ສັງກັດຫ້ອງຮຽນແຫ່ງຄວາມຮັກແພງໄດ້ຂຶ້ນຫ້ອງເພື່ອເລີ່ມຕົ້ນມື້ຮຽນໃໝ່. ຫ້ອງ ຮຽນມີໂຕະຕັ່ງ​ພຽງ 8 ຊຸດ​ເພື່ອ​ຮັບ​ໃຊ້​ນັກຮຽນ 15 ຄົນ​ເທົ່າ​ນັ້ນ. ​ໂຕະ​ຕັ່ງ​ຈຳນວນ​ນີ້ ​ແມ່ນ​ຂອງຂວັນ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຮ່ວາ​ງມາຍ. ສ່ວນ​ເອື້ອຍຄູ ຫງວຽນທິໂກຍ ​ໄດ້​ລົງທຶນ​ເອງ​ເພື່ອ​ຊື້​ປື້​ມອ່ານ, ປື້​ມຂຽນ​ເພື່ອ​ຊ່ວຍ​ພວກ​ນ້ອງ​ນັກຮຽນ​ປະ​ສົບ​ຄວາມ​ຫຍຸ້ງຍາກ​ໄດ້​ຮ່ຳ​ໄດ້ຮຽນ. ເອື້ອຍຄູ ຫງວຽນທິໂກຍ ​ໃຫ້​ຮູ້​ວ່າ :“ຂ້າພະ​ເຈົ້າ​ຮັບ​ສອນ​ພວກນ້ອງ ​ແມ່​ນ​ເລີ່​ມຈາກ​ຄວາມ​ຮັກ​ແພງກັບນັກຮຽນ, ຂ້າພະ​ເຈົ້າຄິດ​ວ່າ ສັງຄົມ​ມີ​ຄວາມ​ເອົາ​​ໃຈໃສ່ ​ແຕ່​ບໍ່​ມີ​ຜູ້​ສິດສອນ​​ໃກ້​ຊິດ​ຕິດ​ແທດ​ໂດຍ​ກົງ. ສຳລັບ ຂ້າພະ​ເຈົ້າ​ແລ້ວ, ທັງ​ເປັນ​ຜູ້​ມີ​ວິຊາ​ສະ​ເພາະ, ທັງ​ເຫັນ​ອົກ​ເຫັນ​ໃຈພວກ​ນ້ອງ​ນັກຮຽນ. ດັ່ງ​ນັ້ນ​ເມື່ອ​ໄດ້​ສິດສອນ​ພວກ​ນ້ອງ, ຂ້າພະ​ເຈົ້າດີ​ໃຈ​ຫຼາຍ​​ເພາະ​ຄິດ​ວ່າ​ພວກນັກຮຽນ​ໃນ​ຫ້ອງ​ກໍ​ປຽບ​ເໝືອນ​ລູກຫຼານຂອງ​ຕົນ. ຂ້າພະ​ເຈົ້າ ສອນພວກ​ນ້ອງ​ດ້ວຍ​ຄວາມ​ສຸດຈິດ​ສຸດ​ໃຈບໍ່​ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງຍາກ  ”​

    ເອື້ອຍຄູ ຫງວຽນທິໂກຍ ອະດີດ​ແມ່ນ​ຫົວໜ້າ​ອຳນວຍ​ການ​ໂຮງຮຽນ​ປະຖົມ ຮ່ວາ​ມວັນ​ຖຸ ​ເມືອງ ຮ່ວາ​ມມາຍ. ເອື້ອຍຄູ ຫງວຽນທິໂກຍ ມີ​ຄວາມ​ຜູກ​ພັນ​ກັບ​ຫ້ອງ​ຮຽນ​ນີ້​ເປັນ​ເວລາ​ເກືອບ 20 ປີ, ນາງ​ໄດ້​ຜ່ານ​ການສອນ​ນັກຮຽນຫຼາ​ຍຊຸດ. ​ໃນ​ຫ​້ອງຮຽນ​ປະຈຸ​ບັນ​ລວມມີ 15 ຄົນ, ​ໃນ​ນັ້ນມີ​ເຖິງ 12 ຄົນ​ຖືກ​ໂລກ​ຈິດ​ປັນຍາ​ອ່ອນ, ສວ່ນນັກຮຽນ 3 ຄົນ​ທີ່​ຍັງ​ເຫຼືອ​ແມ່ນ​ມີ​ສະພາບ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ພິ​ເສດ. ນັກຮຽນ ຝ້າ​ມຢິວລອງ ອາຍຸ 22 ປີ ຖືກ​ພະຍາດ​ປັນຍາ​ອ່ອນ​ໃຫ້​ຮູ້​ວ່າ

   “ ນ້ອງ​ຮູ້ສຶກ​ດີ​ໃຈ​ຫຼາຍ, ​ໄປ​ຮຽນ​ກໍ​ມີ​ເງື່ອນ​ໄຂ​ພົບ​ປະ ​ແລະ ມີ​ໝູ່​ຫຼາຍ​ຄົນ. ນ້ອງ​ຢູ່​ກັບ​ພໍ່ຕາ. ພໍ່ຕາ​ຂອງ​ນ້ອງ​​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກເອື້ອຍຄູ ​ເພື່ອ​​ໃຫ້​ນ້ອງ​ໄດ້​ໄປ​ຮຽນ, ນ້ອງ​ໄດ້​ຮຽນ​ໜັງສື, ຮຽນ​ວິຊາ​ເລກ, ວິຊາ​ພາສາ​ຫວຽດ  ”

   ຢູ່ຫ້ອງຮຽນແຫ່ງຄວາມ ຮັກແພງນີ້, ນອກຈາກ​ໄດ້​ຮຽນ​ໜັງສື​ແລ້ວ, ພວກ​ນ້ອງ​ນັກຮຽນຍັງ​ໄດ້​ຮຽນ​ວິຊາ​ຫັດກາຍ​ບໍລິຫານ​​ເພື່ອເພີ່ມ​ສຸ​ຂະ​ພາບຫຼື​ໄປ​ທັດສະນະ​ສຶກສາ​ຢູ່​ແຫ່ງ​ຕ່າ​ງໆ. ມີ​ຜູ້​​ເປັນພໍ່​ແມ່​ນັກຮຽນ​ຄົນ​ໜຶ່ງ​ບໍ່​ຢາກ​ເຜີຍ​ຊື່​ໃຫ້​ຮູ້​ວ່າ :  “ ຍ້ອນ​ມີ​ການ​ຊ່ວຍ​​ເຫຼືອ​ຂອງ ເອື້ອຍຄູ , ດັ່ງ​ນັ້ນພວກ​ນ້ອງ​ນັກຮຽນ​ຈຶ່ງສາມາດ​ມີ​ຄວາມ​ເຂົ້າ​ໃຈດີ​ກ່ວາ, ມື້​ໃດ​ລູກ​ຂອງ​ຂ້ອຍ​ບໍ່​ໄດ້​ຂຶ້ນ​ຫ້ອງ, ມັນ​ກໍ​​ເຫງົ້າ​ຫຼາຍ. ເອື້ອຍຄູ ຫງວຽນທິໂກຍ ​ໄດ້​ຮອດ​ເກັ່ນ​ອາຍຸ​ພັກ​ກິນ​ເບັ້ຍບຳນານ​ແລ້ວ, ​ແຕ່ເອື້ອຍ ຄູ ກໍ​ມີ​ຄວາມ​ຮັກ​ແພງກັບ​ພວກ​ນ້ອງ​ຫຼາຍ, ລາວ​ໄດ້​ສອນ​ພວກ​ນ້ອງ​ຢ່າງ​ສຸດ​ອົກ​ສຸດ​ໃຈ. ພວກ​ນ້ອງ​ຖື​ກພະຍາດ​ປັນຍາ​ອ່ອນ​ເມື​່ອ​ເຂົ້າ​ຮ່ວມ​ຊຸດ​ຮຽນ, ນັບ​ແຕ່​ຫົວທີ​ແມ່ນ​ບໍ່​ຮູ້ຈັກ​ໜ້ອຍ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ໄດ້​ຮູ້​ຄູນ, ຫານ​ໃນ​ວິຊາ​ເລກ​ໄດ້​ດີ. ຂ້າພະ​ເຈົ້າມີ​ຄວາມ​ຫວັງ​ພຽງ​ຢ່າງ​ດຽວ​ວ່າ ​ແມ່ນ​ຢາກ​ໃຫ້​ລູກ​ຂອງ​ຕົນ​ໄດ້​ໄປ​ຮຽນ​ເພື່ອ​ຮູ້​ອ່ານ​ຮູ້​ຂຽນ ​ແລະ ມີຄວາມ​ຮູ້​  ”

ຕອບກັບ

ຂ່າວ/ບົດ​ອື່ນ