ຮ່ວມແຮງຮ່ວມໃຈ ບັນເທົ່າຄວາມເຈັບປວດໃຫ້ແກ່ ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

ນັບ​ແຕ່​ເວ​ລາ​ທີ່​ສົງ​ຄາມ​ພວມ​ເກີດ​ຂຶ້ນ, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ຊີ້​ນຳ​ກອງ​ທັບ ແລະ ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ມາດ​ຕະ​ການ​ປິ​່ນ​ປົວ​ໃຫ້​ແກ່​ບັນ​ດາ​ຜູ້​ຕິດ​ທາດ​ພິດ​ເຄ​ມີ, ໃນ​ນັ້ນ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ພາຍຫຼັງ​ທີ່​ປະ​ເທດ​ຊາດ​ໄດ້​ໂຮ​ມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ​ເມື່ອ​ເດືອນ 4/1975. ລັດ​ໄດ້​ປະ​ກາດ​ໃຊ້ ແລະ ເພີ່ມ​ເຕີມ, ສ້າງ​ບັນ​ດາ​ລະ​ບອບ, ນະ​ໂຍ​ບາຍ​ສຳ​ລັບ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນໃຫ້​ສົມ​ບູນ​ແບບ, ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ເພື່ອ​ໜູນ​ຊ່ວຍ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ກ່ຽວ​ກັບ​ການ​ຜະ​ລິດ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ຟື້ນ​ຟູ​ສະ​ມັດ​ທະ​ພາບ… ແນໃສ່ຊ່ວຍ​ເຂົາ​ເຈົ້າ​ບືນ​ຕົວ​ຂຶ້ນ​ໃນ​ການ​ດຳ​ລົງ​ຊີ​ວິດ.

 

ຮ່ວມແຮງຮ່ວມໃຈ ບັນເທົ່າຄວາມເຈັບປວດໃຫ້ແກ່ ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 1
(ພາບ​ປະ​ກອບ)

       ໄລ່ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ແກ້​ໄຂ​ດ້ານ​ນະ​ໂຍ​ບາຍ​ໃຫ້​ແກ່​ປະ​ມານ 3 ແສນ​ຄົນ​ທີ່​ເຂົ້າຮ່ວມການ​ເຄຶ່ອນ​ໄຫວ​ຕໍ່​ຕ້ານ ແລະ ລູດ​ເຕົົ້າ​ຂອງ​ເຂົາ​ເຈົ້າ​ຖືກ​ຕິດ ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ມີ ປະ​ມານ 30% ຈຳ​ນວນ​​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ໄດ້​ຊື້​ປະ​ກັນ​ສຸ​ຂະ​ພາບ. ປະ​ມານ 20-25% ຈຳ​ນວນ​ເດັກ​ຖືກ​ຕິດ ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ເບິ່ງ​ແຍງ​ດູ​ແລ, ຟື້ນ​ຟູ​ສະ​ມັດ​ທະ​ພາບ.

     ທ່ານ ຮອງ​ສາດ​ສະ​ດາ​ຈານ ຮ່​ວາງ​ແມ້ງ​ອານ ​ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ເສ​ນາ​ຮັກ 103ແລ້ວ, ໂຮງ​ໝໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ໜ່ວຍ​ນຳ​ໜ້າ​ໃນ​ການ​ເຂົ້າ​ຮ່ວມ​ໜູນ​ຊ່ວຍ​ໃຫ້​ແກ່ ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ຊຸມ​ປີມໍ່ໆ​ມານີ້, ທາງ​ໂຮງ​ໝໍ​ໄດ້​ຜັນ​ຂະ​ຫຍາຍ​ວິ​ທີ​ລ້າງ​ພິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່ ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຕາມ​ວິ​ທີ Hubbard ຂອງ​ໂລກ. ແຕ່​ການ​ປິ່ນ​ປົວ​ດ້ວຍ​ວິ​ທີ​ນີ້ ຕ້ອງ​ເສຍ​ເງິນ​ແຕ່ 13-15 ລ້ານ​ດົງ/ຄົນ​ເຈັບ. ໂດຍ​ມີ​ຄວາມ​ເປັນ​ຫ່ວ​ງ​ຕໍ່​ສິ່ງນີ້, ທ່ານ​ຮອງ​ສາດ​ສະ​ດາ​ຈານ ຮ່​ວາງ​ແມ້ງ​ອານ ພ້ອມ​ກັບ​ບັນ​ດາ​ເພື່ອນ​ຮ່ວມ​ອາ​ຊີບ​ໄດ້​ຄົ້ນ​ຄ້​ວາ, ຊອກ​ຫາ​ວິ​ທີ​ການ​ປິ່ນ​ປົວ​ດ້ວຍ​ຢາ​ພື້ນ​ເມືອງ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ຮ່​ວາງ​ແມ້ງ​ອານ ໃຫ້​ຮູ້​ວ່າ :

   “ ດ້ວຍ​ວິ​ທີ​ການນີ້, ພວກ​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ການ​ປິ່ນ​ປົວ​ເປັນ​ເວ​ລາ 4 ອາ​ທິດ​ໃຫ້​ແກ່​ບັນ​ດາ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ໝາກ​ຜົນ​ທີ່​ໄດ້​ຮັບ ກໍ​ທຽບ​ເທົ່າ​ກັບ​ວິ​ທີ Hubbard . ນີ້​ກໍ​ແມ່ນ​ໂອ​ກາດ​ທີ່​ດີ​ສຳ​ລັບ​ບັນ​ດາ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ເພາະ​ລາ​ຄາ​ປິນ​ປົວ​ແມ່ນ​ຊ່ຳ​ກັບ 1/3 ເມື່ອ​ທຽບ​ໃສ່​ວິ​ທີ Hubbard. ພວກ​ຂ້າ​ພະ​ເຈົ້າເຊື່ອ​ໝັ້ນ​ວ່າ ດ້ວຍ​ວິ​ທີ​ປິ່ນ​ປົວ​ນີ້ ແມ່ນ​ຈະ​ສາ​ມາດ​ເພີີ່ມ​ທະ​ວີ​ສຸ​ຂະ​ພາບ​ໃຫ້​ແ​ກ່ ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ”

    ໄປ​ພ້ອມ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ບັນ​ດາຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນນັ້ນ, ການ​ລ້ຽງ​ດູ​ເດັກ​ຖືກ​ຕິດ ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກວົງ​ຄະ​ນະ​ຍາດ.    ທ່ານ ຫງວຽນ​ວັນ​ເກືອງ ຜູ້​ຄຸ້ມ​ຄອງ ສູນ​ເບິ່ງ​ແຍງ​ລ້ຽງ​ດູ​ເດັກ​ຕິດທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນໃນ​ແຂວງ ເລີມ​ດົງ​ໃຫ້​ຮູ້​ວ່າ : 

    “ ຜ່ານ​ການ​ເຄື່ອນ​ໄຫວ​ເປັນ​ເວ​ລາ 3 ປີ, ສູນ​ເບິ່ງ​ແຍງ​ລ້ຽງ​ດູ​ເດັກ​ຕິດທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນໃນ​ແຂວງ ເລີມ​ດົງ ໄດ້​ຮັບ​ເອົາ​ເດັກ 40 ຄົນ​ມາ​ລ້ຽງ​ດູ, ໃນ​ນັ້ນ ມີ 13 ຄົນ​ຖືກ​ໂລກ​ຈິດ​ປັນ​ຍາ​ອ່ອນ, ດັ່ງ​ນັ້ນ ທາງ​ສູນ ຕົ້ນ​ຕໍ່​ແມ່ນ​ສອນ​ໃຫ້​ພວກ​ນ້ອງ​ຮູ້​ອ່ານ​ຮູ້​ຂຽນ​ໜັງ​ສື ເພື່ອ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ ”

        ການ​ໜູນ​ຊ່ວຍຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຍັງ​ລວມ​ທັງ​ການ​ສອນ​ວິ​ຊາ​ຊີບ, ສ້າງວຽກ​ເຮັດ​ງານ​ທຳ, ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ​ໃຫ້ ​ຜູ້​ຮັບ​ເຄາະ​ຮ້າຍ.   ທ່ານ ເລ​ກ໋ວກ​ບາວ ປະ​ທານ​ສະ​ມາ​ຄົມຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ແຂວງ ຕຽນ​ຢາງ ໃຫ້​ຮູ້​ວ່າ : 

    “  ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລັ່ງ​ໃສ່​ກວດ​ກາ, ສຳຫຼວດ, ຈັດ​ປະ​ເພດຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ເພື່ອ​ຊ່ວຍເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ບັນ​ດາ​ລາ​ຍການທີ່​ພວກ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ແມ່ນ ໜູນ​ຊ່ວຍ​ທຶນ​ສຶກ​ສາ, ສ້າງວຽກ​ເຮັດ​ງານ​ທຳ ກໍ​ຄື​ກາ​ນ​ເງິນ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​​ມີ​ເງື່ນ​ໄຂຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ຄື: ລ້ຽງ​ງົວ, ລ້ຽງ​ແບ້, ຄ້າ​ຂາຍ​ຍ່ອຍ. ທີ 2 ແມ່ນ​ຊ່ວຍ​ເຫຼືອ​ພວກຫຼານ​ນ້ອຍ ​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ມີ​ເງື່ອນ​ໄຂ​ໄປ​ຮຽນ​ວິ​ຊາ​ຊີບ. ພວກ​ຂ້າ​ພະ​ເຈົ້າໄດ້ສົມ​ທົບ​ກັບ​ບັນ​ດາ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຝະ​ລັງ ແລະ ບາງ​ຂະ​ແໜງ​ການ​ເພື່ອ​ຊ່ວຍ​ພວກຫຼານ”

       ນັບ​ຕັ້ງ​ແຕ່ສະ​ມາ​ຄົມ ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເມື່ອ​ປີ 2004 ນັ້ນ, ມາ​ຮອດ​ປະ​ຈຸ​ບັນ, ສະ​ມາ​ຄົມຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່ 63 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ໃນ​ນັ້ນ​ມີຫຼາຍ​ແຂວງ, ນະ​ຄອນ​ໄດ້​ມີ 100% ຈຳ​ນວນ​ເມືອງ, ຕາ​ແສງ ກໍ​ໄດ້​ມີ​ສະ​ມາ​ຄົມ. ໃນ​ໄລ​ຍະ 5 ປີ 2011-2016, ທົ່ວ​ສະ​ມາ​ຄົມ​ໄດ້​ຂົນ​ຂວາຍ​ແຜ່​ບໍ​ລິ​ຈາກ​ເງິນ​ໄດ້ 1115 ຕື້​ດົງ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ດ່ວນ​ໃຫ້​ແກ່ ​ບັນ​ດາຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ.  ທ່ານ​ນາງ ຫງວຽນ​ທິ​ຮ່ຽນ ປະ​ທານ​ສະ​ມາ​ຄົມ ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນນະ​ຄອນ​ດານັ້ງ​ ໃຫ້​ຮູ້​ວ່າ : 

     “ ຂ້າ​ພະ​ເຈົ້າ​ເຄີຍ​ເອີ້ນ ສະ​ມາ​ຄົມ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຂອງ​ຕົນ​ວ່າ : “ ແທກ​ຊີ ”, ເອີ້ນ​ຢູ່​ໃສ​ກໍ​ມີ. ພວກ​ຂ້າ​ພະ​ເຈົ້າ ບໍ່​ໄດ້​ພັກ​ວັນ​ທິດ, ພະ​ນັກ​ງານທຸກໆ​ຄົນ ຖ້າ​ຫາກ​ມີ​ວຽກ ກໍ​ລົງ​ມືເຮັດ​ເລີຍ. ເຮົາ​ຊ່ວຍ​ໃຫ້​ຜູ້​ຮັບ​ເຄາະ​ຮ້າຍ​ບັນ​ເທົ່າ​ຄວາມ​ເຈັບ​ປວດ​ທາງ​ດ້ານ​ຮ່າງ​ກາຍ​ກໍ​ຄື​ຈິດ​ໃຈ ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ ກໍ​ຖື​ວ່າ​ແມ່ນ​ຄວາມ​ສຸກ​ຂອງ​ບັນ​ດາ​ພະ​ນັກ​ງານ​ໃນ​ສະ​ມາ​ຄົມ”       

      ຮ່ວມ​ແຮງ​ຮ່ວມ​ໃຈ ເບິ່ງ​ແຍງ​ດູ​ແລໃຫ້​ແກ່ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ  ກໍ​ແມ່ນ​ວິ​ທີ​ຊຶ່ງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ພວມ​ປະ​ຕິ​ບັດ​ເພື່ອບັນ​ເທົ່າ​ຄວາມ​ເຈັບ​ປວດໃຫ້​ແກ່ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ