ຮອງສາດສະດາຈານ ຕະກາວມີງ ແລະ ລາງວັນອັນສູງສົ່ງ Nagamori

(VOVWORLD) - ຮອງສາດສະດາຈານ ຕະກາວມີງ, ຜູ້ອຳນວຍການສູນຄົ້ນຄ້ວາໝູນໃຊ້ ແລະ ປະດິດຄິດສ້າງເຕັກໂນໂລຢີ (CTI), ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ຫາກກໍ່ມີຄວາມເປັນກຽດເຊິ່ງເປັນຊາວ ຫວຽດນາມ ຜູ້ທຳອິດໄດ້ຮັບລາງວັນ Nagamori ຂອງຍີ່ປຸ່ນ. ນີ້ແມ່ນການຮັບຮູ້ຢ່າງເໝາະສົມກັບບັນດາໝາກຜົນດີເດັ່ນຂອງທ່ານຮອງສາດສະດາຈານ ຕະກາວມີງ ທີ່ມີຕໍ່ພາລະກິດແຫ່ງການຄົ້ນຄ້ວາເຄື່ອງຈັກໄຟຟ້າ ແລະ ສົ່ງໄຟຟ້າ. ນັກຂ່າວ ທູຮັ່ງ, ມີບົດຂຽນດ້ວຍຫົວຂໍ້ວ່າ: ຮອງສາດສະດາຈານ ຕະກາວມີງ ແລະ ລາງວັນອັນສູງສົ່ງ Nagamori.
ຮອງສາດສະດາຈານ ຕະກາວມີງ ແລະ ລາງວັນອັນສູງສົ່ງ Nagamori  - ảnh 1ຮອງສາດສະດາຈານ ຕະກາວມີງ 

ຮອງສາດສະດາຈານ ຕະກາວມີງ ໄດ້ເລີ່ມຄົ້ນຄ້ວາກ່ຽວກັບເຄື່ອງກົນຈັກໄຟຟ້າ ນັບແຕ່ປີ 1992, ເມື່ອເລີ່ມເຂົ້າເຮັດວຽກຢູ່ມະຫາວິທະຍາໄລສັບພະວິຊາ. ທ່ານໄດ້ເລືອກເອົາຄົ້ນຄ້ວາກ່ຽວກັບເຄື່ອງກົນຈັກໄຟຟ້າ ຍ້ອນ ທ່ານຖືວ່າ ເຄື່ອງກົນຈັກໄຟຟ້າແມ່ນແຮງໜູນເພື່ອທົດແທນໃຫ້ກຳລັງແຮງຂອງມະນຸດ. ການຄົ້ນຄ້ວາຂອງທ່ານມຸ່ງໄປເຖິງການປະຢັດພະລັງງານໄດ້, ທັງຍົກສູງດ້ານຄຸນປະໂຫຍດ  ແລະ ຍົກສູງສະມັດຕະພາບ, ດ້ວຍຈຸດປະສົງຮັບໃຊ້ມະນຸດ, ຮັບໃຊ້ອຸດສາຫະກຳ, ດ້ານອື່ນ ແມ່ນເອົາໃຈໃສ່ເຖິງການຮັກສາໜ່ວຍໂລກ. ປີ 1997, ທ່ານໄດ້ປ້ອງກັນສຳເລັດບົດວິທະຍານິພົນລະດັບປະລິຍາເອກຢູ່ມະຫາວິທະຍາໄລ Laval, ປະເທດ ການາດາ.

        ຫຼັງຈາກນັ້ນ, ພາລະກິດແຫ່ງການຄົ້ນຄ້ວາຂອງທ່ານສາດສະດາຈານ ຕະກາວມີງ ໄດ້ຕິດພັນກັບປະເທດ ຍີ່ປຸ່ນ. ປີ 1998, ພາຍຫຼັງທີ່ທ່ານໄປຍີ່ປຸ່ນ ແລະ ເຮັດວຽກງານຄົ້ນຄ້ວາກ່ຽວກັບການບັນຊາເຄື່ອງກົນຈັກໄຟຟ້າຢູ່ມະຫາວິທະຍາໄລ Kyushu. ຫົວເລື່ອງຄົ້ນຄ້ວາຂອງທ່ານແມ່ນບັນຊາລິບບໍ່ມີສາຍ ໂດຍນຳໃຊ້ເຄື່ອງກົນຈັກຄົບຊຸດດ້ວຍແມ່ເຫຼັກຖາວອນ. ຕາມນັ້ນແລ້ວ, ການບັນຊາຄືນແມ່ເຫຼັກໄດ້ອະນຸຍາດ ລິບຂຶ້ນ - ລົງໂດຍບໍ່ຕ້ອງນຳໃຊ້ສາຍດຶງ:

        “ໃນເວລາໜຶ່ງປີທີ່ຂ້າພະເຈົ້າໄດ້ເຮັດວຽກກັບ ລິບ ບໍ່ມີສາຍ, ໝາຍຄວາມວ່າໄດ້ນຳໃຊ້ເຄື່ອງກົນຈັກ ເພື່ອຍູ້ລິບ ຂຶ້ນ ຫຼື ລົງ. ກິດຈະກຳນີ້ມີຄວາມໝາຍຢ່າງໃຫຍ່ຫຼວງ ຕົວຢ່າງຄື: ບັນດາຕຶກອາຄານສູງນັບຮ້ອຍໆຊັ້ນນັ້ນ, ເມື່ອນຳໃຊ້ສາຍດຶງມັນຈະຍາວ ແລະ ໜັກທີ່ສຸດ, ດັ່ງນັ້ນ ບັນດານັກວິທະຍາສາດໄດ້ຄົ້ນຄິດຫາວິທີການຈະບໍ່ນຳໃຊ້ສາຍດຶງ ແລະ ນຳໃຊ້ອົງປະກອບຄື້ນແມ່ເຫຼັກເພື່ອຍູ້ລິບຂຶ້ນ - ລົງຕາມທິດຕັ້ງຊື່.”

        ຫຼັງຈາກນັ້ນ, ທ່ານຮອງສາດສະດາຈານ ຕະກາວມີງ ໄດ້ສະແດງໃຫ້ເຫັນຄວາມປີຊາສາມາດໃນຂົງເຂດເຄື່ອງຈັກ ໄຟຟ້າ ຢ່າງຕໍ່ເນື່ອງ. ໃນໄລຍະທີ່ທ່ານຄົ້ນຄ້ວາຢູ່ມະຫາວິທະຍາໄລ ໂຕກຽວ ໄດ້ສ້າງຂີດໝາຍດ້ວຍ 2 ກິດຈະກຳໃຫຍ່. ໜຶ່ງໃນ 2 ກິດຈະກຳນີ້ໄດ້ຮັບລາງວັນທີສອງ ທີ່ກອງປະຊຸມສາກົນຂອງ IEEE ກ່ຽວກັບພະລັງງານຢູ່ ອີຕາລີ ໃນປີ 2000 ຍ້ອນປະສິດທິຜົນ ແລະ ການປະຢັດພະລັງງານ. ຮອງສາດສະດາຈານ ຕະກາວມີງ ໃຫ້ຮູ້ວ່າ:

        “ໃນ 2 ປີທີ່ຮຽນຢູ່ມະຫາວິທະຍາໄລ ໂຕກຽວ, ຂ້າພະເຈົ້າໄດ້ເຮັດ 2 ວຽກ. ທີໜຶ່ງແມ່ນ ຂ້າພະເຈົ້າໄດ້ນຳໃຊ້ວິທີການເພື່ອຍົກສູງສະມັດຕະພາບຂອງເຄື່ອງກົນຈັກ. ມັນມີຄວາມກ້າວໜ້າຢູ່ບ່ອນວ່າ: ນຳເຂົ້າໝູນໃຊ້ໄດ້ຢ່າງງ່າຍດາຍ ແລະ ວ່ອງໄວທີ່ສຸດ. ວິທີການນີ້ໄດ້ຮັບການຕີລາຄາສູງທີ່ກອງປະຊຸມກ່ຽວກັບພະລັງງານ, ເຊິ່ງຈັດຕັ້ງຢູ່ ໂຣມາ ໃນປີ 2000. ກິດຈະກຳດັ່ງກ່າວໄດ້ຮັບລາງວັນທີ 2 ກ່ຽວກັບບົດໜັງສືພິມດີເດັ່ນຂອງກອງປະຊຸມ. ກິດຈະກຳຕໍ່ໄປນັ້ນແມ່ນການນຳໃຊ້ວິທີການບັນຊາບໍ່ນຳໃຊ້ການເຊັນເຊີຄວາມໄວເພື່ອບັນຊາເຄື່ອງກົນຈັກ.”

        ໃນວິວັດການເຮັດວຽກຢູ່ຫ້ອງການຄົ້ນຄ້ວາ ແລະ ພັດທະນາ (R&D), ກຸ່ມບໍລິສັດ NSK, ປະເທດ ຍີ່ປຸ່ນ, ພາຍຫຼັງທີ່ທ່ານ, ຮອງສາດສະດາຈານ ຕະກາວມີງ ໄດ້ຍົກອອກວິທີການບັນຊາແວັກເຕີຈຳລອງ (psuedo vector control – PVC)… ເຫັນວ່າ ວີທີການນີ້ມີຄວາມໝາຍສຳຄັນທີ່ສຸດກັບບັນດາການໝູນໃຊ້ທີ່ຕ້ອງການຄຸນນະພາບສູງ ຄືລະບົບຊ່ວຍກຳລັງພວງມາໄລລົດໂອໂຕທີ່ໃຊ້ເຄື່ອງກົນຈັກ ໄຟຟ້າ… ບັນດາການປະດິດນີ້ສືບຕໍ່ໄດ້ຮັບການຈົດທະບຽນຢູ່ ອາເມລິກາ, ເອີລົບ, ເຊິ່ງແມ່ນບັນດາປະເທດມີພື້ນຖານອຸດສາຫະກຳລົດ ໂອໂຕ ພັດທະນາ. ທ່ານປະລິຍາໂທ ຫວໍຢູຍແທ່ງ, ສູນ CTI, ຜູ້ທີ່ໄດ້ເຮັດວຽກຮ່ວມກັບ ທ່ານຮອງສາດສະດາຈານ ຕະກາວມີງ ມາເປັນເວລາ 10 ປີ, ໃຫ້ຮູ້ວ່າ:

        “ເມື່ອສັງເກດກ່ຽວກັບດ້ານພາວະວິໄສນັ້ນ, ອາຈານ ມີງ ແມ່ນບຸກຄົນສັງກັດຂົງເຂດວິທະຍາສາດ. ເມື່ອສັງເກດຈາກແງ່ມູມຂອງຜູ້ຄົ້ນຄ້ວາ ຂ້າພະເຈົ້າເຫັນວ່າອາຈານ ແມ່ນຜູ້ທີ່ສົມບູນ. ກ່ອນນີ້ 25 ປີ, ອາຈານ ໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການຄົ້ນຄ້ວາ. ທຳອິດ ໄດ້ເຮັດວຽກຢູ່ ສ. ເຊັກໂກ, ຫຼັງຈາກນັ້ນແມ່ນ ການາດາ ແລະ ກໍ່ ຍີ່ປຸ່ນ. ບັນດາການຄົ້ນຄ້ວານັ້ນແມ່ນເປັນລະບົບ ແລະ ມີລັກສະນະອາຊີບທີ່ສຸດ. ອາຈານບໍ່ພຽງແຕ່ຄົ້ນຄ້ວາກ່ຽວກັບວິທະຍາສາດຢູ່ພາຍໃນມະຫາວິທະຍາໄລເທົ່ານັ້ນ ຫາກຍັງ ໄດ້ຄົ້ນຄ້ວານັບທັງໃນຂົງເຂດອຸດສາຫະກຳອີກດ້ວຍ. ຖ້າຫາກບໍ່ມີການຄົ້ນຄ້ວາຢ່າງເປັນລະບົບ, ມີບາດກ້າວເດີນຢ່າງຖືກຕ້ອງນັ້ນ ກໍ່ຍາກທີ່ຈະບັນລຸໄດ້ບັນດາຜົນງານຄືຂອງອາຈານ ຕະກາວມີງ.”

        ປີ 2004, ສາດສະດາຈານ ຕະກາວມີງ ພັດໄດ້ກັບຄືນເຮັດວຽກຢູ່ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ. ພາຍຫຼັງຄວາມມານະພະຍາຍາມຫຼາຍຢ່າງ, ທ່ານໄດ້ສ້າງສຳເລັດສູນ CTI ໃນປີ 2009. ການຄົ້ນຄ້ວາວິທະຍາສາດຢູ່ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ທ່ານກໍ່ບໍ່ໄດ້ລົດລະຄວາມມານະພະຍາຍາມເພື່ອບັນລຸໄດ້ຜົນງານທີ່ມີຄວາມໝາຍຫຼາຍຢ່າງ.  ຫົວເລື່ອງລະດັບຊາດ “ຄົ້ນຄ້ວາອອກແບບປະດິດສ້າງລະບົບການສົ່ງ ແລະ ບັນຊາລົດໂອໂຕໄຟຟ້າ” ໂດຍທ່ານເປັນຜູ້ຮັບຜິດຊອບໄດ້ຮັບການຮັບຮອງເມື່ອປີ 2015, ເປັນປະຖົມປັດໄຈ ໃຫ້ແກ່ບັນດາການຄົ້ນຄ້ວາຕໍ່ໄປກ່ຽວກັບລົດໄຟຟ້າຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ