ເບິ່ງແຍງດູແລຄົນທຸກຍາກໃນໂອກາດບຸນເຕັດ

(vovworld) - ເພື່​ອ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​​ທຸກ​ຄົນໄດ້​ເອົາບຸນ​ເຕັດ​ຢ່າງ​ຄົບ​ຖ້ວນ, ກ່ອ​ນ​ບຸນ​ເຕັດ 1 ເດືອ​ນ, ວຽກ​ງານເຄື່ອນ​ໄຫວ​ເບິ່ງ​ແຍງ​​ດູ​ແລ​ບັນ​ດາ​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກໃນ​ໂອ​ກາດບຸນ​ເຕັດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ຫຼາຍ​ທ້ອງ​ຖິ່ນ. ການ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້ປະ​ຊາ​ຊົນ​ຜູ້​ທຸກ​ຍາກ, ພ້ອມ​ກັບຂະ​ບວ​ນລົດ​ຂົນ​ສົ່ງ​ເຄື່ອງ​ຂອງ​ບຸນ​ເຕັດໄປ​ຍັງ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ກໍ່​ຄື​ຂົນສົ່ງ​ຄົນ​ງານ​ກັບ​ເມືອ​ບ້ານ​ຕ້ອນ​ຮັບ​ບຸນ​ເຕັດ​ນັ້ນ ໄດ້​ສ້າງ​ບັນ​ຍາ​ກາດ​ອົບ​ອູ່ນ​ໃນ​ໂອ​ກາດ​ບຸນ​ເຕັດ, ເຊີດ​ຊູ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ໃນການ​ປະ​ພຶດຂອງ​ຊາວ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ກຸ່ມ​ນັກ​ຂ່າ​ວ VOV.

        ທົ່ວ​ແຂວງ​ບັ໋ກ​ກ​້ານ ມີ​ເກືອບ 32.000 ຄອບ​ຄົວ​ທຸກ​ຍາກ. ໃນ​ຈຳ​ນວນ​ນັ້ນມີ​ຫຼາຍ​ຄອບ​ຄົວ​ທຸກຍາກ​ເປັນ​ພິ​ເສດ, ຜູ້​ເຖົ້າ​ຢູ່​ໂດດ​ດ່ຽ​ວ, ເດັກ​ກຳ​ພ້າບໍ່​ມີ​ບ່ອນ​​ເພິ່ງ​ພາອາ​ໄສ. ເພື່ອ​ກະ​ກ​ຽ​ມ​​ຂອງ​ຂວັນມອບ​ໃຫ້​ເຂົາ​ເຈົ້າ​ໃນ​ໂອ​ກາດ​ບຸນ​ເຕັດ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບັ໋ກ​ກ້ານ, ສະ​ພາ​ກາ​ແດງ​ແຂວງ ໄດ້​ຮຽກ​ຮ້ອງ​​ແຫຼ່ງ​ອຸ​ປະ​ຖຳ​ຕ່າງໆ. ທ່ານ ຫງວຽນ​ວັນ​ເກ​ື່ອງ, ປະ​ທານ​ສະ​ພາ​ກາ​ແດງ​ແຂວງ​ບັ໋ກ​ກ້ານ​ໃຫ້​ຮູ້ວ່າ, ໄ​ລ່​ຮອ​ດ​ຈຸ​ດ​ເວ​ລານີ້, ສະ​ພາ​ຜັນ​ຂະ​ຫຍາຍ​​ລາຍ​ການມອບ​ຂອງ​ຂວັນ​ໃນ​ໂອ​ກາດບຸນ​ເຕັດ​​ໄດ້ເກືອບ 2.000 ພູດແລ້ວ, ​ອັນ​ໄດ້ນຳ​​ເອົາລະ​ດູ​ບານ​ໃໝ່​ມາໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພູ​ສູງ, ​ແລະຜູ້​ທຸກ​ຍາກ​ໃນ​ແຂວງ​.

        “ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ທຸກ​ຍາກ​​ໃນ​ແຂວງ​ຍັງ​ຫຼາຍ​ຢູ່. ​ດັ່ງ​ນັ້ນ​ນັບ​ແຕ່ນີ້​ຮອດ​ບຸນ​ເຕັດ​ປີ​ລະ​ກາພວກ​ຂ້າ​ພະ​ເຈົ້າ​ຕ້ອງ​​ພະ​ຍາ​ຍາມ​​ຈັດ​ການ​ເຄື່ອນ​​ໄ​ຫວ​ຕ່າງໆ​ເພື່ອ​ສູ້​ຊົນ​ໃຫ້​ມີ​ຂອງ​ຂວັນ​ແຕ່ 5.000 ຫາ 7.000 ພູດ ມອບ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ”.

        ຢູ່​ແຂວງ​ແທງ​ຮ໋​ວາ, ທ່ານນາງ​ປະ​ທານ​ສະ​ພາ​ກາ​ແດງ ຈິ້ງ​ທິ້​ຕ໋ຽບ ໃຫ້​ຮູ້​ວ່າ, ສະ​ພາ​ໄດ້​ຜັນ​ຂະ​ຫຍາຍແຜນ​ການ​ນັບ​ແຕ່​ຕົ້ນ​ເດືອນ 11, ເພື່ອ​ມ​ອບ​ຂອງ​ຂວັນ​ປະ​ມານ 40.000 ພູດ​ໃຫ້​ແກ່​ຜູ້​ທຸກ​ຍາກ, ດ້ວຍ​ຍອດ​ມູນ​ຄ່າກວ່າ 16 ຕື້​ດົ່ງ.

        “ຂະ​ບວນ​ການ​ບຸ​ນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ຂອງ​ສະ​ພາ​ກາ​ແດງ ມີ​ຜົນ​ປະ​ໂຫຍດ​ຢ່າງ​ແທ​ດ​ຈິງ. ບັນ​ດາ​ຄອບ​ຄົວ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ຕື້​ນ​ຕັ​ນ​ໃຈຫຼາຍເມື່ອ​ໄດ້​ຮັບ​​ຂອງ​ຂວັນ​ໃນ​ໂອ​ກາດ​ບຸນ​ເຕັດ​, ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ຄົນ​ທຸກ​ຍາກ​ຫຼາຍ​ຢ່າງ. ຜ່ານ​ວິ​ທີ​ເຮັດຂອງ​ສະ​ພາ​ກາ​ແດງ, ຂອງ​ຂວັນ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ ກໍ​ຄື​ຜ​ູ້​ໃຈ​ບຸນ​ໃຈ​ກຸຊົນ​ລ້ວນ​ແຕ່​ຖືກ​ສົ່ງ​ເຖິງ​ຜູ້​ຮັບ”.


ເບິ່ງແຍງດູແລຄົນທຸກຍາກໃນໂອກາດບຸນເຕັດ - ảnh 1
ສະ​ພາ​ກາ​ແດງ​ຍັງ​ມອບ​ເຮືອນ​ສະ​ພາ​ກາ​ແດງ
(ພາບ​ປະ​ກອບ: baodanang.vn)


ທ່ານ​ນາງ ເຈີ່ນ​ທິ​ຮົ່ງ​ອານ, ຮອງ​ປະ​ທານ​ສູນ​ກາງ​ສະ​ພາ​ກາ​ແດງຫວຽດ​ນາມ ໃຫ້​ຮູ້​ວ່າ, ປີນີ້, ສະ​ພາ​ກາ​ແດງ​ ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ເດືອນ​ບຸ​ນ​ເຕັດ​​ເພື່ອຄົນ​ທຸກ​ຍາກ, ນີ້​ແມ່ນ​ຈຸດ​ໃໝ່​ເມື່ອ​ທຽບ​ໃສ່​ປີ​ກ່ອນໆ.

        “ປີນີ້, ພວກ​ຂ​້າ​ພະ​ເຈົ້າ​ໄດ້​ເປີດກວ້າງ​ຮູບ​ການມອບ​ຂອງ​ຂວັນ. ນອກ​ຈາກ​ການມອບ​ເງິນ, ມອບ​ເຄື່ອງ​ຂອງ​ແລ້ວ, ສະ​ພາ​ກາ​ແດງ​ຍັງ​ມອບ​ເຮືອນ​ສະ​ພາ​ກາ​ແດງ, ມອບ​ບັດ​ປະ​ກັນ​ສຸ​ຂະ​ພາບ​ອີກ. ສູນ​ກາງ​ສະ​ພາ​​ກາ​ແດງໄດ້​ຈັດ​ຄະ​ນະ​​ຕ່າງໆ​ລົງກວດ, ປິ່ນ​ປົວ​ພະ​ຍາດ​ມະ​ນຸດ​ສະ​ທຳ, ມອບ​ງົວ​ພັນ​ໃຫ້​ຄົນ​ທຸກ​ຍາກ ກ​ໍ​ຄື​ຈັດ​ຕັ້ງ​​ລາຍ​ການ​ສະ​ແດງ​ສິ​ລະ​ປະ​​ເພື່ອ​ການກຸສົນ​ໃນ​ທົ່ວ​ປະ​ເທດ​ອີກ. ພວກ​ຂ້າ​ພ​ະ​ເຈົ້າ​ຫວັງ​ວ່າ, ຂະ​ບວນ​ການ​ຈະ​ໄດ້​ຮັບ​ຜົນ​ງານ​ທີ່​ດີ”.

        ແລະ​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຄົນ​ທຸກ​ຍາກ, ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ມີ​ໄວ​ໜຸ່ມ​ຫຼາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ “ຫໍ່​ເຂົ້າ​ຕົ້ມ​ຂຽວ​ພ້ອມ​ກັບ​ຄົນ​ທຸກ​ຍາກ ຕ້ອນ​ຮັບ​ບຸ​ນ​ເຕັດ 2017”. ເຂົ້າ​ຕົ້​ມ 1.000 ຫໍ່, ຂອງ​ຂວັນ 1.000 ພູດ ໄດ້​ມອບ​ໃຫ້​ບັນ​ດາ​ເປ​ົ້າ​ໝາຍ​ນະ​ໂຍ​ບາຍ, ຄົນ​ທຸກ​ຍາກ, ປະ​ຊາ​ຊົນ​​ຊາວ​ເຜົ່າ​ຢູ່ 4 ແຂວງ​ດ້ຽນ​ບຽນ, ຮ່າ​ຕິ້ງ, ກວາງ​ບິ່ງ ແລະ ກວາງ​ຈີ້. ສະ​ມາ​ຊິກ​ຊາວ​ໜຸ່ມ ຫງວຽນ​ທິ​ຮັ່ງ ແບ່ງ​ປັນ​ວ່າ.

        “ນີ້​ແມ່ນ​ລາຍ​ການ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ. ເຖິງວ່າ​ບໍ່​ໄດ້​ມາ​ຮອດ​ແຫ່ງນັ້ນ, ແຕ່​ຜ່ານ​ລາຍ​ການນີ້ ຂ້າ​ພະ​ເຈົ້າ​ສາ​ມາດ​ຝາກ​ເຂົ້າ​ຕົ້ນ​ເຖິງ​ຄົນທຸກຍາກ ແລະ ຫວັງ​ວ່າ​​ຜູ້​ທຸກ​ຍາກ​​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​​ໃນ​ຄວາມ​ອົບ​ອຸ່ນ”.

        ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ​ຸກ​ຂັ້ນ, ການ​ເຄື່ອນ​ໄຫວ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ຄົນ​ທຸກ​ຍາກໃນ​ໂອ​ກາດ​ບຸນ​ເຕັດ, ໃນ​ນັ້ນ​ມີ​ຄົນ​ງານທີ່​ເຮັດ​ວຽກ​ໃນບໍ​ລິ​ສັດ​​, ເຂດ​ອຸດ​ສາ​ຫະ​ກຳ​​ຕ່າງໆ. ທ່ານ​ນາງ ຟ້າມ​ເວີນແອງ, ປະ​ທານ​ກຳ​ມະ​ບານ​ບໍ​ລິ​ສັດ Canon ຫວຽດ​ນາມ ຈຳ​ກັດ ໃຫ້​ຮູ້​ວ່າ, ດ້ວຍ​ຄົນ​ງານ 22 ລ້ານ​ຄົ​ນ, ບໍ​ລິ​ສັດ​ຈະ​ຈັດ​ລົດ​​ໂດຍ​ສານຫຼາຍ​​ຖ້ຽວ​ເພື່ອ​ຂົນ​ສົ່ງ​ກຳ​ມະ​ກອນ​ກັບ​ເມືອ​ບ້ານ​ຕ້ອນ​ຮັບ​ບຸນ​ເຕັດ ແລະ ຮັບ​ກຳ​ມະ​ກອນ​​ກັບ​ມາ​ເຮັດ​ວຽກ​ພາຍ​ຫຼັງ​ບຸນ​ເຕັດ.

        “ກ່ອນນີ້, ອັດ​ຕາ​ກຳ​ມະ​ກອນ​ກັບ​ມາເຮັດ​ວຽກ​ພາຍ​ຫຼັງ​ບຸນ​ເຕັດ​ບັນ​ລຸ​ພຽງ 91 – 92% ເທົ່າ​ນັ້ນ. ພາຍ​ຫຼັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ລົດ​ໂດຍ​ສານ​ຂົນ​ສົ່ງ​ກຳ​ມະ​ກອນ​ກັບ​ເມືອ​ບ້ານ, ​ອັດ​ຕາ​ກຳ​ມະ​ກອນ​ກັບ​ມາ​ເຮັດ​ວ​ຽກ​ໄດ້​ບັນ​ລຸ 99,5%. ນີ້​ແມ່ນ​ປະ​ສິດ​ທິ​ຜົນ​​ອັນໃຫຍ່​ຫຼວງທີ່​ສຸດ​ຂອງ​​ບໍ​ລິ​ສັດ​ໃນການ​ຈັດ​ລົດ​ຂົນ​ສົ່ງ​​​ກຳ​ມະ​ກອນ​ເມືອ​ບ້ານ​ເອົາ​ບຸນ​ເຕັດ​. ນີ້ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ສຳ​ລັບ​ຄົນ​ງານ ແລະ ວິ​ສາ​ຫ​ະ​ກິດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ 2 ຝ່າຍ.”

        ​ໂດຍແມ່ນ​ໜຶ່ງ​ໃນຈຳ​ນວນ​ກຳ​ມະ​ກອນ​ນັບ​ພັນ​ຄົນ​ທີ່​ໄດ້​ຮັບ​ຂອງ​ຂວັນ, ຮັບ​​ປີ້​ລົດ​​ກັບ​ເມືອ​ບ້ານໂດຍບໍ່​ເສຍ​ຄ່າ, ເອື້ອຍ ຮ່າ​ທິ​ຊິມ, ກຳ​ມະ​ກອນບ​ໍ​ລິ​ສັດ Nisei Electric ຫວຽດ​ນາມ ຈຳ​ກັດ, ເຂດ​ອຸດ​ສາ​ຫະ​ກຳ ທັງ​ລອງ, ຮ່າ​ໂນ​້ຍ, ແບ່ງ​ປັນ​ວ່າ.

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ເມື່ອ​ກຳ​ມະ​ກອນ​ໄດ້​ຮັບ​ຂອງ​ຂວັນ ແລະ ປີ້​ລົດ​ເພື່ອ​ກັບ​ເມືອ​ບ້ານ​ຕ້ອນ​ຮັບ​ບຸນ​ເຕັດ. ຊ່ວຍ​ໃຫ້​ພວກຂ້າ​ພະ​ເຈົ້າ​​ໄປ​ມາ​ຢ່າງ​ສະ​ດວກສະ​ບາຍ. ຂ້າ​ພະ​ເຈົ້າ​ອາດ​ຈະ​ພາລູກ​ຂອງ​ຕົນ​ກັບ​ເມືອ​ບ້ານ​ພ້ອມ​ກັນ​ໄດ້. ນີ້​ແມ່ນ​ການ​ແບ່ງ​ປັນ​, ການ​ຊ່ວຍ​ເຫຼືອ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ”.

        ເລື່ອງ​ເບິ່ງ​ແຍງດ​ູ​ແລ​​ຄົນ​ທຸກ​ຍາກ​ໃນ​ໂອ​ກາດບຸ​ນ​ເຕັດ​ພວມ​ກາຍ​ເປັນ​ຂະ​ບວນ​ການ​ໃນ​ທົ່ວ​ສັງ​ຄົມ. ສະ​ແດງໃຫ້​ເຫັນ​ຄວາມ​ສະ​ນິດ​ຕິດ​ພັນ​ຂອງ​ຊາວ​ຫວຽດ​ນາມ, ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ທຸກ​ຄົນ​ສູ້​ຊົນ​ເພື່ອ​ບັນ​ດາ​ຈຸດ​ໝາຍ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ