ເມືອງເກາະເຈື່ອງຊາຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ

ບໍ່​ຟົດ​ຟື້ນ​ເນືອງ​ນັນ, ແຕ່​ບັນ​ຍາ​ກາດຕ້ອນ​ຮັບ​​ບຸນ​ປີ​ໃໝ່​ປະ​ຈຳ​ຊາດຫຼືບຸນ​ເຕັດຢູ່ ເມືອງ​ເກາະ​ເຈື່ອງ​ຊາ, ແຂວງ​ແຄ້ງ​ຮ່​ວາພັດ​ມີ​ຄວາມ​ອົບ​ອຸ່ນ​ດ້ວຍ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ລະ​ຫວ່າງ​ດິນ​ຕໍ່​ແຜ່ນ​ກັບ​ເຂດ​ທະ​ເລ​ໝູ່​ເກາະ. ຕ້ອນ​ຮັບ​ບຸນ​ເຕັດຢູ່​ເຂດ​ຫມູ່​ເກາະກໍ​ມີ​ເຄື່ອງ​ຂອງຄົບ​ທຸກ​ຢ່າງເຊັ່ນ: ງ່າ​ດອກ​ຄາຍ, ດອກ​ເຜີຍ, ຕົ້ນ​ໝາກ​ແປ້ນ​ພ້ອມ​ກັບ​ລົດ​ຊາດ​ຂອງ​ບັນ​ດາ​ເຍື່ອງ​ອາ​ຫານພິ​ເສດໃນຍາມ​ບຸນ​ເຕັດ.

   

ເມືອງເກາະເຈື່ອງຊາຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ - ảnh 1
ອ້າຍ​ນ້ອງ​ທະ​ຫານ​ເຮືອ​ໃນ​ໝູ່​ເກາະ​ເຈື່ອງ​ຊາ​ຫໍ່​ເຂົ້າ​ຕົ້ມ​ຕ້ອນ​ຮັບ​ບຸນ​ເຕັດ

      ເຮືອ​ຖ້ຽວ​ຕ່າງໆ​ໄດ້​ເດີນ​ຮອດ​ເມືອງ​ເກາະ​ເຈື່ອງ​ຊາ ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເລີ່ມ​ຫ້າງ​ຫາ​ກະ​ກຽມ​ວຽກ​ງານ​ທຸ​ກ​ຢ່າງ​ເພື່ອຕ້ອນ​ຮັບ​ບຸນ​ເຕັດ. ເຮືອ 3 ຖ້ຽວ​ສົ່ງ​ຄະ​ນະ​ປະ​ຕິ​ບັດ​ງານ​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ​ ແລະ ບັນ​ທຸກ​ສິນ​ຄ້າ​ເຄື່ອງ​ຂອງ​ຈຳ​ເປັນກວ່າ 50 ໂຕນ​ເພື່ອ​ຮັບ​ໃຊ້​ບຸນ​ເຕັດເຊັ່ນ: ຊີ້ນ​ທຸກ​ຊະ​ນິດ, ໃບ​ຕອງ​ຈິງ, ເຂົ້າ​ໜົມ… ອັນ​ໄດ້​ຊ່ວຍ ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ ເມືອງ​ເກາະ​ເຈື່ອງ​ຊາຕ້ອນ​ຮັບ​ບຸນ​ເຕັດຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ໂອກາດບຸນ​ເຕັດ​ປີນີ້, ນອກ​ຈາກ​ຂອງ​ຂວັນ​ບຸນ​ເຕັດ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ເຫຼົ່າ​ທັບ​ເຮືອ, ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ແລ້ວ, ກໍ​ຍັງ​ມີ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ອຳ​ນາດ​ການ​ປົກ​ຄອງ​ແຂວງ​ແຄ້ງ​ຮ່​ວາ, ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ສ່ວນ​ບຸກ​ຄົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຝາກ​ສິນ​ຄ້າ​ເຄື່ອງ​ຂອງ​ຈຳ​ເປັນມາ​ຍັງເມືອງ​ເກາະ​ເຈື່ອງ​ຊາເພື່ອ​ຮັບ​ໃຊ້​ບຸນ​ເຕັດ. ທ່ານ ບຸຍ​ດີງ​ເຢືອງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນເມືອງ​ເກາະ​ເຈື່ອງ​ຊາ ໃຫ້​ຮູ້​ວ່າ : 

    “ ກອງ​ທັບ ແລະ ປະ​ຊາ​ຊົນເມືອງ​ເກາະ​ເຈື່ອງ​ຊາ​ຍາມ​ໃດ​ກໍ​ມຸ່ງ​ໄປ​ສູ່​ດິນ​ຕໍ່​ແຜ່ນ. ເມື່ອ​ລະ​ດູ​ບານ​ໃໝ່, ບຸນ​ເຕັດ​ວຽນ​ມາ, ເຖິງວ່າ​ຢູ່​ຫ່າງ​ໄກ​ຈາກ​ດິນ​ຕໍ່​ແຜ່ນ​ກໍ​ຕາມ, ແຕ່​ໃຜໆ​ກໍ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ອົບ​ອຸ່ນ​ຄື​ຢູ່​ໃນ​ຄອບ​ຄົວ​ຂອງ​ຕົນ​ເອງ. ເມືອງ​ເກາະ​ເຈື່ອງ​ຊາພວກ​ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍວ່າ ເຖິງວ່າ ຈະ​ປະ​ສົບ​ຄວາມ​ຫຍຸ້ງຍາກລຳ​ບາກ​ຄື​ແນວ​ໃດ​ກໍ​ຕາມ, ພວກ​ຂ້າ​ພະ​ເຈົ້າ​ຈະ​ສາ​ມັກ​ຄີ​ກັນ​ເພື່ອ​ປົກ​ປັກ​ຮັກ​ສາ​ເຂດ​ນ້ຳ​ແດນ​ດິນອັນ​ສັກ​ກະຫຼະ​ບູ​ຊາ​ຂອງປະ​ເທດ​ຊາດ​ຊຶ່ງ​ປະ​ຊ​າ​ຊົນ​ໄດ້​ມອບ​ໝາຍ​ໃຫ້”

    ໃນ​ຊຸມມື້ນີ້,ບັນ​ຍາ​ກາດຕ້ອນ​ຮັບ​ບຸນ​ເຕັດ​ໄດ້​ປົກ​ຄຸມ​ໄປ​ທົ່ວ​ໝູ່​ເກາະ​ເຈື່ອງ​ຊາ. ຢູ່​ຕາ​ແສງ​ເກາະ ຊອງ​ຕື​ໄຕ, ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໄດ້​ພ້ອມ​ກັນ​ປັດ​ກວາດ, ປະ​ດັບ​ປະ​ດາ​ເຮືອນຊານ, ເຮັດ​ອະ​ນາ​ໄມ​ຢູ່​ຕາມ​ເດີນ, ສວນ, ໂຮງ​ຮຽນ​ເພື່ອ​ກະ​ກຽມຕ້ອນ​ຮັບ​ບຸນ​ເຕັດ. ອ້າຍ​ຫງວຽນ​ວັນ​ຈີ້ ຢູ່​ເກາະ ຊອງ​ຕື​ໄຕໃຫ້​ຮູ້​ວ່າ :
   “ ບັນ​ດາ​ຄອບ​ຄົວ​ໃນ​ເກາະ​ພວມ​ກະ​ກຽມ​ຫໍ່​ເຂົ້າ​ຕົ້ມ ແລະ ປຸງ​ແຕ່ງ​ອາ​ຫານ​ບຸນ​ເຕັດ. ບຸນ​ເຕັດ​ຢູ່​ເກາະ ກໍ​ມີ​ການ​ເຄື່ອນ​ໄຫວ​ລະຫຼີ້ນ​ມ່ວນ​ຊື່ນຫຼາຍ​ຢ່າງ ”

        ສ່ວນ​ຢູ່​ເກາະ​ນາມ​ອຽດ, ໃຕ້ຮົ່ມ​ເຢັນ​ຕົ້ນ​ຫູກວາງ ແລະ ຕົ້ນ​ໄມ້​ໃຫຍ່​ທີ່​ໃຈ​ກາງ​ເກາະ, ບັນ​ດາ​ການ​ເຄື່ອນ​ໄຫວຕ້ອນ​ຮັບ​ບຸນ​ເຕັດ​ພວ​ມ​ຖືກ​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ, ຊຶ່ງ​ເລີ່ມ​ຕົ້ນ​ແມ່ນ​ການ​ແຂ່ງຂັນ​ຫໍ່​ເຂົ້າ​ຕົ້ມ.                                    

  ນອກ​ຈາກຫໍ່​ເຂົ້າ​ຕົ້ມ​ດ້ວຍ​ໃບ​ຕອງ​ຈິງ​ແລ້ວ, ຢູ່ໝູ່​ເກາະ​ເຈື່ອງ​ຊາຍັງ​ມີ​ວິ​ທີ​ຫໍ່​ເຂົ້າ​ຕົ້ມແບບ​ພິ​ເສດ, ນັ້ນ​ແມ່ນຫໍ່​ເຂົ້າ​ຕົ້ມ​ດ້ວຍ​ໃບ​ຫູ​ກວາງ. ຮ້ອຍ​ເອກ ເລ​ດັງ​ຊ້າງ ຢູ່​ເກາະ​ນາມ​ອຽດ​ໃຫ້​ຮູ້​ວ່າ: 

    “ຫໍ່​ເຂົ້າ​ຕົ້ມ​ດ້ວຍ​ໃບ​ຫູ​ກວາງຈະ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ເມື່ອ​ທຽບ​ໃສ່​ການຫໍ່​ເຂົ້າ​ຕົ້ມ​ດ້ວຍ​ໃບ​ຕອງ​ຈິງ, ເພາະ​ໃບ​ຫູ​ກວາງບໍ່​ໃຫຍ່ ແລະ ບໍ່​ອ່ອນ​ຄືໃບ​ຕອງ​ຈິງ. ເຂົ້າ​ຕົ້ມ​ທີ່ຫໍ່​ດ້ວຍ​ໃບ​ຫູ​ກວາງກໍ​ມີ​ສີ​ຂຽວ​ຄ້າຍ​ຄື​ກັບເຂົ້າ​ຕົ້ມ​ທີ່ຫໍ່​ດ້ວຍ​ໃບ​ຕອງ​ຈິງ. ແຕ່​ມີ​ລົດ​ຊາດ​ແຕກ​ຕ່າງ ເພາະ​ມີ​ກິ່ນສະ​ເພາະ​ຂອງໃບ​ຫູ​ກວາງ ”

    ໝູ່​ເກາະ​ເຈື່ອງ​ຊາເຖິງວ່າ​ຢູ່​ໄກ​ແຕ່​ພັດ​ໃກ້​ທີ່​ສຸດ ແລະ ຢູ່​ໝູ່​ເຫາະ​ແຫ່ງນີ້, ບັນ​ດາພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​​ໃນ​ເມືອງ​ເກາະ​ຍາມ​ໃດ​ກໍ​ກຳ​ນົດ​ວ່າ “ ເກາະ​ແມ່ນ​ເຮືອນ, ທະ​ເລ​ແມ່ນ​ບ້ານ​ເກີດ​ເມືອງນອນ”. ເຂົາ​ເຈົ້າ​ຈະ ປົກ​ປັກ​ຮັກ​ສາ​ເຂດ​ນ້ຳ​ແດນ​ດິນອັນ​ສັກ​ກະຫຼະ​ບູ​ຊາ​ຂອງປະ​ເທດ​ຊາດ​​ຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ​ເພື່ອ​ໃຫ້​ປະ​ຊ​າ​ຊົນຢູ່​ດິນ​ຕໍ່​ແຜ່ນ​ໄດ້ຕ້ອນ​ຮັບ​ບຸນ​ເຕັດດ້ວຍ​ຄວາມ​ອົບ​ອຸ່ນ ແລະ ເບີກ​ບານ​ມ່ວນ​ຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ