ແກະສະຫຼັກຖ່ານຫີນ - ອາຊີບທີ່ເປັນເອກະລັກສະເພາະຢູ່ແຂວງກວ໋າງນິງ

(VOVWORLD) - ຖ່ານຫີນ, ພຽງແມ່ນເຊື້ອເພີງຊະນິດໜຶ່ງເທົ່ານັ້ນ, ແຕ່ຜ່ານສີມືອັນຄ່ອງແຄ້ວຂອງນາຍຊ່າງແກະສະຫຼັກແລ້ວ, ຖ່ານຫີນກ້ອນໜຶ່ງອາດຈະມີຄວາມງາມສະເພາະ ແລະ ມີຄຸນຄ່າດ້ານສີລະປະສູງອີກດ້ວຍ.
ແກະສະຫຼັກຖ່ານຫີນ - ອາຊີບທີ່ເປັນເອກະລັກສະເພາະຢູ່ແຂວງກວ໋າງນິງ - ảnh 1ຮູບປະທານໂຮ່ຈີມິນ ຄວັດຈາກຖ່ານຫີນ

ອາຊີບແກະສະຫຼັກຖ່ານຫີນແມ່ນອາຊີບທີ່ເປັນເອກະລັກສະເພາະ, ມີແຕ່ຢູ່ແຂວງ ກວ໋າງນິງ ເທົ່ານັ້ນ. ຜະລິດຕະພັນສິລະປະຫັດຖະກຳທີ່ເຮັດຈາກຖ່ານຫີນມີຄົນນິຍົມບໍ່ຫຼາຍ, ວຽກງານແກະ, ຄວັດສະຫຼັກນັ້ນກໍ່ຫຍຸ້ງຍາກລຳບາກທີ່ສຸດ ແລະ ຕ້ອງໄດ້ເຮັດດ້ວຍມືເທົ່ານັ້ນ. ເຊີນທ່ານຜູ້ຟັງພ້ອມກັນໄປຊອກຮູ້ວຽກງານນີ້ຜ່ານບົດຂຽນຂອງ ມາຍລີງ - ເພື່ອນຮ່ວມງານຂອງ VOV.

        ກ່ວາ 20 ປີຜ່ານມາ, ໃນແຕ່ລະວັນ, ສຽງດັງທີ່ລື້ງເຄີຍນັ້ນຍັງກັງວານໄປທົ່ວໂຮງງານ ຂອງຄອບຄົວອ້າຍ ຫງວຽນວັນກວຽດ ແລະ ເອື້ອຍ ຫງວຽນທິແທັງບີ່ງ ຢູ່ນະຄອນ ຫະລອງ, ແຂວງ ກວ໋າງນິງ. ໂຮງງານຖືກຕັ້ງປິ່ນຫຼັງໃສ່ພູຫີນ, ບໍລິເວນອ້ອມແອ້ມໂຮງງານຖືກປົກຄຸມໄປດ້ວຍຝຸ່ນຖ່ານຫີນສີດຳ ແລະ ເຕັມໄປດ້ວຍເຄື່ອງມືຕ່າງໆຄື: ເລື່ອຍ, ສິ່ວ, ມີດຄວັດ… ດ້ວຍມູນເຊື້ອ 3 ເຊັ່ນຄົນປະກອບອາຊີບແກະຄວັດສະຫຼັກຖ່ານຫີນ, ສະນັ້ນ, ນັບແຕ່ຫາກໍ່ຮຽນຢູ່ຫ້ອງ ມ2 ຊັ້ນມັດຕະຍົມຕອນຕົ້ນ, ອ້າຍ ຫງວຽນວັນກວຽດ ໄດ້ທຳຄວາມລື້ງເຄີຍກັບການແກະຄວັດສະຫຼັກ. ບັນດາກ້ອນຫີນເຫຼົ່ານັ້ນບໍ່ມີຈິດວິນຍານ, ບໍ່ມີຄວາມຮູ້ສຶກຕໍ່ການຄວັດ, ຂູດ, ຖູຂອງນາຍຊ່າງ ຄ່ອຍໆສ້າງເປັນຮູບຮ່າງບັນດາຜະລິດຕະພັນສິລະປະທີ່ມີຈິດວິນຍານ, ມີພະລັງຊີວິດ. ຈາກໂຮງງານແກະຄວັດສະຫຼັກຂອງຂອງຄອບຄົວອ້າຍ ຫງວຽນວັນກວຽດ, ມີຜະລິດຕະພັນແກະຄວັດສະຫຼັກຖ່ານຫີນຄື: ຮູບໂຕກວາງ, ຟານ, ສິງໂຕ… ແລະ ພົ້ນເດັ່ນທີ່ສຸດແມ່ນຮູບພາບແກະຄວັດສະຫຼັກອ່າວຫະລອງ ໄດ້ໄປຮອດໄປເຖິງຜູ້ທີ່ນິຍົມສິລະປະແກະຄວັດຈາກຖ່ານຫີນ.

        ໃນປະຈຸບັນ, ຖ່ານຫີນທີ່ເອົາມາແກະ, ຄວັດເປັນຜະລິດຕະພັນໄດ້ນັ້ນມີພຽງແຕ່ຢູ່ 2 ບໍ່ເທົ່ານັ້ນ, ນັ້ນແມ່ນບໍ່ ກອັກເສົ໊າ ແລະ ບໍ່ ແດ່ວນາຍ (ຢູ່ເກິ໋ມຟ໋າ). ເພາະວ່າ, ມີແຕ່ບໍ່ຖ່ານຫີນສອງແຫ່ງນີ້, ຖ່ານຫີນຈຶ່ງມີຄວາມແຂງພຽງພໍ, ເຫຼື້ອມ ແລະ ສະທ້ອນແສງງາມທີ່ສຸດ. ເຮັດອາຊີບແກະສະຫຼັກຖ່ານຫີນນຳຜົວມາໄດ້ຫຼາຍປີ, ເອື້ອຍບິ່ງ ແບ່ງປັນວ່າ ຍ້ອນລັກສະນະແຂງແກ່ນ ແລະ ຜ່ອຍ, ການແກະ, ຄວັດຖ່ານຫີນຈຶ່ງ ຮຽກຮ້ອງຕ້ອງມີສີມືຄ່ອງແຄ້ວ, ປະນີດ ແລະ ມີຄວາມຊັດເຈນສູງ:

        “ເພື່ອຄວັດໄດ້ຜະລິດຕະພັນໜຶ່ງ, ກ່ອນອື່ນໝົດແມ່ນຕ້ອງເລືອກຖ່ານຫີນ, ຖ່ານຫີນຕ້ອງມີອາຍຸຫຼາຍປີ, ຕ້ອງເຫລື້ອມ, ກ້ຽງຈຶ່ງສາມາດແກະສະຫຼັກໄດ້. ເມື່ອເລືອກໄດ້ຖ່ານຫີນແລ້ວຕ້ອງເອົາມາເລື່ອຍຕາມຂະໜາດທີ່ເຮົາຕ້ອງການ. ແລ້ວຈຶ່ງແກະ, ຄວັດ, ຝົນໃຫ້ມັນໃສ, ກ້ຽງ, ເຫລື້ອມ. ໃນຂັ້ນຕອນການແກະຄວັດບໍ່ສາມາດເຮັດດ້ວຍເຄື່ອງຈັກ, ບັງຄັບຕ້ອງເຮັດດ້ວຍມືເທົ່ານັ້ນ, ຖ້າຖ່ານຫີນແຕກແມ່ນປະຖິ້ມເລີຍ.”

ແກະສະຫຼັກຖ່ານຫີນ - ອາຊີບທີ່ເປັນເອກະລັກສະເພາະຢູ່ແຂວງກວ໋າງນິງ - ảnh 2ອ້າຍ ຫງວຽນວັນກວຽດ ກຳລັງເຮັດວຽກງານປະຈຳວັນ

        ອາຊີບແກະສະຫຼັກຖ່ານຫີນຢູ່ ກວ໋າງນິງ ມີມາແຕ່ສະຕະວັດທີ 19. ການແກະ, ຄວັດສະຫຼັກຖ່ານຫີນໄດ້ປະກົດຕົວຂຶ້ນຈາກບັນດານາຍຊ່າງຢູ່ບໍ່ຖ່ານຫີນ ສະໄໝ ຝລັ່ງ ຄອບຄອງ. ໃນເບື້ອງຕົ້ນ, ບັນດານາຍຊ່າງທີ່ມີສີມືຄ່ອງແຄ້ວ ໄດ້ເອົາຖ່ານຫີນມາຈາກບໍ່ ເພື່ອແກະ, ຄວັດເປັນຂອງທີ່ລະນຶກເທົ່ານັ້ນ, ຫຼັງຈາກນັ້ນ, ຈຶ່ງຄ່ອຍໆກາຍເປັນອາຊີບຫັດຖະກຳທີ່ເປັນເອກະລັກສະເພາະຂອງເຂດບໍ່ຖ່ານຫີນ ກວ໋າງນິງ. ຊຸມປີ 90 ຂອງສະຕະວັດທີ 20, ອາຊີບ ແກະສະຫຼັກຖ່ານຫີນຢູ່ແຂວງ ກວ໋າງນິງ ໄດ້ຂະຫຍາຍຕົວຢ່າງແຮງ ແລະ ໄດ້ສ້າງຕັ້ງເປັນໝູ່ບ້ານອາຊີບຫັດຖະກຳຢູ່ເຂດຕາແສງ ຮົ່ງຫາຍ ແລະ ສ້າງບັນດາຮ້ານວາງຂາຍຢູ່ຄຸ້ມ ເລແທັ໊ງຕົງ (ນະຄອນ ຫະລອງ). ທ່ານ ຫງວຽນຕວ໊ນເລິ້ຍ, ເຊິ່ງແມ່ນພໍ່ຂອງອ້າຍ ກວຽດ, ປີນີ້ມີອາຍຸເກືອບ 80 ປີແລ້ວ, ທ່ານແມ່ນໜຶ່ງໃນບັນດານັກແກະສະຫຼັກຖ່ານຫີນອາວຸໂສ ໄດ້ແບ່ງປັນວ່າ:

        “ຕະຫຼາດຜະລິດຕະພັນຈາກຖ່ານຫີນນັບມື້ນັບຖືກຮັດແຄບລົງ. ນາຍຊ່າງພັດມີໜ້ອຍ ດັ່ງນັ້ນອາຊີບນີ້ນັບມື້ນັບຖືກສູນຫາຍໄດ້ງ່າຍ. ເພື່ອປົກປັກຮັກສາອາຊີບນີ້ໄວ້ໄດ້, ທີໜຶ່ງແມ່ນຕ້ອງຮັກອາຊີບ. ບໍ່ວ່າຈະແມ່ນຍາມຫຍຸ້ງຍາກ ຫຼື ຍາມສະດວກກໍ່ຕ້ອງຕິດພັນກັບອາຊີບນີ້. ດ້ານອື່ນ, ຕ້ອງຮູ້ຈັກ ຮຽນວິຊາຈິດຕະກຳ, ແກະຄວັດສະຫຼັກ, ມີສີມື.”

        ມີບາງຄັ້ງຄາວ, ໂຮງງານແກະສະຫຼັກຖ່ານຫີນຂອງຄອບຄົວທ່ານ ເລີ້ຍ ມີນາຍຊ່າງເກືອບ 10 ຄົນແຕ່ມາຮອດປະຈຸບັນຍັງເຫຼືອພຽງ 2 ຄົນເທົ່ານັ້ນ. ດ້ວຍໃບໜ້າທີ່ດ່າງດຳຍ້ອນຝຸ່ນຖ່ານຫີນ, ອ້າຍ ຫງວຽນວັນກວຽດ ໃຫ້ຮູ້ວ່າ: ປະຈຸບັນ, ຢູ່ ກວ໋າງນິງ ຍັງມີຄອບຄົວ ປະກອບອາຊີບນີ້ຢູ່ປະມານເກືອບ 10 ຄອບຄົວເທົ່ານັ້ນ:

        “ຂະແໜງອາຊີບແກະສະຫຼັກຖ່ານຫີນ ມີລັກສະນະເປັນເອກະລັກສະເພາະ, ສະຫງວນໃຫ້, ແຕ່ແຂວງ ກວາງນິງ ເທົ່ານັ້ນ. ເມື່ອມາຫະລອງ, ມາ ກວ໋າງນິງ ຈຶ່ງຮູ້ວ່າມີຂະແໜງຖ່ານຫີນ, ໃນນັ້ນມີອາຊີບແກະຄວັດສະຫຼັກຖ່ານຫີນ. ຂ້າພະເຈົ້າປາດຖະໜາຢາກມີການໜູນຊ່ວຍດ້ານທຶນຮອນຈາກຄະນະ, ຂະແໜງການ, ທຸກຂັ້ນຂອງແຂວງເພື່ອສິດສອນ ແລະ ບຳລຸງສ້າງໃຫ້ນາຍຊ່າງຕື່ມອີກ, ຈຶ່ງມີຜູ້ສືບທອດອາຊີບນີ້.”

        ບໍ່ພຽງແຕ່ແມ່ນອາຊີບທີ່ເປັນມູນເຊື້ອ, ຕິດພັນກັບປະຫວັດແຫ່ງການພັດທະນາຂອງຂະແໜງຖ່ານຫີນ, ແມ່ນຈຸດທີ່ເປັນເອກະລັກສະເພາະຂອງ ກວາງນິງ ເທົ່ານັ້ນ, ແຕ່ມາໃນປະຈຸບັນ ອາຊີບແກະຄວັດສະຫຼັກຖ່ານຫີນ ຍັງແມ່ນຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດຮູ້ຈັກເຖິງອີກດ້ວຍ. ການເສີມຂະຫຍາຍ ແລະ ຮັກສາອາຊີບແກະຄວັດສະຫຼັກຖ່ານຫີນແມ່ນຄວາມມຸ່ງມາດປາດຖະໜາເຊິ່ງລູກຫຼານທຸກຄົນຂອງເຂດດິນແດນບໍ່ແຮ່, ຜູ້ນິຍົມຄວາມງາມ ແລະ ຍາມໃດກໍ່ມີຄວາມມຸງຫວັງຢາກເພີ່ມຈິດວິນຍານເຂົ້າວັດຖຸທີ່ເປັນເອກະລັກສະເພາະຂອງບ້ານເກີດເມືອງນອນແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ