ແບແຈບຽດໄຈ້-ດົນຕີປະສານສຽງທີ່ເປັນເອກະລັກສຳລັບເດັກນ້ອຍ

(VOVWORLD) -ງານສະແດງດົນຕີປະສານສຽງບັນລຸຜົນສຳເລັດຢ່າງຈົບງາມ ເມື່ອໄດ້ນຳເອົາດົນຕີພື້ນເມືອງ ມາສະແດງໃຫ້ເດັກຮັບຊົມ, ຊ່ວຍໃຫ້ພວກເດັກມີຄວາມມັກຮັກຕໍ່ເຄື່ອງດົນຕີພື້ນເມືອງຂອງຊາດ ຫວຽດນາມຫຼາຍກວ່າເກົ່າ.
ແບແຈບຽດໄຈ້-ດົນຕີປະສານສຽງທີ່ເປັນເອກະລັກສຳລັບເດັກນ້ອຍ - ảnh 1 (ງານດົນຕີປະສານສຽງ “ແບແຈບຽດໄຈ້”)

ງານສະແດງດົນຕີປະສານສຽງ “ແບແຈບຽດໄຈ້” (ໄມ້ໄຜ່ຮູ້ຈັກເຄື່ອນໄຫວ) ໂດຍວົງດົນດີ ແຈ, ເນືອ “ສຶກຊົງເມີຍ” (ວົງດົນຕີໄມ້ໄຜ່, ໄມ້ເຮ້ຍ “ພະລັງຊີວິດໃໝ່” ສະແດງຢູ່ສູນສິລະປະ Vincom (ຮ່າໂນ້ຍ) ຜ່ານມາ ໄດ້ນຳມາເຊິ່ງງານດົນຕີສະແດງສຳລັບເດັກນ້ອຍ. ດ້ວຍການສົມທົບທີ່ເປັນເອກະລັກສະເພາະລະຫວ່າງດົນຕີພື້ນເມືອງຂອງຊາດ ແລະ ຝ່າຍຕາເວັນຕົກ, ງານດົນຕີປະສານສຽງໄດ້ນຳມາເຊິ່ງວິທີຫຼີ້ນດົນຕີທີ່ໃໝ່ອ່ຽມໃຫ້ແກ່ມວນຊົນນະຄອນຫຼວງ ຮ່າໂນ້ຍ.

        ງານດົນຕີປະສານສຽງ “ແບແຈບຽດໄຈ້” ແມ່ນການປະສານສົມທົບລະຫວ່າງການເລົ່າເລື່ອງ ແລະ ການສະແດງດົນຕີພື້ນເມືອງ, ສົມທົບລະຫວ່າງບູຮານ ແລະ ທັນສະໄໝ. ຜ່ານການເລົ່າເລື່ອງຂອງນັກສິລະປິນຊາວ ອາເມລິກາ Sarah Jean Matthews, ຜູ້ທີ່ໄດ້ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ຫວຽດນາມ ມາເປັນເວລາຫຼາຍປີ, ເລື່ອງລາວ “ແບແຈບຽດໄຈ້” ແມ່ນເລົ່າເລື່ອງກ່ຽວກັບການເດີນທາງໄປຄົ້ນຫາໂລກຂອງນ້ອງ ແຈ ແລະ ການເຕີບໃຫຍ່ບືນຕົວຂຶ້ນເຕັມໄປດ້ວຍພະລັງຊີວິດ. ຜ່ານແຕ່ລະໄລຍະຂອງເລື່ອງລາວ ແມ່ນການສະແດງທີ່ເປັນເອກະລັກສະເພາະ, ການປະສານສົມທົບຢ່າງກົມກຽວລະຫວ່າງດົນຕີຝ່າຍຕາເວັນຕົກ ກັບດົນຕີພື້ນເມືອງ ຫວຽດນາມ. ໂດຍມີຄວາມປະທັບໃຈເມື່ອເຂົ້າຊົມການສະແດງດົນຕີ, ເອື້ອຍ ຫງວຽນຕວຽດ ແລະ ເອື້ອຍ ເຈິ່ນຕວຽດລານ ຢູ່ເມືອງ ເກົ່າໄຢ ຮ່າໂນ້ຍ, ແບ່ງປັນຄວາມຮູ້ສຶກວ່າ:

        “ເມື່ອຍ່າງເຂົ້າໄປຂ້າງໃນ, ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ. ຍ້ອນງານດົນຕີປະສານສຽງນີ້ໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ, ລູກຂ້າພະເຈົ້າອາຍຸ 7 ປີມີຄວາມກະຕືລືລົ້ນ ແລະ ຕັ້ງໃຈຮັບຊົມ. ຂ້າພະເຈົ້າຄິດວ່າ ເຮັດໄດ້ຄືແນວນັ້ນແມ່ນບັນລຸຜົນສຳເລັດແລ້ວ”.

        “ຂ້າພະເຈົ້າເຫັນວ່າມັນມ່ວນແທ້ມ່ວນວາ, ແມ່ນເໝາະສົມກັບເດັກນ້ອຍ ຍ້ອນມັນເປັນການປະສົມປະສານລະຫວ່າງດົນຕີພື້ນເມືອງ ແລະ ທັນສະໄໝ. ເຂົ້າຊົມງານສະແດງດົນຕີນີ້ພວກເພື່ອນຈະຮັບຮູ້ ແລະ ຮ່ຳຮຽນໄດ້ຫຼາຍກວ່າຈາກມູນເຊື້ອ ຜ່ານການສະແດງແບບທັນສະໄໝຄືແນວນີ້”.

        ບໍ່ພຽງແຕ່ນຳມາເຊິ່ງການປະສານສຽງທີ່ເປັນເອກະລັກສະເພາະເທົ່ານັ້ນ, ລາຍການສະແດງທີ່ໃໝ່ອ່ຽມລະຫວ່າງສຽງເຄື່ອງດົນຕີ T’rung ສົມທົບກັບສຽງເຄື່ອງດົນຕີ cello ຂອງນັກເສບດົນຕີ ດິງຮ່ວາຍຊວັນ ໄດ້ສ້າງຄວາມຕົກສະເງີ້ໃຫ້ແກ່ມວນຊົນ. ແບ່ງປັນກ່ຽວກັບການປະສານສຽງບັນດາເຄື່ອງດົນຕີນີ້, ນັກເສບດົນຕີ ດິງຮ່ວາຍຊວັນ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ສະແດງຢູ່ຫຼາຍເວທີໃຫຍ່ມາແລ້ວ, ແຕ່ຢູ່ທີ່ນີ້ແມ່ນໄດ້ໃກ້ຊິດກັບເດັກນ້ອຍຫຼາຍກວ່າ. ບົດດົນຕີມີຊື່ວ່າ ທຽນງາ ຂອງນັກດົນຕີຊາວ ຝລັ່ງ, ສົມທົບກັບເຄື່ອງດົນຕີພື້ນເມືອງໄດ້ນຳມາເຊິ່ງຄວາມດຶງດູດໃຈ, ນີ້ແມ່ນການປະສານສົມທົບທີ່ໃໝ່ອ່ຽມ, ດຶງດູດເດັກນ້ອຍ ແລະ ນັບທັງຜູ້ໃຫຍ່ອີກດ້ວຍ.”

        ສ່ວນໜຶ່ງໃນການສະແດງໃນງານດົນຕີປະສານສຽງ “ແບແຈບຽດໄຈ້” ໄດ້ປະດິດແຕ່ງໂດຍຜູ້ບັນຊາວົງດົນຕີ ດົ່ງກວາງວິງ, ເຊິ່ງແມ່ນຜູ້ທີ່ໂຄສະນາດົນຕີພື້ນເມືອງ ຫວຽດນາມ ອອກສູ່ໂລກຢ່າງບໍ່ຢຸດຢັ້ງ. ຜູ້ກຳກັບການສະແດງ ດົ່ງກວາງວິງ, ໃຫ້ຮູ້ວ່າ:

        “ເຄື່ອງດົນຕີທັງໝົດເຫຼົ່ານັ້ນໄດ້ເຮັດດ້ວຍໄມ້ໄຜ່, ເປັນການສ່ອງແສງໃຫ້ເຫັນການດຳລົຊີວິດຂອງຊາວ ຫວຽດນາມ. ງານສະແດງດົນຕີປະສານສຽງຈະບໍ່ຢຸດຢູ່ພຽງເທົ່ານັ້ນ ຫາກຍັງຈະຫັນເປັນເລື່ອງລາວເພື່ອສະຫງວນໃຫ້ເດັກ ຫວຽດນາມ, ນັບທັງຊາວຕ່າງປະເທດອີກດ້ວຍ. ນັ້ນແມ່ນການສະແດງໃຫ້ເຫັນຄວາມມັກຮັກຂອງຊາວຕ່າງປະເທດທີ່ມີຕໍ່ວັດທະນະທຳຂອງຊາດ ຫວຽດນາມ. ໃນຕົວຈິງ, ເພື່ອດຶງດູດຜູ້ຊົມຫຼາຍກວ່ານັ້ນ, ເຮົາຕ້ອງຮ່ຳຮຽນຫຼາຍຢ່າງ, ຮໍ່າຮຽນຄວາມມັກຮັກຂອງພວກເດັກວ່າ ແມ່ນຄືແນວໃດ, ຄົ້ນຄວ້າບັນດາບົດປະພັນຂອງເດັກ, ຫົວເລື່ອງດົນຕີເຊິ່ງເດັກມັກຟັງເພື່ອປະສານສົມທົບເຂົ້າກັນຄືໃນມື້ນີ້”.

        ກໍ່ຍ້ອນຄວາມແຕກຕ່າງ, ສະຫຼາດສະຫຼຽວໃນການປະສານສຽງດົນຕີ, ງານສະແດງດົນຕີປະສານສຽງ “ແບແຈບຽດໄຈ້” ໄດ້ຮັບການສະໜັບສະໜູນຈາກມວນຊົນໃນທຸກເກນອາຍຸ. ງານສະແດງດົນຕີປະສານສຽງບັນລຸຜົນສຳເລັດຢ່າງຈົບງາມ ເມື່ອໄດ້ນຳເອົາດົນຕີພື້ນເມືອງ ມາສະແດງໃຫ້ເດັກຮັບຊົມ, ຊ່ວຍໃຫ້ພວກເດັກມີຄວາມມັກຮັກຕໍ່ເຄື່ອງດົນຕີພື້ນເມືອງຂອງຊາດ ຫວຽດນາມຫຼາຍກວ່າເກົ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ