​ແຜ່​ກະ​ຈາຍ​ຄວາມ​ຮັກ​ຊຸດ​ເສື້ອ​ຍາວ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ ຮ່າ​ໂນ້ຍ

(VOVWORLD) - ທ້າຍອາທິດຜ່ານມາ, ຢູ່ຄຸ້ມຖະໜົນຍ່າງ ຮວ່ານກຽມ (ຮ່າໂນ້ຍ) ມີຄວາມຄຶກຄື້ນມ່ວນຊື່ນ ແລະ ຫຼາກຫຼາຍສີສັນດ້ວຍເວທີສະແດງຊຸດເສື້ອຍາວ, ພ້ອມດຽວກັນນັ້ນ ກໍຍັງມີການເຂົ້າຮ່ວມຂອງແມ່ຍິງນັບພັນຄົນທີ່ນຸ່ງຊຸດເສື້ອຍາວທີ່ສວຍງາມ. ນີ້ແມ່ນກິດຈະກຳນອນໃນຂອບເຂດງານບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ ປີ 2023 (ເຊິ່ງໄດ້ດຳເນີນແຕ່ວັນທີ 27  29 ຕຸລາ), ໂດຍເປັນເຫດການໃຫຍ່ຂອງນະຄອນຫຼວງ ເພື່ອແນໃສ່ແນະນຳ, ໂຄສະນາ, ເຊີດຊູຄວາມງາມຂອງຊຸດເສື້ອຍາວອັນເປັນປະເພນີ ຂອງ ຫວຽດນາມ ເຖິງປະຊາຊົນ ແລະ ແຂກທ່ອງທ່ຽວ. ໄປຄຽງຄູ່ກັນນັ້ນ, ນະຄອນ ຮ່າໂນ້ຍ ກໍໄດ້ຈັດຫຼາຍເຫດການເພື່ອແນໃສ່ປະກອບສ່ວນແຜ່ກະຈາຍຄວາມຮັກສຳລັບຊຸດເສື້ອຍາວຂອງຊາດຕື່ມອີກ. 
 
​ແຜ່​ກະ​ຈາຍ​ຄວາມ​ຮັກ​ຊຸດ​ເສື້ອ​ຍາວ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 1ງານບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ ປີ 2023  (ພາບ: VOV)
 

ຈຸດເດັ່ນຂອງບັນດາກິດຈະກຳໂຄສະນາ, ເຊີດຊູຊຸດເສື້ອຍາວຂອງນະຄອນ ຮ່າໂນ້ຍ ແມ່ນງານບຸນຊຸດເສື້ອຍາວຕິດພັນກັບການທ່ອງທ່ຽວຮ່າໂນ້ຍ ປີ 2023, ເຊິ່ງໄດ້ຈັດຂຶ້ນຢູ່ຄຸ້ມຖະໜົນຍ່າງ ໜອງຮວ່ານກຽມ, ແຕ່ວັນທີ 27 – 29 ຕຸລາ. ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນພິທີໄຂ ມີຫົວຂໍ້ “ຄົ້ນຫາຈຸດຄວາມງາມຢູ່ ຮ່າໂນ້ຍ”, ເຊິ່ງໄດ້ວາດພາບເຖິງການດຳລົງຊີວິດຂອງປະຊາຊົນນະຄອນຫຼວງ ແລະ ຂອງຊາດຂອງ ຫວຽດນາມ ຜ່ານແຕ່ລະໄລຍະ, ຜ່ານນັ້ນ, ກໍແຜ່ຂະຫຍາຍຄວາມຮັກຕໍ່ກັບຊຸດເສື້ອຍາວທີ່ເປັນປະເພນີ. ຢູ່ຄຸ້ມຖະໜົນຍ່າງ ຍັງຈັດເຂດ “ຖະໜົນຊຸດເສື້ອຍາວວົງຄະນະຍາດ” ດ້ວຍຫົວຂໍ້ “ຍ່າງເລາະອ້ອມໜອງຮວ່ານກຽມ”, ຊ່ວຍໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ທົບທວນຄືນປະຫວັດສາດຂອງນະຄອນຫຼວງແຫ່ງອະລິຍາທຳນັບພັນປີ ແລະ ຮູ້ສຶກໄດ້ຢ່າງເລິກເຊິ່ງກ່ຽວກັບຄວາມງາມ ແລະ ຄຸນຄ່າຂອງຊຸດເສື້ອຍາວ. ພ້ອມດຽວກັນນັ້ນ, ກໍແມ່ນເຂດວາງສະແດງ, ແນະນຳບັນດາຜະລິດຕະພັນໂດຍນັກອອກແບບຊຸດເສື້ອຍາວຊື່ດັງທີ່ມາຈາກ 3 ພາກ ເໜືອ - ກາງ - ໃຕ້ ຂອງ ຫວຽດນາມ.  ຜູ້ກຳກັບການສະແດງ ດັ້ງເລມິງຈີ໊, ທີ່ປຶກສາດ້ານສິລະປະຂອງງານບຸນຊຸດເສື້ອຍາວຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2023, ປາດຖະໜາວ່າ ຜ່ານບັນດາເວທີສະແດງ, ຊຸດເສື້ອຍາວ ຈະກາຍເປັນສັນຍາລັກສິລະປະສະເພາະໃນທ່າມກາງບັນຍາກາດ, ສີສັນຂອງນະຄອນຫຼວງ ຮ່າໂນ້ຍ. ທ່ານກ່າວວ່າ:

ຊຸດເສື້ອຍາວຢູ່ແຕ່ລະເຂດພາກ ຈະມີຄວາມງາມ ແລະ ຄວາມເອກອ້າງທະນົງໃຈສະເພາະຂອງໃຜລາວ, ແຕ່ໂດຍລວມແລ້ວ ລ້ວນແລ້ວແຕ່ເປັນຊຸດເສື້ອຍາວຂອງ ຫວຽດນາມ ແລະ ເປັນຄວາມເອກອ້າງທະນົງໃຈຂອງພວກເຮົາ. ດັ່ງນັ້ນ, ເລື່ອງມີຊຸດເສື້ອຍາວຂອງທັງ 3 ພາກ ໄດ້ສະແດງຢູ່ເຂດໜອງຮວ່ານກຽມ ນີ້ ແມ່ນເພື່ອເນັ້ນໜັກເຖິງສານທີ່ວ່າ: ຮ່າໂນ້ຍ ແມ່ນແຫຼ່ງມີບັນດາມໍລະດົກ, ແມ່ນບ່ອນເຕົ້າໂຮມສິ່ງຍອດຍິ່ງທີ່ສຸດ, ຜ່ານນັ້ນ ກໍຈະເຊີດຊູບັນດາຊຸດເຊື້ອຍາວ. ເຖິງວ່າ ຊຸດເສື້ອຍາວນັ້ນ ແມ່ນຂອງເຂດພາກໃດກໍຕາມ ເມື່ອມາ ຮ່າໂນ້ຍ ກໍລ້ວນແລ້ວແຕ່ໄດ້ເອ້, ຄວາມງາມ ແລະ ພ້ອມກັບຮ່າໂນ້ຍ ກະຈາຍຄວາມງາມ.

​ແຜ່​ກະ​ຈາຍ​ຄວາມ​ຮັກ​ຊຸດ​ເສື້ອ​ຍາວ​ສູ່​ປະ​ຊາ​ຊົນ​ນະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 2ງານບຸນຊຸດເຊື້ອຍາວ ແມ່ນການເຄື່ອນໄຫວແນໃສ່ອະນຸລັກຮັກສາ ແລະ ເຊີດຊູຄວາມງາມຂອງຄຸນຄ່າວັດທະນະທຳ ຫວຽດນາມ (ພາບ: VOV)

        ໃນຂອບເຂດງານບຸນຊຸດເສື້ອຍາວຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2023 ຍັງດຳເນີນການປະກວດຊຸດເສື້ອຍາວ “ຄວາມງາມທີ່ມີສະເໜ່ຂອງຊຸດເສື້ອຍາວ ຮ່າໂນ້ຍ” ຢູ່ຖະໜົນຍ່າງໜອງ ຮວ່ານກຽມ ດ້ວຍການເຂົ້າຮ່ວມຂອງແມ່ຍິງນະຄອນຫຼວງເກືອບ 1.000 ຄົນ. ທ່ານນາງ ຟ້າມທິແທງເຮືອງ, ຮອງປະທານ ສະຫະພັນແມ່ຍິງ ຮ່າໂນ້ຍ  ແບ່ງປັນວ່າ:

“ຜ່ານກິດຈະກຳຕ່າງໆ, ພວກຂ້າພະເຈົ້າຢາກສ້າງເງື່ອນໄຂໃຫ້ປະຊາຊົນ, ຜູ້ຮັກມັກຊຸດເສື້ອຍາວ ໄດ້ສະແດງຄວາມຮັກກັບຊຸດເສື້ອຍາວເທິງເວທີຂອງລາຍການ. ຜ່ານນັ້ນ, ກໍແນໃສ່ສ້າງຄວາມເອກອ້າງທະນົງໃຈຕໍ່ກັບຊຸດເສື້ອຍາວ ຊຶ່ງບໍ່ສະເພາະຂອງແມ່ຍິງເທົ່ານັ້ນຫາກຍັງຂອງທົ່ວສັງຄົມອີກດ້ວຍ ເພື່ອແຜ່ກະຈາຍຄວາມຮັກຕໍ່ກັບຊຸດເສື້ອຍາວ, ເຊີດຊູຄຸນຄ່າຂອງຊຸດເສື້ອຍາວໃນຊີວິດສັງຄົມ, ໃນນັ້ນ ມີຂົງເຂດການທ່ອງທ່ຽວ”.

ພ້ອມກັບງານບຸນຊຸດເສື້ອຍາວຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2023, ໃນເດືອນ ຕຸລາ ນີ້, ສະຫະພັນແມ່ຍິງນະຄອນ ຮ່າໂນ້ຍ ກໍໄດ້ປຸກລະດົມສັບປະດາ “ຊຸດເສື້ອຍາວວົງຄະນະຍາດ" ເຊິ່ງດຳເນີນແຕ່ວັນທີ 10 – 20 ຕຸລາ. ໃນໂອກາດນີ້, ຢູ່ບັນດາສຳນັກງານ, ອົງການ, ໂຮງຮຽນ ກໍຄືໃນຖະໜົນສາຍຕ່າງໆຂອງນະຄອນຫຼວງ ຮ່າໂນ້ຍ, ກໍປະກົດມີຮູບພາບເອື້ອຍນ້ອງແມ່ຍິງທີ່ມີສະເໜ່ ແລະ ສຸພາບຮຽບຮ້ອຍດ້ວຍຊຸດເສື້ອຍາວ. ຄວາມໝັ້ນໃຈ ແລະ ເອກອ້າງທະນົງໃຈ ແມ່ນຄວາມຮູ້ສຶກລວມຂອງເຂົາເຈົ້າໃນເວລາທີ່ນຸ່ງຊຸດເສື້ອຊາວ.

     "ສຳລັບແມ່ຍິງ ຫວຽດນາມ ແຕ່ລະຄົນແລ້ວ, ຊຸດເສື້ອຍາວ ມີຄວາມໝາຍຢ່າງເລິກເຊິ່ງ ເພາະວ່າ ເສື້ອຍາວ ສະແດງເຖິງຄວາມອ່ອນໂຍນ ແລະ ຄວາມງາມຂອງແມ່ຍິງ ຫວຽດນາມ. ຜ່ານຊຸດເຊື້ອຍາວ, ບັນດາຄຸນຄ່າວັດທະນະທຳຂອງຊາດ ຫວຽດນາມ ກໍໄດ້ສະແດງອອກ. ເມື່ອນຸ່ງຊຸດເສື້ອຍາວ, ແມ່ຍິງພວກຂ້າພະເຈົ້າ, ໃຜໆກໍຮູ້ສຶກເອກອ້າງທະນົງໃຈ."

"ເສື້ອຍາວ ແມ່ນຊຸດອາພອນປະເພດໜຶ່ງ, ແຕ່ສຳຄັນກວ່າ, ມັນແມ່ນສ່ວນໜຶ່ງຂອງວັດທະນະທຳ ຫວຽດນາມ. ເມື່ອເຂົາເຈົ້າເຫັນເຮົານຸ່ງຊຸດເສື້ອຍາວ, ເຂົາກໍຮູ້ໂລດວ່າ ເຮົາເປັນຄົນ ຫວຽດ”.

ຊຸດເສື້ອຍາວ ໄດ້ຮັບຖືວ່າ ແມ່ນຊຸດອາພອນອັນເປັນປະເພນີຂອງແມ່ຍິງ ຫວຽດນາມ. ໂດຍຜ່ານຫຼາຍໄລຍະປະຫວັດສາດຂອງຊາດ, ຊຸດເສື້ອຍາວ ໄດ້ ແລະ ກຳລັງໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍໃນຊີວິດຂອງຊາວ ຫວຽດນາມ. ບໍ່ພຽງແຕ່ເປັນການເຊີດຊູຄວາມງາມຂອງແມ່ຍິງ ຫວຽດນາມ ເທົ່ານັ້ນ, ຊຸດເສື້ອຍາວ ຍັງເປັນຊັບສົມບັດອັນລ້ຳຄ່າ, ເປັນຄວາມເອກອ້າງທະນົງໃຈຂອງຊາວ ຫວຽດນາມ ໝົດທຸກຄົນ. ໃນທ່າມກາງບັນຍາກາດຂອງລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ, ຮູບພາບແມ່ຍິງທີ່ມີສະເໜ່ດ້ວຍຊຸດເສື້ອຍາວ ໃນຖະໜົນສາຍຕ່າງໆ ຍິ່ງເຮັດໃຫ້ຮ່າໂນ້ຍ ເພີ່ມຄວາມງາມພິເສດສະເພາະຂອງດິນແດນທັງລອງ ແຫ່ງອະລິຍາທຳນັບພັນປີ./.

ຕອບກັບ

ຂ່າວ/ບົດ​ອື່ນ