ໂຄງການໃຫ້ຢືມລົດຖີບເພື່ອຫນູນຊ່ວຍນັກຮຽນທຸກຍາກໄປໂຮງຮຽນ

(vovworld)- ໂດຍ​ຕ່າງ​ກັນ​ກັບ​ໂຮງ​ຮຽນ​ອື່ນຫລາຍ​ແຫ່ງ​ຢູ່​ເຂດ​ຕົວ​ເມືອງ, ​ເຂດຈອດ​ລົດ​ຖີບ​ຂອງ​ນັກ​ຮຽນ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ເລກ 4 ເມືອງ ວັນ​ບ່ານ ແຂວງ ລາວ​ກາຍ ບໍ່ມີລົດ​ຖ​ີບ​ໄຟ​ຟ້າ, ລົດ​ຈັກ​ໄຟ​ຟ້າ​ເທົ່າ​ນັ້ນ ຫາກ​ຈຳ​ນວນ​ລົດ​ຖ​ີບ​​ທີ່ສັບ​ຊ້ອນເປັນ​ແຖວ​ໃນ​ໂຮງ​ຮຽນ​​ລ້ວ​ນ​ແຕ່ແມ່ນ​ລົດ​ຖີບ​ທີ່​ນັກ​ຮຽນ​ຢືມ. ບັນ​ດາ​ລົດ​ຖີບ​ໄປ​ຢືມນີ້ ໄດ້​ສະ​ຫນິດ​ຕິດ​ພັນ​ກັບ​ນັກ​ຮຽນ​ຫລາຍ​ລຸ້ນ​ຄົນ​ຂອງ​ໂຮງ​ຮຽນ​ໃນ​ຕະ​ຫລອດ 6 ປີ​ຜ່ານ​ມາ, ໄດ້​ຊ່ວຍ​ໃຫ້​ນັກ​ຮຽນ​ທຸກ​ຍາກ​ຫລາຍ​ຄົນ​​ທີ​່​ປະ​ລະ​ການ​ຮຽນ, ໄປ​ຮຽນ​ຊ້າ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ໄປ​ໂຮງ​ຮຽນ​.

ໂຄງການໃຫ້ຢືມລົດຖີບເພື່ອຫນູນຊ່ວຍນັກຮຽນທຸກຍາກໄປໂຮງຮຽນ - ảnh 1
ເສັ້ນ​ທາງ​ໄປ​ເຖິງ​ໂຮງ​ຮຽນ​ຂອງ​ພວກ​ນ້ອງ​ນັກ​ຮຽນ​ຢູ່ວັນ​ບ່ານ ແຂວງ ລາວ​ກາຍ​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ


        ໂດຍ​ຕັ້ງ​ຢູ່​ທາງທິດ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ເມືອງ, ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ເລກ​ 4 ເມືອງວັນ​ບານ ແຂວງ​ລາວ​ກາຍ ແມ່ນ​ບ່ອນ​ຮ່ຳ​ຮຽນ​ຂອງ​ລູກ​ຫລານ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່ 5 ຕາ​ແສງ ​ ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກເປັນ ພິ​ເສດ ຄື: ແຄງ​ຮ້າ, ແຄງ​ຈູງ, ຈຽງ​ແກນ, ນ້ຳ​ທາ, ລຽມ​ຟູ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ເສັ້ນ​ທາງ​ໄປ​ຮຽນ​ແມ່ນ​ຫຍຸ້ງ​ຍາກ​ລຳ​ບາກ, ຫ່າງ​ໄກ ນັ້ນແມ່ນ​ສິ່ງ​ກີດ​ຂວາງ​ໃຫຍ່​ສຳ​ລັບ​ພວກ​ນ້ອງ​ນັກ​ຮຽນ​ຢູ່​ທີ່ນີ້. ຕອນ​ເຊົ້າ​ແຕ່​ລະ​ມື້ ເພື່ອ​ໄປ​ເຖິງ​ໂຮງ​ຮຽນ, ວິ​ທີ​ຫນຶ່ງ​ດຽວ​ຊື່ງ​ນັກ​ຮຽນ​ແຕ່​ລະ​ຄົນ​ຕ້ອງ​ເຮັດ​ນັ້ນ​ແມ່ນ ຕ້ອງ​​ຕືນນອນແຕ່​ເຊົ້າ ແລະ ຍ່າງ​ໄປ. ເລື່ອງ​ນັກ​ຮຽນ​ຂຶ້ນ​ຫ້ອງ​ຊ້າ​ຫລື​ພັກ​ຮຽນກໍ່​ຍ້ອນ​ວ່າ ເຮືອນ​ຢູ່​ໄກ, ເສັ້ນ​ທາງ​ໄປ​​ເຖິງໂຮງ​ຮຽນ​ແມ່ນ​ຫຍຸ້ງ​ຍາກ​ເປັນ​ສິ່ງ​ທີ່​ເກ​ີດ​ຂຶ້ນ​ເປັນ​ປະ​ຈຳ. ນີ້​ແມ່ນ​ຄວາມ​ເປັນ​ຫ່ວງ​ຂອງ​ບັນ​ດາ​ຄູ​ອາ​ຈານ​ໃນ​ໂຮງ​ຮຽນ ແລະ ກໍ​ແມ່ນ​ສາຍ​ເຫດ​ເພື່ອ​​ສ້າງ ​ໃຫ້ມ​ີ​ການ​ກູ້​ຢືມລົດ​ຖີບ. ອ້າຍ​ຄູ ລູກ​ກາວ​ເກື່ອງ, ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ໃຫ້​ຮູ້​ວ່າ:

        “ໂຄງ​ການນີ້​ເພື່ອ​ແນ​ໃສ່​ຂົນ​ຂວາຍ​ນັກ​ຮຽນ​ໄປ​ໂຮງ​ຮຽນ​ໃຫ້ທັນ​ເວ​ລາ, ຈາກນັ້ນ ນັກ​ຮຽນ​ບໍ່​ຕ້ອງ​ຍ່າງ​​ໄປ​ຮຽ​ນ​ທາງ​ໄກ​ອີກ ແລະ ມັກ​ໄປ​ຮຽນ​ກວ່າ. ຜ່ານ​ການ​ຫນູນ​ຊ່ວຍ, ຊ່ວຍ​ເຫລືອ​ຂອງ​ໂຮງ​ຮຽນ, ນັກ​ຮຽນ ກໍ​ມີ​ສະ​ຕິ​ພ້ອມ​ແລ້ວ​ໄປ​ຮຽນ​ທັນ​ເວ​ລາ, ຄວາມ​ຮັບ​ຮູ້​ໃນ​ການ​ຮຽນ​ ກໍ​ດີກວ່າ.”

        ສິ່ງ​ພິ​ເສດ​ຂອງ​ໂຄງ​ການ ນັ້ນ​ແມ່ນ ລົດ​ຖ​ີບບໍ່​ໄດ້​ມອບ​ໃຫ້​ຜູ້​ໃດ​ພຽງ​ແຕ່​ໃຫ້​ກູ້​ຢືມ​ເທົ່າ​ນັ້ນ. ຈຸດ​ໝາຍ​ຂອງ​ໂຮງ​ຮຽນ​ທີ່​ໄດ້​ວາງ​ອອກ ນັ້ນ​ແມ່ນ​ນັກ​ຮຽນ​ທຸກ​ຄົນ​ທີ່​ຢູ່​ໄກ​ຈ​ສກໂຮງ​ຮຽນ​ປະ​ມານ 5 ກີ​ໂລ​ແມັດ​ຂຶ້ນ​ໄປ​ ແລະ ຍ່າງ​ໄປ​ຮຽນຈະ​ໄດ້​ຢືມ​ລົດ​ຖີບ. ຈຳ​ນວນລົດ​ຖີບ​ດັ່ງ​ກ່າວ ​ໂດຍ​ໂຮງ​ຮຽນ​ລະ​ດົມ​ຈາກ​ທຸກ​ແຫລ່ງ​ກຳ​ລັງ ແລະ ຂົນ​ຂວາຍ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ ສ້າງ​ຂຶ້ນ. ໃນ​ວິ​ວັດ​ການ​ນຳ​ໃຊ້ ຖ້າ​ລົດ​ຖ​ີບ​ເປ່​ເພ ໂຮງ​ຮຽນ​ຈະ​ສ້ອມ​ແປງ​ໃຫ້. ​ເມື່ອ​ຮອດ​ໄລ​ຍະທ້າຍ​ປີ, ສິ້ນ​ສຸດ​ສົກ​ຮຽນ ລົ​ດ​ຖີບ​ຕ້ອງ​ສົ່ງ​ຄືນ​ໃຫ້​ໂຮງ​ຮຽນ​ຮັກ​ສາ​ເພື່ອ​ສືບ​ຕໍ່​ນຳ​ໃຊ້ໃນ​ປີ​ຫນ້າ.

ໂຄງການໃຫ້ຢືມລົດຖີບເພື່ອຫນູນຊ່ວຍນັກຮຽນທຸກຍາກໄປໂຮງຮຽນ - ảnh 2
ລົດ​ຖ​ີບ​ທ​ີ່​ພວກ​ນ້ອງ​ນັກ​ຮຽນ​ໄດ້​ຢືມ​ຈາກ​ໂຮງ​ຮຽນ


        ແນວ​ຄວາມ​ຄິດ​ກ່ຽວ​ກັບ​ການ​ໃຫ້ນັກ​ຮຽນ​ຢືມ​ລົດ​ຖີບໄດ້​ປະ​ກົດ​ອອກ​ເມື່ອ​ປີ 2010. ເບື້ອງ​ຕົ້ນ ດ້ວຍ​ຈຳ​ນວນ​ເງິນ​ຫນ້ອຍ​ທີ່​ຂົນ​ຂວາຍ​ມາ​ໄດ້, ໂຮງ​ຮຽນ ​ຊື້​ລົດ​ຖີບ​ເກົ່າໄດ້ 4 ຄັນ, ພຽງ​ແຕ່​ບຸ​ລິ​ມະ​ສິດ​ໃຫ້​ນັກ​ຮຽນ 4 ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ ແລະ ເຮືອນ​ຢູ່​ໄກ​​ຈາກ​ໂຮງ​ຮຽນກວ່າ​ໝູ່. ໃນ​ຕະ​ຫລອດ 6 ປີ​ຜ່ານ​ມາ, ຈາກ​ການ​ຂາດ​ເຂີນ​ໃນ​ເບື້ອງ​ຕົ້ນ ມາ​ຮອດ​ປະ​ຈຸ​ບັນ ຈຳ​ນວນ​ລົດ​ຖີບ​ຂອງ​ໂຮງ​ຮຽນ​ແມ່ນ​ຂຶ້ນ​ເຖິງ 125 ຄັນ​ແລ້ວ, ໄດ້​ຊ່ວຍ​ໃຫ້​ນັກ​ຮຽນ​ທຸກ​ຍາກກວ່າ 400 ເທື່ອ​ຄົນ​ໄປ​ໂຮງ​ຮຽນ. ນ້ອງ ເວືອງວັນ​ເຫືອງ, ນັກ​ຮຽນ ມໍ 3 ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ເລກ 4, ເມືອງວັນ​ບານ, ແຂວງ ລາວ​ກາຍ ແບ່ງ​ປັນ​ວ່າ:

        “ກ່ອນນີ້ ພວກ​ນ້ອງ ໄປ​ຮຽນ​ຫຍຸ້ງ​ຍາກ​ທີ່​ສຸດ, ຕ້ອງ​ຕື​່ນນອນ​ມາ​ແຕ່​​ຮຸ່ງເຊົ້າ, ຖ້າ​ຫາກ​ຊຸມມື້​ເກີດ​ຝົນ​ຕົກ, ອາ​ກາດ​ຫນາວ​ຈັດ ນ້ອງ​​ເຄີຍຂຶ້ນ​ຫ້ອງ​ຊ້າ​ເປັນ​ປະ​ຈຳ. ນັບ​ແຕ່​ເມື່ອ​ມີ​ລົດ​ຖີບ ໃນ​ຊຸມມື້​ຫນາວ​ຈັດ ພວກ​ນ້ອງ​ບໍ່ ຕ້ອງ​ຕື​່ນນອນ​ມາ​ແຕ່​​ຮຸ່ງເຊົ້າ, ໄລ​ຍະ​ທາງ​ເຖິງ​ໂຮງ​ຮຽນ​ມີ​ລວງ​ຍາວ​ກ່​ວາ 7 ກິ​ໂລ​ແມັດ ກໍ​ຮູ້​ສຶກວ່າ​ແມ່ນ​ສັ້ນ​ລົງ, ແລະ ເສຍ​ເວ​ລາ​ຫນ້ອຍກວ່າ. ນ້ອງ​ເຫັນ​ວ່າ ໂຄງ​ການນີ້​ແມ່ນ​ມີ​ຄວາມ​ໝາຍ​ແທດ​ຈິງ.”

        ຍ້ອນ​ມີ​ໂຄງ​ການ​ດັ່ງ​ກ່າວ, ມາ​ຮອດ​ປະ​ຈຸ​ບັນ ຢູ່ ໂຮງ​ຮຽນ​​ມັດ​ທະ​ຍົມ​ຕອນ​ປາຍ​ເລກ 4, ເມືອງ ວັນ​ບານ ບໍ່​ມີ​ນັກ​ຮຽນ​​ຜູ​້ໃດ​ໄປ​ຮຽນ​ຊ້າ ຫລື​ປະ​ລະ​ການ​ຮຽນ​ຍ້ອນ​ເຮືອນ​ຢູ່​ຫ່າງ​ໄກ​. ​ປະ​ຈຳ​ປີ ນັກ​ຮຽນ​ໄປ​ໂຮງ​ຮຽນ​ເປັນ​ປະ​ຈຳ​ກວມ​ອັດ​ຕາ​ສ່ວນສູງກວ່າ. ອັດ​ຕາ​ນັກ​ຮຽນ​ເກັ່ງ ຈາກ 20% ໃນ​ສົກ​ຮຽນ 2010 -2011, ມາ​ຮອດ​ປະ​ຈຸ​ບັນ ໄດ້​ເພີ່ມ​ຂຶ້ນກວ່າ 40%. ໃນ​ຈຳ​ນວນ​ນັກ​ຮຽນ​ໄດ້​ຢື​ມ​ລົດ​ຖີບນັ້ນ ມີ​ຫລາຍ​ຄົນ​ຍາດ​ໄດ້​ລາງວັນ​ຮຽນ​ເກັ່ງ​ຂັ້ນ​ເມືອງ, ຂັ້ນ​ແຂວງ. ອ້າຍ​ຄູ ຫງວຽນ​ມີງ​ຕວນ, ຫົວ​ຫນ້າອຳ​ນວຍ​ການໂຮງ​ຮຽ​ນ​ໃຫ້​ຮູ້​ວ່າ:

 “ຍ້ອນ​ມີ​ໂຄງ​ການນີ້, ພວກ​ຂ້າ​ພະ​ເຈົ້າ​ຂົນ​ຂວາຍໄດ້​ນັກ​ຮຽນ 7 ຄົນ ທີ່​ຢູ່​ຫ່າງ​ໄກ​ຈ​ສກ​ໂຮງ​ຮຽນ​ທີ່​ເຄ​ີຍ ປະ​ລະ​ການ​ຮຽນ ແຕ່ປະ​ຈຸ​ບັນໄດ້​ກັບ​ຄືນ​ໂຮງ​ຮຽນ​ແລ້ວ. ໂຄງ​ການ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ພວກ​ນ້ອງ​ຕິດ​ພັນ​ກັບ​ໂຮງ​ຮຽນ​, ມີ​ຄວາມ​ຮັກ​ແພງ​ນຳ​ກ​ັນ​ກວ່າ. ຄຽງ​ຄູ່​ກັນ​ນັ້ນ ນັບ​ແຕ​່​ເມື່ອມ​ີ​ໂຄງ​ການ, ອັດ​ຕ​າ​ສ່ວນ​ນັກ​ຮຽນ​ຮຽນ​ຈົບ​ ​ມັດ​ທະ​ຍົມ​ຕອນ​​ຕົ້ນ​ຈົດ​ທະ​ບຽນ​ເສັງ​ເຂົ້າໂຮງ​ຮຽນ​ໄດ້​ເພີ່ມ​ຂຶ້ນ.”

        ບັນ​ດາ​ລົດ​ຖີບ​ໃຫ້​ຢືມນັ້ນ ໄດ້, ພວມ ແລະ ຈະ​ແມ່ນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ, ຊ່ວຍ​ໃຫ້​ນັກ​ຮຽນໄປ​ໂຮງ​ຮຽນ ຢ່າງ​ສະ​ດວກ, ພ້ອມ​​ທັງ ເປັນ​ການ​ຮັດ​ແຫນ້ນ​ອາ​ລົມ​ຈິດ​ລະ​ຫວ່າງ​ຄູ​ອາ​ຈານ ແລະ ນັກ​ຮຽນ, ຊ່ວຍ​ໃຫ້​ພວກ​ນ້ອງ​ນັກ​ຮຽນ​ທີ່​ທຸກ​ຍາກ​ຢູ່​ເມືອງ ວັນ​ບ່ານ ແຂວງ ລາວ​ກາຍ​ມີ​ກາ​ລ​ະ​ໂອ​ກາດ​ໄດ້​ໄປ​ໂຮງ​ຮຽນ​. 


ຕອບກັບ

ຂ່າວ/ບົດ​ອື່ນ