ໂຮງຮຽນດີຈີຕອນ - ມາດຕະການແກ້ໄຂເພື່ອຍົກສູງຄຸນນະພາບການສຶກສາຂອງຫວຽດນາມ

(VOVWORLD) - ໃນຕົວຈິງ, ຂະແໜງການສຶກສາ ຫວຽດນາມພວມ “ເຊື່ອມຕົວ” ເຂົ້າກັບກິດຈະການຫັນເປັນດີຈີຕອນແຫ່ງຊາດ.
ໂຮງຮຽນດີຈີຕອນ - ມາດຕະການແກ້ໄຂເພື່ອຍົກສູງຄຸນນະພາບການສຶກສາຂອງຫວຽດນາມ - ảnh 1ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນຊົ່ວໂມງສອນ ເພື່ອໃຫ້ນັກຮຽນມີຄວາມສົນໃຈຕໍ່ບົດຮຽນຫຼາຍຂຶ້ນ
(ພາບປະກອບ: moet.gov.vn)
 
ກິດຈະການຫັນເປັນດີຈີຕອນແຫ່ງຊາດພວມດຳເນີນໄປຢ່າງແຮງຢູ່ ຫວຽດນາມແລະຂະແໜງການສຶກສາກໍ່ພວມ “ເຊື່ອມຕົວ” ເຂົ້າກັບວິວັດທະນາການນັ້ນ. ເລື່ອງນຳໃຊ້ເຕັກໂນໂລຊີໄດ້ນຳມາເຊິ່ງຄຸນຄ່າຕັ້ງໜ້າຫຼາຍຢ່າງ, ກາຍເປັນມາດຕະການການແກ້ໄຂຢ່າງມີປະສິດທິຜົນ ຊ່ວຍຍົກສູງຄຸນນະພາບການສຶກສາຂອງ ຫວຽດນາມ.

ເອື້ອຍຄູຮວ່າງທິແທງບິ່ງ, ຄູປະຈຳຫ້ອງປໍ 1 ໂຮງຮຽນປະຖົມດົງວັນ, ແຂວງຮ່າຢາງ, ໃຫ້ຮູ້ວ່າ: ເອື້ອຍຄູໄດ້ນຳໃຊ້ການຫັນເປັນດີຈີຕອນເຂົ້າໃນການສອນ ມາເປັນເວລາ ຫຼາຍປີແລ້ວ. ນອກຈາກການກະກຽມ ຫຼັກສູດການສອນໃນຄອມພິວເຕີແລ້ວ, ເອື້ອຍຄູຍັງໄດ້ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນຊົ່ວໂມງສອນ ເພື່ອເພີ່ມຄວາມດູດດື່ມໃນບົດສອນຂອງຕົນ. ຜ່ານນັ້ນ, ນັກຮຽນກໍ່ມີຄວາມສົນໃຈຕໍ່ບົດຮຽນຫຼາຍຂຶ້ນ, ຄຸນນະພາບການສຶກສາໄດ້ມີການປ່ຽນແປງຢ່າງຫັນໄດ້ຊັດ:

 “ທາງໂຮງຮຽນໄດ້ ແລະ ພວມນຳໃຊ້ເຄື່ອງອຸປະກອນການສອນໃນທຸກຊັ້ນຮຽນ. ພວກຂ້າພະເຈົ້າຍັງມີສາງຂໍ້ມູນການຮຽນດີຈີຕອນ, ທຸກໆເດືອນ, ທຸກໆອາທິດ, ຄະນະບໍລິຫານງານໂຮງຮຽນ ຈະໃຫ້ຄູອາຈານນຳເອົາບົດສອນທີ່ດີເຂົ້າໃນສາງຂໍ້ມູນຂອງໂຮງຮຽນເພື່ອໃຫ້ຄູອາຈານສາມາດນໍາໄປໃຊ້ເປັນເອກະສານການສອນ.

ໃນຕົວຈິງ, ຂະແໜງການສຶກສາ ຫວຽດນາມພວມ “ເຊື່ອມຕົວ” ເຂົ້າກັບກິດຈະການຫັນເປັນດີຈີຕອນແຫ່ງຊາດ. ນີ້ແມ່ນທ່າອ່ຽງທີ່ບໍ່ອາດຕ່າວປິ້ນໄດ້ ເມື່ອການສຶກສານັບມື້ນັບພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງ, ກວ້າງຂວາງ. ການຫັນເປັນດີຈີຕອນໄດ້ກາຍເປັນມາດຕະການແກ້ໄຂທີ່ຖືກຕ້ອງ ຊ່ວຍຍົກສູງຄຸນນະພາບການສຶກສາແລະລັດຖະບານດີຈີຕອນ, ເສດຖະກິດດີຈີຕອນແລະ ສັງຄົມດີຈີຕອນ, ຮຽກຮ້ອງໃຫ້ຜູ້ອອກແຮງງານຕ້ອງມີກຳລັງຄວາມສາມາດດ້ານດີຈີຕອນ. ທ່ານກູ່ຮຸຍຮວ່ານ, ຮອງຫົວໜ້າພະແນກ ສຶກສາ ແລະ ບຳລຸງສ້າງແຂວງດ້ຽນບຽນຢືນຢັນວ່າ:

ຂະແໜງການສຶກສາ ແລະບຳລຸງສ້າງ ໄດ້ກຳນົດວ່າການຫັນເປັນດີຈີຕອນແມ່ນໜຶ່ງໃນໜ້າທີ່ສຳຄັນ, ເພື່ອຍົກສູງຄຸນນະພາໃນວຽກງານຄຸ້ມຄອງຂອງຂະແໜງ ກໍ່ຄືການປ່ຽນແປງໃໝ່ໃນການສອນ, ການກວດກາຕີລາຄາໃນທົ່ວຂະແໜງ.ໃນປັດຈຸບັນ, ພວກຂ້າພະເຈົ້າໄດ້ລົງທຶນດ້ານພື້ນຖານໂຄງລ່າງ, ພື້ນຖານຂໍ້ມູນຂ່າວສານ, ຫ້ອງຮຽນອອນລາຍ, ຫ້ອງຄອມພິວເຕີ, ລະບົບອິນເຕີເນັດ, wifi ໄປເຖິງບັນດາໂຮງຮຽນໃຫຍ່. ນອກນັ້ນ, ທາງຂະແໜງກໍ່ເພີ່ທະວີວຽກງານບຳລຸງສ້າງໃຫ້ແກ່ພະນັກງານ, ຄູອາຈານເພື່ອຍົກສູງຄຸນນະພາບວຽກງານການຫັນເປັນດີຈີຕອ”.

ໂຮງຮຽນດີຈີຕອນ - ມາດຕະການແກ້ໄຂເພື່ອຍົກສູງຄຸນນະພາບການສຶກສາຂອງຫວຽດນາມ - ảnh 2ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນໃນຍຸກສະໄໝ 4.0
(ພາບປະກອບ: moet.gov.vn)

ປະຈຸບັນ, ຢູ່ຫວຽດນາມມີຫຼາຍໂປຼແກຼມ, ພື້ນຖານເຕັກໂນໂລຊີດ້ານການສຶກສາເພື່ອໜູນຊ່ວຍຄູອາຈານ, ນັກຮຽນຍົກສູງປະສິດທິຜົນການຮຽນ-ການສອນ.ລວມມີ: ພື້ນຖານການຮຽນ - ການສອນແລະຄຸ້ມຄອງທາງອອນລາຍ OLM (Olm.vn), Edulive.net…  ບັນດາໂປຼແກຼມນັ້ນໄດ້ສະສົມເຕັກໂນໂລຊີໃໝ່ຫຼາຍອັນ, ເຊັ່ນ: ປັນຍາປະດິດ (AI), ການຮຽນຮູ້ຂອງເຄື່ອງຈັກ (Machine Learning), ສົ່ງເສີມການຮຽນປັບຕົວ(Adaptive Learning),ຫັນວິວັດການສອນຂອງຄູອາຈານ ໃຫ້ບັນລຸປະສິດທິຜົນສູງສຸດ, ຍົກສູງກຳລັງຄວາມສາມາດຂອງນັກຮຽນ... ຜ່ານນັ້ນ, ຄູອາຈານກໍ່ປະຢັດເວລາໃນການຊອກຫາເອກະສານ, ມອບວຽກງານ, ປະເມີນຜົນການຮຽນຂອງນັກຮຽນໄດ້ຢ່າງງ່າຍດາຍ, ຈາກນັ້ນ, ກໍ່ຍົກອອກບັນດາມາດຕະການແກ້ໄຂທີ່ເໝາະສົມ. ພື້ນຖານນີ້ຍັງໜູນຊ່ວຍໃຫ້ຄູອາຈານໃນການຕີລາຄາຈຸດດີ, ຈຸດອ່ອນຂອງນັກຮຽນແຕ່ລະຄົນ, ຜ່ານນັ້ນກໍ່ມີການກຳນົດທິດ, ດັດປັບເນື້ອໃນ, ວິທີການສອນ. ທ່ານຟ້າມທໍ້ຮວານ, ຜູ້ຮ່ວມກໍ່ຕັ້ງ Olm.vn, ເວັບໄຊທີ່ມີຜູ້ນຳໃຊ້ເປັນຈຳນວນຫຼວງຫຼາຍຢູ່ຫວຽດນາມກ່ຽວກັບຂະແໜງການສຶກສາ, ໃຫ້ຮູ້ວ່າ:

ການຫັນເປັນດີຈີຕອນໃນຂົງເຂດການສຶກສາຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ ຈາກບັນດາກະຊວງ, ຄະນະ, ຂະແໜງການ, ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ.ພິເສດແມ່ນຫຼາຍໂຮງຮຽນປາດຖະໜາຢາກນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຍົກສູງປະສິດທິຜົນການຄຸ້ມຄອງການຮຽນ-ການສອນ. OLM.vn ເປັນເຄື່ອງມືໜູນຊ່ວຍພິເສດທີ່ມີປະສິດທິຜົນໃຫ້ແກ່ໂຮງຮຽນ ແລະ ຄູອາຈານ ເມື່ອມີໂຮງຮຽນກວ່າ 6.000 ແຫ່ງ ແລະ ຄູອາຈານນັບລ້ານຄົນໃນທົ່ວປະເທດໄດ້ມີຄວາມໝັ້ນໃຈໃນການນຳໃຊ້.OLM ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາຮາກຖານການ ສຶກສາດ້ວຍເລື່ອງຍົກອອກບັນດາມາຕະການແກ້ໄຂກ່ຽວກັບການຫັນເປັນດີຈີຕອນ ເພື່ອຕອບສະໜອງທຸກຄວາມຕ້ອງການ.

ໃນໄລຍະຜ່ານມາ, ກະຊວງສຶກສາແລະບຳລຸງສ້າງ ຫວຽດນາມໄດ້ຍົກອອກການກຳນົດດັດຊະນີຕີລາຄາລະດັບການຫັນເປັນດີຈີຕອນຂອງບັນດາຮາກຖານການສຶກສາ. ໝາກຜົນຂອງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນໃນຂະແໜງການສຶກສາບຳລຸງສ້າງໄດ້ບັນລຸຜົນງານຫຼາຍຢ່າງ, ຄື: ການຫັນເປັນດີຈີຕອນ, ການເຊື່ອມຕໍ່ຖານຂໍ້ມູນຂະແໜງການສຶກສາກັບຖານຂໍ້ມູນປະຊາກອນ ແຫ່ງຊາດ (ໂດຍກະຊວງຕຳຫຼວດຄຸ້ມຄອງ) ຢ່າງສຳເລັດຜົນ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຮັບໃຊ້ການເສັງ ແລະ ຮັບສະໝັກນັກຮຽນ...

ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນໃນຍຸກສະໄໝ 4.0. ບັນດາຜົນງານຕັ້ງໜ້າທີ່ບັນລຸໄດ້ຈາກການຫັນເປັນດີຈີຕອນໃນຂົງເຂດການສຶກສາ ໃນໄລຍະຜ່ານມາໄດ້ເປັນກຳລັງໜູນສຳຄັນ, ຈາກນັ້ນຂະແໜງການສຶກສາຈະສືບຕໍ່ສູ້ຊົນ, ປ່ຽນແປງໃໝ່ການສຶກສາໂດຍພື້ນຖານ ແລະ ຮອບດ້ານ ໃນໄລຍະປະຈຸບັນ ກໍ່ຄືໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ