ໝູ່ບ້ານຫໍ່ເຂົ້າຕົ້ມ ແຈງຂຸກ ໃນນະຄອນຫຼວງຮ່າໂນ້ຍ

ໝູ່ບ້ານຫໍ່ເຂົ້າຕົ້ມ ແຈງຂຸກ ໃນນະຄອນຫຼວງຮ່າໂນ້ຍ - ảnh 1
ການຫໍ່ເຂົ້າຕົ້ມເພື່ອກະກຽມຕ້ອນຮັບບຸນເຕັດ

   ໂດຍ​ຖືກ​ຕັ້ງ​ຫ່າງ​ຈາກ​ໃຈກາງ​ນະຄອນຫຼວງ ຮ່າ​ໂນ້ຍປະມານ 20 ກິ​ໂລ​ແມດ, ຕາ​ແສງ ຢວຽນ​ຮ່າ ​ເມືອງ ​ແທງ​ຈີ ​ແມ່ນ​ແຫ່ງ​ມີ​ໝູ່​ບ້ານ​ປະກອບ​ອາຊີບ​ຫໍ່​ເຂົ້າ​ຕົ້ມ ​ແຈງ​ຂຸກ ທີ່ມີ​ຊື່​ສຽງ. ​ໃນ​ຊຸມ​ມື້​ນີ້, ບັນຍາກາດ​ລະດູບານ​ໃໝ່​ໄດ້​ປົກ​ຄຸມ​ໄປ​ທົ່ວ​ໝູ່​ບ້ານ. ທຸກໆ​ຄົນ​ໃນ​ບ້ານ​ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​ເດັກນ້ອຍ, ​ໃຜໆ​ກໍ​ຂ້ອງ​ຄ່າ​ກັບ​ວຽກ​ງານ​ລ້າງ​ໃບຕອງ​ຈິງ, ​ເຊິ​ເຂົ້າໜຽວ, ໜຶ້ງ​​ຖົ່ວຂຽວ, ຂ້າ​ໝູ ​ເພື່ອ​ຫໍ່ເຂົ້າ​ຕົ້ມ​ຮັບ​ໃຊ້​ປະຊາຊົນ​ເມື່ອ​ບຸນ​ເຕັດ​ວຽນມາ. ທ່ານ ຫງວຽນ​ຢີທັ້ງ ​ເຈົ້າ​ຂອງ​ຮ້ານ​ຂາຍເຂົ້າ​ຕົ້ມ ​ຈາງ​ທັ້ງ ໃຫ້​ຮູ້​ວ່າ :
      “ ​ເພື່ອ​ຫໍ່ເຂົ້າ​ຕົ້ມ​ໃຫ້​ແຊບ, ພວກ​ເຮົາ​ຕ້ອງ​ກະກຽມ​ຫຼາຍ​ຢ່າງ, ກ່ອນ​ອື່ນ​ໝົດ​ແມ່ນ​ຖົ່ວ​ຂຽວ, ​ເຂົ້າໜຽວ​, ຊີ້ນ​ໝູ, ​ໃບຕອງ​ຈິງ. ​ເຂົ້າໜຽວ​ແມ່ນ​ຕ້ອງ​ເລືອກ​ເອົາ​ຊະນິດ​ຫອມ​ຄື​ເຂົ້າໜຽວ ຫາຍ​ເຫົ້າ, ​ຖົ່ວຂຽວ​ກໍ​ຕ້ອງ​ເລືອກ​ແນວ​ດີ, ສຳລັບຊີ້ນໝູ​ແມ່ນ​ຕ້ອງ​ເລືອກ​ເອົາ​ຊະນິດ 3 ຊັ້ນ. ສ່ວນ​ໃບຕອງ​ຈິງ​ແມ່ນ​ຕ້ອງ​ເລືອກ​ເອົາ​ຊະນິດ​ໃບ​ໃຫຍ່ ”  

  

ໝູ່ບ້ານຫໍ່ເຂົ້າຕົ້ມ ແຈງຂຸກ ໃນນະຄອນຫຼວງຮ່າໂນ້ຍ - ảnh 2
ການລ້າງໃບຕອງຈິງແມ່ນຕ້ອງເຮັດກ່ອນໝູ່ເມື່ອຫໍ່ເຂົ້າຕົ້ມ


ເຂົ້າ​ຕົ້ນ ​ແຈງ​ຂຸກ ຍາມ​ໃດ​ກໍ​ເປັນ​ເຍື່ອງ​ອາຫານ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ບໍລິ​ໂພ​ກ ຍ້ອນກິນ​ຫອມ ​ແລະ ສີ​ງາມ​ຂອງ​ມັນ. ​​ເມື່ອ​ຫໍ່ເຂົ້າ​ຕົ້ມ, ຊາວບ້ານ​ແຈງ​ຂຸກ ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​ເດັກນ້ອຍ, ກໍລ້ວນ​ແຕ່​ບໍ່​ຕ້ອງ​ໃຊ້​ເບົ້າຫໍ່, ​ແຕ່​ກໍ​ສາມາດ​ຫໍ່ ເຂົ້າ​ຕົ້ມມີ​ຮູບ​ສີ່​ລຽມທີ່​ງາມ​ຕາ. ປ້າ ຕ້ວຽນ ຜູ້​ປະກອບ​ອາຊີບ​ຫໍ່ເຂົ້າ​ຕົ້ມ​ໄດ້ 30 ປີ​ແລ້ວ​ໃຫ້​ຮູ້​ວ່າ :

   “ ​ໃນ​ມື້​ທຳ​ມະ​ດາ, ຂ້າພະ​ເຈົ້າ​ຫໍ່ເຂົ້າ​ຕົ້ມພຽງ 200-300 ຫໍ່​ເທົ່ານັ້ນ, ​ແຕ່​ໃນ​ຊຸມມື້ບຸນ​ເຕັດ ​ແມ່ນ​ຂຶ້ນ​ເຖິງ​ກ່ວາ 1000 ຫໍ່. ຂ້າພະ​ເຈົ້າ ​ເຄີຍ​ລ້າງ​ໃບຕອງ​ຈິງ​​ແຕ່​ເດືອນກ່ອນ ​ເພື່ອ​ຮອດ​ເວລາ​ມໍ່​ກັບ​ບຸນ​ເຕັດ ມີ​ແຕ່​ນັ່ງ​ຫໍ່​ເທົ່າ​ນັ້ນ. ຍາມ​ບຸນ​ເຕັດ, ມີ​ບາງ​ມື້, ຂ້າພະ​ເຈົ້າ​ກໍ​ຫໍ່ເຂົ້າ​ຕົ້ມຕະຫຼອດ​ຄືນ​ເລີຍ ”

     ພາຍຫຼັງຫໍ່ເຂົ້າ​ຕົ້ມ​ແລ້ວ, ກໍ​ນຳ​ໄປ​ຕົ້ມ​ເປັນ​ເວລາ 8-10 ຊົ່ວ​​ໂມງ. ປະຈຸ​ບັນ, ຮູບ​ພາບ​ເຕົາ​ໄຟ​ພ້ອມ​ກັບ​ໝໍ້ເຂົ້າ​ຕົ້ມທີ່​ສົ່ງ​ກິນ​ຫອມ​ໄປ​ທົ່ວ​ບ້ານ​ແຈງ​ຂຸກ​ໄດ້​ຄ່ອຍ​ຖືກ​ສູນຫາຍ​ໄປ​ແລ້ວ, ມັນ​ຖືກ​ທົດ​ແທນ​ດ້ວຍ​ໝໍ້​ໄຟຟ້າ​ແບບ​ທັນ​ສະ​ໄໝ ທີ່​ສາມາດ​ຕົ້ມ​ໄດ້​ຫຼາຍ​ຫໍ່ ​ແລະ ​ໃຫ້ເຂົ້າ​ຕົ້ນ​ສຸກ​ສະ​ເໝີ. ​ເມື່ອຕົ້ມ​​ແລ້ວໆ, ກໍ​ຢາ​ຟ້າວ​ເອົາເຂົ້າ​ຕົ້ມ​ອອກ​ຈາກ​ໝໍ້​ໃນ​ທັນທີ, ຕ້ອງ​ປ່ອຍ​ນ້ຳ​ຟົດ​ອອກ​ຈາກ​ໝໍ້​ເສຍ​ກ່ອນ, ​ແລ້ວ​ອັດ​ຝາ​ໝໍ້​ປະມານ 1-2 ຊົ່ວ​ໂມງ ​ເພື່ອ​ເປັນວິທີ​ຮັກສາ​ສີຂຽວ​ງາມໃຫ້ເຂົ້າ​ຕົ້ມ.

   ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ເຄື່ອງໝາຍ​ການ​ຄ້າ​ເຂົ້າ​ຕົ້ມ ​ແຈງ​ຂຸກ ​ໄດ້​ກວມ​ກ່ວາ​ເຄິ່ງໜຶ່ງ​ໃນ​ທ້ອງ​ຕະຫຼາດ​ຮ່າ​ໂນ້ຍ ​ແລະ ກາຍ​ເປັນ​ອາຫານ​ໄດ້​ຮັບ​ຄວາມ​ນິຍົມ​ບໍລິ​ໂພ​ກ ຈາກ​ແຂກ​ຄົນ​ທັງ​ຢູ່​ໃກ້ ​ແລະ ​ໄກ. ທ່ານ ຫງວຽນ​ຢີທັ້ງ ​ເຈົ້າ​ຂອງ​ຮ້ານ​ຂາຍເຂົ້າ​ຕົ້ມ ​ຈາງ​ທັ້ງ ​ເລົ່າ​ສູ່​ຟັງວ່າ :

   “ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໄດ້​ເລີ່​ມມີ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ແຂກ​ຕ່າງປະ​ເທດ​ຄື ຝະລັ່ງ, ອາ​ເມ​ລິ​ກາ ມາ​ສັ່ງ​ຊື້ ເຂົ້າ​ຕົ້ມ. ລະຫວ່າງ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ​ແລະ ໝູ່​ບ້ານ​ອາຊີບ ກໍ​ມີ​ການ​ຮ່ວມ​ສຳພັນ​ນຳ​ກັນ, ທັງ​ພາ​ແຂກ​ມາ​ທ່ຽວ​ໝູ່​ບ້ານ, ທັງ​ຊ່ວຍ​ເຂົາ​ເຈົ້າ​ມີ​ໂອກາດ​ສັ່ງ​ຊື້ ເຂົ້າ​ຕົ້ມ​ເມື່ອ​ຕ້ອນ​ຄອບຄົວ ”

     ສ່ວນລຸງ ຫງວຽນວັນ​ແວວ ຜູ້​ປະກອບ​ອາຊີບ​ຫໍ່ເຂົ້າ​ຕົ້ມ​ໄດ້ 40 ປີ​ແລ້ວ​​ເປີດ​ເຜີຍ​ວ່າ :

   “ ສະ​ເພາະ​ໝູ່​ບ້ານ​ແຈງ​ຂຸກ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຈະ​ຮັກສາ​​ ແລະ ຂະຫຍາຍອາຊີບ​ນີ້​ໃຫ້ນັບ​ມື້​ນັບ​ດີ​ກ່ວາ​ເກົ່າ. ນີ້​ແມ່ນ​ອາຊີບ​ທີ່​ປູ​ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້. ຊາວບ້ານ​ທຸກໆ​ຄົນ​ຕ່າງ​ກໍ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ອາຊີບ​ທີ່​ມີ​ມາ​ແຕ່​ດົນ​ນານ​ນີ້ ” .

ຕອບກັບ

ຂ່າວ/ບົດ​ອື່ນ