ຫວຽດນາມຄັດຄ້ານກອງທັບເຮືອຈີນຈັດຕັ້ງພິທີສະເຫຼີມສະຫຼອງ70ປີທ້ອນໂຮມຮ່ວາງຊາ,ເຈື່ອງຊາ

ຫວຽດນາມຄັດຄ້ານກອງທັບເຮືອຈີນຈັດຕັ້ງພິທີສະເຫຼີມສະຫຼອງ70ປີທ້ອນໂຮມຮ່ວາງຊາ,ເຈື່ອງຊາ - ảnh 1
ທ່ານ ​ເລ​ຫາຍ​ບິ່ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ
(ພາບ: tienphong.vn)

(vovworld) - ​ວັນ​ທີ 12/12/2016, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເລື່ອງ ວັນ​ທີ 8/12/2016, ກອງທັບ​ເຮືອ​ຈີນ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ “70​ ປີ​ແຫງ​ວັນ​ທ້ອນ​ໂຮມ​ຮ່ວາງ​ຊາ,​ເຈື່ອງ​ຊາ“, ທ່ານ ​ເລ​ຫາຍ​ບິ່ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຊີ້​ແຈ້ງວ່າ, ຫວຽດນາມ ມີ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ພື້ນຖານ​ນິຕິ​ກຳຢ່າງ​ພຽງພໍ ​ເພື່ອ​ຢືນຢັນ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ຜືນ​ແຜ່ນດິນ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ ຫວຽດນາມ. ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ, ປະຊາ​ຄົມ​ສາກົນ​ໄດ້​ປະຕິ​ເສດ​ຄຳ​ຮຽກ​ສິດ​ຂອງ​ ຈີນ ສຳລັບ​ໝູ່​ເກາະ​ທັງ​ສອງ​ນີ້. ການ​ເຄື່ອນ​ໄຫວ​ຂອງ ຈີນ ​ແມ່ນ​ບໍ່​ສາມາດ​ປ່ຽນ​ແປງ​ອະທິປະ​ໄຕ​ຂອງ ຫວຽດນາມ ​ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາໄດ້, ​​ໄປ​ຝືນ​ກັບ​ທ່າ​ອ່ຽງພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປະຈຸ​ບັນ, ​ກໍ່​ສະພາບ​​ສັບສົນ. ຫວຽດນາມ​ເດັດ​ດຽວ​ຄັດຄ້ານ.

 

ຂ່າວ/ບົດ​ອື່ນ