ອາ​ຊຽນ ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ

(VOVWORLD) - ທ່ານຜູ້ຟັງທີ່ເຄົາລົບ! ໃນຊຸມປີຜ່ານມາ, ພາກພື້ນອາຊຽນໄດ້ເຫັນປະຈັກຕາແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ອຸດົມສົມບູນດ້ວຍຄວາມສາມາດບົ່ມຊ້ອນໃນການເຕີບໂຕທີ່ໃຫຍ່ຫຼວງ, ພ້ອມກັບຫຼາຍສັນຍາການຄ້າທີ່ໄດ້ຮັບການລົງນາມ. ລັດຖະບານ ບັນດາປະເທດ ອາຊຽນ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ໃຫ້ແກ່ການດຶງດູດແຫຼ່ງເງິນລົງທຶນ, ສ້າງສະພາບການແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກ. ດັ່ງນັ້ນ, ເຖິງວ່າສະພາບການໂລກ ມີການຜັນແປ ແລະ ສິ່ງທ້າທາຍຫຼາຍຢ່າງ, ແຕ່ພາກພື້ນ ອາຊຽນ ຍັງສືບຕໍ່ແມ່ນຈຸດນັດພົບທີ່ເຕັມໄປດ້ວຍຄວາມໝັ້ນໝາຍໃຫ້ແກ່ບັນດານັກລົງທຶນຕ່າງປະເທດ.

ອາ​ຊຽນ ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ - ảnh 1ທ່ານນາງ Oh Young-joo ລັດຖະມົນຕີກະຊວງວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ Startup ສ.ເກົາຫຼີ

ຕາມບົດລາຍງານລົງທຶນຕ່າງປະເທດຢູ່ ອາຊຽນ (AIR) ປະກາດທ້າຍປີ 2023, ແຫຼ່ງເງິນລົງທຶນ FDI ທີ່ເຂົ້າມາ ອາຊຽນ ບັນລຸລະດັບສະຖິຕິ 224 ຕື້ USD ໃນປີ 2022, ກວມເອົາ 17% ຍອດເງິນລົງທຶນ FDI ທົ່ວໂລກ. ຜົນສຳເລັດນີ້ ຍິ່ງມີຄວາມໝາຍກ່ວາໃນສະພາບການພື້ນຖານເສດຖະກິດໂລກ ພວມປະສົບກັບຄວາມຫຍຸ້ງຍາກ, ເຮັດໃຫ້ແຫຼ່ງທຶນ FDI ທົ່ວໂລກ ຫຼຸດລົງ 12% ຍ້ອນບັນດາສິ່ງທ້າທາຍຄື: ວິກິດການດ້ານພູມີສາດການເມືອງ, ລາຄາສະບຽງອາຫານ, ພະລັງງານເພີ່ມຂຶ້ນສູງ, ຄວາມສ່ຽງຊຸດຊົມ ແລະ ຄວາມກົດດັນໜີ້ສິນນັບມື້ນັບເພີ່ມຂຶ້ນຢູ່ຫຼາຍປະເທດ. ຕາມການຕີລາຄາຂອງທ່ານ ສາດສະດາຈານ Ian Goldin ມະຫາວິທະຍາໄລ Oxford (ອັງກິດ), ອະດີດຮອງປະທານທະນາຄານໂລກແລ້ວ, ອາຊຽນ ມີທ່າໄດ້ປຽບສະເພາະ ໃນການດຶງດູດແຫຼ່ງເງິນລົງທຶນ FDI.

ທຳອິດຕ້ອງຢັ້ງຢືນວ່າ, ການຫັນເປັນໂລກາພິວັດ ຍັງແມ່ນທ່າອ່ຽງຫຼັກຂອງໂລກ ແລະ ມັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ ອາຊຽນ. ອາຊຽນ ກໍ່ໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກການຫັນເປັນໂລກາພິວັດ, ຊ່ວຍຫຼຸດຜ່ອນອັດຕາຄົນທຸກຍາກທີ່ພວມດຳເນີນດ້ວຍອັດຕາທີ່ວ່ອງໄວ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ປະຊາຊົນຄົນຊັ້ນກາງຢູ່ ອາຊຽນ ນັບມື້ນັບເພີ່ມຂຶ້ນ, ແຫຼ່ງຊັບພະຍາກອນມະນຸດກໍ່ອຸດົມສົມບູນ. ສຸດທ້າຍແມ່ນຄວາມສະຖຽນລະພາບ, ສັນຕິພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໄດ້ຊ່ວຍໃຫ້ບັນດາແຫຼ່ງເງິນລົງທຶນໃໝ່ຫຼັ່ງໄຫຼເຂົ້າມາ ອາຊຽນ ຢ່າງຕໍ່ເນື່ອງ ແລະ ບໍ່ຢຸດຢັ້ງໃນອະນາຄົດ.

ຊຸມປີຜ່ານມາ, ສິງກະໂປ ຍາມໃດກໍ່ນຳໜ້າພາກພື້ນກ່ຽວກັປະລິມານ FDI ທີ່ດຶງດູດໄດ້ ເມື່ອກວມເອົາກ່ວາ 60% ຍອດທຶນ FDI ເຂົ້າມາ ອາຊຽນ, ເຖິງຢ່າງໃດກໍ່ຕາມບັນດາປະເທດສະມາຊິກກໍ່ບັນລຸໄດ້ຄວາມກ້າວໜ້າທີ່ພົ້ນເດັ່ນ. ປີ 2023, ທຶນ FDI ຈົດທະບຽນເຂົ້າ ຫວຽດນາມ ບັນລຸກ່ວາ 36,6 ຕື້ USD, ເຊິ່ງເປັນລະດັບສູງສະຖິຕິໃນຫຼາຍປີມານີ້.  ຂໍ້ມູນຂອງ ຄະນະກຳມະການລົງທຶນ ໄທ (BOI) ກໍ່ສະແດງໃຫ້ເຫັນ, ປີ 2023 ປະເທດນີ້ໄດ້ດຶງດູດ FDI ຢູ່ລະດັບ 18,5 ຕື້ USD ເພີ່ມຂຶ້ນ 72%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ກ່ອນໜ້ານັ້ນ, ການປ່ອຍເງິນລົງທຶນ FDI ເຂົ້າ ອິນໂດເນເຊຍ ໄດ້ບັນລຸ 45,6 ຕື້ USD ໃນປີ 2022, ເຊິ່ງເປັນລະດັບສູງທີ່ສຸດໃນປະຫວັດສາດຂອງປະເທດນີ້. ສ່ວນບັນດາຄູ່ຮ່ວມມືຂອງ ອາຊຽນ, ອາເມລິກາ ຍັງຮັກສາຖານະເປັນນັກລົງທຶນ FDI ອັນດັບທີ 1 ຢູ່ພາກພື້ນ, ດ້ວຍຍອດເງິນລົງທຶນບັນລຸ 37 ຕື້ USD ໃນປີ 2023. ທ່ານ Brian McFeeters ຮອງປະທານຂັ້ນສູງ ທັງເປັນຜູ້ອຳນວຍການຝ່າຍບໍລິຫານພາກພື້ນ ອາຊຽນ ຂອງສະພາດຳເນີນທຸລະກິດ ອາຊຽນ - ອາເມລິກາ USABC ໃຫ້ຮູ້ວ່າ ມີກ່ວາ 6.200 ວິສາຫະກິດ ອາເມລິກາ ພວມເຄື່ອນໄຫວໃນທົ່ວອາຊຽນ ແມ່ນພະຍານຫຼັກຖານໃຫ້ແກ່ຄວາມເຊື່ອໝັ້ນຂອງວິສາຫະກິດ ອາເມລິກາ ທີ່ມີຕໍ່ການພັດທະນາຂອງພາກພື້ນ:

 ໄລ່ມາຮອດປັດຈຸບັນ ຍອດເງິນລົງທຶນ FDI ຂອງ ອາເມລິກາ ເຂົ້າ ອາຊຽນ ແມ່ນປະມານ 362 ຕື້ USD. ຂ້າພະເຈົ້າຢາກເນັ້ນໜັກເຖິງຕົວເລກນີ້ ຍ້ອນວ່າ ມັນໃຫຍ່ກວ່າຍອດຈຳນວນເງິນລົງທຶນ ເຊິ່ງ ອາເມລິກາ ໄດ້ລົງທຶນຢູ່ 3 ປະເທດ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ. ປັດຈຸບັນ ບັນດາວິສາຫະກິດ ອາເມລິກາ ມີຄວາມສົນໃຈຕໍ່ຂົງເຂດເຕັກໂນໂລຢີດີຈີຕອນຢູ່ ອາຊຽນ. ໃນອະດີດ, ເຕັກໂນໂລຢີ ອາເມລິກາ ເຄີຍຖືກຫ້າມເຄື່ອນໄຫວຢູ່ພາກພື້ນນີ້ ແຕ່ຕາມການສັງເກດຂອງຂ້າພະເຈົ້າແລ້ວ, ບັນດາຜະລິດຕະພັນດີທີ່ສຸດຂອງ ອາເມລິກາ ຄື: AI, ສູນຂໍ້ມູນ, ການບໍລິການຊອບແວ… ລ້ວນແຕ່ມີໜ້າຢູ່ທີ່ນີ້.

ຖ້າ ອາເມລິກາ ແມ່ນນັກລົງທຶນ FDI ອັນດັບໜຶ່ງຂອງ ອາຊຽນ ນັ້ນ, ຈີນ ທີ່ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ກໍ່ບໍ່ຢາກເສຍອິດທິພົນຜົນສະທ້ອນຂອງຕົນຢູ່ພາກພື້ນນີ້ ເມື່ອເພີ່ມແຫຼ່ງເງິນລົງທຶນ FDI ຢູ່ທີ່ນີ້ຂຶ້ນຢ່າງຕໍ່ເນື່ອງ. ປີ 2022, ຈີນ ໄດ້ລົງທຶນ 15 ຕື້ USD ເຂົ້າ ອາຊຽນ, ເພີ່ມຂຶ້ນກ່ວາ 96% ເມື່ອທຽບໃສ່ກັບປີ 2020, ສຸມໃສ່ບັນດາຂົງເຂດທຳການຜະລິດ, ເສດຖະກິດດີຈີຕອນ, ພື້ນຖານໂຄງລ່າງ ແລະ ອະສັງຫາລິມະຊັບ. ບໍ່ພຽງແຕ່ ອາເມລິກາ ແລະ ຈີນ ເທົ່ານັ້ນ, ບັນດາຄູ່ຮ່ວມມືອື່ນໆຂອງ ອາຊຽນ ຄື ຍີ່ປຸ່ນ, ສ.ເກົາຫຼີ ກໍ່ຖືບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້ ຄືຈຸດນັດພົບທີ່ເໝາະສົມໃນສະພາບການລະບົບສະໜອງພວມຫັນປ່ຽນ ແລະ ຫຼຸດຜ່ອນການເອື່ອຍອີງຕະຫຼາດຈີນ. ທ່ານນາງ Oh Young-joo ລັດຖະມົນຕີກະຊວງວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ Startup ສ.ເກົາຫຼີ ໃຫ້ຂໍ້ສັງເກດວ່າ:

ຕາມຂ້າພະເຈົ້າແລ້ວ, ພວກເຮົາຕ້ອງດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເຂົ້າລະບົບສະໜອງ. ມີຫຼາຍບໍລິສັດ ສ.ເກົາຫຼີ ມາລົງທຶນຢູ່ ອາຊຽນ ສ່ວນຫຼາຍອີງຕາມລະບົບມູນຄ່າຂອງຕົນ, ຍ້ອນຍັງບໍ່ທັນເຊື່ອມຕໍ່ກັບບັນດາວິສາຫະກິດທ້ອງຖິ່ນໄດ້. ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ທ້ອງຖິ່ນ ເຂົ້າຮ່ວມລະບົບສະໜອງຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າຈະແມ່ນຜູ້ປະສານງານ, ຮັບປະກັນບັນດາບໍລິສັດ ສ.ເກົາຫຼີ ປະຕິບັດຖືກຕ້ອງຕາມກົດໝາຍຂອງບັນດາປະເທດ ອາຊຽນ ເພື່ອຜົນປະໂຫຍດຂອງທັງສອງຝ່າຍ. ຂ້າພະເຈົ້າຫວັງວ່າ ລັດຖະບານບັນດາປະເທດ ອາຊຽນ ຈະຊຸກຍູ້ການຮ່ວມມືກັບລັດຖະບານ ກໍ່ຄື ວິສາຫະກິດ ສ.ເກົາຫຼີ ເພື່ອສ້າງລະບົບສະໜອງແບບຍືນຍົງ, ມີໄຫວພິບ ໃນພາກພື້ນໃນໄລຍະຈະມາເຖິງ.

ການຟື້ນຟູເສດຖະກິດພວມຊຸກຍູ້ຜູ້ຊົມໃຊ້ໃນຕະຫຼາດທີ່ມີປະຊາກອນເກືອບ 700 ລ້ານຄົນນີ້ ຂອງ ອາຊຽນ. ອາຊຽນກໍ່ເປັນກຳມະສິດອັດຕາໂປແກຼມດີຈີຕອນສູງທີ່ສຸດໃນໂລກ, ໃນຂະນະນັ້ນ ການຄ້າເອເລັກໂຕນິກ ມີລາຍຮັບລື່ນກາຍຕົວເລກ 100 ຕື້ USD ໃນປີ 2023. ບັນດາປະເທດສະມາຊິກ ອາຊຽນ ໄດ້ ແລະ ພວມສືບຕໍ່ຜັນຂະຫຍາຍຫຼາຍນະໂຍບາຍໜູນຊ່ວຍໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ມຸ່ງໄປເຖິງການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ມີສະຖຽນລະພາບ, ລະບົບກົດໝາຍທີ່ມີຄວາມສະເໝີພາບ ແລະ ປະສິດທິຜົນ. ນີ້ແມ່ນບັນດາເງື່ອນໄຂຊ່ວຍໃຫ້ແຫຼ່ງທຶນ FDI ຈະສືບຕໍ່ຫຼັ່ງໄຫຼເຂົ້າພາກພື້ນ ໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ