ກວາງທິ້ງ ສະຫງວນທີ່ດິນກໍ່ສ້າງຊົນນະບົດໃໝ່

(vovworld) – ບໍ່​ຖືກ​ຂີ້ຝຸ່ນ​ເມື່ອ​ແດ​ດຮ້ອນ ​ແລະ ບວກ​ຕົມ​ເມື່ອ​ຝົນຕົກ​ຄື​ໃນ​ເມື່ອ​ກ່ອນ​ອີກ. ປະຈຸ​ບັນ, ປະຊາຊົນ​ຢູ່​ບ້ານ 6, ຕາ​ແສງ​ກວາງ​ທິ້ງ, ​ເມືອງ​ຫາຍ​ຮ່າ, ​ແຂວງ​ກວາງ​ນິງ ມີ​ຄວາມ​ສະດວກ​ກວ່າ​ຫຼາຍ​ຍ້ອນ​ມີ​ເສັ້ນທາງ​ຄົມມະນາຄົມ​ຍາວ​ເກືອບ 400 ​ແມັດ ຫາ​ກໍ່​ນຳ​ເຂົ້າ​ໃຊ້​ການ. ຕາ​ແສງ​ກວາງ​ທິ້ງ ສູ້​ຊົນ​ເຖິງ​ປີ 2015 ຈະ​ສຳ​ເລັດ​ບັນດາ​ຈຸດໝາຍ​ກ່ຽວ​ກັບ​ການ​ກໍ​ສ້າງ​ຊົນນະບົດ​ໃໝ່​ໂດຍ​ພື້ນຖານ.

ກວາງທິ້ງ ສະຫງວນທີ່ດິນກໍ່ສ້າງຊົນນະບົດໃໝ່ - ảnh 1

ປະຊາຊົນສະຫງວນທີ່ດິນກໍ່ສ້າງຊົນນະບົດໃໝ່

(ພາບ: ອິນເຕີແນດ)

        ບົນ​ເສັ້ນທາງ​ເບ​ຕົງສະອາດສາຍ​ໃໝ່, ອ້າຍ ຟ້າ​ມວັນ​ແທ່ງ, ​ເຈົ້າບ້ານໆ 6 ​ເວົ້າ​​ວ່າ, ນີ້​ແມ່ນ​ເສັ້ນທາງ​ແຫ່ງ “​ແນວ​ຄິດ​ຂອງ​ພັກ, ຈິດ​ໃຈ​ຂອງ​ປະຊາຊົນ“. ​​ໃນ​ບ້ານໄດ້​ມີ​ 100 ກວ່າ​ຄອບຄົວບໍລິຈາກ​ເງິນ​ເກືອບ 50 ລ້ານ​ດົ່ງ ​ແລະ 700 ກວ່າວັນ​ແຮງ​ງານ​ດ້ວຍ​ຄວາມ​ສະໝັກ​ໃຈ​ ເພື່ອ​ບຸກ​ເບີກ​ໜ້າ​ພຽງ, ສ້າງ​ເປັນ​ເສັ້ນທາງ​ສາຍ​ນີ້.

        “​ເມື່ອ​ຫາ​ກໍ່​ຜັນ​ຂະຫຍາຍ​ໂຄງການ​ກ່ອນ​ນີ້ 2 ປີ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ຫ່ວງ​ເປັນ​​ໃຍຫຼາຍ, ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ. ພວກ​ຂ້າພະ​ເຈົ້າ​​ໄດ້​ຈັດການ​ປະຊຸມ​ກັບ​ປະຊາຊົນ​ຫຼາຍ​ເທື່ອ, ອະທິບາຍ​​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ້​ກ່ຽວ​ກັບ​ຜົນ​ປະ​ໂຫຍດຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເພື່ອສະໜັບສະໜູນ​, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ປະຊາ​ຄົມ​ ດ້ວຍ​ຄວາມ​ສະໝັກ​ໃຈ“.

        ຄອບຄົວ​ປ້າ ບູ່​ຍທິ​ເລິ໋ນ ​ແມ່ນ​ຄອບຄົວ​ທຸກ​ຍາກ​ຢູ່​ບ້ານ 6, ​ເຖິງ​ວ່າ​ຈະຂາດ​ເນື້ອ​ທີ່​ດິນ​ທຳ​ການ​ຜະລິດ, ​ແຕ່​ເມື່ອ​ຕາ​ແສງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ໃນ​ໂຄງການ​ກໍ່ສ້າງ​ຊນນະ​ບົດ​ໃໝ່, ປ້າ​ໄດ້​ສະຫງວນ​ທີ່​ດິນ​ຂອງ​ຕົນ​ໃຫ້​ແກ່​ໂຄງການ​, ປ້າ​ຖື​ວ່າ, ການ​ສະຫງວນ​ທີ່​ດິນ ​ກໍ່ແມ່ນ​ພັນທະ, ​ແມ່​ນໜ້າ​ທີ່​ຂອງ​ພົນລະ​ເມືອງ.

        “ຄອບຄົວ​ຂ້າພະ​ເຈົ້າ​ມີ 3 ທົ່ງ​ນາ, ​ແຕ່​ໄດ້​ສະຫງວນ 1 ທົ່ງ​ນາ​ເພື່ອ​ກໍ່ສ້າງ​ຫໍ​ວັດທະນະທຳ ​ແລະ 1 ທົ່ງ​ນາ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ. ຂ້າພະ​ເຈົ້າ​ຄິດ​ວ່າ, ລັດ​ໄດ້​ມີ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ມີ​​ເສັ້ນທາງ​ໄປມາ​ສະດວກ​ສະບາຍ ​ແລະ ພັດທະນາ​ກວ່າ, ຂ້າພະ​ເຈົ້າ​ສະຫງວນທີ່​ດິນ​ເພື່ອ​ກໍ່ສ້າງ​ບ້ານ​ໃຫ້​ສວຍ​ງາມ​ກວ່າ. ຢູ່​ທີ່​ນີ້, ຄອບຄົວ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ສະຫງວນ​ທີ່​ດິນ​​ໃຫ້​ໂຄງການດ້ວຍ​ຄວາມ​ສະໝັກ​ໃຈ“.

        ​ເມື່ອ​ທຽບ​ໃສ່​ບ້ານ​ອື່ນໆ​ໃນ​ຕາ​ແສງ, ບ້ານ 4 ​ແມ່ນ​ບ້ານ​ມີ​ເງື່ອນ​ໄຂ​ພັດທະນາ​ກວ່າ, ຍ້ອນ​ຕັ້ງ​ຢູ່​ໃກ້​ກັບ​ໃຈກາງ​ຕາ​ແສງ ​ແລະ ມີ​ເສັ້ນທາງ​​ໄປມາລະຫວ່າງ​ຕາ​ແສງ​. ປີ 2012, ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ ​ແລະ ການ​ປະກອບສ່ວນ​ຂອງ​ປະຊາຊົນ, ຕາ​ແສງ 4 ​ໄດ້​ກໍ່ສ້າງ​ຫໍ​ວັດທະນະທຳທີ່​ໃຫຍ່​ໂຕ​ໂອ​ໂຖງ ​ແລະ ສວຍ​ງາມ, ມີ​ມູນ​ຄ່າ​ກວ່າ 1 ຕຶ້ດົ່ງສຳ​ເລັດ. ພິ​ເສດ​ແມ່ນ​ເນື້ອ​ທີ່​ດິນ​ກໍ່ສ້າງ​ຫໍ​ວັດທະນະທຳ​ກວ່າ 300 ຕາລາງ​ແມັດ ລ້ວນ​ແຕ່​ໂດຍ​ຄອບຄົວ​ເອື້​ອຍ ກາວ​ທິຮົ່ງ ມອບ​ໃຫ້.

        “ກ່ອນ​ນີ້, ຕາ​ແສງ​ບໍ່​ມີ​ຫໍ​ວັດທະນະທຳ, ​ເມື່ອ​ບ້ານ​ຈັດການປະຊຸມ ຫຼື​ການ​ລະ​ຫຼິ້ນ​ຕ່າງໆ ​ຕ້ອງ​ອາ​ໄສ​ເຮືອນ​ຂອງ​ປະຊາຊົນ, ​ແຕ່​ມັນ​ຄັບ​ແຄບ​ຫຼາຍ. ​ເມື່ອ​ໄດ້​ຮັບ​​ເງິນ​ໜູນ​ຊ່ວຍ​ຂອງ​ລັດ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ສະຫງວນ​ທີ່​ດິນ​​ໃຫ້​ບ້ານ​ເພື່ອ​ກໍ່ສ້າງຫໍ​ວັດທະນະທຳ ​ເປັນ​ບ່ອນ​​ເຄື່ອນ​ໄຫວ ດຳ​ເນີນ​ຊີ​ວິດ​ໃຫ້​ແກ່​ປະຊາຊົນ. ປະຊາຊົນ​ຜູ້​ໃດ​ກໍ່​ພາກພູມ​ໃຈ, ສ່ວນ​ຄອບຄົວ​ເຮົາ​ກໍ່​ຮູ້ສຶກເອກອ້າງ​ທະ​ນົງ​ໃຈ, ຍ້​ອນຕົນ​ເອງ​ໄດ້​ປະກອບສ່ວນ​​ເຂົ້າ​ໃນ​ການ​ກໍ່ສ້າງໝູ່ບ້ານ“.

ກວາງທິ້ງ ສະຫງວນທີ່ດິນກໍ່ສ້າງຊົນນະບົດໃໝ່ - ảnh 2

ປະຊາຊົນປະກອບແຮງງານກໍ່ສ້າງທາງຄົມມະນາຄົມໃນບ້ານ

(ພາບ: ອິນເຕີແນດ)

        ​ໃນ​ວິວັດ​ແຫ່ງການ​ຜັນ​ຂະຫຍາຍ, ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​, ​ເຮັດ​​ໃຫ້​ປະຊາຊົນ​​​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ກວາງ​ທິ້ງ ​ໄດ້​ສ້າງ​ຕັ້ງ​ຄະນະ​ໂຄສະນາ ​ແນະນຳ​ໃຫ​້ປະຊາຊົນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຈຸດໝາຍ, ຄວາມ​ໝາຍ​ຂອງ​​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້ງຊົນນະບົດ​ໃໝ່ ດ້ວຍ​ທິດ​ນຳ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ ​ແລະ ຮັບ​ຜົນ​ປະ​ໂຫຍ​ດ“. ມາ​ຮອດ​ປະຈຸ​ບັນ, ປະຊາຊົນ​ຕາ​ແສງ​ກວາງ​ທິ້ງ ​ໄດ້​ມອບ​ທີ່​ດິນ ​ເກືອບ 7000 ຕາລາງ​ແມັດ, ບໍລິຈາກ​ເງິນ​ເກື​ອບ 1 ຕື້​ດົ່ງ ​ແລະ ​​ນັບ​ພັນ​ວັນ​ແຮງ​ງານ ​ເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ​ລະຫວ່າງ​ຕາ​ບ້ານ, ແສງ​ກວ່າ 8 ກມ, ກໍ່ສ້າງ​ຫໍ​ວັດທະນະທຳບ້ານ... ທ່ານ ບູ່​ຍວັນ​ເລືອ​ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ກວາງ​ທິ້ງ ຢືນຢັນ​ວ່າ:

        “ຂະ​ບວນການ​ສະຫງວນ​ທີ່​ດິນ ພວມ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກປະຊາຊົນຢ່າງ​ຕັ້ງໜ້າ. ປະຈຸ​ບັນ, ຢູ່​ບ້ານ​ຕ່າງໆ​ພວມ​ສືບ​ຕໍ່​ກໍ່ສ້າງ​ທາງ​ເບ​ຕົງ​ໃໝ່​ທີ່​ກວ້າງຂວາງ​ກວ່າ ​ແລະ ສວຍ​ງາມ​ກວ່າ. ມີ​ຫໍ​ວັດທະນະທຳ​ຫຼາຍ​ແຫ່ງ​ໄດ້​ກໍ່ສ້າງ​ສຳ​ເລັດ​ ແລະ ນຳ​ເຂົ້າ​ໃຊ້​ການ​ແລ້ວ. ​ໃນ​ຕໍ່ໜ້າ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ໂຄສະນາ ​ເພື່ອ​ໃຫ້​ປະຊາຊົນ​ມີ​ການ​ປະກອບສ່ວນ​​ເຂົ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ຫຼາຍ​ກວ່າ​ອີກ, ສູ້​ຊົນ​ຮອດ​ປີ 2015 ທາງ​ຕາ​ແສງ​ຈະ​ປະຕິບັດສຳ​ເລັດ​ບັນດາ​ຈຸດໝາຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

        ຈາກ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ ​ແລະ ວີ​ທີ​ເຮັດ​ຢ່າງ​ເປີດ​ເຜີຍ, ປະຊາທິປະ​ໄຕ, ຂະ​ບວນການ​ສະຫງວນ​ທີ່​ດິນ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ກວາງ​ທິ້ງ, ​ເມືອງ​ຫາຍ​ຮ່າ, ​ແຂວງ​ກວາງ​ນິງ ​ໄດ້​ຮັບ​ຜົນງານ​ຫຼາຍ​ຢ່າງ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​​ໂສມ​ໜ້າ​ຊົນນະບົດ​ໃໝ່​ຢູ່​ເຂດ​ບ້ານນາ​ແຫ່ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ