ກໍ່ສ້າງຊົນນະບົດໃໝ່, ໜ້າທີ່ສຳຄັນໃນປະຈຸບັນ

ກໍ່ສ້າງຊົນນະບົດໃໝ່, ໜ້າທີ່ສຳຄັນໃນປະຈຸບັນ - ảnh 1
(ພາບ: google.com.vn)

​(vovworld) -ໃນ​ຂະ​ບວນວິວັດ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພັດທະນາ​ກະ​ສິກຳ, ຊົນນະບົດ ​ແລະ ຊາວ​ກະ​ສີກ​ອນ​ເປັນ​ສຳຄັນ. ​ເພາະວ່າ​, ຢູ່​ຫວຽດນາມ, ຊາວ​ກະ​ສີກ​ອນກວມ​ເຖິງ 70% ​ຈຳນວນ​ປະຊາກອນທັງ​ໝົດ. ​ດັ່ງ​ນັ້ນມະຕິ 26 ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 10 ປີ 2008 ​ໄດ້ ເຕື້ອງ​ເຖິງບັນຫາ​ກໍ່ສ້າງ​ຊົນນະບົດ​ໃໝ່​​ຢ່າງ​ເປັນພື້ນຖານ, ຮອບດ້ານ ​ແລະ ​ເລິກ​ເຊິ່ງ, ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍຸດ​ທະ​ສາດ​ສ້າງເປັນ​ປະ​ເທດ​ອຸດສາຫະກຳ​ໂດຍ​ພື້ນຖານຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2020.

  ຊົນນະບົດ ​ຫວຽດນາມ ​ກວມ​ເນື້ອ​ທີ່​ອັນກວ້າງ​ໃຫຍ່ ​ດ້ວຍຈຳນວນ​ປະຊາກອນຫຼາຍທີ່​ສຸດ, ມີ​ຫຼາຍ​ຊົນ​ເຜົ່າດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ, ​ແມ່ນ​ແຫ່ງ​ອະນຸລັກ​ຮັກສາ​ບັນດາ​ຮີດຄອງ​ປະ​ເພນີ​ຂອງ​ວົງ​ຄະນາ​ຍາດ, ​ທັງແມ່ນ​ແຫ່ງ​ຜະລິດ​ທີ່​ສຳຄັນ, ​ເພື່ອ​ຜະລິດ​ບັນດາ​ຜະລິດ​ຕະພັນຮັບ​ໃຊ້​​ໃຫ້​ແກ່ຊີວິດ​​ຂອງມະນຸດ. ​ໃນ​ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ​ປະຈຸ​ບັນ​ນີ້, ​ແມ່ນບໍ່​ສາມາດ​ມີ​ປະ​ເທດ​ອຸດສາຫະກຳ​ໃດ​ໜຶ່ງ ຖ້າ​ຫາກ​ກະ​ສີ​ກຳ, ຊົນນະບົດ​ຍັງ​ຫຼ້າ​ຫຼັງ, ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສີກ​ອນຍັງ​ຢູ່​ໃນ​ລະດັບ​ຕ່ຳ​ໄດ້. ຍ້ອນ​ເຫດ​ນັ້ນ, ພັກ ​ແລະ ລັດ​ຫວຽດນາມ​ ຈຶ່ງ​ຖື​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ພາລະກິດ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ກອງ​ປະຊຸມ​ຄັ້ງ​ທີ 7, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 10 ​ໄດ້​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ກະ​ສີ​ກຳ, ຊົນນະບົດ ​ແລະ ຊາວ​ກະ​ສີກ​ອນ ດ້ວຍ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່ ທີ່​ມີ​ພື້ນຖານໂຄງ​ລ່າງ​ເສດຖະກິດ - ສັງຄົມທັນ​ສະ​ໄໝ, ​ມີໂຄງ​ປະກອບ​ເສດຖະກິດ ​ແລະ ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ​ເໝາະ​ສົມ, ຊົນນະບົດ​ຕິດ​ພັນ​ກັບ​ການ​ພັດທະນາ​ອຸດສາຫະກຳ, ການ​ບໍລິການ, ຕົວ​ເມືອງຕາມ​ແຜນ​ກຳນົດ, ສັງຄົມ​ຊົນນະບົດມີ​ຄວາມ​ໝັ້ນຄົງ, ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາດ, ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ​ໄດ້​ຮັບການ​ຍົກ​ສູງ​ຂຶ້ນ, ສິ່ງ​ແວດ​ລ້ອມຊີວະ​ພາບ​ໄດ້​ຮັບ​ການ​ຮັກສາ, ລະບົບ​ການ​ເມືອງ​ຢູ່​ເຂດ​ຊົນນະບົດ​ໄດ້​ຮັບ​ການ​ເພີ່ມ​ທະວີ. ກ່າວ​ຄວາມ​ເຫັນ​ຊີ້​ນຳ​​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ຊີ້​ແຈ້ງວ່າ:

    ” ການ​ກໍ່ສ້າງ​ຊົນນະບົດ​ໃໝ່ທັງ​ແມ່ນ​ຄາດໝາຍ, ທັງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ​ແມ່ນ​ໜ້າ​ທີ່​ອັນ​ຮີບດ່ວນ, ທັງ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ມີ​ລະດັບ​ຍຸດ​ທະ​ສາດ​ສຳຄັນ​ພິ​ເສດ​ໃນ​ພາລະກິດ​ປະຕິວັດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ. ຜ່ານ​ນັ້ນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ກຳລັງ​ແຮງ​ສັງ​ລວມຂອງ​ລະບົບ​ການ​ເມືອງ, ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງທົ່ວ​ສັງຄົມ​ໃນ​ການ​ຜັນ​ຂະຫຍາຍ​, ປະຕິບັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ຕ່າງໆ​ກໍ່ສ້າງ​ແຜນ​ຮ່າງ​ດ້ວຍ​ຂັ້ນ​ຕອນ, ມາດ​ຕະການ​ອັນ​ລະອຽດ​ ​ແລະ ເໝາະ​ສົມ​ກັບການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​​ແຕ່ລະ​ທ້ອງ​ຖີ່​ນ. ຜ່ານ​ນັ້ນ, ສ້າງ​ການ​ຮ່ວມສຳພັນ, ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ; ​ສຸມ​ໃສ່​ແກ້​ໄຂ 11 ​ເນື້ອ​ໃນ​​ຂອງ​ການກໍ່ສ້າງ​ຊົນນະບົດ​ໃໝ່​ທີ່​ໄດ້​ວາງ​ອອກ”.

ກໍ່ສ້າງຊົນນະບົດໃໝ່, ໜ້າທີ່ສຳຄັນໃນປະຈຸບັນ - ảnh 2

(ພາບ: google.com.vn)

    ມາ​ຮອດ​ປະຈຸ​ບັນ, ໃນ​ເບື້ອງ​ຕົ້ນ ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​. ລັດຖະບານ​ໄດ້​ມີ​ໂຄງການ​ດຳ​ເນີນ​ງານ ​ເພື່ອ​ແນ​ໃສ່​ປະຕິບັດ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກ່ຽວ​ກັບ​ກະ​ສີ​ກຳ, ຊາວ​ກະ​ສີກ​ອນ ​ແລະ ຊົນນະບົດ. ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ໄດ້​ຮັບ​ຜິດ​ຊອບ, ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​​ເພື່ອ​ກໍ່ສ້າງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh, ຫົວໜ້າ​ຄະນະ​ຊີ້​ນຳ​​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກໍ່ສ້າງ​ຊົນນະບົດ​ໃໝ່ ສູນ​ກາງ, ຢັ້ງຢືນ​ວ່າ, ພະນັກງານ​ຮາກ​ຖານ ​ແລະ ປະຊາຊົນ​ພວມ​ພາກພູມ​ໃຈ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ, ຊົນນະບົດ​ໃໝ່​ພັດທະນາ​ຈະ​ປະກອບສ່ວນ​ປັບປຸງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງຊາວ​ກະ​ສີກ​ອນ​ໃນ​ໄລຍະ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢ່າງ​ວ່ອງ​ໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh, ​ເນັ້ນ​ໜັກ​ວ່າ:

    ”ຂະ​ບວນວິວັດ​ແຫ່ງ​ການ​ຜັນ​ຂະຫຍາຍ, ຊາບ​ຊືມ, ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ, ​ເດັດ​ດ່ຽວ ​ແຕ່​ບໍ່​ຮ້ອນ​ເຮັ່ງ. ຕາມ​ຂໍ້​ຕົກລົງ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ​ເຖິງ​ປີ 2020 ຈະ​ມີ 50% ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ… ນິ້​ແມ່ນ​ຂະ​ບວນວິວັດ​ອັນ​ຍາວ​ນານ ​ແລະ ​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ເທື່ອ​ລະ​ກ້າວ ​ແລະ ຄົບ​ຊຸດ. ​​​ເມື່ອ​ຊົນນະບົດ​ໃໝ່​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ, ພວກ​ເຮົາ​ຍັງ​ຄົງ​ສືບ​ຕໍ່​ປັບປຸງມາດຖານ​ນີ້​​ໃຫ້​ສົ​ມບຸນ​ແບບ. ​ເພາະວ່າ​, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕ້ອງ​ດຳ​ເນີນ​ໄປຢ່າງ​ບໍ່​ຢຸດ​ຢັ້ງ”.

ກໍ່ສ້າງຊົນນະບົດໃໝ່, ໜ້າທີ່ສຳຄັນໃນປະຈຸບັນ - ảnh 3

(ພາບ: google.com.vn)

    ​ໃນ​ອະນາຄົດ, ຊົນນະບົດ​ໃໝ່​ຫວຽດນາມ​ ຈະ​ແມ່ນ​ແຫ່ງ​ຜະລິດ​ບັນດາ​ຜະລິດ​ຕະພັນ​ກະ​ສີ​ກຳ​ທີ່​ມີ​ສະມັດ​ຕະພາບ, ຄຸນ​ນະພາ​ບສູງ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ, ​ທັງແມ່ນ​ແຫ່ງ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ​ແມ່ນ​ແຫ່ງ​ຮັບປະກັນ​ຄວາມ​ກົມກຽວ​ຂອງ​ສາຍ​ພົວພັນ​ລະຫວ່າງ​ມະນຸດ​ກັບ​ທຳ​ມະ​ຊາດ… ດ້ວຍ​ບັນດາ​ລັດຖະນະ​ໂຍບາຍ ​ແລະ​ ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນ​ສູນ​ກາງ, ອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽ​ດນາມ ພວມ​ກາຍ​ເປັນ​ບັ້ນ​ຂົນຂວາຍ​ປະຕິວັດ​ຂອງ​ປະ​ເທດ ​ບົນ​ເສັ້ນທາ​ງຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ​ ປະ​ເທດ​ຊາດ​ເຂັ້ມ​ແຂງ, ຮັບ​ໃຊ້​ກິດຈະການ​ເຊື່ອມ​ໂຍງ​ຂອງ​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ​.

ຕອບກັບ

ຂ່າວ/ບົດ​ອື່ນ