ກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຫ້ວຍແລ່ງ, ເມືອງເມື່ອງຈ່າ, ແຂວງດ້ຽນບຽນ


​(vovworld) – ຫ້ວຍ​ແລ່ງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕາ​ແສງ​ຢູ່​ເຂດ​ພູ​ດອຍ​​ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່ສຸດຂອງ​ເມືອງ​ເມື່ອ​ຈ່າ, ​ແຂວງ​ດ່ຽນບຽນ. ​ໃນ​ຊຸ​ມປີ​ມໍ່ໆ​ມາ​ນີ້, ບັນດາ​ມາດຖານ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຕາ​ແສງ​ລ້ວນ​ແຕ່​ບັນລຸ​ຜົນສຳ​ເລັດ ​ເມື່ອ​ທຽບ​ໃສ່​ແຜນການ​ທີ່​ໄດ້​ວາງ​ອອກ. ​ໄດ້​ມີ 20/200 ຄອບຄົວ​ທຸກ​ຍາກ​ໃນ​ທ້ອງ​ຖີ່​ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ອັນ​ໄດ້​ລື່ນ​ກາຍ​​ແຜນການ​ທີ່​ໄດ້​ວາງ​ອອກ. ​​ເພື່ອ​ບັນລຸ​ໄດ້ຜົນງານ​ຄື​ດັ່ງກ່າວ​, ປະຊາຊົນ​ຕ້ອງປ່ຽນ​ແປງ​ປະ​ເພນີ, ຈີນ​ຕະນາ​ການ​ໃນ​ການ​ເຄື່ອນ​ໄຫວ​​ຜະລິດ, ລ້ຽງສັດ​ເທື່ອ​ລະ​ກ້າວ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​ໃນ​ຕາ​ແສງ.

ກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຫ້ວຍແລ່ງ, ເມືອງເມື່ອງຈ່າ, ແຂວງດ້ຽນບຽນ - ảnh 1

ແມງຄຣັ່ງ

(ພາບອິນເຕີແນດ)

ຕາ​ແສງ​ຫ້ວຍ​ແລ່ງ ມີ​ເນື້ອ​ທີ່​ດິນ​ທຳ​ມະ​ຊາດກວ່າ 10.000 ​ເຮັກຕາ, ດ້ວຍ ກວ່າ 2.500 ຄອບຄົວ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຊົນ​ເຜົ່າ​ເຮີ​ມົງ. ປະຊາຊົນ​ຢູ່​ທີ່​ນີ້​ມີ​ປະ​ເພນີ​ປູກ​ເຂົ້າ, ສາລີ​ຕາມ​ເນີນ​ພູ​, ດັ່ງ​ນັ້ນ​ສະມັດ​ຕະພາບ​ບໍ່​ສູງ, ຊີວິດ​ຂອງ​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ,ຂາດ​ເຂີນຢູ່.

ຫ້ວຍ​ແລ່ງ​ ແມ່ນຕາ​ແສງ​ໜຶ່ງ​ດຽວ​ຢູ່​ເມືອງ​ເມື່ອ​ງຈ່າ ທີ່ມີທາດ​ດິນ​ເໝາະ​ສົມ​ກັບ​ການ​ລ້ຽງ​​ແມງ​ຄຣັ່ງເຊິ່ງ​ແມ່ນ​ແມງ​ໄມ້​ປະ​ເພດ​ໜຶ່ງ ທີ່​ອາ​ໄສຕົ້ນຕໍ​ຢູ່​ຕົ້ນ​ຄໍ້ຄຽດ (Dalbergia Hupeana), ​ເພື່ອສ້າງ​ເປັນ​ຢາງທີ່​ມີ​ມູນ​ຄ່າ​ທາງ​ດ້ານ​ເສດຖະກິດ, ກໍ່​ຄືຜະລິດ​ເຄື່ອງ​ສິລະ​ປະ​ຫັດຖະກຳ, ການ​ຢາ... ​ເມື່ອ​ລ້ຽງແມງ​ຄຣັ່ງ, ປະຊາຊົນ​ບໍ່​ຕ້ອງ​ເສຍ​ຄ່າ​ຜະລິດ​ຫຼາຍ, ຍິ່ງ​ກວ່າ​ນັ້ນ, ວຽກ​ງານ​ນີ້​ກໍ່​ບໍ່​ລຳບາກ​ເມື່ອ​ທຽບ​ໃສ່​ການ​ຜະລິດ​ກະ​ສີ​ກຳ. ​ເຂົາ​ເຈົ້າ​ພຽງ​ແຕ່​ຮັກສາແນວ​ພັນ​ ​ແລະ ປັບປຸງປ່າ​​​ໃຫ້​ດີ​ກໍ່ສາມາດ​ລຽງ​​ແມງ​ຄຣັ່ງທີ່​ມີ​ຄຸນ​ນະພາ​ບສູງ​, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດໄດ້. ນັບ​ແຕ່​ອາຊີບ​ລ້ຽງ​​ແມງ​ຄຣັ່ງພັດທະນາ, ປະຊາຊົນ​ຢູ່ຫ້ວຍ​ແລ່ງ ບໍ່​ທຳລາຍ​ປ່າ​ເຮັດ​ໄຮ່​ອີກ. ບັນດາ​ໂນນ​ພູ​ຫົວ​ລົ້ນ​ໃນ​ເມື່ອ​ກ່ອນ, ປະຈຸ​ບັນ​ໄດ້​ຮັບ​ການ​ປ່ຽນ​ແທນ​ດ້ວຍ​ສີຂຽວ​ອຸ່ມ​ທູ່​ມຂອງ​ຕົ້ນຄໍ້ຄຽດ (Dalbergia Hupeana). ປະຈຸ​ບັນ, ​ເນື້ອ​ທີ່​ລ້ຽງ​ແມງ​ຄຣັ່ງ​ໄດ້​ຮັບ​ການ​ເປີດ​ກວ້າງ​ເຖິງ 300 ​ເຮັກຕາ, ປະກອບສ່ວນຍົກ​ສູງລາຍ​ຮັບ​​ໃຫ້​ແກ່ປະຊາຊົນ​​​. ຜະລິດ​ຕະພັນ​ຄຣັ່ງ ຂອງ​ຕາ​ແສງ​ຫ້ວຍ​ແລ່ງ ຖືກ​ຂາຍ​ດ້ວຍ​ລາຄາ​ສູງ, ບາງ​ເທື່ອ​ຂຶ້ນ​ເຖິງ 300.000 ດົ່ງ/kg. ມີ​ຫຼາຍ​ຄອບຄົວ​ສາມາດ​ສ້າງ​ລາຍ​ຮັບນັບ​ສິບ​ລ້ານ​ດົ່ງ/ປີຈາກ​ການ​ລ້ຽງ​ແມງ​ຄຣັ່ງ ​​​. ທ່ານ ຫ້າງ​ໄສ໋ຢົວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຫ້ວຍ​ແລ່ງ, ​ໃຫ້​ຮູ້​ວ່າ:

ມີ​ເກືອບ 200 ຄອບຄົວສ້າງ​ຄວາມ​ຮັ່ງມີ​​ຈາກ ​​ການ​ລ້ຽງແມງ​ຄຣັ່ງ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ແມ່ນ​ຊາວ​ເຜົ່າ​ເຮີ​ມົງ. ປະຈຸ​ບັນ, ຊາວ​ເຜົ່າ​ເຮີ​ມົງ​ ໄດ້​ຮັບ​ການ​ຮຳ່ຮຽນ ​ແລະ ສຳ​ຜັດ​ກັບ​ສື່​ມວນ​ຊົນ​, ດັ່ງ​ນັ້ນ​ຄວາມ​ຮູ້​ຂອງ​ເຂົາ​ເຈົ້າ​ກໍ່ໄດ້​ຮັບ​ການ​ຍົກ​ສູງ​​ແລະ ຊີວິດກໍ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ“.

ນັບ​ແຕ່​ໄດ້​ຮັບ​ການ​ແນະນຳ​ວິທີ​​ລ້ຽງແມງ​ຄຣັ່ງ, ຊີວິດ​ຂອງ​ຄອບຄົວ​ເອື້ອຍ ​ໂຫ່​ທິຢີ໋ນ ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ລາຍ​ຮັບ​ສະ​ເລ່ຍຂອງ​ຄອບຄົວ​ບັນລຸ 30-50ດົ່ງ/ປີ. ​ເອື້ອ​ບ ຢີ໋ນ​ ​ໄດ້​ເວົ້າ​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ:

​ເມື່ອ​ຂາຍ​ແມງ​ຄຣັ່ງຈະ​ມີ​ເງິນ​​ໃຫ້​ລູກ​ໄປ​ຮຽນ, ມີ​ເງິນ​ຊື້​ລົດຈັກ, ຊື້​ງົວ, ຄວາຍ​ມາ​ລ້ຽງ. ປີ​ຜ່ານ​ມາ​ຄອບຄົວ​ຂ້າພະ​ເຈົ້າ​ຊື້​ມ້າ​ໄດ້ 3 ​ໂຕ ​ແລະ ຄວາຍ 5 ​ໂຕ​ດ້ວຍ​ເງິນ​ທີ່​ຫາ​ໄດ້​ຈາກ​ການ​ລ້ຽງ​ຄຣັ່ງ.

ກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງຫ້ວຍແລ່ງ, ເມືອງເມື່ອງຈ່າ, ແຂວງດ້ຽນບຽນ - ảnh 2

ແມງຄຣັ່ງ

(ພາບອິນເຕີແນດ)

ຕົ້ນ​ຄໍ້ຄຽດ (Dalbergia Hupeana) ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ ​ແລະ ກາຍ​ເປັນຕົ້ນ​ໄມ້​ຕົ້ນ​ຕໍ່​ໃນ​ການ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ທ້ອງ​ຖີ່​ນ​ເທົ່າ​ນັ້ນ,  ​ຫາກ​ຍັງຊ່ວຍ​ໃຫ້​ຊາວ​ຫ້ວຍ​ແລ່ງ ມີ​ສະຕິ, ຄວາມ​ຮັບຜິດຊອບ​ກວ່າ​ໃນ​ການ​ຮັກສາ ​ແລະ ພັດທະນາ​ປ່າ, ຍ້ອນ​ເຫດ​ນັ້ນ, ບັນດາ​ໂນນ​ພູ​ຫົວ​ລົ້ນ​ໃນ​ເມື່ອ​ກ່ອນ, ປະຈຸ​ບັນ​ໄດ້ກາຍ​ເປັນ​ປ່າ​ໄມ້​ທີ່​ຂຽວ​ອູ່​ມທຸ່ມ​ເທື່ອ​ລະ​ກ້າວ​.

ພ້ອມ​ກັບ​ການ​ຫັນປ່ຽນ​ຜົນລະປູກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຍັງ​ຕັ້ງໜ້າ​ຂົນ​ຂວາ​ຍປະຊາຊົນ​ຫັນ​ການ​ລ້ຽງສັດ​​ແບບ​ທຳ​ມະ​ຊາດຕາມ​​ໂນນ​ພູ​ເປັນ​ການ​ລ້ຽງສັດ​ແບບ​ລວ​ມສູນ. ປະຊາຊົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​​ໃນ​ການສ້າງຄອກ, ຟາ​ມລ້ຽງສັດ, ​ເພື່ອມີ​ເງື່ອນ​ໄຂ​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ແກ່​ຝູງ​ສັດລ້ຽງ, ຮັບປະກັນ​ກຳລັງ​ແຮງ​ງານ ກໍ່​ຄື​ຄຸນຄ່າ​ເສດຖະກິດ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ປະຊາຊົນ​ກໍ່​ມີ​ໂອກາດ​ໄດ້​ສຳຜັດ​ກັບ​ເຕັກນິກ​ລ້ຽງສັດ​ແບບ​ໃໝ່, ປະກອບສ່ວນ​ຂະຫຍາຍຝູງ​ສັດລ້ຽງຕື່ມ​ອີກ, ຫຼີກ​ເວັ້ນຄວາມ​​ເສຍ​ຫາຍ​ໂດຍ​ດິນ​ຟ້າ​ອາກາດ ​ແລະ ​ໂລກລະບາດ​ກໍ່​ຂຶ້ນ. ທ່ານ ຢ່າງ​ຈືໜູນ, ປະຊາຊົນ​ຕາ​ແສງ​ຫ້ວຍ​ແລ່ງ, ​ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

ກ່ອນ​ນີ້​ຂ້າພະ​ເຈົ້າ​ກໍ່​ເຮັດ​ໄຮ່, ລ້ຽງສັດ​ແບບ​ທຳ​ມະ​ຊາດ ​ຍ້ອນ​ບໍ່​ມີ​ວິທີ​ທຳການຜະລິດ, ລ້ຽງສັດ​ຢ່າງ​ເໝາະ​ສົມ ດັ່ງ​ນັ້ນ​ປະສິດ​ທິຜົນ​ດ້ານ​ເສດຖະກິດ​ບໍ່​ສູງ. ປະຈຸ​ບັນ​ໄດ້​ຮູ້​ວິທີ​ການ​ລ້ຽງສັດ​ແລ້ວ, ລາຍ​ຮັບ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຊີວິດ​ຂອງ​ພວກ​ຂ້າພະ​ເຈົ້າ​ກໍ່​ປ່ຽນ​ແປງ​ຫຼາຍ​ຢ່າງ“.

ຊີວິດ​ຂອງ​ປະຊາຊົນ​ຕາ​ແສງ​ຫ້ວຍ​ແລ່ງ ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​​ເຫັນ​ໄດ້​ຊັດ​. ​ໃນ​ເມື່ອ​ກ່ອນ​ເຂົາ​ເຈົ້າ​ພຽງ​ແຕ່​ປູກ​ເຂົ້າ ​ແລະ ສາລີ​​​ເພື່ອຫາ​ເງິນລ້ຽງ​ຊີບ​ເທົ່າ​ນັ້ນ. ​ແຕ່ປະຈຸ​ບັນ​ເຂົາ​ເຈົ້າສາມາດ​ສ້າງແຫຼ່ງລາຍ​ຮັບ​ຂຶ້ນ​ຕື່ມ​ຈາກ​ການ​ລ້ຽງ​ແມງ​ຄຣັ່ງ ​ແລະ ສັດ​ລ້ຽງ. ປະຊາຊົນ​ຫ້ວຍ​ແລ່ງ ​ພວມ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບຮູບ​ແບບ​ຫັນປ່ຽນ​ຜົນລະປູກ ​ແລະ ສັດລ້ຽງ​ທີ່​ມີ​ປະສິດທິ​ຜົນ​ນີ້ ​ໃຫ້​ກັນ, ​ເພື່ອ​ພ້ອມ​ກັນ​ບືນ​ຕົວ​ຂຶ້ນ, ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ອຶດ​ຫີ​ວ, ​ເຮັດ​ໃຫ້​ໂສ​ມໜ້າ​ຕາ​ແສງ​ຊົນນະບົດ​ໃນ​ເຂດ​ພູດ​ອຍ​ເມືອງ​ເມື່ອ​ງຈ່າ, ​ແຂວງ​ດ້ຽນບຽນ​ມີ​ການ​ປ່ຽນ​ແປງ.

ຕອບກັບ

ຂ່າວ/ບົດ​ອື່ນ