ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ ກື​ເມີ​ກາ, ​ແຂວງ​ດັກ​ລັກ

(vovworld) – ຈຸດໝາຍ​ຕົ້ນຕໍ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ຢູ່​ຫວຽດນາມນັ້ນ​ແມ່ນ​ພັດທະນາ​ການ​ຜະລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ​ໃຫ້​ໄດ້, ​ໃນ 3 ປີຜ່ານມາ, ​ເມືອງ ກື​ເມີ​ກາ, ​ແຂວງ​ດັກ​ລັກ, ​ໄດ້​​ຫັນປ່ຽນ​ຜົນລະປູກ​ເປັນ​ຢ່າງ​ດີ, ​ເພີ່ມ​ທະວີ​ການ​ຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ​ໃນ​ການ​ຜະລິດ​ກະ​ສີ​ກຳ, ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ຕາມ​ທິດ​ພັດທະນາ​ຢ່າງ​ຢ່າງ​ໝັ້ນຄົງ.

ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ ກື​ເມີ​ກາ, ​ແຂວງ​ດັກ​ລັກ - ảnh 1

ໂສມໜ້າເມືອງກືເມີກາໃນປະຈຸບັນ
(ພາບອິນເຕີແນດ)

​ ໂດຍ​ປະຕິບັດ​ວຽກ​ງານ​ໂຄສະນາ​ເປັນ​ຢ່າງ​ດີ, ດັ່ງ​ນັ້ນພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ. ​ເມືອງ ກຶ​ເມີ​ກາ ​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທົ່ວ​ເມືອງ​ມີ 15 ຕາ​ແສງ, ​ໃນ​ນັ້ນ​ມີ​ຫຼາຍ​ຕາ​ແສງ​ຊົນ​ເຜົ່າ​ສ່ວນ​ໜ້ອຍຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຢູ່. ​ແຕ່​ປະຈຸ​ບັນບັນດາ​ຕາ​ແສງ​ທັງ​ໝົດ​ລ້ວນ​ແຕ່​ປະຕິບັດ​ສຳ​ເລັດ​ແຜນ​ຮ່າງ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ມີ 3 ຕາ​ແສງ​ແມ່ນ​ຂຶ້ນ​ກັບ​ເມືອງ ກື​ເມີ​ກາ ນັ້ນ​ແມ່ນ: ກວາງຕ໋ຽນ, ​ແອ​ອາ​ຕູນ ​ແລະ ​ແອ​ອາ​ກະ​ປາມ. ທ່ານ​ຟ້າ​ມກວາງ​ເມື່ອຍ, ຫົວໜ້າ​ຫ້ອງກະ​ສີ​ກຳ​ເມືອງ ​ກື​ເມີ​ກາ, ​ໃຫ້​ຮູ້​ວ່າ:

“ນັບ​ແຕ່​ຊຸມ​ມື້​ທຳ​ອິດ​ແຫ່ງ​ການ​ກໍ່ສ້າງ​, ຄະນະ​ຊີ້​ນຳການ​ກໍ່ສ້າງ​ຊົນນະບົດ​ໃໝ່ຂອງ​ເມືອງ​ໄດ້​ຊີ້​ນຳການ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​​ໃນຂອງ​​ໂຄງການກໍ່ສ້າງ​ຊົນ ນະບົດ​ໃໝ່ ​ແລະ 15 ຕາ​ແສງ​ໄດ້​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ຂັ້ນ​ຕາ​ແສງ, ຂັ້ນ​ບ້ານ​ແລ້ວ. ວຽກ​ງານ​ໂຄສະນາ​ກໍ່ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນັບ​ແຕ່​ຫົວທີ, ດ້ວຍ​ການ​ປຸກລະດົມ​ບັນດາຂະ​ບວນການ​ແຂ່ງຂັນ, ດັ່ງ​ນັ້ນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ຈຶ່ງໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ“.

​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່, ຍາມ​ໃດ ກື​ເມີ​ກາ ​ກໍ່​ກຳນົດ​ກາ​ເຟ​ແມ່ນ​ຕົ້ນ​ໄມ້​ຕົ້ນຕໍ. ດ້ວຍ​ການ​ກຳນົດດັ່ງກ່າວ, ທາງ​ເມືອ​ງໄດ້​ລົງທຶນ​ພັດທະນາ​ຕົ້ນ​ກາ​ເຟຢ່າງ​ໝັ້ນຄົງ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບຂຶ້ນ. ມາ​ຮອດ​ປະຈຸ​ບັນ, ທົ່ວ​ເມືອງ​ມີ 9.400 ຄອບຄົວ​ຊາວ​ກະ​ສີກ​ອນຜະລິດ​ກາ​ເຟ ​ໃນ​ເນື້ອ​ທີ່ 15.380 ​ເຮັກຕາ. ນອກ​ນັ້ນ, ທາງ​ເມືອງ​ຍັງ​ຂົນຂວາຍ​ປະຊາຊົນ​ປູກ​ກາ​ເຟສະ​ລັບ​ກັບ​ຕົ້ນ​ໄມ້                                                                                                                                                                                            ທີ່​ມີ​ມູນ​ຄ່າດ້ານ​ເສດຖະກິດ​ສູງ​ຄື: ຕົ້ນ​ໝາກ​ຜິ​ກ​ໄທ, ໝາກ​ຖ່ົວລຽນ...​ ​ໃນ​ຂົງ​ເຂດ​ລ້ຽງສັດທາງ​ເມືອງໄດ້​ສ້າງ​ຟ້າ​ມລ້ຽງ​ໝູ, ງົວ, ສັດ​ປີກ​ແບບ​ລວມສູນ, ​ແຕ່ລະ​ປີ​ສ້າງ​ລາຍ​ຮັບ​ຫຼາຍ​ພໍ​ສົມຄວນ​ໃຫ້​ແກ່​​ບັນດາ​ຄອບຄົວຊາວ​ກະ​ສີກ​ອນ. ພ້ອມ​ກັນ​ນັ້ນ, ທາງ​ເມືອງ​ຍັງ​ສົມທົບ​ກັນ​ຈັດ​ຕັ້ງ​ຊຸດ​​ເຝິກອົບຮົມ​ກ່ຽວ​ກັບ​ການ​ຖ່າຍທອດ​ວິທະຍາ ສາດ​ເຕັກນິກ​​ໃນ​ການ​ປູກຝັງ ​ແລະ ລ້ຽງສັດ, ອັນ​ໄດ້​ດຶງ​ດູດ 3.800 ​ເທື່ອ​ຄົນ​ເຂົ້າ​ຮ່ວມ. ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮູ້​ໃຫ້​ແກ່​ຊາວ​ກະ​ສີກ​ອນ ​ໃນ​ການ​ປູກ​ກາ​ເຟຕາມ​ທິດ​ຜະລິດ​ທີ່ມີ​ປະ​ສິດ​ທິຜົນ ​ແລະ ໝັ້ນຄົງ. ທ່ານ ອີ​ເຕ, ຊາວ​ກະ​ສີກ​ອນຢູ່​ຕາ​ແສງ​ກວາງຕ໋ຽນ, ​ເວົ້າ​ວ່າ:

ກ່ອນ​ນີ້​ຂ້າພະ​ເຈົ້າ​ກໍ່​ປູກ​ກາ​​ເຟ, ​ແຕ່​ບໍ່​ຮູ້​ຈະ​ລົງທຶນ​ຄື​ແນວ​ໃດ​ໃຫ້ມີ​ປະສິດທິ​ຜົນ​ຢ່າງ​ໝັ້ນຄົງ, ​ແຕ່ພາຍຫຼັງ​ເຂົ້າ​ຮ່ວມ​ຊຸດ​ເຝິກອົບຮົມ​ຂ້າພະ​ເຈົ້າ​ຈຶ່ງ​ຮູ້. ທຸກ​ສິ່ງ​ທຸກ​ຢ່າງ​ທີ່ຖອດ​ຖອນ​ມາ​ໄດ້​ຈາກ​ການ​ຮຳ່ຮຽນ, ຂ້າພະ​ເຈົ້າ​ກໍ່​ແບ່ງປັນ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ບ້ານ“.

ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ ກື​ເມີ​ກາ, ​ແຂວງ​ດັກ​ລັກ - ảnh 2

ຊາວເມືອງກືເມີກາຫັນທິດມາປູກກາເຟເປັນຕົ້ນ
(ພາບອິນເຕີແນດ)

ຜ່ານ​​ການ​ປະຕິບັດ, ​ບັນດາ​​ໂຄງການກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດຖານ​ສຳຄັນ​ກວ່າ​ໝູ່​ໃນ ຈຳນວນ 19 ມາດຖານກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ຟ້າ​ມກວາງ​ເມື່ອຍ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ.

​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ກວາງຕ໋ຽນ​ໄດ້​ປະຕິບັດ​ສຳ​ເລັດມາດຖານ​ທີ 13 ກ່ຽວ​ກັບ​ການຈັດ​ຕັ້ງ​ການ​ຜະລິດ​. ດັ່ງ​ນັ້ນ​ລາຍ​ຮັບ​ຂອງ​ຊາວ​ກະ​ສີກ​ອນ​ກໍ່ເພີ່ມ​ຂຶ້ນ. ນອກນັ້ນ,​ ດ້ວຍ​ການ​ຮ່ວມ​ສຳພັນຢ່າງ​ແໜ້​ນ​ແຟ້ນ​ໄດ້ປະກອບສ່ວນ​​​ເພີ່ມປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ, ຊ່ວຍ​ຊາວ​ກະ​ສີກ​ອນຊອກ​ຫາ​ຕະຫຼາດ​ຈຳໜ່າຍ​ຜະລິດ​ຕະພັນ​​​ໃຫ້ດີກວ່າ, ​​ຊີວິດ​​ເປັນ​ປົກກະຕິ​ກວ່າ“.

        ມາ​ຮອດ​ປະຈຸ​ບັນ, ​ເມືອງ ກື​ເມີ​ກາ ​ໄດ້​ມີ 1 ຕາ​ແສງ​ບັນລຸ​ໄດ້ 17 ມາດຖານ, 5 ຕາ​ແສງ​ບັນລຸ​ໄດ້​ແຕ່ 9 – 15 ມາດຖານ, 7 ຕາ​ແສງ​ບັນລຸ​ໄດ້​ແຕ່ 5 – 8 ມາດຖານ ​ແລະ 2 ຕາ​ແສງ​ບັນລຸ​ໄດ້​ແຕ່ 4 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ, ລະບົບ​ທາງ​ຄົມມະນາຄົມ​ຊົນນະບົດ​ຢູ່ເມືອງ ກື​ເມີ​ກາ ພວມ​ພັດທະນາ​ຢ່າງ​ສະດວກ​ຍ້ອນ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ. ນັບ​ຮ້ອຍ​ຄອບຄົວ​ຊາວ​ກະ​ສີກ​ອນ​ໄດ້ສະຫງວນ​ທີ່​ດິນ, ​ບໍລິຈາກເງິນ​ທອງ, ຊັບ​ສິນ, ​ແຮງ​ງານ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ. ທ່ານ ອີ​ຊູ​ຍ, ຊາວ​ຕາ​ແສງ​ກວາງຕ໋ຽນ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຂົ້າ​ຄິດ​ວ່າ​ນີ້​ກໍ່​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະ​ສີກ​ອນ, ພວກ​ເຮົາ​ສະຫງວນ​ທີ່​ດິນ​ໃຫ້​ລັດ​ກໍ່ສ້າງ​ທາງ​ຄົມມະນາຄົມ, ​ແຕ່​ພວກ​ເຮົາ​ເອງ​ກໍ່​ແມ່ນ​ຜູ້​ຊົມ​ໃຊ້​ໂດຍ​ກົງ. ກ່ອນ​ນີ້​ທາງ​ໄປມາ​ເຄີຍ​ເປັນຂີ້​ຕົມ, ຂີ້ຝຸ່ນ, ​ແຕ່​ປະຈຸ​ບັນ​ທາງ​ໄປມາ​ສະອາດສວຍ​ງາມ ​ແລະ ສະດວກ​ສະບາຍທີ່​ສຸດ“.

ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ ກື​ເມີ​ກາ, ​ແຂວງ​ດັກ​ລັກ - ảnh 3

ເສັ້ນທາງເບຕົງຢູ່ເມືອງກືເມີກາໃນປະຈຸບັນ
(ພາບອິນເຕີແນດ)

        ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ, ເມືອງ ກື​ເມີ​ກາ ​ໄດ້​ມີ​ທາງ​​ເບ​ຕົງ​ຫຼື​ທາງ​ປູຢາງລະຫວ່າງ​ຕາ​ແສງ 171 ກມ, ກວມ 97% ​ເສັ້ນທາງ​ທັງ​ໝົດ​ໃນ​ຕາ​ແສງ​. ​ເສດຖະກິດ​ພັດທະນາ, ​ໂສມ​ໜ້າ​ຊົນນະບົດ​ໄດ້​ຮັບ​ການ​ປັບປຸງ, ອັນ​ໄດ້​ປະກອບສ່ວນ​ຍົງ​ສູງ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຮັກສາ​ຮີດຄອງ​ປະ​ເພນີ, ບັນດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຊົນ​ເຜົ່າ​ໄວ້. ນີ້​ແມ່ນ​ກຳລັງ​ໜູນ​ທີ່​ສຳຄັນ​ເພື່ອ​ໃຫ້​ຕາ​ແສງ​ຕ່າງໆ​ໃນ​ເມືອງ ກື​ເມີ​ກາ ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ທ້ອງ​ຖີ່​ນ.


ຕອບກັບ

ຂ່າວ/ບົດ​ອື່ນ