ການກໍ່ສ້າງຊົນນະບົດໃໝ່ໃນເກາະຟູ໋ກວີ໋


(vovworld) - ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​, ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢູ່​ເມືອງ​ເກາະ​ຟູ໋ກວີ໋, ​ແຂວງ​ບິ່ງ​ທ້ວນ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນທ້ອງ​ຖີ່​ນ. ສິ່ງ​ດັ່ງກ່າວ​​ໄດ້ຊ່ວຍ​ໃຫ້​ເມືອງ​ເກາະ​ຟູ໋ກວີ໋ ​ຮັບ​ຜົນງານ​ຢ່າງ​ຕັ້ງໜ້າ​ໃນ​ຂະ​ບວນການ​ນີ້.

ການກໍ່ສ້າງຊົນນະບົດໃໝ່ໃນເກາະຟູ໋ກວີ໋ - ảnh 1

ທະເລເກາະຟູ໋ກວີ໋

ມາ​ຢ້ຽມຢາມ​ເກາະ​ຟູ໋ກວີ໋, ​ແຂວງ​ບິ່ງ​ທ້ວນ ​ໃນ​ຊຸມ​ມື້​ນີ້, ສິ່ງ​ທີ່​ສ້າງຄວາມ​ປະ​ທັບ​ໃຈ​ທຳ​ອິດ​ນັ້ນແມ່ນ​ສີຂຽວ​ອຸ່ມ​ທູ່​ມຂອງ​ແຖວ​ຕົ້ນ​ໄມ້​ຢູ່​ແຄມ​ທາງ. ​ເມືອງ​ເກາະ​ແຫ່ງ​ນີ້​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄື້ນທະ​ເລ ​ແລະ ລົມ​ພັດ​ຕະຫຼອດ​ປີ, ​ແຕ່​ທັງເກາະ​ໄດ້​ຮັບ​ການປົກ​ຄຸມ​ໄປ​ດ້ວຍສີຂຽວ​ອຸ່ມ​ທູ່​ມ. ທຸກ​ເສັ້ນທາງ​ລ້ວນ​ແຕ່​ສະອາດ, ສວຍ​ງາມ. ປ້າ ຟ້າ​ມທິຮວາ, ບ້ານ​ມີ້​ເຄ, ຕາ​ແສງຕາ​ມ​ແທງ, ​ເມືອງເກາະ​ຟູ໋ກວີ໋, ​ໃຫ້​ຮູ້​ວ່າ:

“​ເມື່ອ​ຍິນ​ສຽງ​ໄກ່​ຂັນ​ປະຊາຊົນ​ກໍ່​ຕື່ນ​ນອນ​​​ແລ້ວໄປກວາ​ດລ້າງທາງ​ບ້ານ​​ໃຫ້​ສະອາດ, ຕອນ​​ແລງ​ກໍ່​ຄື​ກັນ. ມື້​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ເຮັດ​ຄື​ແນວ​ນັ້ນ.“

ການ​ກະທຳ​ຮັກສາ​ສິ່ງແວດ​ລ້ອມ, ຮັກສາ​ຮ່ອມ​ບ້ານ​ໃຫ້​ສະອາດ​ສວຍ​ງາມ​ແມ່ນ​ເລີ່​ມມາ​ຈາກ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂດຍ​ແຂວງ​ບິ່ງ​ທ້ວນປຸກລະດົມ​ກ່ອນ​ນີ້ 3 ກວ່າ​ປີ. ນັບ​ແຕ່​ມີ​ຂະ​ບວນການ​ດັ່ງກ່າວ, ປະຊາຊົນ​ໃນ​ເກາະ​ໄດ້​ບົວລະບັດ​ຕົ້ນ​ໄມ້, ຮັກສາ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ຢ່າງ​ຫ້າວຫັນ, ນອກ​ນັ້ນ​​ເຂົາ​ເຈົ້າຍັງ​ຕັ້ງໜ້າ​ສະໜັບສະໜູນ​ການ​ກໍ່ສ້າງ​ລະບົບທາງ​ຄົມມະນາຄົມ​ຊົນນະບົດ​ອີກ. ທ່ານ ຫງວຽນ​ຮວຽນ, ບ້ານ​ຈ່ຽວ​ເຢືອງ, ຕາ​ແສງຕາ​ມ​ແທງ​ ແບ່ງປັນ​ວ່າ:

“ບັນດາ​ເສັ້ນທາງ​ຢູ່​ທີ່​ນີ້​ໂດຍ​ລັດ​ຊ່ວຍ​ເຫຼືອ, ສ່ວນ​ຍັງ​ເຫຼືອ​​ແມ່ນ​ການ​ປະກອບສ່ວນ​ຂອງປະຊາຊົນ​. ພວກ​ເຮົາ​ຕ້ອງ​ປະກອບສ່ວນ​ພ້ອມ​ກັບ​ລັດ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ​ໃຫ້​ສະອາດ​ສວຍ​ງາມ, ​ເພື່ອ​ໄປມາ​ຢ່າງ​ສະດວກ​ສະບາຍ“.

ການກໍ່ສ້າງຊົນນະບົດໃໝ່ໃນເກາະຟູ໋ກວີ໋ - ảnh 2

ໂສມໜ້າເກາະຟູ໋ກວີ໋ໃນປະຈຸບັນ

ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນ. ​ໂດຍ​ຕອບ​ສະໜອງ​ຂະ​ບວນການ​ນີ້, ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ໄດ້​ປະຕິບັດ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ. ທ່ານ ​ເລ​ຮົ່ງ​ເລີ້​ຍ, ຮອງ​ເລຂາ​ຄະນະ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາ​ພັກ​ເມືອງ​ຟູ໋ກວີ໋, ​ໃຫ້​ຮູ້​ວ່າ, ການ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ້ຜົນ​ປະ​ໂຫຍ​ດຂອງ​ຂະ​ບວນການ, ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​ສູ້​ຊົນ, ສະໝັກ​ໃຈ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ຕາ​ແສງ, ຂອງ​ເມືອງ. ພິ​ເສດ, ນັບ​ແຕ່​ເມື່ອ​ຫາ​ກໍ່​ປຸກລະດົມ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ອຳນາດ​ການ​ປົກຄອງ​ເມືອງ​ເກາະ​ຟູ໋ກວີ໋​ ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ​ເລ​ຮົ່ງ​ເລີ້​ຍ ​ໃຫ້​ຮູ້​ວ່າ:

ພວກ​ຂ້າພະ​ເຈົ້າ​ຕັ້ງໜ້າ​ໂຄສະນາ, ພິ​ເສດ​ແມ່ນ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ​້ບັນດາ​ເນື້ອ​ໃນ​ຂອງ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເພື່ອ​ພ້ອມ​ກັບອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

ມາ​ຮອດ​ປະຈຸ​ບັນ, ຕາມ​ແທງ​ ​ແມ່ນ​ຕາ​ແສງ​ທຳ​ອິດ​ປະຕິບັດ​ສຳ​ເລັດ 19/19 ມາດຖານ​​ກໍ່ສ້າງຊົນນະບົດ​ໃໝ່ຂອງ​ເມືອງ​ເກາະ​ຟູ໋ກວີ໋. ທ່ານ​ນາງ ​ໂງ​ທິທ້າຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງຕາ​ມ​ແທງ, ​ເມືອງ​ເກາະ​ຟູ໋ກວີ໋, ​ໃຫ້​ຮູ້​ວ່າ:

ຂະ​ບວນການ​ສູ້​ຊົນ​ປະຕິບັດສຳ​ເລັດ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ປະກອບ​ກຳລັງ​ເຫື່ອ​ແຮງຢ່າງ​ຫຼວງ​ຫຼາຍຈາກ​ປະຊາຊົນ.

ການກໍ່ສ້າງຊົນນະບົດໃໝ່ໃນເກາະຟູ໋ກວີ໋ - ảnh 3

ຖະໜົນຫົນທາງທີ່ສະອາດໃນເກາະຟູ໋ກວີ໋

​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ, ​ເມືອງ​ເກາະ​ຟູ໋ກວີ໋ ຈຶ່ງ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນ​ໂສມ​ໜ້າ​ຂອງ​ເມືອງ​ເກາະ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ. 100% ຈຳນວນ​ຄອບຄົວ​​ໄດ້​ນຳ​ໃຊ້​ນຳ້​ຈືດ​​​, ຈຳນວນ​ຄອບຄົວ​ທຸກ​ຍາກ​ກໍ່​ຫຼຸ​ດລົງ, ຊີວິດ​ທາງ​ດ້ານ​ເສດຖະກິດ​ຂອງ​ປະຊາຊົນ​ສ່ວນ​ຫຼາຍ​ເປັນ​ປົກກະຕິ. ພ້ອມ​ກັນ​ນັ້ນ, ທາງ​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ ​ເພື່ອ​ຮັບ​ໃຊ້​ໃຫ້ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ເກາະ. ທ່ານ ຕ້າ​ມິ​ງຍືດ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ​ຟູ໋ກວີ໋, ຢັ້ງຢືນ​ວ່າ:

“ຜ່ານ​ສາມ​ປີ​ແຫ່ງ​ການ​ປະຕິບັດ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ເມືອງ​ເກາະ, ພວກ​ຂ້າພະ​ເຈົ້າ​ຫາ​ກໍ່​ສະ​ເໜີ​ແຂວງ​ຮັບຮອງ​ຕາ​ແສງຕາ​ມ​ແທງ ​ແມ່ນ​ຕາ​ແສງ​ບັນລຸ 19/19 ມາດຖານ, ສ່ວນ​ສອງ​ຕາ​ແສງ​ທີ່​ຍັງ​ເຫຼືອ​ແມ່ນ​ຕາ​ແສງ​ລອງ​ຫາຍ ບັນລຸ 16/19 ມາດຖານ, ຕາ​ແສງ​ຫງູ​ຟຸ້ງ ບັນລຸ 15/19 ມາດຖານ. ນີ້​ແມ່ນ​ພື້ນຖານ​ເພື່ອໃຫ້ພວກຂ້າພະເຈົ້າສູ້ຊົນຮອດທ້າຍປີ 2015 ກາຍເປັນເມືອງທີ່​ເປັນ​ແບບຢ່າງ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່“.

ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ປວງ​ຊົນ ​ແລະ ອຳນາດ​ການ​ປົກຄອງ, ​ເມືອງ​ເກາະ​ຟູ໋ກວີ໋ຈະ​ບັນລຸ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປີ 2015 ​ຢ່າງ​ແນ່ນອນ. ​ເຖິງ​ວ່າ​ຈະ​ຢູ່​ໝູ່​ເກາະ​ທີ່​ຫ່າງ​ໄກ​ຊອກ​ຫຼີກ, ​ແຕ່​ປະຊາຊົນ​ເມືອງ​ເມືອງ​ເກາະ​ຟູ໋ກວີ໋ ກໍ່​ຄື​ປະຊາຊົນ​ແຂວງບິ່ງ​ທ້ວນລ້ວນ​ແຕ່​ມຸ່ງ​ໄປ​​ເຖິງຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້ງຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ