ການນຳໃຊ້ກົນຈັກປະກອບສ່ວນເພີ່ມສະມັດຕະພາບແຮງງານ ໃນການຜະລິດກະສີກຳ


(vovworld) - ມາຍ​ດິ່ງ ​ແມ່ນ​ຕາ​ແສງ​ໜຶ່ງ​ທີ່​ມີ​ເນື້ອ​ທີ່​ດິນ ​ແລະ ຈຳນວນ​ຄົນ​ງານ​ຫຼາຍ​ຂອງ​ເມືອງ​ຊອກ​ເຊີນ, ນະຄອນ​ຮ່າ​ໂນ້ຍ. ກ່ອນ​ນີ້​ປະຊາຊົນ​​ເຄີຍປູກ​ເຂົ້າ​ຕາມ​ແບບ​ຫັດຖະກຳ. ນັບ​ແຕ່​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ບໍ່​ພຽງ​​ເຮັດ​ໃຫ້ວັນ​ແຮງ​ງານ, ຄ່າ​ຜະລິດ​ຫຼຸດ​ລົງເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ລາຍ​ຮັບ​ຫຼາຍ​ກວ່າ​​ໃຫ້​ແກ່​ຊາວ​ກະ​ສີກ​ອນອີກ​ດ້ວຍ. ຮູບ​ແບບ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະລິດ​ກະ​ສີ​ກຳ ​ໄດ້ປະກອບສ່ວນ​ສ້າງໂສມ​ໜ້າ​ໃໝ່​ໃຫ້​ແກ່​ຕາ​ແສງທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນີ້​ຢ່າງ​ແທ້​ຈິງ.

ການນຳໃຊ້ກົນຈັກປະກອບສ່ວນເພີ່ມສະມັດຕະພາບແຮງງານ ໃນການຜະລິດກະສີກຳ - ảnh 1

(ພາບ: ອິນເຕີແນດ)

ກ່ອນ​ທີ່​ປະຕິບັດການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການຜະລິດ​ຢ່າງ​ຄົບ​ຊຸດ​ນັ້ນ, ຢູ່​ຕາ​ແສງ​ມາຍ​ດິ່ງ, ນາ​ດິນ​ຍັງ​ຢູ່ກະ​ແຈກ​ກະຈາຍ, ດັ່ງ​ນັ້ນ​ການ​ຜະລິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ການເຮັດນາຍັງ​ອີງ​ໃສ່​ກຳລັງ​ງົວ​ຄວາຍ​ເຖິງ 60% ແລະ ຍັງ​ເຮັດ​ຕາມ​ແບບ​ທີ່​ເປັນ​ມູນ​ເຊື້ອ​ກວມ 100%. ​ເພື່ອ​​ເຮັດ​ໃຫ້​ຊາວ​ກະ​ສີກ​ອນປ່ຽນ​​​​ຈີນ​ຕະນາ​ການ​ເຮັດ​ນາ​ຕາມແບບ​ຫັດຖະກຳ​ທີ່​ບໍ່​ມີ​ປະສິດທິ​ຜົນ​ນັ້ນ. ສູນ​ສົ່ງ​ເສີມ​ກະ​ສີ​ກຳ​ຮ່າ​ໂນ້ຍ​ ​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ຕາ​ແສງ​ມາຍ​ດິ່ງ ຂົນຂວາຍ​ປະຊາຊົນ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນການ​ຜະລິດ​ກະ​ສີ​ກຳ​ເທື່ອ​ລະ​ກ້າວ. ອ້າຍ​ຫງວຽນ​ວັນ​ບັກ, ຊາວ​ກະ​ສີກ​ອນຕາ​ແສງ​ມາຍ​ດິ່ງ, ​ໃຫ້​ຮູ້​ວ່າ. ກ່ອນ​ນີ້​ຄອບຄົວ​ອ້າຍມີນາ 5 ​ໄຮ່​ທີ່ຢູ່​ກະ​ແຈກ​ກະຈາຍ, ດັ່ງ​ນັ້ນ, ​ເມື່ອ​ຕົກກ້າ, ດຳນາ​ຕ້ອງ​ລະດົມ​ຫຼາຍ​ຄົນ​ໃນ​ຄອບຄົວ​ມາເຮັດ​ຈຶ່ງ​ສຳ​ເລັດ. ​​ແຕ່​ເມື່ອ​ໄດ້​ຮັບ​ຂ່າວ​ສູນ​ສົ່ງ​ເສີມ​ກະ​ສີ​ກຳ​ຮ່າ​ໂນ້ຍ ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ຕາ​ແສງ​ນຳ​ເອົາ​ອຸປະກອນກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ອ້າຍ ​ບັກ ພ້ອມ​ກັບ​ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນອື່ນໆ​ໃນ​ຕາ​ແສງ​ໄດ້​ເຂົ້າ​ຮ່ວມ​ຮູບ​ແບບ​ນີ້ ​ແລະ ​ເຫັນ​ດີ​ທ້ອນ​ໂຮມ​ເນື່ອທີ່​ດິນ​​ເຂົ້າເປັນ​ທົ່ງ​ນາ​ຂະໜາດ​ໃຫຍ່​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ປູກຝັງ. ປະຈຸ​ບັນ​ສາມາດ​ນຳ​ເອົາ​ກົນ​ຈັກ​ເຂົ້າ​ເຄື່ອນ​ໄຫວ​ໃນ​ທົ່ງ​ນາ 5 ​ໄຮ່​ຂອງ​ຄອບຄົວ​ອ້າຍ​ໄດ້​ຢ່າງ​ງ່າຍດາຍ. ອ້າຍ ​ຫງວຽນ​ວັນ​ບັກ, ​ໃຫ້​ຮູ້​ວ່າ:

ທີ​ໜຶ່ງ​ແມ່ນ​ຫຼຸດຜ່ອນ​ຄ່າ​ແຮງ​ງານ. ຊາວ​ກະ​ສີກ​ອນບໍ່​ຕ້ອງ​ຍົກຍ້າຍຈັກສູບ​ນຳ້​ໄປ​ຍັງ​ຫຼາຍ​ບ່ອນ, ພຽງ​ແຕ່​ຢືນ​ຢູ່​ບ່ອນ​ດຽວ​ກໍ່​ສາມາດ​ສູບ​ນຳ້​ໃນ​ເນື້ອ​ທີ່​ກວ້າງຂວາງ​​ໄດ້, ດັ່ງ​ນັ້ນ​ຄ່າ​ສູບ​ນຳ້​ກໍ່​ຫຼຸດ​ລົງ​“.

ການນຳໃຊ້ກົນຈັກປະກອບສ່ວນເພີ່ມສະມັດຕະພາບແຮງງານ ໃນການຜະລິດກະສີກຳ - ảnh 2

(ພາບ: ອິນເຕີແນດ)

ທ່ານ ​ເລ​ດັງ​ມິ​ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ມາຍ​ດິ່ງ, ​ໃຫ້​ຮູ້​ວ່າ, ຄ່າ​ລົງທຶນ​ໃຫ້​ຮູບ​ແບບ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ​ແມ່ນ​ປະມານ 1,5 ຕື້​ດົ່ງ. ດ້ວຍ​​ການ​ຜະລິດ​ຕາມຮູບ​ແບບ​ນີ້ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ຈະ​ແຈ້ງ, ການ​ດຳນາພຽງ​ແຕ່​ເສຍ​ເວລາ​ 30 ນາທີ​ກໍ່​ສຳ​ເລັດ. ​​ຮອດ​ຍາມ​ເກັບ​ກ່ຽວ, ​ເມື່ອນຳ​ໃຊ້​ກົນ​ຈັກ​ລາຄາ​ຈະ​ຫຼຸດ​ລົງເທົ່າ​ກັບ 60-70% ​ເມື່ອ​ທຽບ​ໃສ່​ການ​​ເກັບ​ກ່ຽວ​ແບບ​ຫັດຖະກຳ. ຊາວ​ກະ​ສີກ​ອນມີ​ແຕ່​ໃສ່​ຝຸ່ນ, ຫຼົກ​ຫຍ້າ ​ແລະ ຂົນ​ສົ່ງ​ເຂົ້າ​ເປືອກ​ເຖິງ​ບ່ອນ​ຕາກ​ເທົ່າ​ນັ້ນ.

ການ​ພັດທະນາ​ການ​ຜະລິດ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ສຳຄັນ​ເພື່ອ​ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ. ຈາກ​ນັ້ນ​ພວກຂ້າພະ​ເຈົ້າ​ເຫັນ​ວ່າການ​ນຳ​ໃຊ້​ກົນ​ຈັກ​​ເຂົ້າໃນ​ການ​ຜະລິດ​ກະ​ສີ​ກຳ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ສຳຄັນ. ​ເມື່ອ​ປະຕິບັດ​ຕາມຮູບ​ແບບ​ນີ້, ພວກ​ຂ້າພະ​ເຈົ້າ​ກໍ່ຈັດ​ຕັ້ງ​ບັນດາ​ໜ່ວຍ​ບໍລິການ​ຄື: ບໍລິການ​ເຮັດ​ດິນ, ບໍລິການ​ໃສ່​ຝຸ່ນ, ບໍລິການ​ປົກປັກ​ຮັກສາ​ພືດ “.

ພາຍຫຼັງ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ຄາດ​ວ່າ​ຄ່າ​ເຮັດ​ນາ​ຂອງ​ຊາວ​ກະ​ສີກ​ອນຈະຫຼຸດ​ລົງ​ເຖິງ 1/3 ​ເມື່ອ​ທຽບ​ໃສ່​ການ​ເຮັດ​ນາ​ຕາມ​ແບບ​ຫັດຖະກຳ ແລະ ກຳລັງແຮງງານຂອງປະຊາຊົນນັບ​ແຕ່ການຕົກກ້າ, ດຳນາຕະຫຼອດຮອດ ການເກັບກ່ຽວກໍ່​ຫຼຸດ​ລົງ. ດັ່ງ​ນັ້ນ, ຊາວ​ກະ​ສີກ​ອນຈະ​ມີ​ເວລາ​ຫວ່າງ​ເພື່ອ​ເຮັດ​ວຽກ​ອື່ນ.

ການນຳໃຊ້ກົນຈັກປະກອບສ່ວນເພີ່ມສະມັດຕະພາບແຮງງານ ໃນການຜະລິດກະສີກຳ - ảnh 3

(ພາບ: ອິນເຕີແນດ)

ທ່ານ ຫງວຽນ​ວັນ​ຈີ໋, ຜູ້ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ກະ​ສີ​ກຳ​ຮ່າ​ໂນ້ຍ, ຖື​ວ່າ​ເມື່ອ​ເຂົ​້າ​ໃຈ ​ແລະ ​ເຊື່ອ​ໝັ້ນ​ຕໍ່​ປະສິດທິ​ຜົນ​ຂອງ​ການ​ນຳ​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ, ຊາວ​ກະ​ສີກ​ອນຈະ​ເຂົ້າ​ຮ່ວມ​ຢ່າງ​ສຸດ​ຈິດ​ຈຸດ​ໃຈ. ນີ້​ແມ່ນ​ປັດ​ໃຈ​ສະດວກ​ເພື່ອ​​ເຮັດໃຫ້ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ.

ມາດຖານ​ຂອງ​ຊາວ​ກະ​ສີກ​ອນ​ແມ່ນຫຼຸ​ດອັດຕາ​ສ່ວນຄົນງານຊົນນະບົດ​ລົງ​ເຫຼືອ​ພຽງ 30%, ສ່ວນ 70%  ​ແມ່ນ​ຈະ​ຫັນ​ໄປ​ເຮັດ​ວຽກ​ໃນ​ຂະ​ແໜງ​ອື່ນໆ. ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ. ຮູບ​ແບບ​ນີ້​ສາມາດ​ແກ້​ໄຂ​ໄດ້​ສາມ​ບັນຫາ​ຄື: ນຳ​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ຮ່ວມ​ສຳພັນ​ຊາວ​ກະ​ສີກ​ອນ​ນຳ​ກັນເພື່ອ​ທ້ອນ​ໂຮມ​ທີ່​ດິນ​ເຂົ້າ​ເປັນ​ທົ່ງນາ​ຂະໜາດ​ໃຫຍ່, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ການ​ບໍລິການ​ສະຫະກອນ​ກະ​ສີ​ກຳ​ເພື່ອ​ຮັບ​ໃຊ້​ຊາວ​ກະ​ສີກ​ອນ, ນັບ​ແຕ່​ການ​ກະກຽມ​ເຖິງ​ການ​ຜະລິດ“.

ດ້ວຍ​ຄ່າ​ລົງທຶນ​ໃຫ້​ແກ່​ການ​ນຳ​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ​ບໍ່​ຫຼາຍ​ເກີນ​ໄປ, ​ແຕ່​ເວລາ ​ແລະ ກຳລັງ​ແຮງ​ງານ​ຂອງ​ຊາວ​ກະ​ສີກ​ອນ​ໃນ​ເຂດ​ທົ່ງ​ນາ​ພັດ ​ຫຼຸ​ດລົງ​ຫຼາຍພໍ​ສົມຄວນ, ສະມັດ​ຕະພາບ ​ແລະ ປະລິມານ​ການ​ຜະລິດ​ເຂົ້າ​ເພີ່ມ​ຂຶ້ນ, ​ສິ່ງ​ດັ່ງກ່າວເຮັດ​ໃຫ້​ປະຊາຊົນ​ພາກພູມ​ໃຈ​ທີ່​ສຸດ. ພ້ອມ​ກັນ​ນັ້ນ, ຊາວ​ກະ​ສີ   ກ​ອນກໍ່​ຮັບ​ຮູ້​ໄດ້ຜົນ​ປະ​ໂຫຍ​ດຂອງ​ຮູບ​ແບບ​ຮ່ວມ​ສຳພັນ​ເຮັດ​ການ​ບໍລິການ​ໃນ​ຂະ​ແໜງ​ກະ​ສີ​ກຳ,​ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​ຫັນ​ການ​ຜະລິດ​ເຂົ້າ​​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ