ການນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂະແໜງກະສີກຳຂອງນະຄອນໂຮ່ຈີມິນ


(vovworld) - ​ໃນ​ສະພາບ​ທີ່​ເນື້ອ​ທີ່​ດິນ​ກະ​ສີ​ກຳ​ນັບ​ມື້​ນັບ​ຮັດ​ແຄບລົງ, ​​ແລະ ຕ້ອງ​ຮັບປະກັນ​ອັດຕາ​ສ່ວນ​ກະ​ສີ​ກຳ​ໃນ​ໂຄງ​ປະກອບ​ຂະ​ແໜງ​ອາຊີບ, ນະຄອນ​ໂຮ່ຈີ​ມິນ​ໄດ້​ເລືອກ​ເຟັ້ນມາດ​ຕະການ​ຍູ້​ແຮງ​ການ​ພັດທະນາ​ກະ​ສີ​ກຳ​​ເຕັກ​ໂນ​ໂລ​ຢີສູງ. ນີ້​ກໍ່​ແມ່ນ​ໄມ້​ງັດ​ເພື່ອ​ໃຫ້​ກະ​ສີ​ກຳ​ນະ ຄອນ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ສະໜິດສະໜົມ​ກັບ​ສິ່ງ​ແວດ​ລ້ອມ.

ການນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂະແໜງກະສີກຳຂອງນະຄອນໂຮ່ຈີມິນ - ảnh 1

ການນຳໃຊ້ເຕັກໂນໂລຢືໃນການປູກຝັງກະສີກຳ

(ພາບອິນເຕີແນດ)

        ​ເພື່ອ​ເຮັດ​ໃຫ້​ວິທະຍາສາດ​ເຕັກນິກ​ນຳ​ມາ​ເຊິ່ງປະສິດ​ທິຜົນ​ໃນ​ການ​ປູກຝັງ​ຕົ້ນ​ໄມ້​ກະ​ສີ​ກຳ​ຢ່າງ​​ແທ້​ຈິງ, ຢູ່​ນະຄອນ​ໂຮ່ຈີ​ມິນ, ສະມາຄົມ​ຊາວ​ກະ​ສີກ​ອນນະຄອນ ພ້ອມ​ກັບ​ພະ​ແນ​ກກະ​ສີ​ກຳ ​- ພັດທະນາ​ຊົນນະບົດ ​ແລະ ພະ​ແນ​ກວິທະຍາສາດ - ​ເຕັກ​ໂນ​ໂລ​ຢີນະຄອນ​​ໄດ້​ລົງ​ນາມ​ໃນ​ລາຍການ​ສົມທົບ​ກັນ ​ເພື່ອ​​ສ້າ​ງສາຍສຳພັນ​ທີ່​ຈຳ​ເປັນ​ໃນ​ການ​ພັດທະນາ​ການ​ຜະລິດ​ກະ​ສີ​ກຳ ​ແລະ ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕາມ​ລາຍການ​ດັ່ງກ່າວ​ແລ້ວ, ບັນດາ​ຫົວໜ່ວຍ​ພ້ອມ​ກັນ​ຮ່ວມ​ມື​ຍູ້​ແຮງ​ວິທະຍາສາດ, ​ເຕັກນິກຜະລິດ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ໃນ​ວິວັດ​ການ​ຫັນປ່ຽນ​ການ​ຜະລິດ, ມຸ້ງ​ໄປ​ເຖິງ​ການ​ການ​ສ້າງພື້ນຖານ​ກະ​ສີ​ກຳ​ຕົວ​ເມືອງ​ໄລຍະ 2014 – 2020. ​ໃນ​ໄລຍະ​ທຳ​ອິດ​ແຫ່ງ​ການ​ຜັນ​ຂະຫຍາຍລາຍການ, ບັນດາ​ອົງການ​ວິຊາ​ສະ​ເພາະ​ຈະ​ບຳລຸງ​ສ້າງ, ຝຶກ​ອົບຮົມ​ດ້ານ​ເຕັກນິກ​ໃຫ້ພະນັກ ງານ​ເຕັກນິກທ້ອງ​ຖີ່​ນ 120 ກວ່າຄົນ ​ແລະ ຊາວ​ກະ​ສີກ​ອນ 1.000 ຄົນ, ນຳ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ເຕັກນິກ​ໃໝ່ 6 ຢ່າງ​ເຂົ້າ​ໃນ​ການ​ຜະລິດ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ທາງ​ນະຄອນ​ກໍ່​ຍູ້​ແຮງ​ລາຍການ​ສອນ​ວິຊາ​ຊີບ, ໜູນ​ຊ່ວຍ​ການ​ພັດທະນາ​ການ​ຜະລິດ ​ແລະ ​ເສດຖະກິດ. ທ່ານ ຫງວຽນ​ວັນ​ກວິດ, ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນ​ເມືອງ 12, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຫັນ​ໄປ​ສູ່​ພື້ນຖານ​ກະ​ສີ​ກຳ​ຕົວ​ເມືອງ, ປະຊາຊົນ​ຕ້ອງ​ລົງທຶນ​ສຸມ​ໃສ່ຕົ້ນ​ໄມ້​ປູກ ​ແລະ ສັດລ້ຽງ​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ. ດັ່ງ​ນັ້ນ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ພາຍຫຼັງ​ ຊຸດ​ຝຶກ​ອົບຮົມ​ກ່ຽວ​ກັບ​ດ້ານ​ວິຊາ​ຊີບ ​ແລະ ​ວິທະຍາສາດ​ເຕັກນິກ, ພວກ​ຂ້າພະ​ເຈົ້າ​ຈະ​ໜູນ​ຊ່ວຍ​ດ້ານ​ທຶນຮອນ​ຕາມ​ຂໍ້​ຕົກລົງ​ຂອງ​ນະຄອນ ​ເພື່ອ​ໃຫ້​ຊາວ​ກະ​ສີກ​ອນລົງທຶນ​ພັດທະນາ​ການ​ຜະລິດ .

ການນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂະແໜງກະສີກຳຂອງນະຄອນໂຮ່ຈີມິນ - ảnh 2

ປູກຜັກໃນເຮືອນແກ້ວ
(ພາບອິນເຕີແນດ)

        ມາ​ຮອດ​ປະຈຸ​ບັນ, ຢູ່​​ນະຄອນ​ນັບ​ມື້​ນັບປະກົດ​ມີ​ ​ສວນ, ​ເຮືອນ​ແກ້ວທີ່​ປຸກ​ສ້າງຕາ​ມຮູບ​ແບບ​ໃໝ່ຫຼາຍ​ແຫ່ງ, ​ແທນ​ໃຫ້​ວິທີ​ປູກຝັງ​ກະ​ສີ​ກຳ​​ແບບ​ເກົ່າ, ຊີວິດ​ຂອງ​ຊາວ​ກະ​ສີກ​ອນກໍ່​ນັບ​ມື້​ນັບ​ດີ​ຂຶ້ນ. ​ໃນ​ນັ້ນພົ້ນ​ເດັ່ນ​ແມ່ນ​ຄອບຄົວ​ອ້າຍ ຫງວຽນ​ງອກ​ລອງ, ຢູ່​ບ້ານ ນາມ​ເທີ໋ຍ, ຕາ​ແສງ ​ເທີ໋ຍຕາມ, ​ເມືອງ 12. ປະຈຸ​ບັນ, ອ້າຍ​ລອງ​ພວມ​ແມ່ນ​ເຈົ້າ​ຂອງ​ສວນ​ກະບອງ​ເພັດ 4 ​ແຫ່ງ, ທີ່​ມີ​ເນື້ອ​ທີ່​ກວ້າງ​ກວ່າ 40.000 ຕາ​ແມັດ, ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ນັບ​ສິບ​ຄົນ, ດ້ວຍ​ລາຍ​ຮັບ 4 ລ້ານ​ດົ່ງ​/​ຄົນ/ເດືອນ. ອ້າຍ ຫງວຽນ​ງອກ​ລອງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ເຮັດ​ຕາມ​ຮູບ​ແບບ​ນີ້, ສະມາຄົມ​ຊາວ​ກະ​ສີກ​ອນຕາ​ແສງ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ຂ້າພະ​ເຈົ້າ​ໄປ​ຮຽນ​ເຕັກ​ໂນ​ໂລ​ຢີ ​​ແລະ ຮູບ​ແບບການຜະ​ລິດ​ຕາມ​ເຕັກ​ໂນ​ໂລ​ຢີ​​ໃໝ່​ຢູ່​ແຂວງ​ຕ່າງໆ. ຖ້າ​ປູກຝັງ​ຕາມ​ແບບ​ເກົ່າ​ແມ່ນ​ບໍ່​ຮັບປະສິດທິ​ຜົນ, ​ເພາະວ່າ​ຕົ້ນ​ກະບອງ​ເພັດ​ແມ່ນ​ປະ​ເພດ​ທີ່​​​ເໝາະ​ສົມ​ກັບ​ເຂດດິນ​ທີ່ແຫ້ງ​ແລ້ງ, ດັ່ງ​ນັ້ນ​ຕ້ອງ​ປູກ​ໃນ​ເຮືອນ​ແກ້ວ. ​ເຕັກ​ໂນ​ໂລ​ຢີ​ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ງ່າຍດາຍ​, ແຕ່​ພັດມີ​ປະສິດທິ​ຜົນ“.

ການນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂະແໜງກະສີກຳຂອງນະຄອນໂຮ່ຈີມິນ - ảnh 3

ຜົນໄດ້ຮັບຈາກການນຳໃຊ້ເຕັກໂນໂລຢີໃໝ່

(ພາບອິນເຕີແນດ)

        ພ້ອມ​ກັບ​ການຖ່າຍ​ທອດ​ເຕັກນິກ​ກະ​ສີ​ກຳ​ໃຫ້​ຊາວ​ກະ​ສີກ​ອນ​ແລ້ວ, ນະຄອນ​ໂຮ່ຈີ​ມິນ​ຍັງ​ກໍ່ສ້າງ​ເຂດ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ​ແຫ່ງ​ທຳ​ອິດ​ຂອງ​ນະຄອນ ​ແລະ ທັງ​ປະ​ເທດ​ຢູ່​ເມືອງ​ກູ​ຈີ ດ້ວຍ​ເນື້ອ​ທີ່ 88 ​ເຮັກຕາ ​ແລະ ສູນ​ເຕັກ​ໂນ​ໂລ​ຢີຊີວະ​ສາດ​ຢູ່​ເມືອງ 12​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຄົ້ນ​ຄ້ວາ, ໝູນ​ໃຊ້, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີຊີວະ​ສາດ… ພາຍຫຼັງ​ຮູບ​ແບບ​ເຂດ​ກະ​ສີ​ກຳ​ເຕັກ​ໂນ​ໂນ​ຢີສູງ​ກ່ຽວ​ກັບ​ພື​ດ​ແຫ່ງ​ທຳ​ອິດ, ທາງ​ນະຄອນ​ຍັງ​ສືບ​ຕໍ່​ກໍ່ສ້າງ​ເຂດ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ​ກ່ຽວ​ກັບ​ການ​ລ້ຽງສັດ​ຢູ່​ເມືອງ​ບິ່ງ​ແຈ໋ງ, ​ໃນ​ເນື້ອ​ທີ່ 100 ​ເຮັກຕາ ​ແລະ ເຂດ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ​ກ່ຽວ​ກັບສິນ​ໃນ​ນຳ້​ຢູ່​ເມືອງ​ເກິ່ນ​ເຢີ່​ໃນ​ເນື້ອ​ທີ່ 97​ເຮັກຕາ. ບັນດາ​ຮູບ​ແບບ ​ແລະ ​ເຕັກ​ໂນ​ໂລ​ຢີນີ້ຈະ​ຖ່າຍ​ທອດ​ໃຫ້​ຊາວ​ກະ​ສີກ​ອນ ​ແລະ ວິ​ສາ​ຫະກິດ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​​ການ​ຜະລິດ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ບັນດາ​ເຂດ​ຜະລິດ​ກະ​ສີ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ. ຈາກ​ນັ້ນ​ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ກະ​ສີ​ກຳ​ຕົວ​ເມືອງ, ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ, ​ເໝາະ​ສົມ​ກັບ​ວິວັດ​ການ​ຫັນ​ເປັນ​ນະຄອນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ສ້າງ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ເສດຖະກິດ​ສູງ. ທ່ານ ຫງວຽນ​ເຟືອ​ກຈູງ, ຫົວໜ້າ​ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ນະຄອນ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ກໍ່ສ້າງ, ​ເປີດ​ກວ້າງ​ສູນ​ເຕັກ​ໂນ​ໂລ​ຢີຊີວະ​ສາດ ​ເພື່ອ​ມີ​ຜົນ​ການ​ຄົ້ນ​ຄ້ວາ, ​ເຕັກນິກ​ໃໝ່​ຫຼາຍ​ຢ່າງ​ຖ່າຍ​ທອດໃຫ້​ຊາວ​ກະ​ສີກ​ອນ, ກໍ່​ຄື​ມີ​ຫຼາຍ​ລາຍການ​ບຳລຸງ​ສ້າງ​ເພື່ອ​ໃຫ້​ຊາວ​ກະ​ສີກ​ອນໝູນ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ. ນອກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຍັງ​ລົງທຶນ​ຢ່າງ​ຄົບ​ຊຸດ​ໃຫ້​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ເພື່ອ​ໝູນ​ໃຊ້​ເຕັດ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ​ ສຳ​ເລັດ​ຜົນ“.

ການນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂະແໜງກະສີກຳຂອງນະຄອນໂຮ່ຈີມິນ - ảnh 4

(ພາບອິນເຕີແນດ)

        ພາຍຫຼັງ​ໝູນ​ໃຊ້​ວິທະຍາສາດ​ເຕັກນິກ​ໃນ​ເວລາ​ພຽງ​ສັ້ນໆ​ເທົ່າ​ນັ້ນ, ​ແຕ່​ປະສິດທິ​ຜົນ​ການ​ປູກຝັງ​ກະ​ສີ​ກຳ​ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໃນ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ເພີ່ມ​ຂຶ້ນ​ພໍ​ສົມຄວນ. ບັນດາ​ຜະລິດ​ຕະພັນ​ກະ​ສີ​ກຳ​ທີ່​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ບໍ່​ພຽງ​ແຕ່​ຊ່ວຍ​ພັດທະນາ​ພື້ນຖານ​ກະ​ສີ​ກຳ​ຢ່າງ​ມີ​ປະສິດທິ​ຜົນ, ໝັ້ນຄົງ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ເຫຼືອ​ຊາວ​ກະ​ສີກ​ອນຍົກ​ສູງ​ລະດັບ​ຄວາມ​ຮູ້​ໃນ​ການ​ປູກຝັງ, ປະກອບສ່ວນ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ນະຄອນ​ຢ່າງ​ມີ​ປະສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ