ການ​ປ່ຽນ​ແປງ​ໃນ​ຕາ​ແສງ ​ເມື່ອງ​ລື່ມ

(VOVWORLD) -  ຕາແສງ ເມື່ອງລື່ມ ແມ່ນເຂດດິນແດນຂອງບ້ານເກີດເມືອງນອນແຫ່ງການປະຕິວັດ, ແມ່ນສະຖານທີ່ສ້າງຕັ້ງໜ່ວຍພັກທຳອິດຂອງອົງຄະນະພັກເມືອງ ອຽນເຈົາ, ແຂວງ ເຊີນລາ ເມື່ອປີ 1948. ໃນຊຸມປີມໍ່ໆມານີ້, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ແລະ ແຂວງ ເຊີນລາ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງ ປຊຊ ນັບມື້ນັບໄດ້ຮັບການພັດທະນາ ແລະ ບ້ານເກີດເມືອງນອນ ເມື່ອງລື່ມ ນັບມື້ນັບຮັ່ງມີເຂັ້ມແຂງ.
ການ​ປ່ຽນ​ແປງ​ໃນ​ຕາ​ແສງ ​ເມື່ອງ​ລື່ມ - ảnh 1ຕາແສງ ເມື່ອງລື່ມ ເສີມຂະຫຍາຍມູນເຊື້ອການປະຕິວັດ, ພັດທະນາເສດຖະກິດ (ພາບ: VOV)

    

 

   ຈາກເສັ້ນທາງຫຼວງເລກທີ 6, ເສັ້ນທາງຕົ້ນຕໍໄປຍັງບັນດາແຂວງເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ, ຫ່າງຈາກ ຮ່າໂນ້ຍ 235 km, ໄປຜ່ານຕາແສງ ຈ່ຽງຮັກ, ເມືອງອຽນເຈົາ ປະມານ 14 km, ແມ່ນຮອດໃຈກາງຕາແສງເຂດພູດອຍ ເມື່ອງລື່ມ. ເມື່ອມາຢາມຕາແສງ ເມື່ອງລື່ມ ໃນຊຸມວັນຕົ້ນເດືອນຕຸລາ, ເສັ້ນທາງປູເບຕົງ ໄດ້ພາພວກຂ້າພະເຈົ້າໄປອ້ອມບັນດາເຂດໂນນພູທີ່ໄດ້ປົກຄຸມໄປດ້ວຍສີຂຽວຂອງຕົ້ນໄມ້ກິນໝາກຫຼາຍຊະນິດ ພ້ອມດ້ວຍບັນດາທົ່ງນາທີ່ສຸກເຫຼືອງຢູ່ລຽບຕາມເຂດຮ່ອມພູ.

ການ​ປ່ຽນ​ແປງ​ໃນ​ຕາ​ແສງ ​ເມື່ອງ​ລື່ມ - ảnh 2

ຊາວກະສິກອນບ້ານ ນ່າລັງ, ຕາແສງ ເມື່ອງລື່ມ ບົວລະບັດຕົ້ນໄມ້ກິນໝາກ (ພາບ, ແທັງຮ່ວຽນ)

       ເມື່ອກ່ອນ, ຕາແສງ ເມື່ອງລື່ມ ແມ່ນຕາແສງເຂດພູດອຍປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງເມືອງ ອຽນເຈົາ. ຕາແສງນີ້ມີ 731 ຄອບຄົວ, ດ້ວຍ 3.570 ຄົນທີ່ໄດ້ດຳລົງຊີວິດຢູ່ 7 ບ້ານ ຊື່ງ 100% ແມ່ນຊາວເຜົ່າສ່ວນໜ້ອຍ; ລາຍຮັບສ່ວນຫຼາຍແມ່ນອີງໃສ່ການຜະລິດກະສິກຳ. ເພື່ອຊ່ວຍ ປຊຊ ຊອກຫາທິດທາງຫລຸດພົ້ນອອກຈາກຄວາມທຸກຍາກ, ພັດທະນາເສດຖະກິດແບບຍືນຍົງ, ໃນຊຸມປີທີ່ຜ່ານມາ, ອຳນາດການປົກຄອງ ຕາແສງ ເມື່ອງລື່ມ ໄດ້ປະກາດໃຊ້ຫຼາຍມະຕິ, ໄດ້ຊີ້ນຳນຳພາ ປຊຊ ໃນຕາແສງ ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ; ຍາດແຍ່ງ ແລະ ເສີມຂະຫຍາຍບັນດານະໂຍບາຍໜູນຊ່ວຍ, ພັດທະນາການຜະລິດຢ່າງມີປະສິດທິຜົນ ພ້ອມທັງໄດ້ໂຄສະນາ, ຂົນຂວາຍ ປຊຊ ນຳແນວພັນຜົນລະປູກ, ສັດລ້ຽງທີ່ມີສະມັດຕະພາບສູງ….ເໝາະສົມກັບເງື່ອນໄຂດິນຟ້າອາກາດຂອງທ້ອງຖິ່ນ ເຂົ້າໃນການຜະລິດ; ທະວີຄູນບັນດາຮູບແບບເສດຖະກິດ, ເປີດກ້ວາງເນື້ອທີ່ປູກຕົ້ນໄມ້ທັນຍາຫານ, ຕົ້ນໄມ້ກິນໝາກ, ເອົາໃຈໃສ່ເປັນພິເສດຕໍ່ການລ້ຽງສັດຕາມທິດຜະລິດເປັນສິນຄ້າ, ຍົກສູງລາຍຮັບໃຫ້ແກ່ ປຊຊ. ມາຮອດປະຈຸບັນ, ຕາແສງ ເມື່ອງລື່ມ ຂະຫຍາຍເນື້ອທີ່ປູກຕົ້ນໄມ້ກິນໝາກໄດ້ກ່ວາ 230 ເຮັກຕາ, ໄດ້ລ້ຽງງົວຄວາຍເກືອບ 2.000 ໂຕ, ໝູເກືອບ 3.000 ໂຕ….ປະຈຸບັນ, ຕາແສງ ເມື່ອງລື່ມ ໄດ້ປູກເຂົ້ານາທາມໃນເນື້ອທີ່ກ່ວາ 60 ເຮັກຕາ, ໃນນັ້ນ ສ່ວນຫຼາຍແມ່ນປູກແນວພັນເຂົ້າໜຽວ ໝາກເດືອຍ ຊື່ງໄດ້ຮັບຮູ້ວ່າແມ່ນຜະລິດຕະພັນຂອງໂຄງການ “ໜຶ່ງຕາແສງ, ໜຶ່ງຜະລິດຕະພັນ” (OCOP), ທີ່ມີມູນຄ່າດ້ານເສດຖະກິດສູງ. ທ່ານ ຮວ່າງວັນຈຶກ, ປະທານຄະນະກຳມະການ ປຊຊ ຕາແສງ ເມື່ອງລື່ມ ໃຫ້ຮູ້ວ່າ:

   ໂດຍໄດ້ປະຕິບັດມະຕິຂອງແຂວງ ເຊີນລາ, ຕາແສງ ເມື່ອງລື່ມ ໄດ້ສຸມໃສ່ພັດທະນາເສດຖະກິດ, ໝູນໃຊ້ວິທະຍາສາດເຕັກນິກ, ຫັນປ່ຽນຜົນລະປູກ, ສັດລ້ຽງ; ຈາກຜົນລະປູກ, ສັດລ້ຽງທີ່ໃຫ້ສະມັດຕະພາບຕ່ຳ ປ່ຽນເປັນຜົນລະປູກທີ່ມີມູນຄ່າສູງຄື ຕົ້ນໄມ້ກິນໝາກ ແລະ ລ້ຽງງົວ. ອັດຕາສ່ວນຄອບຄົວທຸກຍາກນັບມື້ນັບຫລຸດລົງຢ່າງແຮງ. ປະຈຸບັນ, ຈຳນວນຄອບຄົວທຸກຍາກຍັງເຫຼືອ 45%.

     ສິ່ງທີ່ພິສູດຢ່າງຈະແຈ້ງທີ່ສຸດໃຫ້ແກ່ການປ່ຽນແປງໃນເຂດບ້ານນາ ເມື່ອງລື່ມ ແມ່ນການປ່ຽນແປງຈີນຕະນາການ ໃນການພັດທະນາເສດຖະກິດຂອງ ປຊຊ. ນຳໜ້າໃນຂະບວນການຫັນປ່ຽນຜົນລະປູກ ແມ່ນຢູ່ບ້ານ ໂອນອົກ ແຫ່ງທີ່ມີ 100% ຊາວເຜົ່າມົ້ງ ດຳລົງຊີວິດຢູ່ ເຊິ່ງແມ່ນຄອບຄົວທ່ານ ວື່ລາວຝົງ. ທ່ານ ວື່ລາວຝົງ ໃຫ້ຮູ້ວ່າ: ການຫັນໄປປູກຕົ້ນໝາກໝັ້ນ ແທນໃຫ້ປູກຕົ້ນທັນຍາຫານ ໄດ້ນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ຄອບຄົວທ່ານ, ແຕ່ລະປີ ໄດ້ຮັບກຳໄລກ່ວາ 13.000 ໂດລາສະຫະລັດ:

   ລັດໄດ້ໂຄສະນາຫັນປ່ຽນໄປປູກຕົ້ນໄມ້ຊະນິດໃດທີ່ບັນລຸປະສິດທິຜົນຫຼາຍກ່ວາ. ຂ້າພະເຈົ້າກໍ່ກ້າຫັນປ່ຽນໄປປູກຕົ້ນໝາກໝັ້ນ, ຄອບຄົວຈຶ່ງມີລາຍຮັບເປັນປົກກະຕິ. ຂ້າພະເຈົ້າໄດ້ແນະນຳ ໂຄສະນາ ຂົນຂວາຍ ປຊຊ ໃນບ້ານ ຫັນໄປປູກຕົ້ນໝາກໝັ້ນ ແລະ ມາຮອດປະຈຸບັນ,  ທັງຕາແສງມີເນື້ອທີ່ປູກໝາກໝັ້ນ 52 ເຮັກຕາ.

   ກ່ຽວກັບດ້ານວັດທະນະທຳ, ສັງຄົມ, ຢູ່ ເມື່ອງລື່ມ ກໍ່ມີການຫັນປ່ຽນຢ່າງຕັ້ງໜ້າ ຂະນະທີ່ 99% ຄອບຄົວໄດ້ໃຊ້ຕາໜ່າງໄຟຟ້າແຫ່ງຊາດ; ເກືອບ 10 km ເສັ້ນທາງລະຫວ່າງບ້ານໄດ້ປູດ້ວຍເບຕົງ. ປະຈຸບັນ, ຕາແສງ ເມື່ອງລື່ມ ໄດ້ລົງທຶນກໍ່ສ້າງເສັ້ນທາງຄົມມນະນາຄົມຈາກ ເມື່ອງລື່ມ ໄປ ເຕິນເລີບ, ເມືອງມົກເຈົາ ແລະ ກຳລັງກໍ່ສ້າງເສັ້ນທາງລະຫວ່າງບ້ານ ໂອນອົກ ໄປ ບ້ານຢານ ເພື່ອຊ່ວຍໃຫ້ ປຊຊ ໄປມາ ແລະ ແລກປ່ຽນຄ້າຂາຍສິນຄ້າໄດ້ຢ່າງສະດວກ. ທາງຕາແສງຍາມໃດກໍ່ເອົາໃຈໃສ່ຕໍ່ວຽກງານການສຶກສາບຳລຸງສ້າງ. ປະຈຸບັນ, ຕາແສງມີອັດຕາສ່ວນນັກຮຽນໄປໂຮງຮຽນບັນລຸ 98%. ວຽກງານເບິ່ງແຍງດູແລສຸຂະພາບ ປຊຊ ໄດ້ປະຕິບັດຖືກຕ້ອງຕາມກົນໄກ, ນະໂຍບາຍກວດ, ປິ່ນປົວພະຍາດ, ປະກັນສຸຂະພາບ. ທ່ານ ຮວ່າງວັນເມັນ, ຊາວຕາແສງ ເມື່ອງລື່ມ ແບ່ງປັນວ່າ:

   ໃນຊຸມປີຜ່ານມາ, ອຳນາດການປົກຄອງຕາແສງ ເມື່ອງລື່ມ ໄດ້ປະກາດໃຊ້ຫຼາຍ ມະຕິ ແລະ ຜັນຂະຫຍາຍບັນຫາລົບລ້າງຄວາມອືດຫີວ ຫລຸດຜ່ອນຄວາມທຸກຍາກຢ່າງຂ້ຽວຂາດ ເພື່ອໃຫ້ລະດັບຄ່າຄອງຊີບຂອງ ປຊຊ ນັບມື້ນັບດີຂຶ້ນ. ໃນຫຼາຍປີຢ່າງລຽນຕິດ, ພະນັກງານຕາແສງໄດ້ນຳໜ້າໃນການຜັນຂະຫຍາຍວຽກງານ, ພັດທະນາຊີວິດການເປັນຢູ່, ລົບລ້າງຄວາມອືດຫີວ ຫລຸດຜ່ອນຄວາມທຸກຍາກ…ເພື່ອໃຫ້ ປຊຊ ຮ່ຳຮຽນ ແລະ ເຮັດຕາມ.

     ດ້ວຍຄວາມມານະພະຍາຍາມ ສາມັກຄີ ຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກຂອງອຳນາດການປົກຄອງ ແລະ ປຊຊ, ເຂດບ້ານນາແຫ່ງການປະຕິວັດ ເມື່ອງລື່ມ ພວມປ່ຽນແປງຕາມແຕ່ລະມື້. ເພື່ອໃຫ້ ເມື່ອງລື່ມ ສືບຕໍ່ບືນຕົວຂຶ້ນ, ພັດທະນານັ້ນ, ແຂວງ ເຊີນລາ ແລະ ເມືອງ ອຽນເຈົາ ພວມໜູນຊ່ວຍການລົງທຶນ ຜ່ານບັນດາໂຄງການ, ການວາງແຜນຜັງກໍ່ສ້າງເຂດພັກຜ່ອນບຳລຸງສະຂະພາບທີ່ມີຄຸນນະພາບສູງຢູ່ໜອງ ເມື່ອງເລື້ອງ, ຕາແສງ ເມື່ອງເລື້ອມ ຕິດພັນກັບຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວໃນບໍລິເວນ. ນີ້ຈະແມ່ນໄມ້ງັດ ຊ່ວຍ ເມື່ອງລື່ມ ສືບຕໍ່ບືນຕົວຂຶ້ນ, ລົບລ້າງຄວາມອືດຫີວ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບປ່ຽນແປງໃໝ່./.

 

ຕອບກັບ

ຂ່າວ/ບົດ​ອື່ນ