ການວາງແຜນກຳນົດພັດທະນາຊົນນະບົດໃໝ່

(vovwold)- ​ໂດ​ຍສືບ​ຕໍ່​ບົດ​ຂຽນ​ໃນ​ລາຍການ ”ຊົນນະບົດ​ໃໝ່​ຫວຽດນາມ” ​​ອາທິດ​ຜ່ານ​ມາ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ. ມື້​ນີ້, ພວກ​ເຮົາ​ຂໍ​ແນະນຳ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ”​ແຜນ​ກຳນົດ​ພັດທະນາ​ຊົນນະບົດ​ໃໝ່”, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່​ສຳຄັນ​ໃນ​ການ​ປະຕິບັດ​ໂຄງການ​ນີ້.

ການວາງແຜນກຳນົດພັດທະນາຊົນນະບົດໃໝ່ - ảnh 1
ຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່
(ພາບ: google.com.vn)

ພາຍຫຼັງ 3 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ (2009-2011) ບັນດາ​ເນື້ອ​ໃນ​ກໍ່ສ້າງ​ຊົນນະບົດ​ໃໝ່​ລ້ວນ​ແຕ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ​ ບັນລຸ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໂດຍ​ພື້ນຖານ. ກ່ຽວ​ກັບ​ແຜນ​ກຳນົດ​ຊົນນະບົດ​ໃໝ່, ຮອດ​ເດືອນ 6/2010 ​ການວາງ​ແຜນ​ກຳນົດ​ໂດຍ​ລະອຽດ​ຢູ່ 11 ຕາ​ແສງທີ່​ປະຕິບັດ​ທົດ​ລອງ​ໃນ​ທົ່ວ​ປະ​ເທດ​ໄດ້​ສຳ​ເລັດ​ໃນ​ຂັ້ນ​ພື້ນຖານ​ແລ້ວ. ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂອດ​ເປີດ​ສາກ​​ໃຫ້​ແກ່​​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນອກຈາກ​ແຫຼ່ງທຶນ​ໃນ​ເບື້ອງ​ຕົ້ນ​ໂດຍ​ສູນ​ກາງ​ໜູນ​ຊ່ວຍ​ແລ້ວ, ບັນດາ​ທ້ອງ​ຖີ່​ນຍັງ​ສົມທົບ, ລະດົມ​ແຫຼ່ງທຶນ​ອື່ນໆ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ມີ 8ຕາ​ແສງ ​ໃນ​ຈຳນວນ​ຕາ​ແສງ​ໄດ້​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ກ່ຽວ​ກັບ​ໂຄງ​ລ່າງ, ​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ ​ແລະ​ ມີ​ຜົນກະທົບ​ໂດຍ​ກົງ​ເຖິງ​ການ​ພັດທະນາ​ເສດຖະກິດ, ປັບປຸງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຊຸກຍູ້​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດທະນະທຳ. ລາຍ​ຮັບ​ຂອງ​ປະຊາຊົນ​ຢູ່​ບັນດາ​ຕາ​ແສງ​ປະຕິບັດ​ທົດ​ລອງ​ໄດ້​ເພີ່ມ​ຂຶ້ນ​ສະ​ເລ່ຍປະມານ 60%. ບັນດາ​ຕາ​ແສງ​ສ່ວນ​ຫຼາຍ​ແມ່ນ​ບັນລຸ​ມາດຖານ​ກ່ຽວ​ກັບ​ການ​ສຶກສາ, ສາທາລະນະ​ສຸກ, ໝູ່​ບ້ານ​ວັດທະນະທຳ, ນ້ຳ​ສະ​ອາດ, ກິດຈະກຳ​ສຸຂະ​ອະນາ​ໄມ… 11 ຕາ​ແສງ​ບັນລຸ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ລະບົບ​ການ​ເມືອງ. ທ່ານ Tang Minh Loc. ຫົວໜ້າ​ກົມ​ເສດຖະກິດ​ຮ່ວມ​ມື ​ແລະ ພັດທະນາ​ຊົນນະບົດ, ຫົວໜ້າ​ຫ້ອງການ​ຊີ້​ນຳ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ຊົນນະບົດ​ໃໝ່, ​ໃຫ້​ຮູ້​ວ່າ:

        ”ທົ່ວປະ​ເທດ​ມີທັງ​ໝົດ 9121​ ຕາ​ແສງ​ໃນ​ເຂດ​ຊົນນະບົດ, ປະຈຸ​ບັນ, 51%​ຕາ​ແສງໃນ​ຈຳນວນ​ດັ່ງກ່າວ​ພວມຜັນ​ຂະຫຍາຍ​ການວາງ​ແຜນ​ກຳນົດ, ​ແລະ​ ຮອດ​ປີ 2015 ຈະ​ມີ 20% ຈຳນວນ​ຕາ​ແສງ​ນີ້ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ການວາງ​ແຜນ​ກຳນົດ​ແມ່ນ​ວຽກ​ງານ​ທີ່​ຮຽກຮ້ອງ​ໃຫ້​ທຸກ​ຕາ​ແສງ​ຕ້ອງ​ດຳ​ເນີນ​ກ່ອນ. ປີ 2011, 2012 ນີ້, ພວກ​ເຮົາ​ຈະ​ໃຫ້​ບຸລິ​ມະ​ສິດ​ແກ່​ບັນດາ​ຕາ​ແສງ​ໄດ້​ຈົດ​ທະບຽນ​ວາງ​ແຜນ​ກຳນົດ​ແລ້ວ. ​ເປັນ​ອັນວ່າ, ບັນດາ​ຫົວໜ່ວຍ​ໃຫ້​ຄຳ​ປຶກສາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ດ້ານ​ແຫຼ່ງກຳລັງ ກໍ່​ຄື​ລົງທຶນ​ຫຼາຍກວ່າ​ອີກ ​ແລະ​ ຕ້ອງ​ມີ​ການ​ຊີ້​ນຳ​ນຳພາ​ຢ່າງ​ຂ້ຽວຂາດ​ກວ່າ”.


ການວາງແຜນກຳນົດພັດທະນາຊົນນະບົດໃໝ່ - ảnh 2
ວາງແຜນກຳນົດກໍ່ສ້າງຊົນນະບົດໃໝ່ຮັບໃຊ້ໃຫ້ແກ່ການພັດທະນາ
(ພາບ: google.com.vn)

ພຶດຕິ​ກຳຕົວ​ຈິງ​ຢູ່​ບັນດາ​ຕາ​ແສງ​ປະຕິບັດ​ທົດ​ລອງ ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ​ມີ​ພື້ນຖານ​ເພື່ອ​ປະກາດ​ໃຊ້ ​ແລະ ​ເພີ່ມ​ເຕີມ​ບັນດາ​ນະ​ໂຍບາຍ, ກົນ​ໄກ​ຢ່າງ​ແທດ​ຈິງ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່​ບັນດາ​ຕາ​ແສງ​ປະຕິບັດ​ທົດ​ລອງຢ່າງ​ທັນ​ການ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ກ້ວາງ​ຂວາງ​ອີກ​ດ້ວຍ. ພາຍຫຼັງ 3 ປີ ​ແຫ່ງ​ການ​ປະຕິບັດ, ສາມາດ​ເຫັນ​ໄດ້​ພາບ​ພົດ​ຂອງ​ຊົນນະບົດ​ໃໝ່​ໃນ​ໄລຍະ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢູ່​ຫວຽດນາມ, ນັບ​ທັງ​ແຜນ​ກຳນົດ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ພັດທະນາ​ການ​ຜະລິດ, ວັດທະນະທຳ, ສັງຄົມ, ສິ່ງ​ແວດ​ລ້ອມ, ການສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ, ການ​ກໍ່ສ້າງ​ລະບົບ​ການ​ເມືອງ… ຜ່ານ​ນັ້ນສາມາດ​ເຫັນ​ໄດ້​ບັນດາມາດ​ຖານ​ທີ່​ດີ, ​ເໝາະ​ສົມ ກໍ່​ຄື​ບັນດາມາດຖານບໍ່​ທັນ​ເໝາະ​ສົມ… ຕາມ​ທ່ານ Tang Minh Loc ​ແລ້ວ, ​ເລື່ອງ​ປະຕິບັດ​ແຜນ​ກຳນົດ​ຊົນນະບົດ​ໃໝ່​ໃນ​ປະຈຸ​ບັນ​ໄດ້​ຮັບ​ການ​ຕີ​ລາຄາ​ຕາມ 19 ມາດຖານ​ໃນ​ປະມວນ​ມາດຖານ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເຊິ່ງທ່ານ​ນາຍົກລັດຖະມົນຕີ​ໄດ້​ປະກາດ​ໃຊ້.

”ບົນ​ພື້ນຖານ​ນັ້ນ ຕ້ອງ​ວາງ​ແຜນ​ກຳນົດ​ຄືນ​ໃໝ່​ຕາມ​ທິດ​ພັດທະນາ​ສີວິ​ໄລ, ທັນ​ສະ​ໄໝ, ຮັບປະກັນ​ໃຫ້​ແກ່ການ​ພັດທະນາ​​ແບບ​ຍືນ​ຍົງ. ໜຶ່ງ​ໃນ​ບັນດາ​ຂໍ້​ກຳນົດ​ທີ່​ບັງຄັບຕ້ອງປະຕິບັດ​ໃຫ້​ໄດ້​ນັ້ນ​ແມ່ນ​ເຖິງ​ປີ 2012, ບັນດາ​ຕາ​ແສງ​ຕ້ອງ​ວາງ​ແຜນ​ກຳນົດ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ​ໂດຍ​ພື້ນຖານ. ​ເມື່ອ​ມີ​ແຜນ​ກຳນົດ​ແລ້ວ​ຈຶ່ງ​ສາມາ​ດປະຕິບັດ​ບັນດາ​ເນື້ອ​ໃນ​ໃໝ່​ໄດ້. ​ໃນ​ຊຸມ​ປີຜ່ານມາ, ຍ້ອນ​ພວກ​ເຮົາ​ບໍ່​ວາງ​ແຜນ​ກຳນົດ​ເຂດຊົນນະບົດ. ການ​ພັດທະນາຢູ່​ເຂດ​ຊົນນະບົດຈຶ່ງ​ສັບສົນ, ຕາມ​ລຳພັງ​ໃຈ, ອັນ​ໄດ້​ທຳລາຍ​ທັດສະນີ​ຍະ​ພາບ, ກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຈຸດ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອທີ່​ດີງາມ​ຢູ່​ເຂດ​ຊົນນະບົດ”

​        ໃນ​ກອງ​ປະຊຸມຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກັບ​ການ​ນຳ​ບັນດາ​ແຂວງ, ນະຄອນ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນ​ສູນ​ກາງ​ ທີ່​ຫາ​ກໍ່​ຈັດ​ຂຶ້ນ​ຫວ່າງ​ແລ້ວ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ຖື​ວ່າ, ຈາກ​ພຶດຕິ​ກຳ​ຕົວ​ຈິງ​​ແຫ່ງ​ການຜັນ​ຂະຫຍາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຢູ່​ບ່ອນ​ໃດ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ມີ​ຄວາມ​ເອົາ​ໃຈ​ໃສ່, ​​ໃກ້​ຊິດກັບ​ແຜນ​ນະ​ໂຍບາຍ ​ແລະ ​ການຈັດ​ຕັ້ງ​ປະຕິບັດ, ຂະ​ບວນການປະຕິບັດຢູ່​ບ່ອນ​ນັ້ນ​ຈະ​ບັນລຸ​ປະສິດທິ​ຜົນ​. ​ປີ 2012, ບັນດາ​ແຂວງ, ນະຄອນ​ຕ້ອງ​ວາງ​ແຜນ​ສັງ​ລວມຢູ່​ຕາ​ແສງ​ຕ່າງໆ​ໃຫ້​ສຳ​ເລັດ​ໂດຍ​ພື້ນຖານ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການວາງ​ແຜນ​ກຳນົດຜະລິດ ​ເພາະວ່າ​ນີ້​ແມ່ນ​ກົກ​ເຄົ້າ​ຂອງ​ບັນຫາ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ເນັ້ນ​ໜັກ​ວ່າ:

    ”​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ຊົນນະບົດ​ໃໝ່ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ, ມາດ​ຕະການ​ສຳຄັນ​ທີ່​ສຸດ ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​​ເລ​ກທີ 7 ກ່ຽວ​ກັບ​ກະສີກຳ - ຊາວ​ກະ​ສີກ​ອນ - ຊົນນະບົດ. ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ໄດ້ກາຍ​ເປັນ​ຂະ​ບວນການ ​ແລະ​ກ້າວ​ເຂົ້າ​ສູ່​ຊີ​ວິດ​ການ​ເປັນ​ຢູ່, ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ຕັດສິນ​ໃຈ​ປະຕິບັດ​ໃຫ້​ໄດ້, ​ເຖິງ​ວ່າ​ວິວັດ​ແຫ່ງ​ການ​ຜັນ​ຂະຫຍາຍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ກໍ່ຕາມ. ​ແຕ່ບັນດາ​ອົງການ, ອຳນາດ​ການ​ປົກຄອງ, ອົງຄະ​ນະ​ພັກ​ຕ້ອງ​ສຸມ​ໃສ່​ຊີ້​ນຳ, ​ນຳພາ ​ແລະ​ ຈັດ​ຕັ້ງການ​ຜັນ​ຂະຫຍາຍ​ຢູ່​ແຕ່​ລະ​ຕາ​ແສງ​ໃຫ້​ເໝາະ​ສົມ”.

    ​ການວາງ​ແຜນ​ກຳນົດ​ກໍ່​ຕ້ອງ​ແທດ​ເໝາະ​​ກັບ​ແຕ່ລະ​ເຂດ. ການ​ນຳ​ບໍ່​ສາມາດ​ຕັດສິນ​ດ້ວຍ​ຕົນ​ເອງໄດ້, ຫາກ​ປະຊາຊົນ​ຈະ​​ເປັນ​ຜູ້​ຕັດສິນ. ​ເຂດໃດ​ຕ້ອງການ​ທາງ​ຄົມມະນາຄົມ​​ຈະ​ວາງ​ແຜນ​ກຳນົດ​ທາງ​ຄົມມະນາຄົມ​ກ່ອນ, ​ເຂດ​ໃດ​ຕ້ອງການ​ໄຟຟ້າ ​ຈະ​ໃຫ້​ບຸລິມະສິດ​ພັດທະນາ​ໄຟຟ້າ… ວາງ​ແຜນກຳນົດ​ເພື່ອ​ພັດທະນາ, ນັ້ນ​ແມ່ນ​​ເນື້ອ​ໃນ​ຕົ້ນ​ຕໍໃນ​ກິດຈະການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ