ການອະນຸລັກຮັກສາວັດທະນະທຳໝູ່ບ້ານໃນການກໍ່ສ້າງຊົນນະບົດໃໝ່



(vovworld) - ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່. ວັດທະນະທຳ​ມີ​ບົດບາດ​ສຳຄັນ, ທັງ​ແມ່ນ​ຄາດໝາຍ, ທັງ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ ​ແລະ ຈຸດປະສົງ​ສຸດ​ທ້າຍ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ​ແມ່ນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ, ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ທັງ​ຮັບປະກັນ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ທີ່​ທັນ​ສະ​ໄໝ ​ທັງຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ເຂດ​ບ້ານ​ນາ​ໄດ້. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ມີ​ວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ.

ການອະນຸລັກຮັກສາວັດທະນະທຳໝູ່ບ້ານໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

ສາລາບ້ານຢູ່ຟູ່ລືວຍັງຄົງຮັກສາຮູບເດີມໄວ້ຄືເກົ່າ

(ພາບ. ອິນເຕີແນດ)

​ໃນຈຳນວນ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ນອກຈາກ​ບັນດາ​ມາດຖານ​ກ່ຽວ​ກັບ​​ແຜນ​ກຳນົດ​ລົງທຶນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ແລ້ວ, ຍັງ​ມີ​ບັນດາ​ຂໍ້​ກຳນົດ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ພັດທະນາ​ວັດທະນະທຳ, ຮັບປະກັນ​ສິ່ງ​ແວ​ດລ້ອມ, ສ້າງ​ແບບ​ແຜນ​ວັດທະນະທຳ​ຊົນນະບົດ​ອີກດ້ວຍ. ຄຽງ​ຂ້າງ​ມາດຖານ​ພັດທະນາ​ການ​ຜະລິດ​ເພື່ອ​ຍົກ​ສູງ​ລາຍ​ຮັບ​ແລ້ວ, ຫຼາຍ​ທ້ອງ​ຖີ່​ນ​ໄດ້​ຖື​ເປັນ​ສຳຄັນ​ມາດຖານ​ວັດທະນະທຳ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ອັນ​ດີງາມຂອງ​ເຂດ​ບ້ານ​ນາ​ໄວ້. ຟູ່ລື​ວ ​ແມ່ນ​ບ້ານ​ເດີມ​ຂອງ​ແຂວງ​ບັກ​ນິງ ​ເຊິ່ງ​ແມ່ນ​ໝູ່​ບ້ານ​ທີ່​ຮັ່ງມີ​ດ້ວຍ​ມູນ​ເຊື້ອ​ວັດທະນະ​ທຳ. ມາ​ຟູ່ລື​ວ ຜູ້​ໃດ​ກໍ່​ຮູ້ສຶກ​ໄດ້​ຄວາມ​ກົມກຽວ​ລະຫວ່າງ​ຈຸດທີ່​ເກົ່າ​ແກ່​ກັບ​ທັນ​ສະ​ໄໝ. ລະບົບ​ວັດທະນະທຳ​ຄື​: ສາລາ​ບ້ານ, ວິຫານ, ວັດວາອາ​ຮາມ, ງານ​ບຸນ​ຂອງ​ໝູ່​ບ້ານ​ລ້ວນ​ແຕ່​ໄດ້​ຮັບ​ການ​ອະນຸລັກຮັກສາ​ໄວ້. ​ໃນ​ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ, ທາງ​ຄົມມະນາຄົມຫຼາຍ​ສາຍ​ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ເບ​ຕົງຢ່າງ​ກວ້າງຂວາງ. ​ແຕ່​ຜ່ານ​ການ​ປຶກສາ​ຫາລື​ລະຫວ່າງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ, ​ເສັ້ນທາງ​ປູ​ດ້ວຍ​ຫີນ​ຂຽວ​ໃນ​ບ້ານ​ກໍ່​ໄດ້​ຮັບ​ການ​ເປີດ​ກວ້າງ ​​ແຕ່​ຍັງ​ຮັກສາ​ໄດ້​ຄວາມ​ງາມ​ທີ່​ເໝາະ​ສົມ​ກັບ​ທັດສະນີ​ຍະ​ພາບ​ໃນ​ໝູ່​ບ້ານ. ທ່ານ ຫງວຽນ​ວັນ​ເຢິ່ນ, ຊາວບ້ານ​ຟູ່ລື​ວ, ​ໃຫ້​ຮູ້​ວ່າ:

        ບາງ​ຄົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຢາກ​ກໍ່ສ້າງ​ເສັ້ນທາງ​ໃນ​ໝູ່​ບ້ານ​ດ້ວຍ​ຊີມັງ​ໃຫ້​ສະອາດ, ສວຍ​ງາມ. ​ແຕ່​ພວກ​ຂ້າພະ​ເຈົ້າ​ບໍ່​ຄິດ​ຄື​ແນວ​ນັ້ນ, ຫາກ​ຢາກ​ຮັກສາ​ຈຸດ​ພິ​ເສດສະ​ເພາະ​ໄວ້, ດັ່ງ​ນັ້ນ​ຈຶ່ງ​ປູ​ທາງດ້ວຍ​ຫີນ​ຂຽວ, ທັງ​ສອງ​ພາກ​ທາງ​ປູ​ດ້ວຍ​ດິນ​ຈີ່. ​ເຮັດ​ຄື​ແນວ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະຮັກສາ​ສີສັນພິ​ເສດ​ສະ​ເພາະຂອງໝູ່​ບ້ານ​ໄວ້​ໄດ້”.


ການອະນຸລັກຮັກສາວັດທະນະທຳໝູ່ບ້ານໃນການກໍ່ສ້າງຊົນນະບົດໃໝ່ - ảnh 2

ບັນດາເສັ້ນທາງໃນບ້ານຟູ່ລືວ ຖືກຢູດ້ວຍຫີນຂຽວເພື່ອຮັກສາວັດທະນະທຳ

ທີ່ເປັນເອກະລັກສະເພາະຂອງບ້ານເກົ່າ

(ພາບ. ອິນເຕີແນດ)

        ຢູ່​ເຂດ​ບ້ານ​ນາ​ອື່ນໆ​ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ຫຼາຍ​ຮີດຄອງ​ປະ​ເພນີອັນ​ດີງາມ​ຄື: ຖື​ເປັນ​ສຳຄັນ​ການ​ພົວພັນ​ໃນ​ວົງ​ຕະກຸນ, ໝູ່​ບ້ານ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ໝູ່​ບ້ານ, ​ເຄົາລົບ​ຜູ້​ອາຍຸ​ສູງ, ດຳລົງ​ຊີວິດ​ຮ່ວມ​ກັນ​, ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ອອກ​ແຮງ​ງານ, ທຳ​ການ​ຜະລິດ ​ແລະ ​ໃນ​ການ​ດຳລົງຊີວິດ... ນີ້​ແມ່ນ​ບັນດາ​ປັດ​ໃຈ​ວັດທະນະທຳ​ທີ່​ສຳຄັນ, ປະກອບສ່ວນ​ເພີ່ມ​ພູນ, ປຸກລຸກ​ຈິດ​ໃຈ, ສະຕິ​ຕື່ນ​ຕົວ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກ​ຄີ​ກໍ່ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ“ ​ໂດຍຄະນະ​ກຳ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽນາມປຸກລະດົມ ​ໄດ້​ຕິດ​ພັນກັບ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕອບ​ສະໜອງ​ບັ້ນ​ຂົນຂວາຍ​ນີ້, ປະຊາຊົນ​ຢູ່​ຫຼາຍ​ແຫ່ງ​ໄດ້​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ແບບ​ແຜນ​ວັດທະນະທຳ​ໃໝ່​ຕື່ມ​ອື​ກ ບົນ​ພື້ນຖານ​ສືບ​ທອດ​ຂໍ້​ກຳນົດ​ອັນ​ເປັນ​ມູນ​ເຊື້ອທີ່​ດີ​ຂອງ​ໝູ່​ບ້ານ. ມີ​ຫຼາຍ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແຕ່ງດອງ, ງານ​ສົບ... ຕາມ​ແບບ​ແຜນ​ດຳລົງ​ຊີວິດ​ໃໝ່​ໄດ້​ຮັບ​ການ​ສະໜັບສະ​ໜູນ​ຈາກປະຊາຊົນ​ໃນ​ທົ່ວ​ປະ​ເທດ. ຢູ່​ຫຼາຍ​ທ້ອງ​ຖີ່​ນຍັງ​ກໍ່ສ້າງ​ບັນດາ​ບ້ານ​ວັດທະນະທຳ, ​ເຂດ​ຊຸມ​ຊົນ​ແບບ​ໃໝ່, ກຳນົດ​ກ່ຽວ​ກັບ​ເຮືອນ​ຢູ່, ສວນ, ຮົ້ວ, ຕົ້ນ​ໄມ້, ການ​ປະ​ພຶດສີວິ​ໄລ, ການ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢ່າງ​ລະອຽດ...​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ, ມີ​ຫຼາຍ​ທ້ອງ​ຖີ່​ນ​ໄດ້​ພະຍາຍາມ​ລົງທຶນ​ກໍ່ສ້າງ​ພື້ນຖານ​ດ້ານ​ວັດຖຸ, ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ​ຢ່າງ​ກົມກຽວ, ຜ່ານ​ນັ້ນ​ຊຸກຍູ້​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແບບ​ຍືນ​ຍົງ. ທ່ານ ຫງວຽນ​ກວົກ​ແຄ໋ງ, ພະນັກງານ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສັງກັດ​ກະ​ຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ, ​ໃຫ້​ຂໍ້​ສັງ​ເກດ​ການ​ວ່າ:

        “ຂະ​ບວນການ​ວັດທະນະທຳ​ໄດ້​ຮັບ​ການຫັນ​ເປັນ​ລະອຽດ​ດ້ວຍ​ມາດຖານ​ຕ່າງໆ. ຂະ​ແໜງ​ວັດທະນະທຳ​ກໍ່​ໄດ້​ຍົກ​ມາດຖານ​ອອກ​ມາ ​ເພື່ອ​ໃຫ້​ທ້ອງ​ຖີ່​ນ ຕ່າງໆ​ປະຕິບັດ​ຄື​: ສ້າງ​ສິ່ງ​ແວດ​ລ້ອມ, ທັດສະນີ​ຍະ​ພາບ​ສະອາດ, ສວຍ​ງາມ. ພິ​ເສດມີ​ຫຼາຍ​ທ້ອງ​ຖີ່​ນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ​​ໃນ​ເຂດ​ຊຸມ​ຊົນ, ວັດທະນະທຳ​ໃນ​ການ​ປະພຶດ​ລະຫວ່າງ​ຄົນ​ກັບ​ຄົນ, ລະຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ, ກັບ​ສິ່ງ​ແວດ​ລ້ອມ“.

        ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ບົນ​ພື້ນຖານ​ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ມີ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ວັດທະນະທຳ​ຈິດ​ໃຈ​ນັບ​ມື້​ນັບ​ອຸດົມສົມບູນ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ເຊິ່ງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ພວມ​ມຸງ​ໄປ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ