ການໜູນຊ່ວຍຊາວກະສີກອນກໍ່ສ້າງຊົນນະບົດໃໝ່ຢູ່ແຂວງດົ່ງນາຍ

(vovworld) - ນັບ​ແຕ່ 20 ປີ​ມາ​ນີ້, ​ແຫຼ່ງທຶນ​ຈາກ​ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ໄດ້​ຊ່ວຍ​​ໃຫ້ຫຼາຍ​ຄອບຄົວ​ຊາວ​ກະ​ສີກ​ອນຢູ່​ແຂວງ​ດົ່ງ​ນາຍ ​ບືນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ​ໃນ​ໄລຍະ​ປະຈຸ​ບັນ, ​ແຫຼ່ງທຶນ​ດັ່ງກ່າວ​ກໍ່​ໄດ້​ປະກອບສ່ວນ​ຊຸກຍູ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ.

ການໜູນຊ່ວຍຊາວກະສີກອນກໍ່ສ້າງຊົນນະບົດໃໝ່ຢູ່ແຂວງດົ່ງນາຍ - ảnh 1

ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນແຂວງດົ່ງນາຍໃຫ້ປະຊາຊົນກູ້ຢືມທຶນທຳການຜະລິດ

        ນັບ​ແຕ່​ປີ 2011 ຄືນ​ຫຼັງ, ຄອບຄົວ​ອ້າຍ ຟ້າ​ມ​ແທ່ງ​ແອ​ງ, ຢູ່​ຕາ​ແສງ​ດົງ​ຮ່ວາ, ​ເມືອງ​ຈາງ​ບອມ, ​ແຂວງ​ດົ່ງ​ນາຍ​ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ຍ້ອນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ. ​ແຕ່​ພາຍຫຼັງ​ເຂົ້າ​ຮ່ວມ​ໂຄງການ​ລ້ຽງ​ໝູ​ຈະ​ເລີ​ນພັນຂອງ​ທ້ອງ​ຖີ່​ນ ​ແລະ ​​ກູ້​ຢືມ​ທຶນ​ໄດ້ 20 ລ້ານ​ດົ່ງ​ ຈາກ​ແຫຼ່ງທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ, ຊີວິດ​ທາງ​ດ້ານ​ເສດຖະກິດ​ຂອງ​ຄອບຄົວ​ທ່ານ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຈະ​ແຈ້ງ, ​ເມື່ອມີ​ທຶນ, ທ່ານ ​ແອ​ງ ​ໄດ້​ຊື້​ໝູ​ແມ່ 3 ​ໂຕ​ມາ​ລ້ຽງ ​ແລະ ຂາຍ​ໝູ​ພັນ. ​ແຕ່ລະ​ປີ, ພາຍຫຼັງ​ຂາຍ​ໝູ​ພັນ, ຄອບຄົວ​ທ່ານ​ຫາ​ກຳ​ໄລ​ໄດ້​ປະມານ 60 ລ້ານ​ດົ່ງ. ມາ​ຮອດ​ປະຈຸ​ບັນ, ຈຳນວນ​ເງິນ​ທີ່​ທ່ານ​ສະ​ສົມ​ໄດ້​ໃນ 4 ປີຜ່ານມາ, ບໍ່​ພຽງ​ແຕ່​ຊ່ວຍ​ທ່ານ​ໃຊ້​ຈ່າຍ​ໃນ​ຊີວິດ​ການ​ເປັນ​ຢູ່​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ຄອບຄົວ​ທ່ານ​ມີ​ແຫຼ່ງທຶນ​ຕື່ມ​ອີກ​ເພື່ອ​ກະກຽມ​ເປີດ​ກວ້າງ​ຂະໜາດ​ຄອກ​ຟາ​ມ, ສົມທົບ​ກັບ​ການ​ລ້ຽງ​ໄກ່​ອີກ​ດ້ວຍ. ທ່ານ ຟ້າ​ມ​ແທ່ງ​ແອ​ງ, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ບໍ່​ມີ​ທຶນ, ​ເຮັດ​ຫຍັງ​ກໍ່​ບໍ່​ໄດ້, ​ເມື່ອ​ມີ​ທຶນ 20 ລ້ານ​ດົ່ງ, ຂ້າພະ​ເຈົ້າ​ສາມາດ​ທຳ​ມາ​ຫາ​ກິນ, ພັດທະນາ​ເສດຖະກິດ, ມີ​ວຽກ​ເຮັດ​ງານ​ທຳ, ດັ່ງ​ນັ້ນ​ລາຍ​ຮັບ​ກໍ່​ເພີ່ມ​ຂຶ້ນ​ຫຼາຍ​ສົມຄວນ“.

        ​ເລື່ອງ​ສ້າງ​ຄວາມ​ຮັ່ງມີ​ຂອງ​ສະມາຊິກ 40 ຄົນ​ໃນ​ສະ​ໂມ​ສອນ​ລ້ຽງ​ປາ​ໃຫ້​ສະມັດ​ຕະພາບ​ສູງ, ຢູ່​ບ້າ8, ຕາ​ແສງ​ຊົງ​ເຈົ່າ, ​ເມືອງ​ຈາງ​ບອມ ກໍ່​​ເປັນ​ການ​ພິສູດ​ໃຫ້​ເຫັນ​ບົດບາດ​ຂອງ​ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ໃນ​ການ​ພັດທະນາ​ເສດຖະກິດ ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່. ພາຍຫຼັງ​ທີ່​ສະ​ມາ​ຄົມ​ຊາວ​ກະ​ສີກ​ອນ​ແຂວງ​ໃຫ້​ກູ້​ຢືມ​ທຶນ 400 ລ້ານ​ດົ່ງ​ຈາກ​ແຫຼ່ງທຶນ​ດັ່ງກ່າວ, ບັນດາ​ສະມາຊິກ​ໃນ​ສະ​ໂມ​ສອນ​ໄດ້​ສຸມ​ໃສ່​ລົງທຶນ​ບຸລະນະ, ຍົກ​ລະດັບ​ໜອງ​ລ້ຽງ​ປາ, ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ລ້ຽງ​ປາ. ຍ້ອນ​ເຫດ​ນັ້ນ, ປະລິມານ​ປາ​ທີ່​ລ້ຽງ​ມາໄດ້​ໃນ​ເນື້ອ​ທີ່​ໜອງ 1 ກວ່າ​ເຮັກຕາ​ໄດ້​ເພີ່ມ​ຂຶ້ນ​ທົບ 8 ກວ່າ​ເທົ່າ​​ເມື່ອ​ທຽບ​ໃສ່​ກ່ອນ​ນີ້​ແມ່ນ 1,2 ​ໂຕນ/​ເຮັກຕາ. ປະຈຸ​ບັນ, ລາຍ​ຮັບ​ຂອງ​ບັນດາ​ສະມາຊິກ​ສະຫະກອນ​ແມ່ນບັນລຸ​ໄດ້ເກືອບ 100 ລ້ານ​ດົ່ງ/ຄົນ/ປີ. ທ່ານ ລື​ວດິ່ງ​ງວຽນ, ຫົວໜ້າ​ສະ​ໂມ​ສອນ​ລ້ຽງ​ປາ​ໃຫ້​ສະມັດ​ຕະພາບ​ສູງ​ບ້ານ 8, ຕາ​ແສງ​ຊົງ​ເຈົ່າ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຖື​ວ່າ​ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ແທ້​ຈິງ, ພິ​ເສດ​ແມ່ນ​ໃນ​ສະພາບ​​ເສດຖະກິດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ. ຫວັງ​ວ່າ​ລັດ​ຈະ​ໃຫ້​ພວກ​ຂ້າພະ​ເຈົ້າ​ກູ້​ຢືມທຶນ​ຕື່ມ​ອີກ​ຈາກ​ກອງ​ທຶນ​ດັ່ງກ່າວ​ເພື່ອ​ສືບ​ຕໍ່​ເປີດ​ກວ້າງ​ການ​ຜະລິດ“.

ການໜູນຊ່ວຍຊາວກະສີກອນກໍ່ສ້າງຊົນນະບົດໃໝ່ຢູ່ແຂວງດົ່ງນາຍ - ảnh 2

ລ້ຽງໝູ່ດ້ວຍທຶນກູ້ຢືມຈາກກອງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ

        ດ້ວຍ​ຈຸດປະສົງ​ຊ່ວຍ​ເຫຼືອຊາວ​ກະ​ສີກ​ອນທີ່​ມີ​ຄວາມ​ຕ້ອງການທຶນ​ເພື່ອ​ທຳ​ການ​ຜະລິດ, ​ໃນ​ຊຸມ​ປີຜ່ານມາ, ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ໂດຍ​ສູນ​ກາງ​ສະມາຄົມ​ຊາວ​ກະ​ສີກ​ອນປຸກລະດົມ ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ດີ​ທີ່​ສຸດ. ພິ​ເສດ​ແຫຼ່ງທຶນ​ດັ່ງກ່າວ​ຍັງ​ປະກອບສ່ວນ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ ​ເພື່ອ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ມາດຖານ​ນຳ​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ ​ແລະ ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ດ້ວຍ​ຈຳນວນ​ທຶນ​ທີ່​ມີ​ຢູ່​ແລ້ວ​ໃນ​ປະຈຸ​ບັນ​ແມ່ນ 11 ຕຶ້ກວ່າດົ່ງ, ແຫຼ່ງທຶນໜູນຊ່ວຍຊາວກະສີກອນຢູ່ແຂວງດົ່ງນາຍ ໄດ້ຊ່ວຍຊາວກະສີກອນນັບພັນຄົນມີເງື່ອນໄຂທຳການຜະລິດ, ຍົກສູງລາຍຮັບ. ທ່ານ ເລຫື້ວທ້ຽນ, ຮອງປະທານສະມາຄົມຊາວກະສີກອນແຂວງດົ່ງນາຍ, ໃຫ້ຮູ້ວ່າ:

        “ໃນໄລຍະຜ່ານມາ,ຍາມໃດພວກຂ້າພະເຈົ້າກໍ່ເອົາໃຈໃສ່ເຖິງເລື່ອງໃຫ້ຊາວ​ກະ​ສີກ​ອນກູ້ຢືມທຶນສົມທົບກັບການ​ຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ກໍ່ຄື​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ສຳພັນ​ກັບ​ຂະ​ແໜງ​ສົ່ງ​ເສີມ​ກະ​ສີ​ກຳ ​ແລະ ບັນດາ​ວິ​ສາ​ຫະກິດອີກ. ຜ່ານ​ບັນດາ​ໂຄງການ, ລາຍການ, ພວກ​ຂ້າພະ​ເຈົ້າ​​ໄດ້​ສ້າງ​ການ​ພົວພັນ ​ເພື່ອ​ໃຫ້​ຊາວ​ກະ​ສີກ​ອນພາຍຫຼັງ​ກູ້​ຢືມ​ທຶນທຳ​ການ​ຜະລິດ​​ແລ້ວ ຈະ​ມີ​ການ​ພົວພັນ​ແລກປ່ຽນ​ນຳ​ກັນ​ເພື່ອ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ“.

        ປະຈຸ​ບັນ, ​ແຂວງ​ດົ່ງ​ນາຍ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖີ່​ນທີ່​ໄດ້​ຄຸ້ມ​ຄອງ ​ແລະ ບໍລິຫານ​ແຫຼ່ງທຶນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ເປັນ​ຢ່າງ​ດີ. ​ເມື່ອ​ມີ​ທຶນ​ເປີດ​ກວ້າງ​ການ​ຜະລິດ, ຍົກ​ສູງ​ລາຍ​ຮັບ, ຊາວ​ກະ​ສີກ​ອນຕາ​ແສງ​ຕ່າງໆ​ຈະ​ມີ​ເງື່ອນ​ໄຂ​ລົງທຶນ​​ໃຫ້​ພື້ນຖານ​ໂຄງ​ລ່າງ​ກໍ່ສ້າງ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ, ປະຊາຊົນ​ໃນ​ທົ່ວ​ແຂວງ​ໄດ້​ປະກອບ​ເຫື່ອ​ແຮງ ​ແລະ ວັດຖຸ​ອຸປະກອນ​ດ້ວຍມູນ​ຄ່າ​ນັບ​ສິບ​ຕື້​ດົ່ງ, ກໍ່ສ້າງ​ທາງ​ຄົມມະນາຄົມ​ລະຫວ່າງ​ຕາ​ແສງ​ໄດ້ 80%. ຕາມ​ແຜນການ​ແລ້ວ, ຮອດ​ທ້າຍ​ປີ 2017, ດົ່ງ​ນາຍ ​ຈະ​ມີ 34 ຕາ​ແສງ​ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແລະ ນຳ​ໜ້າ​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້​ກ່ຽວ​ກັບ​ຈຳນວນ​ຕາ​ແສງ​ປະຕິບັດ​ສຳ​ເລັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ