ຊົນນະບົດຈ່າວິງ - ບາດກ້າວພັດທະນາຢ່າງແຮງ

(vovworld) – ​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ຈ່າ​ວິ​ງ ​ໄດ້​ເລືອກ​ເຟັ້ນຕາ​ແສງ​ ໝີລອງ​ນາມ (My Long Nam), ​ເມືອງ ​ເກົ່າ​ງາ​ງ ​ເປັນຕາ​ແສງ​ປະຕິບັດ​ທົດ​ລອງ, ຫຼັງ​ຈາກ​ນັ້ນ​ກໍ່​ຜັນ​ຂະຫຍາຍ​ຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່​ເຖິງ 17 ຕາ​ແສງ​ອື່ນໆ​ໃນ​ແຂວງ. ມາ​ຮອດ​ປະຈຸ​ບັນ, ພ້ອມ​ກັບ​ຕາ​ແສງ ໝີລອງ​ນາມ ​ເຊິ່ງ​ແມ່ນ​ຕາ​ແສງ​ບັນລຸ​ໄດ້ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໂດຍ​ພື້ນຖານນັ້ນ, 17 ຕາ​ແສງ​ນີ້ກໍ່​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ເກືອບ​ທັງ​ໝົດ, ປະກອບສ່ວນ​ປ່ຽນ​ໃໝ່​ໂສມ​ໜ້າ​ເຂດ​ຊົນນະບົດຈ່າ​ວິ​ງ.

ຊົນນະບົດຈ່າວິງ - ບາດກ້າວພັດທະນາຢ່າງແຮງ - ảnh 1

ສ້າງວຽກເຮັດງານທຳໃຫ້ຄົນງານຢູ່ຈ່າວິງ

(ພາບ: ອິນເຕີແນດ)

ການ​ກໍ່ສ້າງ ​ແລະ ປັບປຸງ​ລະບົບ​ຄົມມະນາຄົມ​ຊົນນະບົດ ​ແມ່ນ​ຜົນງານ​ທີ່​ພົ້ນ​ເດັ່ນ ພາຍຫຼັງ 2 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ ໝີລອງ​ນາມ. ບັນດາ​ເຂດ​ຊຸມ​ຊົນ ​ແລະ ໝູ່​ບ້ານ​ຕ່າງໆ​ໃນ​ຕາ​ແສງ​ນີ້​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ກັນດ້ວຍທາງ​ຄົມມະນາຄົມ. ຍ້ອນ​ເຫດ​ນັ້ນ, ການ​ແລກປ່ຽນ​ສິນຄ້າ, ດຳ​ເນີນ​ທຸລະ​ກິດ, ການ​ຄ້າ​ຈຶ່ງ​ມີ​ຄວາມ​ສະດວກ​ສະບາຍ​ກວ່າ ​ແລະ ຊີວິດ​ຂອງ​ປະຊາຊົນ​ຢູ່​ ໝີ​ລອງ​ນາມ ຈຶ່ງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ​ເອື້ອຍ ກຽນ​ທິ​ເທຍຣີ, ຢູ່​ບ້ານ 5, ຕາ​ແສງ ໝີ​ລອງ​ນາມ ​ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າ​ເຮັດ​ອາຊີບ​ຄ້າຂາຍກ່ອນ​ນີ້ກວ່າ 10 ປີ​​ແລ້ວ, ກ່ອນ​ນີ້, ທາງ​ຄົມມະນາຄົມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ແຕ່​ປະຈຸ​ບັນ​​ເມື່ອ​ມີ​ທາງ​ຄົມມະນາຄົມ​ແລ້ວ, ການ​ຂົນ​ສົ່ງ​ສິນຄ້າ​ກໍ່​ສະດວກ​ສະບາຍ ​ແລະ ການ​ຊື້​ຂາຍ​ສິນຄ້າ​ກໍ່​ໄວ​ກວ່າ”.

ຊົນນະບົດຈ່າວິງ - ບາດກ້າວພັດທະນາຢ່າງແຮງ - ảnh 2

ປະຊາຊົນຮ່ວມແຮງຮ່ວມໃຈກໍ່ສ້າງທາງ

(ພາບ: ອິນເຕີແນດ)

ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຈ່າ​ວິ​ງ​ ໃຫ້​ຮູ້​ວ່າ, ທາງ​ແຂວງ​ໄດ້​ລົງທຶນ​ກວ່າ 1.400 ຕື້​ດົ່ງ​ຈາກ​ແຫຼ່ງທຶນ​ຕ່າງໆ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ຄົມມະນາຄົມ​ຊົນນະບົດ. ​ແຕ່​ປະຊາຊົນ​​ໄດ້​ປະກອບ​ທຶນ​ປະມານ 40 ຕື້​ດົ່ງ​ໃຫ້​ແກ່​ຈຸດໝາຍ​ນີ້. ສະ​ເພາະ​ຢູ່​ຕາ​ແສງ ໝີ​ລອງ​ນາມ ປະຊາຊົນ​ໄດ້​ສະຫງວນ​ທີ່​ດິນ​ກວ່າ 1.6​ ແຮກ​ຕາ ​ເພື່ອ​ກໍ່ສ້າງ​ກຳ​ຈະ​ກຳ​ຊົນລະປະທານ, ທາງ​ຄົມມະນາຄົມ​ໃນ​ບ້ານ… ດ້ວຍ​ມູນ​ຄ່າ​ກວ່າ 1.8 ຕື້​ດົ່ງ. ຄູບາ ​ແທກ​ຊາ​ແທງ, ອະທິການ​ວັດ Prom ຢູ່​ຕາ​ແສງ ​ເຈົາດ່ຽນ ​ແມ່ນ​ຜູ້​ທີ່​ມີ​ຄວາມ​ຕັ້ງໜ້າ​ໃນ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ ​ເກົ່າ​ແກ່. ນັບ​ແຕ່​ປີ 2012, ​ໄດ້​ຂົນຂວາຍ​ບັນດາ​ຜູ້​ໃຈ​ບຸນ ພ້ອມ​ກັບ​ປະຊາຊົນ​ໃນ​ຕາ​ແສງ​ກໍ່ສ້າງ​ຂົວ​ໄດ້ 3 ​ແຫ່ງ. ​ເມື່ອ​ເວົ້າ​ເຖິງ​ຂົວ​ແຫ່ງ​ທີ່​ຫາ​ກໍ່​​ເປີດ​ສະຫຼອງ ​ແລະ ນຳ​ເຂົ້າ​ໃຊ້​ການ​ນັ້ນ, ຄູບາ​ໃຫ້​ຮູ້​ວ່າ:

“ຄ່າ​ກໍ່ສ້າງ​ຂົວ​ແຫ່ງ​ນີ້​ແມ່ນ​ປະມານ 416 ລ້ານ​ດົ່ງ. ຊາວ​ນະຄອນ ​ໂຮ່ຈີ​ມິນ​ສະໜັບສະໜູນ 250 ລ້ານ​ດົ່ງ, ສ່ວນ​ຍັງ​ເຫຼືອ​ໂດຍ​ປະຊາຊົນ​ທ້ອງ​ຖີ່​ນປະກອບ. ​ເວລາ​ກໍ່ສ້າງ​ຂົວ​ແມ່ນ 78 ວັນ. ຖ້າ​ຄິດ​ໄລ່​ຄ່າ​​ແຮງ​ງານຂອງ​ປະຊາຊົນ​ອີກ, ຂົວ​ແຫ່ງ​ນີ້​ມີ​ມູນ​ຄ່າ​ປະມານ 416 ລ້ານ​ດົ່ງ“.

ຊົນນະບົດຈ່າວິງ - ບາດກ້າວພັດທະນາຢ່າງແຮງ - ảnh 3

ຂົວໄດ້ຮັບການກໍ່ສ້າງຂຶ້ນໂດຍມີການປະກອບສ່ວນຂອງປະຊາຊົນຈ່າວິງ

(ພາບ: ອິນເຕີແນດ)

​ໂດຍ​ແມ່ນ​ແຂວງ​ທີ່​ເຮັດ​ວຽກ​ງານ​ກະສີກຳ​ເປັນ​ຕົ້ນ, ດັ່ງ​ນັ້ນ​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຈ່າ​ວິ​ງ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ລະບົບ​ຊົນລະປະທານ​ຢູ່​ເຂດ​ທົ່ງ​ນາ, ​ໂຄງ​ປະກອບ​ການ​ຜະລິດ​ກະ​ສີ​ກຳ, ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ໃຫ້​ມີ​ກຳລັງ​ແກ່ງ​ແຍ້​ງ​ໃນ​ຕະຫຼາດຢ່າງ​ພຽງພໍ​ ​ແລະ ການຈຳໜ່າຍ​ຜະລິດ​ຕະພັນ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ອ້າຍ ​ແທກ​ເຊືອງ, ສະມາຊິກ ສະຫະກອນ​ປູກຜັກ​ສະອາດ​ຢູ່​ຕາ​ແສງ ຮ່ວາ​ເລີ້​ຍ, ​ເມືອງ​ເຈົາ​ແທ່ງ, ​ໃຫ້​ຮູ້​ວ່າ: ​ເມື່ອ​ເຂົ້າ​ຮ່ວມ​ສະຫະກອນ, ບັນດາ​ສະມາຊິກ​ບໍ່​ຕ້ອງ​​ເປັນ​ຫ່ວງ​ຕໍ່ສົ້ນ​ອອກ ​ແລະ ສົ້ນ​ເຂົ້າຂອງ​ຜະລິດ​ຕະພັນອີກ, ໜ້າ​ທີ່​ຂອງ​ສະມາຊິກ ​ແມ່ນ​ບົວລະບັດ​ຜັກ​ໃຫ້​ຖືກ​ກັບ​ເຕັກນິກ, ດັ່ງ​ນັ້ນ​ຄຸນ​ນະພາ​ບຜັກ​ຈຶ່ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ລາຄາ​ກໍ່​ສູງ​ກວ່າ. ອ້າຍ​ແທກ​ເຊືອງ​, ກ່າວ​ວ່າ:

“ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ຊຸດອົບ​ຮົບ​ຫຼາຍ​ຊຸດ​ ກໍ່​ຄື​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາຕ່າງໆ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ກຳ​ໄດ້​ເຕັກນິກ​ຜະລິດ​ໃໝ່, ​ໃຫ້​ສະມັດ​ຕະພາບ​ສູງ​ກວ່າ ​ແລະ ຄຸນ​ນະພາ​ບດີ, ອັນ​ໄດ້ຮັບປະກັນ​ລາຄາ ​ແລະ ຍົກສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ“.

ຊົນນະບົດຈ່າວິງ - ບາດກ້າວພັດທະນາຢ່າງແຮງ - ảnh 4

ປະຊາຊົນຈ່າວິງປູກຜັກສະອາດ

(ພາບ: ອິນເຕີແນດ)

ດ້ວຍ​ທິດ​ທາງ ​ແລະ ວິທີ​ເຮັດ​ຄື​ດັ່ງກ່າວ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຈ່າ​ວິ​ງ ​ໄດ້​ບັນລຸ​ໝາກ​ຜົນ​ຢ່າງ​ຈົບງາມ. ທ່ານ ບູ່​ຍ​ແທງ​ເລິ​ມ, ຫົວໜ້າ​ສາຂາ​ພັດທະນາ​ຊົນນະບົດ​ແຂວງ​ຈ່າ​ວິ​ງ, ​ໃຫ້​ຮູ້​ວ່າ:

“ຈ່າ​ວິ​ງ ມີ 85 ຕາ​ແສງ, ສູ້​ຊົນ​ຮອດ​ປີ 2015 ທົ່ວ​ແຂວງ​ຈະ​ມີ 20% ຈຳນວນ​ຕາ​ແສງ​ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ການ​ຊີ້​ນຳ​ຂອງ​ສູນ​ກາງ. ມີ​ສອງ​ຕາ​ແສງ​: ແມ່ນ​ຕາ​ແສງ​ລອງ​ດຶກ, ນະຄອນ​ຈ່າ​ວິ​ງ ບັນລຸ​ໄດ້ 15/19 ມາດຖານ, ຕາ​ແສງ ຟູ໋​ເກິ​ນ, ​ເມືອງ​ຕຽນ​ເກິ່ນ ບັນລຸ​ໄດ້ 16/19 ມາດຖານ. ຮອດ​ທ້າຍ​ປີ, 2 ຕາ​ແສງ​ນີ້​ພະຍາຍາມບັນລຸ​ໃຫ້​ໄດ້ 19/19 ມາດຖານ“.

ຊົນນະບົດຈ່າວິງ - ບາດກ້າວພັດທະນາຢ່າງແຮງ - ảnh 5

ກໍ່ສ້າງລະບົບຊົນລະປະທານຮັບໃຊ້ໃຫ້ແກ່ວຽກງານກະສີກຳ

(ພາບ: ອິນເຕີແນດ)

ຄວາມ​ຈິງ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບັນດາຕາ​ແສງປະຕິບັດ​ທົດ​ລອງ​ຂອງ​ຈ່າ​ວິ​ງ ​ໄດ້​ພິສູດ​ໃຫ້​ເຫັນ​ລັກສະນະ​ຖືກຕ້ອງ, ​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງປະຊາຊົນ ​ໃນ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ​ ສິ່ງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ ​ໃນ​ວິວັດ​ແຫ່ງ​ການ​ຜັນ​ຂະຫຍາຍ, ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ໄດ້​ມີ​ບັນດາ​ມາດ​ຕະການ​ທີ່​ມີ​ໄຫວ​ພິບ, ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງຂອງ​ທ້ອງ​ຖີ່​ນ. ດ້ານ​ອື່ນ, ທ້ອງ​ຖີ່​ນ​ໄດ້​ຮູ້ລະດົມທຸກ​ແຫຼ່ງກຳລັງ ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ. ສຳລັບ​ຈ່າ​ວິ​ງ, ຈຳນວນ​ເງິນ 40 ຕື້​ດົ່ງ ​ໂດຍ​ປະຊາຊົນ​ປະກອບ​ນັ້ນ, ​ໄດ້​ເປັນ​ການ​ພິສູດ​ຢ່າງມີ​ຊີວິດ​ຊີວາ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​ຂອງ​ປະຊາຊົນ ​ເພື່ອ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ