ຊົນນະບົດໃໝ່ຢູ່ເມືອງວິ້ງລິງ


(vovworld)- ຕາ​ແສງ​ວິ້ງ​ແທກ, ​ເມືອງ​ວິ້ງ​ລິງ, ​ແຂວງ​ກວາງ​ຈີ້ ​ແມ່ນ​ໜຶ່ງ​ໃນ 3 ຕາ​ແສງ​ຂອງ​ຫວຽດນາມ​ ທີ່​ໄດ້​ຮັບ​ການ​ອຸປະ​ກະລະ​ຈາກ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​​ເພື່ອປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນີ້​ທັງ​ແມ່ນ​ຄວາມ​ເປັນ​ກຽດ ທັງ​ແມ່ນ​ກຳລັງ​ໜູນ​ເພື່ອ​ຊ່ວຍ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ​ວີ້ງ​ແທກ​  ບັນລຸ​ຄາດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ໄວ.

ຊົນນະບົດໃໝ່ຢູ່ເມືອງວິ້ງລິງ - ảnh 1

ທາງຄົມມະນາຄົມໃນເມືອງວິ້ງລິງ ໄດ້ຮັບການກໍ່ສ້າງດ້ວຍເບຕົງ

(ພາບອິນເຕີແນດ)

        ວີ້ງ​ແທກ​  ມີ​ເກືອບ 1.100 ຄອບຄົວ, ດ້ວຍ​ພົນລະ​ເມືອງ​ກວ່າ 3.600 ຄົນ ​ແລະ ​ແບ່ງ​ອອກ​ເປັນ 10 ບ້ານ. ນີ້​ແມ່ນ​​ເຂດ​ດິນ​ແດງ bazan ທີ່​ອຸດົມສົມ​ບຸນ, ມີ​ຄວາມ​ສະດວກ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ກະ​ສີ​ກຳ.

        ວີ້ງ​ແທກ​ ຕິດ​ພັນ​ກັບ​ອຸ​ໂມງ​ວິ້ງ​ໂມກ, ​ເຊິ່ງ​ແມ່ນ​ກິດ​ຈະ​ກຳ​ທີ່​ມີ​ຊື່​ສຽງ​​ໂດນທະຫານ ​ແລະ ປະຊາຊົນວີ້ງລິງ ​ກໍ່ສ້າງ​ເມື່ອ​ປີ 1965. ​ໃນ​ເວລາ​ນັ້ນ, ວິ້ງ​ລີງ​ ຖືກ​ກອງທັບ​ອາກາດ ​ແລະ ກອງ​ປືນ​ໃຫຍ່​ອາ​ເມ​ລິ​ກາ ​ທຳລາຍ​ຢ່າງ​ຕໍ່​ເນື່ອງ, ​ເຮັດ​ໃຫ້​ວິ້ງ​ໂມກ ​ແລະ ​ບ້ານ​ອື່ນໆ​ເກືອບ​ທັງ​ໝົດ​ຢູ່​ວິ້ງ​ລີງ ຖືກ​ທຳລາຍ​ກ້ຽງ. ປະຈຸ​ບັນ, ​ເມື່ອ​ມາ​ຢາມ​ວິ້ງ​ແທກ ກໍ່​ເຫັນ​ວ່າ ບັນດາ​ເສັ້ນທາງ​ລະຫວ່າງ​ບ້ານ, ຕາ​ແສງ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ ​ແລະ ຊີມັງ​ຢ່າງ​ຮາບ​ພຽງ, ຍາມ​ຄຳ່​ຄືນ​ມີ​ໄຟ​ເຍືອງ​ທາງ​ບໍ່​ຕ່າງ​ຫຍັງ​ໃນ​ເຂດ​ຕົວ​ເມືອງ. ທ່ານ ຫງວຽນ​ວຽດຊິງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ວິ້ງ​ແທກ ​ໃຫ້​ຮູ້​ວ່າ. ຜົນສຳ​ເລັດ​ກວ່າ​ໝູ່​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖີ່​ນ​ແມ່ນ​ເລີ່​ມມາ​ຈາກ​ບັນດາ​ເສັ້ນທາງ. ຫວນ​ຄືນ​ໄລຍະ​ເລີ່​ມລົງມື​ກໍ່ສ້າງ​ທາງ​ເບ​ຕົງ, ປະຊາຊົນຕາ​ແສງ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຄື​​ໄຂ​ງານ​ບູນ, ທັງ​ສອງ​ພາກ​ທາງ​ເຕັມ​ໄປ​ດ້ວຍ​ປ້າຍ​ຄຳ​ຂວັນ. ປະຊາຊົນທຸກ​ຄົນ​ໃນ​ຕາ​ແສງ, ນັບ​ແຕ່​ຜູ້​ເຖົ້າ​ແກ່​ສາລາ, ​ແມ່ຍິງ, ຊາວ​ໜຸ່ມ ຕະຫຼອດ​ຮອດ​ພວກ​ນ້ອງ​ນັກຮຽນ ລ້ວນ​ແຕ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຂູດ​ດິນ, ​ເຮັດອະນາ​ໄມ ທຳ​ຄວາມ​ສະອາດ​ເສັ້ນທາງ. ທ່ານ ຫງວຽນ​ວຽດຊິງ, ຖື​ວ່າ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ເຮັດ​ໃຫ້​ບັນຍາກາດ​ອອກ​ແຮງ​ງານ​ລວມໝູ່​ມີ​ຄວາມ​ຟົດ​ຟື້ນ​ຄື​ດັ່ງ​ໃນ​ຊຸມ​ປີຕົ້ນ, ​ພາຍຫຼັງ​​ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ, ​ໂຮມ​ປະ​ເທ​ດຊາດ​ເປັນ​ເອກະ​ພາບ.

        “​ໄດ້​ຮັບ​ການ​ອຸປະ​ກະລະ​ຈາກ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ້ຊາງ ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ຕາ​ແສງ​ສູ້​ຊົນ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ​ກ່ອນ​ແຜນການ​ທີ່​ໄດ້​ວາງ​ອອກ. ປະຊາຊົນ​ຕາ​ແສງ​ກໍ່​ພາກພູມ​ໃຈ​ທີ່​ສຸດ“

        ດ້ວຍ​ບົດບາດ​ແມ່ນ​ຜູ້​ອຸປະ​ກະລະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ຮຽກຮ້ອງ​ໃຫ້​ສ່ວນບຸກຄົນ, ວິ​ສາ​ຫະກິດ, ນັກວິທະຍາສາດ​ບໍລິຈາກ​ເງິນ, ຍົກ​ອອກ​ມາດ​ຕະການ ​ເພື່ອ​ໃຫ້​ວິ້ງ​ແທກ ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​​ສຳ​ເລັດ​ຄາດໝາຍ​ຕາມ​ແຜນການທີ່​ໄດ້​ວາງ​ອອກ. ພາຍຫຼັງ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ທາງ​ຕາ​ແສງ​ໄດ້​ຮັບ​ການຊ່ວຍ​ເຫຼືອ​ຈາກ​ຫຼາຍ​ອົງການ ​ແລະ ຫົວໜ່ວຍຕ່າງໆ​ຄື: ບໍລິສັດ​ຫຸ້ນ​ສ່ວນ​ຊີມັງ​ທັງ​ລອງ​ຊ່ວຍ​ເຫຼືອຊີມັງ 1000 ​ໂຕນ, ຄະນະ​ກຳມະການ​ປະຊາຊົນ​ເມືອງ​ວິ້ງ​ລີງ ຊ່ວຍ​ເຫຼືອຫີນ 3000 ​ແມັດ​ກ້ອນ​ເພື່ອ​ໃຫ້​ທ້ອງຖີ່​ນກໍ່ສ້າງທາງ​ເບ​ຕົງ, ບໍລິສັດ​ຫຸ້ນ​ສ່ວນ​ຫຼັກ​ຊັບ​ໄຊ​ງ່ອນ ​ຊ່ວຍ​ເຫຼືອ​ງົວ 100 ​ໂຕ ໃຫ້​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ​ ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ... ສ່ວນ​ພໍ່​ແມ່​ປະຊາຊົນ​ກໍ່​ສະຫງວນ​ທີ່​ດິນ​ເກືອບ 50.000 ຕາລາງ​ແມັດ ​ແລະ ​ແຮງ​ງານ​ນັບ​ພັນ​ວັນ... ທ່ານ ​ເຈິ່ນວັນ​ແທ່ກ, ຜູ້​ທີ່​ໄດ້​ປະກອບ​ທີ່​ດິນ 100 ຕາລາງ​ແມັດ​ເພື່ອ​ກໍ່ສ້າງ​ທາງ​, ​ແບ່ງປັນ​ວ່າ:

        “ປະຊາຊົນ​ຕ່າງ​ກໍ່​ດີ​ໃຈ​ເມື່ອ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ພິ​ເສດ​ແມ່ນກໍ່ສ້າງ​ທາງ​ເບຕົງ ເພາະວ່າ​ໃນ​ຍາມ​ຝົນຕົກ, ທາງ​ເຄີຍ​ເປັນ​ຂີ້ຕົມ, ການ​ໄປມາ​ຂອງ​ປະຊາຊົນ​​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ສະ​ເພາະ​ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ປະກອບ​ທີ່​ດິນ​ກວ່າ 25 ​ແມັດ​ຍາວ​ເພື່ອ​ກໍ່ສ້າງ​ທາງ

        ປະຈຸ​ບັນ, ວິ້ງ​ແທກ​ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖີ່​ນນຳ​ໜ້າ​ແຂວງ​ກວາງ​ຈີ້​ ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເມື່ອ​ບັນລຸ​ໄດ້ 14/19 ມາດຖານ. ປີ 2013, ທາງຕາແສງສູ້ຊົນຈະບັນລຸຕື່ມ​ອີກ 2 ມາດຖານ.

        ຫວນຄືນໄລຍະກ່ອນນີ້, ເມື່ອໄປຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງ ວິ້ງແທກ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຖືວ່າ, ວິ້ແທກ ແມ່ນທ້ອງຖີ່ນຍັງປະສົບກັບຄວາມທຸກຍາກ, ​ແຕ່​ພັດ​ມີ​ມູນ​ເຊື້ອ​ປະຕິວັດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ​ໄດ້​ແນະນຳ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ປະກອບ​ກຳລັງ​ເຫື່ອ​ແຮງ ​ເພື່ອ​ໃຫ້​ໂຄງການປະສົບ​ຜົນ​ສຳ​ເລັດ​ຄື​ດັ່ງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ.

        “ຄະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ພວກ​ເຮົາ, ​ເຖິງ​ວ່າ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ພັດ​ບັນລຸ​ໄດ້ 14/19 ມາດຖານ, ​ເຊິ່ງບໍ່​ແມ່ນ​ວ່າ​ຢູ່​ບ່ອນ​ໃດ​ກໍ່​ສາມາດ​ເຮັດ​ໄດ້. ການ​ປະກອບສ່ວນ​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ບ້ານ​ຕາ​​ແສງ. ​ໄລຍະ​ຈະ​ມາ​ເຖິງ. ຂ້າພະ​ເຈົ້າ​ຫວັງ​ວ່າ​ອົງຄະ​ນະ​ພັກ, ພະນັກງານ​ອຳນາດ​ການ​ປົກຄອງ​ຈະ​ມີ​ຄວາມ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ບັ້ນ​ຂົນຂວາຍ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“.

        ວິ້ງ​ແທກ ມີ​ຊື່​ສຽງ​ດ້ວຍ​ອຸ​ໂມງ ວິ້ງ​ໂມກ, ​ເຊິ່ງ​ແມ່ນ​ປູຊະນີຍະສະຖານ​ປະຫວັດສາດ​ລະດັບ​ຊາດ, ​ແມ່ນສັນຍາ​ລັກ​ແຫ່ງ​ຄວາມ​ມຸ້ງ​ຫວັງ​ສັນຕິພາບ, ທັງ​ແມ່ນ​ສະຖານ​ທີ່​ຢ້ຽມຢາມ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ອະນາຄົດ​ໃກ້ໆ​ນີ້, ວິ້ງ​ແທກ​ ຈະ​ກາຍ​ເປັນ​ຮູບ​ແບບ​ຕົວຢ່າງ ​ເພື່ອ​ໃຫ້​ທ້ອງ​ຖີ່​ນອື່ນໆ​ຮຳ່ຮຽນ​ເອົາ​ບົດ​ຮຽນ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ