ຊາວກະສິກອນສ້າງລາຍຮັບໄດ້ 1 ຕື້ກວ່າດົ່ງ/ປີຍ້ອນປູກສົ້ມໂອເປືອກສີຂຽວ

(VOVWORLD) -ໃນສອງສາມປີມໍ່ໆມານີ້, ຂະບວນການຫັນປ່ຽນຜົນລະປູກ, ສັດລ້ຽງຢູ່ຕາແສງ ຟູ໋ວີ້ງ, ເທດສະບານ ເຕິນເຈົາ, ແຂວງ ອານຢາງ ໄດ້ຮັບການຂະຫຍາຍຕົວຢ່າງແຮງ. ມີຫຼາຍຄອບຄົວຊາວກະສິກອນໄດ້ຫັນປ່ຽນຜົນລະປູກຈາກການປູກເຂົ້າທີ່ໃຫ້ປະສິດທິພາບຕຳ່ມາປູກຕົ້ນໄມ້ກິນໝາກທີ່ໃຫ້ປະສິດທິພາບດ້ານເສດຖະກິດສູງທົບຫຼາຍເທົ່າເມື່ອທຽບໃສ່ການປູກເຂົ້າ.

ຄອບຄົວອ້າຍ ຕັງເຕິ໋ນຮຶງ, ຢູ່ຕາແສງ ຟູ໋ວິ້ງ, ເທດສະບານ ເຕິນເຈົາ ມີເນື້ອທີ່ປູກເຂົ້າ 4 ເຮັກຕາ. ໃນຊຸມປີກ່ອນການປູກເຂົ້າບໍ່ນຳມາເຊິ່ງເສດຖະກິດສູງ, ລາຍຈ່າຍສູງ, ກຳໄລຕຳ່ ແລະ ລາຄ່າບໍ່ໝັ້ນທ່ຽງ, ສະນັ້ນການດຳລົງຊີວິດຂອງຄອບຄົວອ້າຍປະສົບກັບຄວາມຫຍຸ້ງຍາກຫຼາຍ. ຈາກສະພາບຕົວຈິງດັ່ງກ່າວ, ອ້າຍ ຮຶງ ຄິດວ່າຕ້ອງມີການຫັນປ່ຽນຜົນລະປູກໃນເນື້ອທີ່ດິນນາຂອງຕົນ. ໃນເບື້ອງຕົ້ນ, ອ້າຍຫັນເນື້ອທີ່ປູກເຂົ້າຈຳນວນໜຶ່ງມາປູກຫຍ້າລ້ຽງງົວ, ແຕ່ຜົນໄດ້ຮັບກໍ່ບໍ່ດີກວ່າເມື່ອທຽບໃສ່ການປູກເຂົ້າ. ອ້າຍ ຕັງເຕິ໋ນຮຶງເວົ້າວ່າ:

        “ເວົ້າລວມແລ້ວການປູກເຂົ້າໃນເມື່ອກ່ອນລຳບາກຫຼາຍ, ລາຄາຕຳ່, ກຳໄລກໍ່ບໍ່ສູງ. ສະນັ້ນຂ້າພະເຈົ້າກໍ່ຫັນມາປູກຫຍ້າ ແຕ່ຜົນໄດ້ຮັບກໍ່ບໍ່ດີເມື່ອທຽບໃສ່ການປູກເຂົ້າເທື່ອ“.

ຊາວກະສິກອນສ້າງລາຍຮັບໄດ້ 1 ຕື້ກວ່າດົ່ງ/ປີຍ້ອນປູກສົ້ມໂອເປືອກສີຂຽວ - ảnh 1 ອ້າຍ ຕັງເຕິ໋ນຮຶງ, ຢູ່ຕາແສງ ຟູ໋ວິ້ງ, ເທດສະບານ ເຕິນເຈົາ

        ອ້າຍເຕິ໋ນຮຶງ ໄດ້ໄປຮຳ່ຮຽນເອົາບົດຮຽນ ແລະ ເຕັກນິກປູກຕົ້ນໄມ້ກິນໝາກຢູ່ຫຼາຍທ້ອງຖິ່ນ. ພາຍຫຼັງທຳການຄົ້ນຄ້ວາ, ຕົ້ນປີ 2013, ອ້າຍ ຮຶງ ໄດ້ຫັນເນື້ອທີ່ປູກເຂົ້າ 3 ພັນຕາແມັດມາປູກຕົ້ນໄມ້ກິນໝາກ, ດ້ວຍການລົງທຶນປູກສົ້ມໂອເປືອກສີຂຽວ 400 ຕົ້ນ. ພາຍຫຼັງການບົວລະບັດໄລຍະໜຶ່ງ, ສວນໝາກໄມ້ຂອງອ້າຍໄດ້ຮັບການພັດທະນາໄດ້ດີ ແລະ ໃຫ້ປະສິດທິພາບສູງ. ຈາກຜົນສຳເລັດໃນເບື້ອງຕົ້ນ, ອ້າຍໄດ້ຂະຫຍາຍເນື້ອທີ່ກວ່າ 1 ເຮັກຕາເພື່ອປູກສົ້ມໂອເປືອກສີຂຽວ 1.400 ກວ່າຕົ້ນ. ພາຍຫຼັງການປູກຝັງມາໄດ້ 3 ປີ, ສະມັດຕະພາບ, ປະລິມານການຜະລິດໝາກສົ້ມໂອນັບມື້ນັບເພີ່ມຂຶ້ນ. ປີ 2016, ສວນຂອງອ້າຍສາມາດເກັບກ່ຽວສົ້ມໂອໄດ້ປະມານ 25 ໂຕນ, ດ້ວຍລາຄາສະເລ່ຍແມ່ນ 40.000 ດົ່ງ/kg, ສ້າງລາຍຮັບໃຫ້ຄອບຄົວໄດ້ 1 ຕື້ກວ່າດົ່ງ. ອ້າຍ ຕັງເຕິ໋ນຮຶງ ແບ່ງປັນວ່າ:

        “ເມື່ອໄປທັດສະນະສຶກສາເຫັນເຂົາເຈົ້າເຮັດ, ເຮົາກໍ່ເຮັດຕາມ. ການປູກສົ້ມໂອແມ່ນລຳບາກກວ່າການປູກເຂົ້າ, ແຕ່ພັດມີປະສິດທິພາບກວ່າ, ສ້າງລາຍຮັບໄດ້ຫຼາຍກວ່າ, ມີຜົນປະໂຫຍດດ້ານເສດຖະກິດ. ການປູກສົ້ມໂອ ລາຄາກໍ່ເປັນປົກກະຕິ ແລະ ລາຍຮັບສູງກວ່າ, ສະນັ້ນປັດຈຸບັນຄອບຄົວຂ້າພະເຈົ້າສາມາດສະສົມທຶນໄດ້ສ່ວນໃດສ່ວນໜຶ່ງ“.

        ຍ້ອນມີມານະຈິດ ແລະ ຄວາມຕັດສິນໃຈຜ່ານຜ່າຄວາມຫຍູ້ງຍາກ, ກ້າຄິດກ້າທຳ, ອ້າຍ ຕັງເຕິ໋ນຮຶງ ໄດ້ປະສົບຜົນສຳເລັດດ້ວຍຮູບແບບຫັນປ່ຽນຜົນລະປູກຈາກການປູກເຂົ້າມາປູກຕົ້ນໄມ້ກິນໝາກ ທີ່ສາມາດສ້າງລາຍຮັບສູງ. ຜ່ານນັ້ນໄດ້ຊ່ວຍໃຫ້ຄອບຄົວອ້າຍຜ່ານຜ່າຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ໃນ ຄອບຄົວອ້າຍ ຮຶງ ໄດ້ຮັບການຮັບຮອງວ່າເປັນຄອບຄົວຊາວກະສິກອນຜະລິດ, ດຳເນີນທຸລະກິດເກ່ັງຂອງແຂວງໃນຫຼາຍປີຢ່າງລຽນຕິດ,. ປັດຈຸບັນ, ຊາວກະສິກອນຢູ່ພາຍໃນ ແລະ ນອກທ້ອງຖິ່ນຫຼາຍຄົນໄດ້ຮຳ່ຮຽນ ແລະ ປະຕິບັດຕາມຮູບແບບປູກສົ້ມໂອເປືອກສີຂຽວຂອງອ້າຍ ຮຶງ.

        ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ຄອບຄົວຕົນເອງເທົ່ານັ້ນ, ຫາກປັດຈຸບັນອ້າຍ ຮຶງ ຍັງສະໜອງແນວພັນສົ້ມໂອ ແລະ ແນະນຳໃຫ້ຊາວກະສິກອນຫຼາຍຄົນທີ່ມີຄວາມຕ້ອງການຫັນປ່ຽນຜົນລະປູກຈາກການປູກເຂົ້າມາປູກຕົ້ນສົ້ມໂອ, ໜູນຊ່ວຍດ້ານເຕັກນິກປູກຝັງເພື່ອໃຫ້ພໍ່ແມ່ປະຊາຊົນທຳການຜະລິດ.

        ທ່ານ ເລແທງຕຸ່ງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຟູ໋ວິ້ງ ໃຫ້ຮູ້ວ່າ, ຮູບແບບຫັນປ່ຽນຜົນລະປູກຈາກການປູກເຂົ້າມາປູກຕົ້ນໄມ້ກິນໝາກຂອງອ້າຍ ຕັງເຕິ໋ນຮຶງ ແມ່ນທິດເດີນອັນຖືກຕ້ອງ, ເໝາະສົມກັບເປົ້າໝາຍສ້າງໂຄງປະກອບກະສິກຳຄືນໃໝ່ຂອງທ້ອງຖິ່ນ. ທົ່ວຕາແສງມີເນື້ອທີ່ດິນຜະລິດກະສິກຳທັງໝົດເກືອບ 1.300 ເຮັກຕາ, ມາບັດນີ້ຊາວກະສິກອນໄດ້ຫັນປ່ຽນຜົນລະປູກຈາກການປູກເຂົ້າມາປູກຕົ້ນໄມ້ກິນໝາກແມ່ນ 25 ເຮັກຕາ. ປັດຈຸບັນ, ຄະນະກຳມະການປະຊາຊົນຕາແສງ ຟູ໋ວິ້ງ ພວມສືບຕໍ່ຂົນຂວາຍຊາວກະສິກອນຈັດຕັ້ງການຜະລິດຕາມທິດຫັນປ່ຽນຜົນລະປູກ, ສັດລ້ຽງແບບຍືນຍົງ, ນຳມາເຊິ່ງມູນຄ່າດ້ານເສດຖະກິດໃນໄລຍະຕໍ່ໜ້າ.

        “ປັດຈຸບັນການປູກເຂົ້າບໍ່ນຳມາເຊິ່ງປະສິດທິຜົນສູງ, ບໍ່ຮັບປະກັນຄວາມໝັ້ນທ່ຽງ, ສ່ວນເນື້ອທີ່ປູກຕົ້ນໄມ້ກິນໝາກພັດນ້ອຍທີ່ສຸດ. ໃນໄລຍະຈະມາເຖິງພວກຂ້າພະເຈົ້າມີທິດທາງຂົນຂວາຍ, ໂຄສະນາເພື່ອໃຫ້ປະຊາຊົນຫັນປ່ຽນຜົນລະປູກ, ຈາກການປູກເຂົ້າມາປູກຕົ້ນໄມ້ກິນໝາກ ເພື່ອເພີ່ມລາຍຮັບ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ“.

        ປະສິດທິຜົນຈາກການຫັນປ່ຽນຜົນລະປູກ, ຈາກການປູກເຂົ້າມາປູກສົ້ມໂອເປືອກສີຂຽວ ຂອງອ້າຍ ຕັງເຕິ໋ນຮຶງ ໄດ້ເປີດແງ່ຫວັງໃໝ່ໃນການຫັນປ່ຽນຈາກເນື້ອທີ່ດິນປູກເຂົ້າທີ່ໃຫ້ປະສິດທິພາບຕຳ່ມາເປັນຮູບແບບປູກຝັງທີ່ໃຫ້ປະສິດທິພາບສູງກວ່າ. ຜ່ານນັ້ນຊ່ວຍໃຫ້ຊາວກະສິກອນເພີ່ມມູນຄ່າຜະລິດໃນເນື້ອທີ່ປູກຝັງ, ປະກອບສ່ວນເຂົ້າໃນການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ