ຊາວເຜົ່າຂະແມຈ່າວິງກັບຂະບວນການບໍລິຈາກທີ່ດິນ ກໍ່ສ້າງຊົນນະບົດໃໝ່

(vovworld) - ​ແຂວງ​ຈ່າ​ວິ​ງ ມີຊາວ​ເຜົ່າ​ຂະ​ແມ​ກວມ​ກວ່າ 30% ​ຈຳນວນ​ພົນລະ​ເມືອງ​ໃນ​ແຂວງ, ​ເຊິ່ງດຳ​ເນີນ​ຊີວິດ​ຕົ້ນຕໍ​ຢູ່​ເຂດ​ຊົນນະບົດ. ຜ່ານ​ກວ່າ 4 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່, ຈ່າ​ວິ​ງ ​ໄດ້​ມີ 13/85 ຕາ​ແສງ​​ປະຕິບັດ​ສຳ​ເລັດ​ມາດຖານ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່. ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ ​ແມ່ນ​ຍ້ອນ​ມີ​ວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະ​ດິດສ້າງ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ​ໄດ້​ຮັບຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກປະຊາຊົນ, ​ໃນ​ນັ້ນ​ມີ​ຊາວ​ເຜົ່າ​ຂະ​ແມ.

ຊາວເຜົ່າຂະແມຈ່າວິງກັບຂະບວນການບໍລິຈາກທີ່ດິນ ກໍ່ສ້າງຊົນນະບົດໃໝ່ - ảnh 1
ຊາວ​ເຜົ່າ​ຂະ​ແມຢູ່ເມືອງຈ່າກູ໋ບໍລິຈາກທີ່ດິນກໍ່ສ້າງທາງຄົມມະນາຄົມ
(ພາບ: ອິນເຕີແນດ)

ງອກ​ບຽນ ​ແມ່ນ​ຕາ​ແສງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ​ເມືອງ​ຈ່າ​ກູ໋, ​ໃນ​ນັ້ນ​ຊາວ​ເຜົ່າ​ຂະ​ແມ​ ກວມ 81%. ປະຊາຊົນ​ຢູ່​ທີ່​ນີ້​ດຳລົງ​ຊີວິດ​ດ້ວຍ​ອາຊີບ​ກະສິກຳ​ເປ​ັນຕົ້ນ, ປະ​ຈຸ​ບັນຊີ​ວິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ອັດ​ຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຍັງ​ສູງ​ພໍ​ສົມຄວນ… ​ແຕ່ຍ້ອນ​ເຮັດ​ວຽກ​ງານ​ໂຄສະນາ, ຂົນຂວາຍ​ເປັນ​ຢ່າງ​ດີ, ດັ່ງ​ນັ້ນ​ປະຊາຊົນ ​ງອກ​ບຽນ ຈຶ່ງ​ສະໝັກ​ໃຈບໍລິຈາກ​ທີ່​ດີ​ນ, ພືດ, ຕົ້ນ​ໄມ້​ກິນ​ໝາກ ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ການ. ດ້ວຍ​ທິດ​ນຳ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື ​ແລະ ປະຊາຊົນ​ກວດກາ“, ປະຊາຊົນ​ຈຶ່ງມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ. ພິ​ເສດ​ແມ່ນໃນ​ການ​ກໍ່ສ້າງ​ລະບົບ​ຊົນລະປະທານ ​ແລະ ທາງ​ຄົມມະນາຄົມ, ​ໄດ້​ມີ 519 ຄອບຄົວ​ບໍລິຈາກ​ທີ່​ດິນ​ກວ່າ 145.000 ຕາ​ແມັດ, ດ້ວຍ​ມູນ​ຄ່າ​ເກືອບ 6,5 ຕື້​ດົ່ງ. ນອກ​ນັ້ນ, ​ເຂົາ​ເຈົ້າ​ຍັງ​ປະກອບ​ເງິນ​ 500 ລ້ານ​ກວ່າ​ດົ່ງ ​​ເພື່ອ​ພ້ອມ​ກັບ​ລັດ​ກໍ່ສ້າງ​ຂົວ​ຊົນນະບົດ 8 ​ແຫ່ງອີກ. ທ່ານ ກິມ​ໄຣ, ຜູ້ນຳ​ໜ້າ​ໃນ​ຂະ​ບວນການ​ບໍລິຈາກ​ທີ່​ດິນ​ໃຫ້​ແກ່​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ, ​ໃຫ້​ຮູ້​ວ່າ:

“ຍ້ອນ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ, ​ບັນດາ​ເສັ້ນທາງ​ປູ​ຢາງ, ທາງ​ເບ​ຕົງທັງ​ໝົດ​​ໃນ​ຕາ​ແສງ​ຈຶ່ງ​ໄດ້​ຮັບ​ການ​ກໍ່ສ້າງສຳ​ເລັດ​, ອັນ​ໄດ້ສ້າງ​ຄວາມ​ສະດວກ​ໃຫ້​​ປະຊາຊົນ​ໄປມາ​ຢ່າງ​ສະດວກ​ສະບາຍ. ກ່ອນ​ນີ້​ບໍ່​ມີ​ທາງ​ທີ່​ເຊື່ອມ​ຕໍ່​ກັບ​ທາງ​ແຂວງ, ການ​ໄປມາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ປະຈຸ​ບັນ, ​ເມື່ອ​ບັນດາ​ເສັ້ນທາງ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ​ເຮັດໃຫ້ການ​ໄປມາ​ຂົນ​ສົ່ງ​ພື​ກ ​ແລະ ​ເຂົ້າຂອງ​ປະຊາຊົນ​​ສະດວກສະບາຍມີ່​ສຸດ“.

ສ່ວນ​​ຕາ​ແສງ ຮ໋ຽວຕື, ​ເມືອງ ຕຽວ​ເກິ່ນ ​ແມ່ນ​ຕາ​ແສງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ມີ​ຊາວ​ເຜົ່າ​ຂະ​ແມ​ ກວມ 67% ຈຳນວນ​ພົນລະ​ເມືອງ​ໃນ​ຕາ​ແສງ. ພາຍຫຼັງ 4 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ຂອງ​ທ້ອງ​ຖີ່​ນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ, ພິ​ເສດ​ແມ່ນ​ຕາໜ່າງຄົມມະນາຄົມ. ​ໄດ້​ຮັບ​ຜົນງານ​ດັ່ງກ່າວ​ແມ່ນ​ຍ້ອນ​ມີ​ການ​ປະກອບ​ກຳລັງ​ເຫື່ອ​ແຮງ​ຂອງ​ຊາວ​ຕາ​ແສງ, ພິ​ເສດ​ແມ່ນ​ໃນ​ການ​ບໍລິຈາກ​ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ. ຕົວຢ່າງ​ຄື​ຄອບຄົວ​ທ່ານ ​ເຊີນ​ອອນ, ຢູ່​ບ້ານ ​ໂອ​ຈອມ, ​ເຖິງ​ວ່າ​ບໍ່​ແມ່ນ​ຄອບຄົວ​ຮັ່ງມີ​ກໍ່ຕາມ, ​ແຕ່​ທ່ານ​ໄດ້​ບໍລິຈາກ​ທີ່​ດິນ​ກວ່າ 300 ຕາ​ແມັດ ​ເພື່ອ​ກໍ່ສ້າງ​ທາງ​ໃນ​ທ້ອງ​ຖີ່​ນ. ຕາມ​ທ່ານ ​ເຊີນ​ອອນ ​ແລ້ວ, ​​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ ​ແມ່ນ​ເພື່ອ​ຮັບ​ໃຊ້​ໃຫ້ທຸກ​ຄົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງປະຊາຄົມ, ນີ້​ກໍ່​ແມ່ນ​ໂອກາດ​ເຮັດ​ໃຫ້​ໂສມ​ໜ້າ​ເຂດ​ບ້ານ​ນາ​ມີ​ການ​ປ່ຽນ​ແປງ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ປະຊາຊົນ, ​ໃນ​ນັ້ນ​ມີ​ຄອບຄົວ​ທ່ານ.

“​ໂດຍ​ໄດ້​ຮັບ​ການ​ປຸກລະດົມ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​. ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ບໍລິຈາກ​ທີ່​ດິນ​ເພື່ອກໍ່ສ້າງ​ທາງ​ໃນ​ບ້ານ, ສ້າງ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ໄປມາ, ພັດທະນາ​ເສດຖະກິດ, ​ໃນ​ນັ້ນ​ມີ​ຄອບຄົວ​ຂ້າພະ​ເຈົ້າ“.

ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ທ່ານ ​ເຊີນ​ອອນ ຍັງ​ຕັ້ງໜ້າ​ໂຄສະນາ​ເພື່ອ​ໃຫ້​ພຸດທະສາສະນິກະຊົນຮ່ວມ​ແຮງ​ຮ່ວມ​ໃຈ​​ເຂົ້າ​ຮ່ວມ​ການກໍ່ສ້າງ​ກິດຈະກຳ​ຕ່າງໆ​ຕາມ​ທິດ​ນຳ ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ. ດ້ວຍ​ບົດບາດ​ເປັນ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ວັດ ​ໂອ​ຈອມ ​ແລະ ດ້ວຍ​ອິດ​ທິພົນ​ຂອງ​ຕົນ, ທ່ານ​ໄດ້​ຂົນຂວາຍ 33 ຄອບຄົວ ສະໝັກ​ໃຈ​ບໍລິຈາກ​ທີ່​ດິນ 5000 ກວ່າ​ຕາ​ແມັດ, ດ້ວຍ​ມູນ​ຄ່າ​ກວ່າ 40 ລ້ານ​ດົ່ງ ​ເພື່ອ​ພ້ອມ​ກັບ​ງົບປະມານ​ຂອງ​ລັດ ກໍ່ສ້າງ​ສຳ​ເລັດ​ທາງ​ລະຫວ່າງ​ບ້ານ.

ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ, ຕາ​ແສງ​ທີ່​ທຸກ​ຍາກ ຮ໋ຽວຕື ​ໄດ້​ປະຕິບັດ​ສຳ​ເລັດ​ມາດຖານ​ກໍ່ສ້າງທາງ​ຄົມມະນາຄົມ​ຊົນນະບົດຢ່າງ​ວ່ອງ​ໄວ. ຈາກ​ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ໃຊ້​ກຳລັງ​ແຮງ​ຂອງ​ປະຊາຊົນ​ເພື່ອ​ສ້າງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນນັ້ນ, ຫຼາຍມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ຮັບ​ການ​ປະຕິບັດ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງປະຊາຊົນ​ຕາ​ແສງ​ບັນລຸ 29 ລ້ານ​ດົ່ງ/ປີ, ຈຳນວນ​ຄອບຄົວ​ທຸກ​ຍາກ​ກໍ່​ຫຼຸດ​ລົງ 10% ​ເມື່ອ​ທຽບ​ໃສ່​ປີ 2011. ທ່ານ ​ເລິ​ມວັນ​ຫ໋ຽວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຮ໋ຽວຕື, ​ເມືອງ​ຕຽວ​ເກິ່ນ, ​ໃຫ້​ຮູ້​ວ່າ:

“ພາຍຫຼັງ 3 ປີ​ແຫ່ງ​ການ​ປຸກລະດົມ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຊາຊົນ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ, ສະໜັບສະໜູນ, ພ້ອມ​ແລ້ວ​ທີ່​ຈະ​ບໍລິຈາກ​ທີ່​ດິນ, ຕົ້ນ​ໄມ້, ພືດ… ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ. ປະຈຸ​ບັນ, ຍັງ​ມີ 2 ​ເສັ້ນທາງ​ໃນ​ບ້ານ ​ໂອ​ຈອມ, ​ແລະ ​ໂອ​ຈາວ ພວມ​ຜັນ​ຂະຫຍາຍ​ການກໍ່ສ້າງ. ຄະນະ​ພັກ, ຄະນະ​ກຳມະການ​ປະຊາຊົນຕາ​ແສງ ​ໄດ້​ສະ​ເໜີ​ກັບ​ເມືອງ, ​ແຂວງຈັດ​ແບ່ງ​ທຶນ​ເພື່ອ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ“.

​ໂດຍ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ, ພ້ອມ​ກັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ, ກໍ່​ຄື​ການ​ລົງທຶນ​ຈາກ​ສູນ​ກາງ, ດັ່ງ​ນັ້ນ, ​ເຖິງ​ວ່າ​ຈະ​ແມ່ນ​ທ້ອງ​ຖີ່​ນທຸກ​ຍາກ​ກວ່າ​ໝູ່​ໃນ​ເຂດ​ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ແຂວງ​ຈ່າ​ວິ​ງ ​ໄດ້​ມີ 13/85 ຕາ​ແສງ​ບັນລຸ​ໄດ້ 19/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ແລ້ວ. ຈ່າ​ວິ​ງ ​ໄດ້​ວາງ​ຄາດໝາຍ​ເຖິງ​ທ້າຍ​ປີ​ນີ້​ຈະ​ມີ 7 ຕາ​ແສງຕື່ມ​ອີກ​ສຳ​ເລັດ​ບັນດາ​ມາດຖານ​ກໍ່​ສ້າງ​ຊົນນະບົດ​ໃໝ່. ສະ​ເພາະ 65 ​ແຂວງ​ທີ່​ຍັງ​ເຫຼືອ​ຈະ​ສູ້​ຊົນ​ເພື່ອ​ບັນລຸ​ໃຫ້​ໄດ້​ແຕ່ 10 ມາດຖານ​ຂຶ້ນ​ໄປ, ​ໃນ​ນັ້ນ 100%ຈຳນວນ​ຕາ​ແສງປະຕິບັດ​ສຳ​ເລັດ​ມາດຖານ​ກໍ່ສ້າງ​ທາ​ງຄົມມະນາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ