ຊາວເຜົ່າຈຳຢູ່ເຟືອກເຮົ້າກໍ່ສ້າງຊົນນະບົດໃໝ່

​(vovworld) - ເຟືອ​ກ​ເຮົ້າ ​ທີ່​ຂຶ້ນ​ກັບ​ເມືອງ ນິງ​ເຟືອ​ກ, ​ແຂວງ ນິງທ້ວນ, ແມ່ນ​ຕາ​ແສງ​ທີ່​ມີ​ຊາວ​ຊົນ​ເຜົ່າ​ຈຳຮ່ວມ​ດຳລົງ​ຊີວິດ. ​ໂດຍ​ປະຕິບັດ​​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊາວ​ເຜົ່າ​ຈຳ​ຢູ່​ທີ່​ນີ້ ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດດ້ວຍ​ເບ​ຕົງ​ນັບ​ພັນ​ແມັດ, ກໍ່ ສ້າ​ງທາງ​ຖາວອນລະຫວ່າງ​ເຂດ​ຊຸມ​ຊົນ​ກັບ​ທົ່ງ​ນາ​… ອັນ​ໄດ້ປະກອບສ່ວນ​ປ່ຽນ​ໃໝ່​ໂສມ​ໜ້າຢູ່​ເຂດ​ຊົນນະບົດ, ໝູ່​ບ້ານ ​ແລະ ພັດທະນາ​ການ​ຜະລິດ

ຊາວເຜົ່າຈຳຢູ່ເຟືອກເຮົ້າກໍ່ສ້າງຊົນນະບົດໃໝ່ - ảnh 1​.


ທ່ານປະທານປະເທດ Trương Tấn Sangໄປຢ້ຽມຢາມທົ່ງນາຂອງຕາແສງເຟືອກເຮົ້າ

(ພາບ: baotintuc.vn)

        ຕາ​ແສງ​ເຟືອ​ກ​ເຮົ້າ ມີ​ກວ່າ 3.500 ຄອບຄົວ​, ດ້ວຍປະຊາກອນ​ກວ່າ 19.200 ຄົນ, ​ໃນ​ນັ້ນ​ຊາວ​ເຜົ່າ​ຈຳ ກວມ​ເກືອບ​ເຄິ່ງໜຶ່ງ… ກ່ອນ​ນີ້, ບັນດາ​ເສັ້ນທາງ​ຕົ້ນ​ຕໍທີ່​ເຊື່ອມ​ຕໍ່ 7 ໝູ່​ບ້ານ​ໃນ​ຕາ​ແສງ​ເຄີຍ​ເປັນ​ຂີ້ຕົມ​ໃນ​ຍາມ​ຝົນຕົກ, ​ແລະ ຂີ້ຝຸ່ນ​ໃນ​ຍາມ​​ແລ້ງ, ​ແຕ່​ປະຈຸ​ບັນ​ບັນດາ​ສາຍ​ທາງ​ນີ້​ໄດ້​ຮັບ​ການ​ປູຢາງ​ທັງ​ໝົດ. ບັນດາ​ເສັ້ນທາງ​ລະຫວ່າງ​ທົ່ງ​ນາ​ກໍ່​ໄດ້​ຮັບ​ການ​ບຸລະນະ, ຍົກ​ລະດັບ, ກໍ່ສ້າງ​ແບບ​ຖາວອນ, ອັນ​ໄດ້​ສ້າງ​ຄວາມສະດວກ​ໃຫ້ການ​ຂົນ​ສົ່ງ​ຜະລິດ​ຕະພັນ​ກະ​ເສດ. ​ໃນ 3 ປີຜ່ານມາ, ຈາກ​ຈຳນວນ​ເງິນ​ລົງທຶນ​ຂອງ​ລັດ, ຕາ​ແສງ​ເຟືອ​ກ​ເຮົ້າ​ສາມາດ​ປູຢາງ,  ​ແລະ ກໍ່​ສ້າງ​ທາງ​ດ້ວຍ​ເບ​ຕົງ​ລະຫວ່າງ​ຕາ​ແສງໄດ້ກວ່າ 17 ກມ ຕາມ​ທິດ​ນຳ ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ. ປະດາ​ປະຕູ​ໂຂງ​ຂອງ​ໝູ່​ບ້ານ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ຮຽບຮ້ອຍ, ສວຍ​ງາມ, ສະ​ເພາະ​ບັນດາ​ໝູ່​ບ້ານ​ເຜົ່າ​ຈຳ​ແມ່ນ​ໄດ້​ຮັບ​ການ​ຕິດ​ໂລ​ໂກທາ​ດ ຈຳ, ທີ່​ສະ​ຫຼັກ​ຊື່​ໝູ່ບ້ານດ້ວຍ​ຕົວ​ໜັບສື​ຈຳ​ຕື່ມ​ອີກ. ຄຽງ​ຂ້າງ​ນັ້ນ, ບັນດາທາງ​ອຳນາດ​ການ​ປົກຄອງ​ກໍ່​ມີ​ຄວາມເອົາ​ໃຈ​ໃສ່​ເຖິງ​ບັນດາ​ຂໍ້​ກຳນົດຂອງ​ບ້ານ​ຈຳ​ໃນການຈັດ​ຕັ້ງພິທີ​ງານ​ສົບ, ງານ​ດອງ, ບັນດາ​ງານ​ບຸນ​ປະ​ເພນີ​ຂອງ​ຊາວ​ເຜົ່າຈຳ. ຄວາມ​ສາມັກຄີ​ລະຫວ່າງ​ເຜົ່າ​ຈຳ​ກັບ​ເຜົ່າ​ກິ​ງນັບ​ມື້​ນັບ​ແໜ້ນ​ແຟ້ນ, ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ.

        ນັບ​ແຕ່​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ເຟືອ​ກ​ເຮົ້າ​ລະດົມ​ເງິນ​ໄດ້​ກວ່າ 10 ຕຶ້ດົ່ງ​ເພື່ອ​ປະກອບ​ໃຫ້​ແກ່​ຂະ​ບວນການ. ພໍ່​ຕູ້ Ba Dinh Loi, ຊາວ​ເຜົ່າ​ຈຳ​ຢູ່​ໝູ່​ບ້ານ​ເຟືອ​ກ​ດົ່ງ, ​ເຖິງ​ວ່າ​ປີ​ນີ້​ມີ ອາຍຸ 76 ປີ ​ແລ້ວ​ກໍ່ຕາມ ​ແຕ່ພໍ່​ຕູ້​ຍັງ​ຄົງ​ຕັ້ງ​ຫນ້າ​ປະກອບສ່ວນ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ກໍ່ສ້າງໝູ່​ບ້ານ​ຂອງ​ຕົນ. ນອກຈາກ​ປະກອບ​ເນື້ອ​ທີ່​ດິນ 100 ຕາລາງ​ແມັດ ​ແລະ​ ເງິນ​ເດືອນ​ໜຶ່ງ​ເດືອນ​ແລ້ວ, ພໍ່​ຕູ້​ຍັງ​ລະດົມ​ລູກ​ຫຼານ, ຍາດຕິ​ພີ່ນ້ອງ​ໃນ​ວົງ​ຕະກຸນພ້ອມ​ກັນ​ເຂົ້າ​ຮ່ວມ​ອີກ​ດ້ວຍ. ​ໃນ​ເບື້ອງ​ຕົ້ນ, ຍ້ອນ​ບໍ່​ທັນ​ເຂົ້າ​ໃຈໝົດຄວາມ​ໝາຍ​ຂອງຂະ​ບວນການ​ທົ່ວ​ປວງ​ຊົນ​ກໍ່ສ້າງ​ຊົນນະບົດ​ໃໝ່, ດັ່ງ​ນັ້ນ​​ເຂົາ​ເຈົ້າ​​ຈຶ່ງ​ເມີນ​ເສີຍຢູ່. ​ແຕ່​ເມື່ອ​ໄດ້​ຮັບ​ການ​ໂຄສະນາ, ຂົນຂວາຍ, ​ແລະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ສະໜັບສະໜູນ​ຈາກ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໝູ່​ບ້ານ, ​ໃນ​​ແຕລະ​ວົງ​ຕະກຸນ, ດັ່ງ​ນັ້ນ​ຊາວ​ເຜົ່າ​ຢູ່​ທີ່​ນີ້​ຈຶ່ງ​ມີ​ຄວາມ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ຂະ​ບວນການ ​ແລະ ພ້ອມ​ກັນ​ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ. ພໍ່​ຕູ່ Ba Dinh Loi ​ເວົ້າ​ວ່າ:

        ”ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ກຳ​ເນີດຈາກ​​ທົ່ງ​ນາ ​ແລະ ​ເຕີບ​ໃຫຍ່​ຍ້ອນອາ​​ໄສ​ເມັດ​ເຂົ້າ, ​ເສັ້ນ​ຜັກ. ຍິ່ງ​ກວ່າ​ນັ້ນ, ຜ່ານ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຂອງ​ລຸງ​ໂຮ່, ​ເຫັນ​ວ່າ​ລຸງ​ຍາມ​ໃດ​ກໍ່​​ໃກ້​ສິດ, ຊ່ວຍ​ເຫຼືອ​ຊາວ​ກະ​ສີກ​ອນ, ຂ້າພະ​ເຈົ້າ​ເຫັນ​ວ່າ, ​ເຖິງ​ວ່າລຸງ​ແມ່ນ​ຜູ້ນຳ​ຄື​ແນວ​ນັ້ນແຕ່ພັດ​ສຸດ​ຈິດ​ສຸດ​ໃຈ​ກັບ​ປະຊາຊົນ. ຈາກ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ປະກອບກຳລັງ​ທັງ​ໝົດ​​ໃຫ້​ແກ່​ຂະ​ບວນການ. ຂ້າພະ​ເຈົ້າ​ຕ້ອງ​ເປັນ​ແບບຢ່າງ​ເພື່ອ​ໃຫ້​ທຸກ​ຄົນ​ປະຕິບັດ​ຕາມ”.

ຊາວເຜົ່າຈຳຢູ່ເຟືອກເຮົ້າກໍ່ສ້າງຊົນນະບົດໃໝ່ - ảnh 2

ລະດູການເກັບກ່ຽວເຂົ້າຂອງຊາວເຜົ່າຈຳ

(ພາບ: baoninhthuan.com.vn)

        ຄຽງ​ຂ້າງ​ການ​ລົງທຶນ​ກໍ່ສ້າງ, ຍົກ​ລະດັບພື້ນຖານ​ໂຄງ​ລ່າງ​ແລ້ວ, ​ໃນ​ປີຜ່ານມາ, ຕາ​ແສງ ​ເຟືອ​ກ​ເຮົ້າ​ໄດ້​ສົມທົບ​ກັບ​ກົມປົກ​ປັກ​ຮັກສາ​ພືດສາຂາ​ແຂວງ​ປະຕິບັດ​ທົດ​ລອງ​ຮູບ​ແບບ​ນຳ​ໃຊ້​ແນວ​ພັນ​ເຂົ້າ​ທີ່​ໄດ້​ຮັບ​ການ​ຮັບຮອງ, ​ເພື່ອ​ຫຼຸດຜ່ອນ​ແນວ​ພັນ​ເຂົ້າ, ຝຸ່ນ, ຢາຂ້າ​ສັດຕູ​ພືດ, ນ້ຳ ​ແລະ ການ​ຮົ່ວ​ໄຫຼສຳ​ເລັດ​ຜົນ. ຜ່ານ​ສອງ​ລະດູ​ການ​ປູກ​ເຂົ້າ​ທົດ​ລອງ​ໃນ​ເນື້ອ​ທີ່ກວ່າ 10 ​ເຮັກຕາ ຢູ່​ບ້ານ​ເຈື່ອງ​ທໍ້, ສະມັດ​ຕະພາບ​ປູກ​ເຂົ້າ​ບັນລຸ​ໄດ້ 9 ​ໂຕນ/​ເຮັກຕາ, ​ເພີ່ມ​ຂຶ້ນ​​ເມື່ອ​ທຽບ​ໃສ່​ກ່ອນ​ນີ້ເກືອບ 200 ກິ​ໂລກຼາມ/​ເຮັກຕາ. ຄຸນ​ນະພາ​ບ​ເມັດ​ເຂົ້າ​ກໍ່​ດີກ​ວ່າ, ​ແລະ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງສິ່ງ​ແວດ​ລ້ອມອີກ. ປະຈຸ​ບັນ, ຢູ່​ທີ່​ນີ້​ໄດ້​ສ້າງ​ຕັ້ງ​ບັນດາ​ໜ່ວຍ​ສະຫະກອນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ. ນອກຈາກ​ເນື້ອ​ທີ່​ປູກ​ເຂົ້າ 900 ​ເຮັກຕາ​ແລ້ວ, ຕາ​ແສງ​ເຟືອ​ກ​ເຮົ້າ ຍັງ​ມີ​ເນື້ອ​ທີ່​ປູກ​ໝາກ​ທັນກວ່າ 100 ​ເຮັກຕາ​ອີກ​ດອ້ຍ ​ແຕ່ລະ​ປີ​ລາຍ​ຮັບ​ສະ​ເລ່ຍບັນລຸ 350 ລ້ານ​ດົ່ງ/​ເຮັກຕາ. ປະຈຸ​ບັນ, ​ໃນ​ຈຳນວນ 19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ເຟືອ​ກ​ເຮົ້າ​ບັນລຸ​ໄດ້ 6 ມາດຖານ​ແລ້ວ. ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ, ທາງ​ທ້ອງ​ຖິ່ນສຸມ​ໃສ່​ຍູ້​​ໄວ​ການວາງ​ແຜນ​ກຳນົດ​ກໍ່ສ້າງ​ສູນກາງ​ບໍລິຫານຕາ​ແສງ​ຕິດ​ພັນ​ກັບ​ແຜນ​ກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່, ຂົນຂວາຍ​ປະຊາຊົນ​ລົງທຶນ​ກໍ່ສ້າງ​ຕະຫຼາດ​​ຂອງ​ຕາ​ແສງ, ພ້ອມ​ທັງ​ສືບ​ຕໍ່​ຈັດ​ຕັ້ງ​ການ​ຮ່ວມ​ສຳພັນ​ໃນ​ການ​ຜະລິດ... ​ເພື່ອ​ຮອດ​ປີ 2015, ສູ້​ຊົນ​ບັນລຸ​ໃຫ້​ໄດ້ 15/​19 ມາດຕະຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ Hua Van Bao, ປະທານ​ຕາ​ແສງ ​ເຟືອ​ກ​ເຮົ້າ, ​ໃຫ້​ຮູ້​ວ່າ:          

        ”​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ການ​ຮ່ຳຮຽນ​ໃນ​ໝູ່​ປະຊາຊົນ ​ແລະ ​ໄປ​ໂຄສະນາ​​ໃຫ້​ປະຊາຊົນ​ຢູ່​ເຂດ​ຊຸມ​ຊົນ ​ ກ່ຽວ​ກັບ​ຂະ​ບວນການ​ຊົນ​ນະ​ບົດ​ໃໝ່. ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ວ່າ ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ບໍ່​ພຽງ​ແຕ່​ມີ​ການ​ປະກອບສ່ວນ​ຂອງ​ລັດ ຫາກ​ຍັງ​ມີ​ການ​ປະກອບສ່ວນ​ຂອງ​ປະຊາຊົນ, ​ເພື່ອ​ເຮັດ​ໃຫ້​ຂະ​ບວນການປະຕິບັດ​ສຳ​ເລັດ​”.

        ດ້ວຍ​ບັນດາ​ທ່າ​ສະດວກ​ທີ່​ມີ​ຢູ່​ແລ້ວ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາ​ຊົນ​ນັ້ນ ຈະ​ແມ່ນ​ພື້ນຖານ​ທີ່​ໝັ້ນຄົງ​ເພື່ອ​ໃຫ້​ຕາ​ແສງ​ເຟືອ​ກ​ເຮົ້າ, ​ເມືອງ​ນິງ​ເຟືອ​ກ, ​ແຂວງ​ນິງທ້ວນ ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ໃນ​ອະນາຄົດ​ໂດຍ​ໄວ.

 

ຕອບກັບ

ຂ່າວ/ບົດ​ອື່ນ