ຊາວເຜົ່າຈຳຢູ່ແຂວງ ດົ່ງນາຍ ກໍ່ສ້າງຊົນນະບົດໃໝ່

(vovworld) - ພາຍຫຼັງກວ່າ 2 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ ຊວນ​ຮຶງ, ເມືອງ ຊວນ​ໂລກ, ແຂວງ ດົ່ງ​ນາຍ ສາ​ມາດ​ບັນ​ລຸ​ໄດ້ 5/19 ມາດ​ຖານ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ອາດ​ເວົ້າ​ໄດ້​ວ່າ, ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຕາ​ແສງ ຊວນ​ຮຶງ ໄດ້​ກ້າວ​ເຂົ້າ​ສູ່​ແນວ​ຄິດ, ວິ​ທີ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ, ພະ​ນັກ​ງານ​ແຕ່​ລະ​ຄົນ, ພິ​ເສດ​ແມ່ນ​ປະ​ຊາ​ຄົມ​ຊາວ​ເຜົ່າຈຳ ​ພາກ​ສ່ວນ​ໜຶ່ງຢູ່​ທີ່ນີ້. ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ຊາວ​ທ້ອງ​ຖີ່ນ​ ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໄດ້​ປະ​ກອບ​ສ່ວນ​ປ່ຽນ​ໃໝ່​ໂສມ​ໜ້າ​ຂອງ​ແຕ່​ລະ​ໝູ່​ບ້ານ​ໃນ​ຕາ​ແສງ ຊວນ​ຮືງ.

ຊາວເຜົ່າຈຳຢູ່ແຂວງ ດົ່ງນາຍ ກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບປະກອບ)

        ຊາວ​ເຜົ່າ ຈຳ, ຕາ​ແສງ ຊວນ​ຮຶງ ດຳ​ລົງ​ຊີ​ວິດ​ຕົ້ນ​ຕໍ່​ຢູ່ ບ້ານ 4, ດ້ວຍ​​ພົນ​ລະ​ເມືອງກວ່າ 2000 ຄົນ ໃນ 400 ຄອບ​ຄົວ. ເມື່ອ​ມາ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ເຜົ່າ​ຈຳ​ ຢູ່​ບ້ານ 4 ຕາ​ແສງ ຊວນ​ຮຶງ, ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ໂສມ​ໜ້າ​ໃໝ່​ຢູ່​ທີ່ນີ້. ກ່ອນນີ້, ໃນ​ລະ​ດູ​ຝົນ, ບັນ​ດາ​ເສັ້ນ​ທາງ​ພາ​ເຂົ້າ​ບ້ານ​ລ້ວນ​ແຕ່​ຖືກນ້ຳຖ້ວມ. ໃນ 9 ເດືອນ​ຕົ້ນ​ປີ 2012, ຕາ​ແສງ​ຊວນ​ຮຶງ ໄດ້​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ 11 ສາຍ ດ້ວຍ​ຄວາມ​ຍາວ​ທັງ​ໝົດ 4.520 ແມັດ. ສະ​ເພາະ​ບ້ານ 4  ໄດ້​ກໍ່​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້ທາງ 7 ສາຍ, ລວມ​ຄວາມຍາວກວ່າ 2.400 ແມັດ, ດ້ວຍຍອດ​ຈຳ​ນວນ​ເງິນ​ເກືອບ 3 ຕື້​ດົ່ງ, ໃນ​ນັ້ນ​ປະ​ຊາ​ຊົນ​ປະ​ກອບ 400 ລ້ານ​ດົ່ງ. ທ່ານ​ Noru Din, ເຈົ້າ​ບ້ານ 4, ຕາ​ແສງ​ຊວນ​ຮຶງ, ເມືອງ​ຊວນ​ໂລກ, ແຂວງ ດົ່ງ​ນາຍ, ເວົ້າ​ດ້ວຍ​ຄວາມ​ພາກ​ພູມ​ໃຈ​ວ່າ:

        “ເວົ້າ​ລວມ​ແລ້ວ​ປະ​ຊາ​ຊົນ​ໃນ​ບ້ານ​ພາກ​ພູມ​ໃຈຫຼາຍ, ຍ້ອນ​ມີ​ທາງ​ໄປ​ມາ​ຢ່າງ​ສະ​ອາດ, ສວຍ​ງາມ, ບໍ່​ຖືກນ້ຳຖ້ວມ​ໃນ​ຍາມ​ຝົນ​ຕົກ​ອີກ, ລູກຫຼານ​ໄປ​ຮຽນ, ແລະ ປະ​ຊາ​ຊົນ​ໄປ​ມາ​ຫາ​ກິນ​ຢ່າງ​ສະ​ດວກ​ສະ​ບາຍ”.

        ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ກຳ​ລັງ​ກອງ​ທັບ​​ໃນ​ບໍ​ລິ​ເວັນ​ຕາ​ແສງ, ຄະ​ນະ​ຊາວ​ໜຸ່ມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຢູ່​ທ້ອງ​ຖີ່ນ, ຊາວ​ເຜົ່າ​ຈຳ​ຢູ່​ບ້ານ 4  ໄດ້​ອອກ​ແຮງ​ຂຸດ​ຄອງເໝືອງລະ​ບາຍນ້ຳ, ກໍ່​ສ້າງທາງ, ເຮັດ​ອະ​ນາ​ໄມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຊີ​ວິດ ແລະ ການ​ໄປ​ມາ​ຂອງ​ປະ​ຊາ​ຊົນ​ໃນ​ຍາມ​ຝົນ​ຕົກ. ມາ​ຮອດ​ປ​ະ​ຈຸ​ບັນ, ຊາວ​ຈຳ​ຢູ່​ທີ່ນີ້ ໄດ້​ມີ​ລະ​ບົບ​ນ້ຳສະ​ອາດຮັບ​ໃຊ້​ໃຫ້​ແກ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນແລ້ວ. ສະ​ເພາະ​ປີ 2012, ອຳ​ນາດ​ການ​ປົກ​ຄອງ​ຢູ່​ທີ່ນີ້​ໄດ້​ລົງ​ທຶນ​ກໍ່​ສ້າງ​ວິດ​ຖ່າຍ​ໃຫ້ 70 ຄອບ​ຄົວ​ທີ່​ທຸກ​ຍາກ. ເອື້ອຍ Mari Yam, ຊາວ​ຈຳ​ໃນ​ບ້ານ 4 ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ຊ່ວຍ​ເຫຼືອຈາກ​ພັກ ແລະ ລັດ, ​ເຊິ່ງ​ໄດ້​ລົງ​ທຶນ​ກໍ່​ສ້າງ​ທາງ​ເບ​ຕົງ, ທາງ​ປູ​ຢາງ, ໄຟ​ຟ້າ, ນ້ຳສະ​ອາດ, ວິດ​ຖ່າຍ ໃຫ້​ແກ່ປະ​ຊາ​ຊົນ.”

ຊາວເຜົ່າຈຳຢູ່ແຂວງ ດົ່ງນາຍ ກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບປະກອບ)

        ດ້ວຍ​ທິດ​ນຳ​​ທີ່​ວ່າ, ລັດ ແລະ ປະ​ຊາ​ຊົນ​ພ້ອມ​ກັນ​ເຮັດ, ພາຍ​ໃນ​ເວ​ລາ​ອັນ​ສັ້ນໆ​ເທົ່າ​ນັ້ນ, ແຕ່​ທາງ​ຊົນ​ນະ​ບົດຫຼາຍ​ສາຍ​ໃນ​ຕາ​ແສງ ຊວງ​ຮຶງ ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ເບ​ຕົງສຳ​ເລັດ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊາ​ຊົນ​ໃນ​ເຂດ​ໄປ​ມາ, ຂົນ​ສົ່ງ​ສິນ​ຄ້າ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ບັນ​ຫາ​ທົ່ວ​ສັງ​ຄົມເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ໃນ​ເຂດ​ຊົນ​ນະ​ບົດ​ຢູ່​ທີ່ນີ້​ຍັງ​ຄົງ​ຈຳ​ກັດ​ຢູ່. ທ່ານ ຫງວຽນ​ຫວຽດ​ຮ່​ວາງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຊວນ​ຮຶງ, ເມືອງ ຊວນ​ໂລກ, ແຂວງ​ດົ່ງ​ນາຍ, ໃຫ້​ຮູ້​ວ່າ:

        “​ພວກ​ເຮົາ​ພວມ​ສືບ​ຕໍ່​ຂົນ​ຂວາຍ​ປະ​ຊາ​ຊົນ​ປະ​ກອບ​ເງິນ​ເພື່ອ​ກໍ່​ສ້າງ​ທາງ​ຢູ່​ເຂດ​ຊົນ​ນະ​ບົດ. ສະ​ເພາະ​ການ​ປະ​ກອບ​ແຮງ​ງານ, ປະ​ຊາ​ຊົນ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ. ສ່ວນ​ການ​ປະ​ກອບ​ເງິນ​ພັດ​ຈຳ​ກັດ​ຢູ່, ​ຊາວ​ເຜົ່າ​ຢູ່​ທີ່ນີ້​ຍັງ​ຫ​ຍຸ້ງ​ຍາກຫຼາຍ”.

        ພາຍຫຼັງ​ເກືອບ 3 ປີ ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມາ​ຮອດ​ປະ​ຈຸ​ບັນ, ຕາ​ແສງ ຊວນ​ຮຶງ, ເມືອງ ຊວນ​ໂລກ, ແຂວງ​ດົ່ງ​ນາຍ, ສາ​ມາດ​ບັນ​ລຸ​ໄດ້ 5/19 ມາດ​ຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ນອກ​ຈາກ​ຄາດ​ໝາຍ​ຂອງ​ໂຄງການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໃນ​ໄລ​ຍະ​ຜ່ານ​ມາ, ຊາວ​ເຜົ່າ​ຈຳ​ຢູ່​ຕາ​ແສງ ຊວນ​ຮຶງ ຍັງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລົງ​ທຶນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ຊ່ວຍ​ໃຫ້ປະ​ຊາ​ຊົນ​ຊາວ​ເຜົ່າ​ມີ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ຍົກ​ສູງ​ລາຍ​ຮັບ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຈຳ​ຍັງ​ຢູ່​ໃນ​ຂະ​ໜາດ​ນ້ອຍ, ຂາດ​ທີ່​ດິນ ແລະ ທຶນ, ການ​ຜະ​ລິດ​ຍັງ​ມີ​ລັກ​ສະ​ນະ​ກຸ້ມ​ຕົນ​ເອງ, ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຂົ້າ​ໃນ​ການ​ຜະ​ລິດ​ຍັງ​ຈຳ​ກັດ​ຢູ່. ທ່ານ​ນາງ ຫງວຽນ​ທິ​ກາດ​ຕຽນ, ຮອງ​ປະ​ທານ​ເມືອງ ຊວນ​ໂລກ, ແຂວງ ດົ່ງ​ນາຍ, ໃຫ້​ຮູ້​ວ່າ:

        “ໃນ​ຂົງ​ເຂດ​ກໍ່​ສ້າງ, ພວກ​ຂ້າ​ພະ​ເຈົ້າ​ສຸມ​ໃສ່​ເຂົ້າ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄື​ທາງ​ຄົມ​ມະ​ນາ​ຄົມ​ໃນ​ເຂດ​ຊົນ​ນະ​ບົດ ແລະ ​ຍູ້​ແຮງ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຊົນ. ທີ​ສອງ​ແມ່ນ​ຕິດ​ຕັ້ງ​ສາຍ​ໄຟ​ຟ້າ, ນອກ​ຈາກ​​ນຳໄຟ​ຟ້າ​ມາ​ສູ່​ແຕ່​ລະຄອບ​ຄົວ​ແລ້ວ, ພວກ​ເຮົາ​ຍັງ​ຜັນ​ຂະ​ຫ​ຍາຍ​ການ​ຕິດ​ຕັ້ງ​ໄຟ​ຟ້າ​ຢູ່​ບັນ​ດາ​ທົ່ງ​ນາ​ຜະ​ລິດ​ແບບ​ລວມ​ສູນ​ອີກ​ດ້ວຍ, ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ ແລະ ຫຼຸດ​ຜ່ອນ​ຄ່າ​ສົ້ນ​ເຂົ້າ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ. ນອກ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ຍັງ​ສະ​ເໜີ​ໃຫ້ແຂວງ​ກໍ່​ສ້າງ​ບັນ​ດາ​ອ່າງເກັບ​ນ້ຳ​ຄື​​ອ່າງ ຢາ​ເມີນ, ຢາ​ລາວ ອີກ, ເພື່ອຮັບ​ປະ​ກັບ​ແຫຼ່ງ​ນ້ຳ​ໃຫ້​ແກ່ການ​ຜະ​ລິດໃນ​ບໍ​ລິ​ເວນ”

ຊາວເຜົ່າຈຳຢູ່ແຂວງ ດົ່ງນາຍ ກໍ່ສ້າງຊົນນະບົດໃໝ່ - ảnh 3

(ພາບປະກອບ)

ປະ​ຈຸ​ບັນ, ຕາ​ແສງ​ຊວນ​ຮຶງ ພວມ​ສູ້​ຊົນ​ຮອດ​ປີ 2014 ຈະ​ກາຍ​ເປັນ​ຕາ​ແສງ​ຊົນ​ນະ​ບົດ​ໃໝ່. ຫວັງ​ວ່າ, ດ້ວຍ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ປະ​ຊາ​ຊົນ, ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ຊີ​ວິດ​ກໍ່​ຄື​ໂສມ​ໜ້າ​ຢູ່​ບ້ານຊົນ​ເຜົ່າ​ຈຳ ຕາ​ແສງ ຊວນ​ຮຶງ, ເມືອງ ຊວນ​ໂລກ, ແຂວງ ດົ່ງ​ນາຍ, ນັບ​ມື້​ນັບ​ມີ​ການ​ປ່ຽນ​ໃໝ່ ແລະ ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ