ຍົກສູງຄຸນນະພາບແຜນກຳນົດກໍ່ສ້າງຊົນນະບົດໃໝ່

(vovworld) ພາຍຫຼັງ 3 ປີ ແຫ່ງ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ 193 ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ແຜນ​ກຳ​ນົດ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຈຳ​ນວນ​ຕາ​ແສງສ​ຳ​ເລັດ​ການອະ​ນຸ​ມັດ​ຜ່ານ​ແຜນ​ກຳ​ນົດ​ຕາ​ແສງ​ຊົນ​ນະ​ບົດ​ໃໝ່​ບັນ​ລຸ​ເກືອບ 75%, ເພີ່ມ​ຂຶ້ນ 50% ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ອນ​ປີ 2010. ແຕ່​ປະ​ຈຸ​ບັນ, ການ​ຜັນ​ຂະ​ຫ​ຍາຍ​ແຜນ​ກຳ​ນົດຂອງຫຼາຍ​ທ້ອງ​ຖີ່ນ​​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ. ຍ້ອນ​ເຫດ​ນັ້ນ, ການກວດ​​ຄືນແຜນກຳ​ນົດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ ຈະ​ແມ່ນ​ມາດ​ຕະ​ການ​ທີ່​ແທດ​ຈິງ ເພື່ອ​ເຮັດ​ໃຫ້​ການ​ຜັນ​ຂະ​ຫ​ຍາຍ​ແຜນ​ກຳ​ນົດ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ສຸດ.

ຍົກສູງຄຸນນະພາບແຜນກຳນົດກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບ​ປະ​ກອບ)

        ຕາມ​ຕົວ​ເລກສະ​ຖິ​ຕິ​ຂອງ​ກະ​ຊວງ​ກໍ່​ສ້າງ​ແລ້ວ, ໃນ​ຈຳ​ນວນ 10.000 ຕາ​ແສງ​ຊົນ​ນະ​ບົດ​ຂອງ​ທົ່ວ​ປະ​ເທດ​ນັ້ນ​, ມີ​ເກືອບ 75% ຈຳ​ນວນ​ຕາ​ແສງ​ໄດ້ສຳ​ເລັດ​ການ​ອະ​ນຸ​ມັດຜ່ານ​ແຜນ​ກຳ​ນົດ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແລ້ວ. ທ່ານ ໂດ​ແທງ​ຕຸ່ງ, ຮອງ​ຫົວ​ໜ້າ​ກົມ​ສະ​ຖາ​ປັດ​ຕະ​ຍາ​ກຳ, ວາງ​ແຜນ​​ກຳ​ນົດກໍ່​ສ້າງ, ສັງ​ກັດ​ກະ​ຊ​ວງ​ກໍ່​ສ້າງ, ໃຫ້​ຮູ້​ວ່າ, ​​ຍັງ​ມີ 25% ຈຳ​ນວນ​ຕາ​ແສງ​ບໍ່​ທັນ​ຜັນ​ຂະ​ຫ​ຍາຍ​ການ​ວາງ​ແຜນ​ກຳ​ນົດນັ້ນ ແມ່ນ​ຍ້ອນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ຫົວ​ໜ່ວຍ​ໃຫ້​ຄຳ​ປຶກ​ສາ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນ​ບໍ່​ທັນ​ຄົບ​ຊຸດ; ມີຫຼາຍ​ທ້ອງ​ຖີ່ນ​ຍັງ​ຂາດ​ພະ​ນັກ​ງານ​ວິ​ຊາ​ການ​ໃນ​ວຽກ​ງານກວດ​ຢັ້ງ​ຢືນ​ແຜນ​ຮ່າງ. ທ່ານ ຟ້າມ​ຮົ່ງ​ຊິງ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ວາງ​ແຜນ​​ກຳ​ນົດກໍ່​ສ້າງ, ພະ​ແນກ​ກໍ່​ສ້າງ​ແຂວງວິງ​ຟຸກ ໃຫ້​ຮູ້​ວ່າ​, ຢູ່​ແຂວງວິງ​ຟຸກ, ນອກ​ຈາກ​ເລື່ອງ​ຄວາມຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ໃນ​ການ​ວາງ​ແຜນ​ກຳ​ນົດ ແລະ ການ​ປະ​ຕິ​ບັດ​ແຜນ​ກຳ​ນົດ​ຍັງ​ຈຳ​ກັດ​ແລ້ວ, ຄ່າ​ຊົດ​ເຊີຍ​ທີ່​ເກີດ​ຂຶ້ນ​ໃນ​ການ​ບຸກ​ເບີກ​ໜ້າ​ພຽງ ເພື່ອ​ກໍ່​ສ້າງ​ທາງ​ໃນ​ບ້ານ​ ກໍ່​ແມ່ນ​ສາຍ​ເຫດ​ທີ່​ກໍ່​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ການ​ປະ​ຕິ​ບັດສຳ​ເລັດ​ແຜນ​ກຳ​ນົດ. ທ່ານ​ ຟ້າມ​ຮົ່ງ​ຊິງ​ ໃຫ້​ຮູ້​ວ່າ:

        “ຕົວ​ຢ່າງ​ຄື​ຢູ່​ແຂວງວ​ວິງ​ຟຸກ, ໂຄງ​ການ​ປັກຫຼັກ​ໝາຍ​ຂອງ​ຕາ​ແສງ​ໜຶ່ງ​ທີ່​ຂຶ້ນ​ກັບ​ນະ​ຄອນ​ວິງ​ອຽນ ຖືກວາງ​ອອກ ແລະ ໄດ້​ຮັບ​ອະ​ນຸ​ມັດ​ຜ່ານ ດ້ວຍ​ມູນ​ຄ່າປະ​ມານ 3 ຕື້​ດົ່ງ/ຕາ​ແສງ. ເປັນ​ອັນ​ວ່າ​, ວິງ​ຟຸກ ​ດ້ວຍ 112 ຕາ​ແສງ, ຄ່າ​ປັກຫຼັກ​ໝາຍ​​ທັງ​ໝົດ​ຈະ​ແມ່ນ 336 ຕື້​ດົ່ງ​​. ໃນ​ຂະ​ນະ​ນັ້ນ​ຄ່າ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ນິກ ແລະ ​ພື້ນ​ຖານໂຄງ​ລ່າງ​ສັງ​ຄົມ​ພັດ​ໜ້ອຍ​ສຸດ, ບໍ່​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ”.

ຍົກສູງຄຸນນະພາບແຜນກຳນົດກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບ​ປະ​ກອບ)

        ຕາມ​ທ່ານ ດ່າມກວາງ​ຕ໋ວນ, ​ຫົວ​ໜ້າ​ສະ​ຖາ​ບັນສະ​ຖາ​ປັດ​ຕະ​ຍາ​ກຳ​ວາງ​ແຜນຜັງ​ຕົວ​ເມືອງ ແລະ ຊົນ​ນະ​ບົດ, ສັງ​ກັດ​ກະ​ຊວງ​ກໍ່​ສ້າງ​ແລ້ວ, ເພື່ອ​ແກ້​ໄຂ​ແຫຼ່ງ​ທຶນ​​ສ້າງແຜນ​ກຳ​ນົດ​ຊົນ​ນະ​ບົດ​ໃໝ່, ຕ້ອງ​ເພີ່ມ​ທະ​ວີ​ແຫຼ່ງ​ທຶນ​ຈາກ​ບັນ​ດາລາຍ​ການ, ​ໂຄງ​ການໃນ​ບໍ​ລິ​ເວນ​ແຂວງ, ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ຕາ​ແສງ​ປະ​ຕິ​ບັດ​ທົດ​ລອງ, ເພື່ອ​ເປັນ​ປະ​ຖົມ​ປັດ​ໃຈ​ໃຫ້​ແກ່​ການ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ທ່ານ​ ດ່າມກວາງ​ຕ໋ວນ ໃຫ້​ຮູ້​ວ່າ:

        “ມີ​ແຜນ​ກຳ​ນົດ​ທີ່​ເປັນ​ພື້ນ​ຖານ 3 ຢ່າງ​ຄື: ແຜນ​ກຳ​ນົດ​​ຜະ​ລິດ, ແຜນ​ກຳ​ນົດ​ນຳ​ໃຊ້​ທີ່​ດິນ ແລະ ແຜນ​ກຳ​ນົດ​ກໍ່​ສ້າງ. ​ຄວາມ​ຈິງ​ແລ້ວບັນ​ດາ​ແຜນ​ກຳ​ນົດ​ດັ່ງ​ກ່າວ​​ບໍ່​ຖືກ​ວາງ​ອອກ​ໃນ​ໄລ​ຍະເວ​ລາ​ດຽວ​ກັນ, ດັ່ງ​ນັ້ນ​ເມື່ອ​ຕາ​ແສງ​ຮັບ​ເອົາ​ແຜນ​ກຳ​ນົດ​ທັງ 3 ນັ້ນ ​ມັນ​ບໍ່​ຮັບ​ປະ​ກັນ​ລັກ​ສະ​ນະ​ຄົບ​ຊຸດ, ສິ່ງ​ດັ່ງ​ກ່າວ​ໄດ້​ກໍ່​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ການ​ຄຸ້ມ​ຄອງ, ກໍ່​ສ້າງ ແລະ ພັດ​ທະ​ນາ​ໃນ​ທ້ອງ​ຖີ່ນ”.

ຍົກສູງຄຸນນະພາບແຜນກຳນົດກໍ່ສ້າງຊົນນະບົດໃໝ່ - ảnh 3

ປະ​ຊາ​ຊົນ​ຊົມ​ແຜນ​ກຳ​ນົດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ເພື່ອ​ປະ​ກອບ​ຄຳ​ເຫັນ
(ພາບ​ອິນ​ເຕີ​ແນດ)

        ທ່ານ​ນາງຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກໍ່​ສ້າງ ຟານ​ທິ​ມິ​ລິງ ໃຫ້​ຮູ້​ວ່າ, ການ​ວາງ​ແຜນ​ກຳ​ນົດ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແມ່ນ​ວຽກ​ງານ​ມີຫຼາຍ​ຈຸດ​ໃໝ່ ດ້ວຍ​ລັກ​ສະ​ນະ​ກຳ​ນົດ​ທິດ ແລະ ເປັນ​ເອ​ກະ​ພາບ​ສູງ. ຍ້ອນ​ເຫດ​ນັ້ນ​ຄວນ​ໄດ້​ຮັບ​ການ​ປັບ​ປຸງ​ຜ່ານ​ວິ​ວັດ​ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ຕົວ​ຈິງ​ຂອງ​ແຕ່​ລະ​ເຂດ, ພາກ. ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ປະ​ຕິ​ບັດ​ແຜນ​ກຳ​ນົດ ​ແມ່ນ​ແນວ​ຄວາມ​ຄິດ​ທີ່​ມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ, ມີຫຼັກ​ຖານ, ມີ​ວິ​ໄສ​ທັດ​ໃນ​ສັງ​ລ​ວມ, ແຕ່ຕ້ອງ​ເໝາະ​ສົມ​​ກັບ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ລັດ, ຈຸດ​ພິ​ເສດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ຂອງ​ທ້ອງ​ຖີ່ນ ​ແລະ​ ຖືກຕ້ອງ​ກັບຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ປະ​ຈຸ​ບັນ, ກະ​ຊວງ​ກໍ່​ສ້າງ​ພວມ​ສົ່ງ​ເສີມ​ທ້ອງ​ຖີ່ນ​ຕ່າງໆ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ເລື່ອງ​ສ້າງ​ເງື່ອນ​ໄຂ​ໃຫ້ພະ​ນັກ​ງານ​​ຕາ​ແສງເຂົ້າ​ຮ່ວມ​ຊຸດ​ບຳ​ລຸງ​ສ້າງ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້ ເພື່ອ​ໃຫ້​ວຽກ​ງານ​ຜັນ​ຂະ​ຫ​ຍາຍ​ແຜນ​ກຳ​ນົດ​ບັນ​ລຸ​ໄດ້​ຜົນ​ງານ​ສູງ​ສຸດ.  ທ່ານ​ນາງຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກໍ່​ສ້າງ ຟານ​ທິ​ມິ​ລິງ ໃຫ້​ຮູ້​ວ່າ:

        “ກະ​ຊວງ​ກໍ່​ສ້າງ​ຈະ​ລາຍ​ງານ​ກັບ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການປັບ​ປຸງ​ບັນ​ດາ​ເອ​ກະ​ສານ​ດ້ານ​ກົດ​ໝາຍ​ຢ່າງ​ທັນ​ການ. ທີ​ສອງ​ແມ່ນ​ຈະ​ມີ​ລາຍ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຕາ​ແສງ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ສືບ​ຕໍ່​ພິ​ຈາ​ລະ​ນາ, ປັງ​ປຸງ 19 ມາດ​ຖານ​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ທ້ອງ​ຖີ່ນ”.

        ວຽກ​ງານ​ວາງ​ແຜນ​ກຳ​ນົດ​ຊົນ​ນະ​ບົດ​ໃໝ່ ບໍ່​ພຽງ​ແຕ່​ກ່ຽວ​ຂ້ອງ​ເຖິງ​ມາດ​ຖານ​ຕ່າງໆ​ໃນ​ຂະ​ບວນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະ​ທ້ອນ​ບໍ່​ໜ້ອຍ​ເຖິງ​ການ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທັງ​ເຂດ ແລະ ທົ່ວ​ປະ​ເທດ​ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ ນັບ​ແຕ່​ການ​ວາງ​ແຜນ​ກຳ​ນົດ​ຕະຫຼອດ​ຮອດ​ການ​ອະ​ນຸ​ມັດ​ຜ່ານ ຄວນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ, ມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ ແລະ ຊັດ​ເຈນ, ເພື່ອ​ຮັບ​ປະ​ກັນ​ໃຫ້​ຂະ​ບວນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສຳ​ເລັດ​ຜົນ, ເຮັດ​ໃຫ້​ຊົນ​ນະ​ບົດ​ຫວຽດ​ນາມ​ ນັບ​ມື້​ນັບ​​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ