ຕົ້ນ​ໂກງ​ກາງ ຊ່ວຍ​ປະ​ຊາ​ຊົນ ກາ​ເມົາ ບືນ​ຕົວ​ຂຶ້ນ

(VOVWORLD) -ໃນຫລາຍປີຜ່ານມາ ຕົ້ນໂກງກາງ ໄດ້ຕິດພັນກັບ ອາຊີບເຜົາຖ່ານທີ່ເປັນມູນເຊື້ອຂອງປະຊາຊົນແຂວງ ກາເມົາ. ຄຸນຄ່າ ຖ່ານໄມ້ໂກງກາງ ກາເມົາ ນັບມື້ນັບເພີ່ມຂຶ້ນ ຊ່ວຍໃຫ້ປະຊາຊົນບືນຕົວຂຶ້ນດ້ວຍອາຊີບນີ້. ປະຊາຊົນຢູ່ທີ່ນີ້ ຍັງມີຄວາມຄ່ອງແຄ້ວໃນການນຳໃຊ້ໄມ້ໂກງກາງເພື່ອຜະລິດເຄື່ອງໃຊ້ສອຍໃນຄອບຄົວກໍ່ຄືເຮັດຜະລິດຕະພັນຫັດຖະກຳສິລະປະກຳທີ່ມີມູນຄ່າດ້ານເສດຖະກິດສູງ.

ດ້ວຍສາມດ້ານແມ່ນຕິດກັບທະເລ, ແຂວງ ກາເມົາ ມີເນື້ອທີ່ປ່າຊາຍເລນອັນກວ້າງໃຫຍ່ສຸດສາຍຕາ ໃນນັ້ນ ສ່ວນຫລາຍແມ່ນປາໂກງກາງ. ໄມ້ໂກງກາງ ໄດ້ນຳໃຊ້ເຮັດຟືນຢາມໄຟ ຍ້ອນມນການສ້າງຄວາມຮ້ອນໄດ້ສູງ.

ຕົ້ນ​ໂກງ​ກາງ ຊ່ວຍ​ປະ​ຊາ​ຊົນ ກາ​ເມົາ ບືນ​ຕົວ​ຂຶ້ນ - ảnh 1ເຜົາຖ່ານໄມ້ໂກງກາງ

ບໍ່ຮູ້ວ່າ ອາຊີບເຜົາຖ່ານໄມ້ໂກງກາງຢູ່ປ່າ ງອກຫຽນ ມີມາແຕ່ໄລຍະໃດ. ຜ່ານການເວລາ ປະຈຸບັນ ພໍ່ແມ່ປະຊາຊົນເຮັດອາຊີບນີ້ ໄດ້ຮັບເຂົ້າເປັນສະມາຊິກສະຫະກອນດຳເນີນທຸລະກິດຢ່າງມີປະສິດທິຜົນ, ເປັນມືອາຊີບກວ່າເມື່ອກ່ອນ. ສະຫະກອນ ດົງເຕີມ ຢູ່ ຕາແສງ ເຕີນເອີນໄຕ ເມືອງ ງອກຫຽນ ແມ່ນຫນຶ່ງໃນບັນດາສະຫະກອນທີ່ມີຫລາຍຄອບຄົວຕິດພັນກັບອາຊີບເຜົາຖ່ານໄມ້ໂກງກາງ. ລຸງ ຫງວຽນແທງຕຸ່ງ ຜູ້ມີໄລຍະກວ່າ 40 ປີຕິດພັນກັບອາຊີບນີ້ ໃຫ້ຮູ້ວ່າ:

  ວິທີເຜົາຖ່ານ ຢູ່ໃສກໍ່ມີເຕັກນິກຄືກັນ ແຕ່ໄມ້ຟືນຢູ່ ກາເມົາ ຂ້າພະເຈົ້າເຫັນວ່າມັນດີທີ່ສຸດ. ຖ່ານໄມ້ໂກງກາງ ກາເມົາ ມີຄຸນນະພາບດີ”

ສະຫະກອນ ດົງເຕີມ ປະຈຸບັນ ມີ 30 ສະມາຊິກ. ພໍ່ແມ່ປະຊາຊົນ ຕິດພັນກັບອາຊີບ ບໍ່ພຽງແຕ່ຫາເງິນລ້ຽງຊີບເທົ່ານັ້ນ ຫາກຍັງອະນຸລັກຮັກສາ, ເສີມຂະຫຍາຍອາຊີບທີ່ເປັນມູນເຊື້ອຂອງຄົນລຸ້ນກ່ອນອີກດ້ວຍ. ໄລຍະຜ່ານມາ ມູນຄ່າຖ່ານໄມ້ໂກງກາງ ນັບມື້ນັບເພີ່ມຂຶ້ນ ລາຄາໃນທ້ອງຕະຫລາດກໍ່ເປັນປົກກະຕິ, ສະນັ້ນ ອາຊີບເຜົາຖ່ານ ໄດ້ຊ່ວຍໃຫ້ຫລາຍຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ. ນອກຈາກລາຍຮັບຈາກການລ້ຽງກຸ້ງແລ້ວ, ອາຊີບເຜົາຖ່ານ ໄດ້ຊ່ວຍໃຫ້ຄອບຄົວລຸງ ເລີມວັນຊາງ ສາມາດທັງລ້ຽງສົ່ງລູກໄປຮຽນມະຫາວິທະຍາໄລ ທັງມີເງິນແຮໄວ້ນຳອີກ.

  “ແຕ່ລະເດືອນ ຄອບຄົວຂ້າພະເຈົ້າຫາເງິນຈາກອາຊີບເຜົາຖ່ານ ໄດ້ແຕ່ 7-8 ລ້ານດົ່ງ, ກໍ່ພໍຢູ່ພໍກິນ. ຖ່ານໄມ້ໂກງກາງ ມີ 3 ປະເພດ, ຕ່ຳສຸດມີລາຄາ 1000 ດົ່ງ/ກິໂລກຼາມ, ປົກກະຕິ ຖ່ານມີລາຄາ ແຕ່ 6 8 ພັນດົ່ງ/ ກິໂລກຼາມ”

ບັນດາເຄື່ອງຫັດຖະກຳທີ່ເຮັດຈາກຕົ້ນໄມ້ໂກງກາງໂດຍຊາວທ້ອງຖິ່ນຜະລິດນັ້ນ ປະຈຸບັນໄດ້ກາຍເປັນຂອງຕ້ອນໂດຍໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວເມື່ອມາຢ້ຽມຢາມແຂວງ ກາເມົາ. ຄອບຄົວ ລຸງ ຮີ່ງເຈື່ອງຢາງ ຢູ່ ຕາແສງ ວຽນອານດົງ ເມືອງ ງອກຫຽນ ມີ 2 ລຸ້ນຄົນຕິດພັນກັບອາຊີບເຮັດໄມ້ຖູ່ ແບ່ງປັນວ່າ: ກ່ອນນີ້ຄອບຄົວລຸງ ສ່ວນຫລາຍແມ່ນຜະລິດໄມ້ຖູ່ເພື່ອຮັບໃຊ້ຊາວທ້ອງຖິ່ນ ແຕ່ສອງສາມປີມານີ້ ນັກທ່ອງທ່ຽວມາຢ້ຽມຢາມດິນແດນ ກາເມົາ ນັບມື້ນັບຫລາຍ. ຈາກນັ້ນ ຄອບຄົວລຸງ ໄດ້ຊື້ເຄື່ອງຈັກຜະລິດໄມ້ຖູ່ມາຮັບໃຊ້ການຜະລິດ. ແຕ່ລະເດືອນ ລາຍຮັບເກັບມາໄດ້ຈາກການຜະລິດໄມ້ຖູ່ແມ່ນ 15 ລ້ານດົ່ງ. ລຸງ ຮີ່ງເຈື່ອງຢາງ ໃຫ້ຮູ້ວ່າ:

ຕົ້ນໄມ້ໂກງກາງປູກເປັນເວລາ 15 ປີ ຈຶ່ງຂຸດຄົ້ນໄດ້ ແຕ່ຖ້າຫາກນຳມາເພື່ອຜະລິດໄມ້ຖູ່ ຕ້ອງເລືອກເອົາຕົ້ນມີອາຍຸ 20 -30 ປີ. ໄມ້ຖູ່ມີຄຸນນະພາບດີ ປະຊາຊົນຈຶ່ງນຳໃຊ້ຍາວນານໄດ້”

ຕົ້ນ​ໂກງ​ກາງ ຊ່ວຍ​ປະ​ຊາ​ຊົນ ກາ​ເມົາ ບືນ​ຕົວ​ຂຶ້ນ - ảnh 2ຕົ້ນໂກງກາງ ສ້າງທັດສະນີຍະພາບທີ່ສວຍງາມ ຊ່ວຍຊຸກຍູ້ການພັດທະນາການທ່ອງທ່ຽວ

ຕົ້ນໂກງກາງແມ່ນພືດຊະນິດຫນຶ່ງທີ່ມີຄວາມສຳຄັນໃນການຟື້ນຟູປ່າແຄມທະເລຢູ່ ຫວຽດນາມ. ປະຊາຊົນ ແຂວງ ກາເມົາ ບໍ່ພຽງແຕ່ນຳໃຊ້ຕົ້ນໂກງກາງເພື່ອສ້າງທິວທັດທຳມະຊາດພັດທະນາການທ່ອງທ່ຽວເທົ່ານັ້ນ ຫາກຍັງມີຄວາມຄ່ອງແຄ້ວໃນການຜະລິດຂອງຕ້ອນທີ່ເປັນເອກະລັກສະເພາະອີກດ້ວຍ. ຈາກ “ຕົ້ນໄມ້ຮັກສາດິນປ່າ”, ຕົ້ນໂກງກາງ ພວມນັບມື້ນັບມີຄຸນຄ່າ ແລະ ກາຍເປັນ “ຕົ້ນໄມ້ລົບລ້າງຄວາມທຸກຍາກ” ຂອງປະຊາຊົນຢູ່ເຂດດິນແດນ ແຫລມກາເມົາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ