ຕົ້ນໄມ້ຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກຢູ່ແຂວງແຄ໋ງຮ່ວາ


(vovworld) - ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ/ປີ​​​ທຽບ​ໃສ່​​​​ລະ​ດັບສະ​ເລ່ຍ​ລວມ​ຂອງ​ແຂວງ​ແມ່ນ​ມາດ​ຖານ​ສຳ​ຄັນ​ໃນ​ຈຳ​ນວນ​ມາດ​ຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ​ບັນ​ດາ​ທ້ອງ​ຖີ່ນຢູ່​ເຂດ​ພູ​ດອຍ, ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໄດ້ຊອກ​ຫາ​ວິ​ທີ​ເພື່ອ​ປະ​ຕິ​ບັດ​ມາດ​ຖານນີ້. ເມື່ອ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕາ​ແສງ ເຊີນ​ບິ່ງ (ເມືອງ ແຄ໋ງ​ເ​ຊີນ, ແຂວງ ແຄ໋ງ​ຮ່​ວາ ) ໄດ້ສຸມ​ໃສ່ການ​ຜະ​ລິດ​ຕົ້ນ​ໄມ້​ທີ່​ມີ​ທ່າ​ແຮງ, ຍົກ​ສູງ​ມູນ​ຄ່າ​ການ​ຜະ​ລິດ​​, ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີ​ກອນ. ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້​ຖື​ວ່າການ​ຊອກ​ຫາ​ຕົ້ນ​ໄມ້​ທີ່​ມີ​ທ່າ​ແຮງ ແມ່ນ​ວິ​ທີເພື່ອຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ

ຕົ້ນໄມ້ຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກຢູ່ແຂວງແຄ໋ງຮ່ວາ - ảnh 1

ຕົ້ນກາເຟ (ພາບອິນເຕີແນດ)

ບໍ່​ວ່າ​ຜູ້​ໃດ, ​ເມື່ອ​ມາ​ຮອດ​ເຊີນ​ບິ່ງ ກໍ່​ລ້ວນ​ແຕ່​ຮູ້ສຶກ​ວ່າ​ຕົນ​ເອງ​ພວມ​ເຊື່ອມ​ຕົວ​​ເຂົ້າ​ກັບສວນ​​ໝາກໄມ້​ດ້ວຍຫຼາຍ​ປະ​ເພດ​ເຊັ່ນ, ໝາກ​ຖົ່ວລຽນ, ໝາກມີ້, ຕົ້ນອອ້ຍ, ກາ​ເຟ. ​ເອື້ອຍ ​ເມົ໋າທິລານ, ຊາວ​ເຜົ່າ ຮັກ​ໄລ ຢູ່​ບ້ານ ລຽນ​ຮ່ວາ ​ໄດ້​ເຊີນ​ພວກ​ເຮົາ​ມາ​ຢ້ຽມຢາມ​ຄອບຄົວ. ​ເຮືອນ​ຫຼັງ​ນ້ອຍໆ​ຂອງ​ຜົວ​ເມຍ​ເອື້ອຍ​ຕັ້ງ​ຢູ່​ກາງ​ສວນ​ໄມ້ທີ່​​ເຢັນສະ​ບາຍ. ຕໍ່ໜ້າ​ເຮືອນ​ປູກ​ຕົ້ນ​ຖົ່ວລຽນທີ່​​ໝາກ​ເຕັກ​ກົກ, ສ່ວນ​ທາງ​ຫຼັງ​ແມ່ນ​ປູກ​ກາ​ເຟ.

        ”ກ່ອນ​ນີ້​ຂ້າພະ​ເຈົ້າ​ປູກ​ຕົ້ນ​ໄມ້​ຕາມ​ຂະ​ບວນການ, ​ເຫັນ​ວ່າ​ເຂົາ​ເຈົ້າ​ປູກ​​​ໄມ້​ປະ​ເພດ​ໃດກໍ່​ປູກ​ໄປ​ນຳ. ​ແຕ່​ວ່າ, ນັບ​ແຕ່​ໄດ້​ຮັບ​ການ​ແນະນຳ​ຈາກ​ພະນັກງານ​ຕາ​ແສງ, ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ຫັນ​ມາປູກ​ກາ​ເຟ. ປູກ​ກາ​ເຟບໍ່​ຕ້ອງ​ບົວລະບັດ​ຫຼາຍ, ​ແຕ່​ພັດ​ສ້າງ​ລາຍ​ຮັບ​ສູງ. ​ເກັບ​ກູ້ເທົ່າ​ໃດ ກໍ່​ຂາຍ​ໄດ້​ເທົ່າ​ນັ້ນ” .

ຄອບຄົວ ​ເມົ໋າທິລຽນ ປູກ​ກາ​ເຟປະມານ 500 ຕົ້ນ ​ໃນ​ເວລາ 3 ປີ​ແລ້ວ, ປະຈຸ​ບັນ, ​ແມ່ນ​ສາມາດ​ເກັບ​ກູ້ໄດ້​ແລ້ວ. ສ່ວນ​ຕົ້ນ​ໄມ້​ໃຫ້​ໝາກປະ​ເພດ​ຕ່າງໆ​ທີ່ບໍ່ມີ​ມູນ​ຄ່າ​ສູງ​, ​ຜົວ​ເມຍ​ອ້າຍກໍ່​ຕັດ​ຖີ້ມ​​ເພື່ອປູກ​ຕົ້ນໝາກ​ມີ້ 70 ຕົ້ນ ​ແລະ ຕົ້ນ​ຖົ່ວລຽນ ສິບ​ກວ່າ​ຕົ້ນ.

”ໝາກ​ມີ້ ​ແລະ ໝາກ​ຖົ່ວລຽນ ​ແມ່ນ​ໝາກ​ໄມ້ 2 ປະ​ເພດ​ທີ່​ຫອມ, ​ແຊບ ​ແລະ ມີ​ຊື່​ສຽງ​ຂອງ ​ແຄ໋ງ​ເຊີນ. ຜົວ​ເມຍ​ຂ້າພະ​ເຈົ້າ​ຄາດ​ວ່າ​ຈະ​ປູກ​ຕົ້ນ​ຖົ່ວລຽນ​ຕື່ມ​ອີກ, ​ເພາະວ່າ​ມັນ​ຂາຍ​ໄດ້​ລາຄາ​ສູງ”

ຕົ້ນໄມ້ຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກຢູ່ແຂວງແຄ໋ງຮ່ວາ - ảnh 2

ໝາກ​ຖົ່ວລຽນ(ພາບອິນເຕີແນດ)

ເອື້ອຍ ເມົ໋າທິລານ​ ​ເວົ້າ​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ, ​ເຄື່ອງ​ຂອງ​ທັງ​ໝົດ​ໃນ​ຄອບຄົວເອື້ອຍ​ລ້ວນ​ແຕ່​ມາ​ຈາກ​ສວນ​ໄມ້​ນີ້. ບໍ່​ພຽງ​ແຕ່​ຄອບຄົວ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ, ຫາກ​ຊີວິດ​ການ​ເປັນ​ຢູ່​ຂອງພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້ ກໍ່​ນັບ​ມື້​ນັບ​ດີ​ຂຶ້ນຍ້ອນ​ອີງ​ໃສ່​ສວນ​​ຕົ້ນ​ໄມ້​ໃຫ້​ໝາກ​ຄື​ແນວ​ນັ້ນ.

ປະຈຸ​ບັນ, ​ເຊີນ​ບິ່ງ ​ແມ່ນ​ເຂດ​ຈຸດ​ສຸມ​ຂອງ​ເມືອງ ​ແຄ໋ງ​ເຊີນ ກ່ຽວ​ກັບ​ການ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ. ນີ້​ກໍ່​ແມ່ນ​ແຫ່ງ​ທີ່​ມີ​ເນື້ອ​ທີ່​ປູກ​ຕົ້ນ​ຖົ່ວລຽນ​ໃຫຍ່​ກວ່າ​ໝູ່​ໃນ​ເມືອງ, ດ້ວຍ 200 ກວ່າ​ເຮັກຕາ. ໝາກ​ຖົ່ວລຽນ​ ​ແຄ໋ງ​ເຊີນ ​ແມ່ນຜະລິດ​ຕະພັນ​ກະ​ເສດ​ທຳ​ອິດ​ຂອງ​ແຂວງ ​ແຄ໋ງຮ່ວາ ທີ່​ໄດ້​ຮັບ​ໃບ​ຢັ້ງຢືນ​ກຳມະສິດ​ເຄື່ອງໝາຍ​ການ​ຄ້າຈາກ​ກົມ​ຊັບ​ສິນ​ທາງ​ປັນຍາ. ພາຍຫຼັງ​ລະດູ​ການ​ເກັບ​ກູ້​ໝາກ​ຖົ່ວລຽນຂອງ​ບັນດາ​ແຂວງ​ທາງ​ພາກ​ໃຕ້​ປະມານ 2 ​ເດືອນ, ​ໝາກ​ຖົ່ວລຽນ​ຂອງ​ເມືອງ​ແຄ໋ງຮ່ວາ, ​ເຊິ່ງຕົ້ນ​ຕໍ​ແມ່ນ​ຂອງ​ຕາ​ແສງ ​ເຊີນ​ບິ່ງ ຈຶ່ງ​ມີໜ້າ​ຢູ່​ຕະຫຼາດ ​ແລະ ຜູ້​ນິຍົມ​ກິນ​ໝາກ​ໄມ້​ປະ​ເພດ​ນີ້, ພຽງ​ແຕ່​ລໍຖ້າຮອດ​ຍາມ​ເກັບ​ກູ້​ໝາກ​ຖົ່ວລຽນ​ຂອງ​ເມືອງ ​ເຄ໋ງ​ເຊີນ.

ທ່ານ​ເລ​ແອ໋ງຊ໋າງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເຊີນ​ບິ່ນ, ຍາມ​ໃດ​ກໍ່​ຄົ້ນ​ຄິດ​​ເຖິງໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງຕາ​ແສງ. ພິ​ເສດ​ແມ່ນມາດຖານກ່ຽວ​ກັບ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ. ພາຍຫຼັງ​ຄົ້ນ​ຄ້ວາ, ປຶກສາ​ຫາລື​ແລ້ວ, ທິດ​ທາງ​ພັດທະນາ​ຂອງ​ຕາ​ແສງ​ແມ່ນ​ອີງ​ໃສ່ຕົ້ນ​ໄມ້​ປະ​ເພດ​ຕ່າງໆ​ທີ່​ເໝາະ​ສົມ​ກັບດິນ​ຟ້າ​ອາກາດ ​ແລະ ​ທາດ​ດິນຂອງ ​ເຊີນ​ບິ່​ງ, ທັງ​ແມ່ນ​ຕົ້ນ​ໄມ້​ທີ່​ມີ​ມູນ​ຄ່າ​ໃນ​ຕະຫຼາດ.

”ພວກ​ຂ້າພະ​ເຈົ້າ​ພວມ​ກໍ່ສ້າງ​ທົດ​ລອງຮູບ​ແບບ​ປູກ​ກາ​ເຟລວມສູນ​ໃຫ້ 10 ຄອບຄົວ. ຖ້າ​ຮູບ​ແບບ​ນີ້​ໄດ້​ຮັບ​ຜົນ, ພວກ​ຂ້າພະ​ເຈົ້າ​ຈະ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ. ຈະ​ມີ​ບັນດາ​ສະຫະກອນ, ໜ່ວຍ​ຮ່ວມ​ສຳພັນ​ປູກ​ຕົ້ນ​ອ້ອຍ, ຕົ້ນ​ຖົ່ວລຽນ, ທັນ​ຍາ​ຫານ..”

ຕົ້ນໄມ້ຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກຢູ່ແຂວງແຄ໋ງຮ່ວາ - ảnh 3

ຕົ້ນ​ອ້ອຍ(ພາບອິນເຕີແນດ)

ຊອກ​ຫາ​ຜົນລະປູກ​ທີ່​ເໝາະ​ສົມ ​ເພື່ອ​ເຮັດ​ໃຫ້​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ບໍ່​ພຽງ​ແຕ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທົ່າ​ນັ້ນ, ຫາກ​ຍັງ​ບືນຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ອີກ​ດ້ວຍ. ນັ້ນ​ແມ່ນ​ຜົນງານ​ໃນ​ເບື້ອງ​ຕົ້ນ​ຂອງ​ເຊີນ​ບິ່ງ ​ເມື່ອ​ຜັນ​ຂະຫຍາຍ​ການ​ກໍ່ສ້າ​ງຊົນນະບົດ​ໃໝ່. ທ່ານ​ເລ​ແອ໋ງຊ໋າງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເຊີນ​ບິ່ງ​ໄດ້​ຢືນຢັນ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ວ່າ:

”​ຕົ້ນ​ປີ 2012, ຈຳນວນ​ຄອບຄົວ​ທີ່​ທຸກ​ຍາກ​ໃນ​ຕາ​ແສງ​ແມ່ນ 180 ຄອບຄົວ, ກວມ 34,6%, ຄາດ​ວ່າ​ຮອດ​ທ້າຍ​ປີ 2012, ອັດຕາ​ຄອບຄົວ​ທີ່​ທຸກ​ຍາກ​ຈະຫຼຸດ​ລົງ​ເຫຼືອ​ພຽງ 20,4%”

ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ເຊີນ​ບິ່ງ​ຢັ້ງຢືນ​ສິ່ງ​ດັ່ງກ່າວ​ແມ່ນ​ມີ​ພື້ນຖານ​ຢ່າງ​ສິ້ນ​ເຊິ​ງ, ​ເພາະວ່າ​ທ່ານ​ໄດ້​ເຫັນ​ການ​ປ່ຽນ​ໃໝ່​ໃນ​ຄວາມ​ຮັບ​ຮູ້, ​ຄວາມ​ຄິດ, ວິທີ​ການ​ສ້າງ​ເສດຖະກິດ​ຂອງ​ຊາວ​ຊົນເຜົ່າ​ໃນ​ຕາ​ແສງ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ