ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍໃນຊຸມວັນໃກ້ຈະຮອດບຸນປີໃໝ່

(VOVWORLD) - ໝູ່ບ້ານ ຫວູດ້າຍ (ຫຼືເອີ້ນວ່າໝູ່ບ້ານ ດ້າຍຮ່ວາງ), ຕາແສງ ຮ່ວາເຫົ້າ, ເມືອງ ຫຼີເຍິນ, ແຂວງ ຮ່ານາມ, ມີມູນເຊື້ອ ຕົ້ມເຄັມປາມາແຕ່ດົນນານແລ້ວ. ເມື່ອໃກ້ຈະຮອດບຸນປີໃໝ່ປະຈຳຊາດ (ບຸນເຕັດ) , ທັງໝູ່ບ້ານ ຫວູດ້າຍ ກໍ່ອຶກກະທຶກຄຶກໂຄມ ດ້ວຍອາຊີບ ຕົ້ມເຄັມປາ, ເພື່ອຮັບໃຊ້ໃຫ້ລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ.

ໝູ່ບ້ານ ຫວູດ້າຍ (ຫຼືເອີ້ນວ່າໝູ່ບ້ານ ດ້າຍຮ່ວາງ), ຕາແສງ ຮ່ວາເຫົ້າ, ເມືອງ ຫຼີເຍິນ, ແຂວງ ຮ່ານາມ, ມີມູນເຊື້ອ ຕົ້ມເຄັມປາມາແຕ່ດົນນານແລ້ວ. ເມື່ອໃກ້ຈະຮອດບຸນປີໃໝ່ປະຈຳຊາດ (ບຸນເຕັດ) , ທັງໝູ່ບ້ານ ຫວູດ້າຍ ກໍ່ອຶກກະທຶກຄຶກໂຄມ ດ້ວຍອາຊີບ ຕົ້ມເຄັມປາ, ເພື່ອຮັບໃຊ້ໃຫ້ລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍໃນຊຸມວັນໃກ້ຈະຮອດບຸນປີໃໝ່ - ảnh 1 ຮາກຖານ ຕົ້ມເຄັມປາ ເຈິ່ນລ້ວນ

ຢູ່ໝູ່ບ້ານ ຫວູດ້າຍ, ບັນດາຮາກຖານປຸງແຕ່ງປາ, ຄອບຄົວ ຕົ້ມເຄັມປາ, ລ້ຽງປາຕະຫຼອດປີ. ແຕ່ຍາມທີ່ປະຊາຊົນ ຕົ້ມເຄັມປາຫຼາຍທີ່ສຸດໃນປີນັ້ນແມ່ນໂອກາດໃກ້ຈະຮອດບຸນເຕັດ, ແຕ່ລະວັນທັງໝູ່ບ້ານສາມາດຈຳໜ່າຍປາໄດ້ນັບເປັນໂຕນ. ໃກ້ຈະຮອດບຸນເຕັດ, ບັນຍາກາດຢູ່ໝູ່ບ້ານ ຫວູດ້າຍ ຄືວ່າຄຶກໂຄມໜາແໜ້ນກວ່າ, ດ້ວຍສຽງເວົ້າສຽງຫົວຢ່າງເບີກບານມ່ວນຊື່ນ, ແລະ ແຂກຄົນໄປມາຊື້ຂາຍ ຕົ້ມເຄັມປາເປັນຈຳນວນຫຼວງຫຼາຍ. ປ້າ ເຈິ່ນທິເງິນ, ໝູ່ບ້ານ ຫວູດ້າຍ, ເວົ້າວ່າ:

 “ໃນໂອກາດບຸນເຕັດ, ແຕ່ລະວັນຄອບຄົວຂ້າພະເຈົ້າຕົ້ມເຄັມປາປະມານ 150 ໝໍ້, ສ່ວນມື້ທຳມະດາປຸງແຕ່ງພຽງ 20, 50 ເຖິງ 100 ໝໍ້ເທົ່ານັ້ນ. ໃນວັນບຸນເຕັດ, ທັງຄອບຄົວຄາກັບວຽກງານຕົ້ມເຄັມປາຕະຫຼອດວັນ ແລະ ຄືນ. ສ່ວນລູກຄ້າເຂົາເຈົ້າກໍ່ຈ່ອງຊື້ ຕົ້ມເຄັມປາຫຼາຍປະເພດຄື: ປາກິນຫຍ້າ, ປາໂຄກດຳ, ຕະຫຼອດຮອດປາແກງ, ປາຂາວ, ປາຫຼົດ, ປາຫຼາດ ……ປີກາຍນີ້ເຖິງວັນທີ 29 ເດືອນສິບສອງ (ໄລ່ຕາມຈັນທະປະຕິທິນ)ແລ້ວ ແຕ່ຍັງມີຜູ້ຈ່ອງຊື້ ຕົ້ມເຄັມປາຢູ່. ຫວ່າງແລ້ວນີ້ຄອບຄົວຂ້າພະເຈົ້າມີຍາດຕິພີ່ນ້ອງຢູ່ ນິງບິ່ງ ໄດ້ຊື້ ຕົ້ມເຄັມ ປາ 5 ໝໍ້ເພື່ອນຳໄປມາເລເຊຍ. ນີ້ແມ່ນໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ສະນັ້ນ ຕົ້ມເຄັມປາຈຶ່ງມີຈຸດພິເສດສະເພາະ, ເຖິງວ່າມີຫຼາຍຄົນຢູ່ບ່ອນອື່ນໄດ້ຮຽນກ່ຽວກັບເຂັດລັບໃນການ ຕົ້ມເຄັມປາແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດເຮັດໄດ້“

ຕົ້ມເຄັມປາໝູ່ບ້ານ ຫວູດ້າຍ ໄດ້ຮັບການປຸງແຕ່ງຜ່ານຫຼາຍຂັ້ນຕອນຢ່າງລະອຽດລະອໍແລະ ແຕ່ລະຄອບຄົວກໍ່ມີເຂັດລັບສະເພາະຂອງຕົນທີ່ບໍ່ເຄີຍມີຢູ່ບ່ອນອື່ນ. ສິ່ງທີ່ສ້າງຄວາມແຕກຕ່າງກັນໃຫ້ ເຍື່ອງອາຫານຕົ້ມເຄັມປາ , ນັ້ນແມ່ນການໃຊ້ໝໍ້ດິນເພື່ອຕົ້ມປາ. ປ້າ ເຈິ່ນທິເງິນຊາວໝູ່ບ້ານ ຫວູດ້າຍ ໃຫ້ຮູ້ວ່າ:

ໝໍ້ດິນຕ້ອງທາປູນຢູ່ກົ້ນໝໍ້ ແລະຖອກນຳ້ຟົດໃສ່ຫຼັງຈາກນັ້ນສືບຕໍ່ຕົ້ມໃຫ້ນຳ້ຟົດ. ຕ້ອງຕົ້ມໃຫ້ນ້ຳຟົດຫຼາຍເທື່ອເພື່ອໃຫ້ສານພິດໃນໝໍ້ດິນລະບາຍອອກ. ຕົ້ມຄືແນວນັ້ນກໍ່ເພື່ອເຮັດໃຫ້ໝໍ້ຊືມນຳ້ງ່າຍ, ບໍ່ໃຫ້ເສຍນຳ້ປາ, ເກືອຫຼາຍ

ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍໃນຊຸມວັນໃກ້ຈະຮອດບຸນປີໃໝ່ - ảnh 2ໝໍ້ ຕົ້ມເຄັມປາ

ຕ້ອງໃຊ້ຟືນຕົ້ນລຳໃຍກັບຂີ້ແກບເພື່ອຕົ້ມປາ, ປະຊາຊົນໃນໝູ່ບ້ານແບ່ງປັນວ່າ, ຕົ້ມປາດ້ວຍຟືນລຳໄຍ, ກິ່ນຮືນຂອງໝໍ້ດິນຈະຫາຍໄປ, ແລະ ປາຈະມີກິ່ນຫອມດູດດື່ມກວ່າ. ສ່ວນປາຕ້ອງແມ່ນປາໂຄກດຳລ້ຽງດ້ວຍໂຕຫອຍຈຶ່ງແຊບ, ຕັດຫົວ ແລະ ຫາງປາອອກ, ເອົາແຕ່ຕົວປາເທົ່ານັ້ນ, ແລ້ວຕັດເປັນຕ່ອນ, ແຕ່ລະຕ່ອນໜັກປະມານ 1 ກິໂລກຼາມ. ໝໍ້ ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍ ແມ່ນຕ້ອງມີເຄື່ອງເທດປະເພດຕ່າງໆຄື: ຫົວຂ່າ, ຂີງ, ນ້ຳຫົວໝາກນາວ, ນຳ້ປາ, ສະໝຸນໄພ, ນຳ້ປາກະປູນາ, ເກືອ…ຖືກປຸງແຕ່ງຕາມອັດຕາ, ເວລາໃດໜຶ່ງຢ່າງແນ່ນອນ. ທ່ານ ຫງວຽນວັນເຕິມ, ເຈົ້າຂອງຮາກຖານ ຕົ້ມເຄັມປາ ເຍິນເຫົ້າ, ໝູ່ບ້ານ ຫວູດ້າຍ, ເລົ່າສູ່ຟັງວ່າ:

ໝໍ້ ຕົ້ມເຄັມປາແຊບແມ່ນຍ້ອນເຕັກນິກປຸງແຕ່ງນຳ້ປາກະປູນາ, ເອົາກະປູນາຍັດໃສ່ໄຫເກືອແລ້ວປະໄວ້ໃຫ້ຄົບ 12 ເດືອນ, ຫຼັງຈາກນັ້ນຈຶ່ງຕອງເອົາແຕ່ຫົວນ້ຳປາ. ຕ້ອງຜ່ານປະສົບການມາຫຼາຍປີ, ຫຼາຍຮຸ່ນຄົນໃນຄອບຄົວຈຶ່ງສາມາດຮູ້ໄດ້ວ່າ ປາ 1 ກິໂລກຼາມຕ້ອງການນຳ້ປາກະປູນາເທົ່າໃດ. ປາໂຄກດຳຕ້ອງລ້ຽງໃນເວລາ 6 ເດືອນເຖິງ 1 ປີ, ໂຕນ້ອຍສຸດຕ້ອງໜັກ 5 ກິໂລກຼາມຈຶ່ງບັນລຸມາດຖານ, ຊີ້ນປາຈຶ່ງຫັນ ແລະ ຫອມ. ປາຕ້ອງຕົ້ມ, ຮຸ່ມສະເໝີກັນໃນເວລາ 12 14 ຊົ່ວໂມງ, ປາຈຶ່ງເປື່ອຍ ແລະ ເຄື່ອງເທດຈຶ່ງຊືມເລິກເຂົ້າຊີ້ນປາໄດ້. ເວລານັ້ນປາທັງແໜ້ນ, ຜົງ, ເຂົ້າເຄື່ອງດີ, ທັງມີກິ່ນຫອມພິເສດສະເພາະ, ເຊິ່ງບໍ່ເຄີຍມີຢູ່ບ່ອນອື່ນ “.

ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍໃນຊຸມວັນໃກ້ຈະຮອດບຸນປີໃໝ່ - ảnh 3 ທ່ານ ເຈິ່ນບ໋າລ້ວນ, ເຈົ້າຂອງຮາກຖານ ຕົ້ມເຄັມປາ, ໃນໝູ່ບ້ານ ຫວູດ້າຍ

ເວລາທີ່ແຂກມາຊື້ ຕົ້ມເຄັມປາຫຼາຍສຸດໃນໂອກາດບຸນເຕັດແມ່ນຖືກແກ່ຍາວໃນ 10 ວັນ. ວັນເທວະດາຜູ້ດູແລເຕົາໄຟ (23 ເດືອນສິບສອງ) ເຖິງກ່ອນບຸນເຕັດ 2 ວັນ. ໃບບິນຈ່ອງຊື້ ຕົ້ມເຄັມປາຫຼາຍທີ່ສຸດຈົນທັງໝູ່ບ້ານເຮັດກໍ່ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໃຫ້ໄດ້ຢ່າງຄົບຖ້ວນເທື່ອ. ໝໍ້ ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍ ບໍ່ພຽງແຕ່ຖືກສົ່ງໄປຂາຍໃນທົ່ວປະເທດເທົ່ານັ້ນ, ຫາກຍັງສົ່ງໄປຂາຍຢູ່ຫຼາຍປະເທດໃນໂລກອີກດ້ວຍ, ກໍ່ຄືໄດ້ຮັບການແນະນຳໃນບາງຊ່ອງໂທລະພາບຕ່າງປະເທດອີກ. ທ່ານ ເຈິ່ນບ໋າລ້ວນ, ເຈົ້າຂອງຮາກຖານ ຕົ້ມເຄັມປາ, ໃນໝູ່ບ້ານ ຫວູດ້າຍ, ໃຫ້ຮູ້ວ່າ:

“ໃນວັນບຸນ, ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ, ຝະລັງ, ເຢຍລະມັນ, ລັດເຊຍ… ມາຊື້ ຕົ້ມເຄັມປາຈາກໝູ່ບ້ານ ຫວູດ້າຍ ເພື່ອເປັນຂອງຂວັນໃນບຸນເຕັດ. ຄອບຄົວຂ້າພະເຈົ້າຫາກໍ່ຕົ້ມປາໄດ້ 16 ໝໍ້, ແຕ່ລະໝໍ້ແມ່ນ 5 ກິໂລກຼາມ, ເພື່ອຂາຍໃຫ້ແຂກນຳໄປ ສເກົາຫຼີ. ໃນມື້ທຳມະດາ, ຄອບຄົວຂ້າພະເຈົ້າຕົ້ມໄດ້ແຕ່ 50-100 ໝໍ້. ຮອດບຸນເຕັດຄວາມຕ້ອງການຕົ້ມເຄັມປາຂອງລູກຄ້າຫຼາຍໂພດ, ຄອບຄົວຂ້າພະເຈົ້າເຮັດກໍ່ບໍ່ທັນ. ດ້ວຍຮາກຖານຜະລິດກວ້າງເກືອບ 500ຕາແມັດ. ຄອບຄົວຂ້າພະເຈົ້າພຽງແຕ່ຕອບສະໜອງຄວາມຕ້ອງການ ຕົ້ມເຄັມປາໃຫ້ລູກຄ້າໄດ້ແຕ່ 900 - 1.100 ໝໍ້/ວັນເທົ່ານັ້ນ. ແຕ່ແຂກມາຈ່ອງຊື້ ພັດຂຶ້ນເຖິງເກືອບ 3000 ໝໍ້/ວັນ “

ຕົ້ມເຄັມປາແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ເປັນມູນເຊື້ອ ເຊິ່ງໄດ້ຮັບຄວາມນິຍົມ, ເລືອກເຟັ້ນຈາກຊາວຫວຽດນາມຫຼາຍຄອບຄົວໃນໂອກາດບຸນເຕັດ. ຍິ່ງກວ່ານັ້ນ, ພາເຂົ້າໃນຊຸມວັນເຕັດມີອາຫານຫຼາຍເຍື່ອງທັງມັນ ແລະ ມີທາດໂປຼຕີນຫຼາຍເຮັດໃຫ້ເບື່ອງ່າຍ, ສະນັ້ນກິນປາພ້ອມກັບຜັກກາດດອງ, ຫົວຜັກບົວດອງ, ກາຣົດດອງແມ່ນຈະເໝາະສົມທີ່ສຸດ.

ຕົ້ມເຄັມປາແຕ່ລະໝໍ້ຂອງໝູ່ບ້ານ ຫວູດ້າຍ ແມ່ນຂອງຂວັນບຸນເຕັດທີ່ມີຄວາມໝາຍເພື່ອໃຫ້ຍາດຕິພີ່ນ້ອງ, ເພື່ອນມິດມອບໃຫ້ກັນໃນໂອກາດບຸນເຕັດ. ຜະລິດຕະພັນພິເສດ ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍ, ແມ່ນອາຫານທີ່ເປັນເອກະລັກສະເພາະ, ທີ່ເຂັ້ມຂຸ້ນໄປດ້ວຍລົດຊາດບ້ານນາ ຫວຽດນາມ, ໄດ້ປະກອບສ່ວນເຮັດໃຫ້ອາຫານການກິນ ຫວຽດນາມ ອຸດົມສົມບູນ ຍິ່ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ