ຕາແສງເຕິນຈ່າວເສີມຂະຫຍາຍກຳລັງພາຍໃນ ໃນການກໍ່ສ້າງຊົນນະບົດໃໝ່


(vovworld) - ຕາ​ແສງ​ເຕິ​ນຈ່າວ, ​ເມືອງ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ ມີ​ກວ່າ 1000 ຄອບຄົວ, ດ້ວຍ​ກວ່າ 4000 ຄົນ, ​ລວມມີ 5 ​ຊົນ​ເຜົ່າ​ຄື: ໄຕ, ນຸ່ງ, ຢ້າວ, ກາວ​ລານ, ກິ​ງ ທີ່ດຳລົງ​ຊີ​ວິດ​ຮ່ວມກັນ. ​ໂດຍ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ການກໍ່ສ້າງຊົນນະບົດ​ໃໝ່, ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຕາ​ແສງ​ເຕິ​ນຈ່າວ​ໄດ້​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຍົກ​ສູງ​ຄວາມ​ຮູ້ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ໝູ່​ປະຊາຊົນ ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ.

ຕາແສງເຕິນຈ່າວເສີມຂະຫຍາຍກຳລັງພາຍໃນ ໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

ຕາແສງເຕິນຈ່າວໃນປະຈຸບັນ

        ກ້າວ​ເຂົ້າ​ສູ່​ໄລຍະກໍ່ສ້າງ​ຊົນນະບົດ​ໃໝ່, ຕາມ​ທິດ​ນຳ​ “ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ“, ຕາ​ແສງ​ເຕິ​ນຈ່າວ, ​ເມືອງ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ​ໄດ້​ກໍ່ສ້າງ​ທາງ​ເບ​ຕົງ​ຊົນນະບົດ​ໄດ້ 21 ກມ, ດ້ວຍ​ມູນ​ຄ່າ​ທັງ​ໝົດກວ່າ 10 ຕຶ້ດົ່ງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເຕິ​ນຈ່າວ, ຜ່ານ​ນັ້ນ​ສ້າງ​ທ່າ​ແຮງ​ເພື່ອ​ພັດທະນາ​ເສດຖະກິດ, ສັງຄົມ, ປ່ຽນ​ໃໝ່​ສົມ​ໜ້າ​ຊົນນະບົດ​. ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ​ຂອງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ແລະ ການ​ສະໜັບສະໜູນ​ສູງ​ໃນ​ໝູ່​ປະຊາຊົນ​ຕາ​ແສງ. ທ່ານ​ຮ່ວາງ​ວັນ​ຮຸ່ງ, ຊາວ​ຕາ​ແສງ​ເຕິ​ນຈ່າວ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ບໍ່​ທັນ​ມີ​ທາງ​ຄົມມະນາຄົມ​ຊົນນະ​ບົດ, ການ​ໄປມາ​ຂອງ​ພວກ​ຂ້າພະ​ເຈົ້າ​ຍາກ​ຫຼາຍ, ຍາມ​ຝົນຕົກ​ທາງ​ເປັນ​ຂີ້ຕົມ, ຍາມ​ຮ້ອນ​ຂີ້ຝຸ່ນ​ຫຼາຍ. ນັບ​ແຕ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ພັກ, ລັດ ​ແລະ ປະຊາຊົນ​ໃນ​ບ້ານ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ທາງ​ຄົມະ​ນາ​ຄົມ​ລະຫວ່າງ​ບ້ານ​ແລ້ວ. ການ​ໄປ​ມາ​ກໍ່​ສະດວກ​ສະບາຍ​ກວ່າ​“.

        ​ໂດຍ​ມີ​ແຫຼ່ງທຶນ​ຈາກ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ເຕິ​ນຈ່າວ ​ໄດ້​ໜູນ​ຊ່ວຍ 9 ຮູບ​ແບບ​ລ້ຽງ​ໝູ; 30 ກວ່າ​ຮູບ​ແບບ​ລ້ຽງ​ໄກ່ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຕົ້ນ​ຊາ; ບຸລະນະ, ຍົກ​ລະດັບ​ຫໍ​ວັດທະນະທຳ​ຢູ່​ບັນດາ​ບ້ານ: ຕ່ຽນຟອງ, ວິ້ງ​ເຕິ​ນ, ລຸງ​ບຸງ; ກໍ່ສ້າງ​ຫໍ​ວັດທະນະທຳ​ບ້ານ​ໝໍ​ແຈ່... ຜ່ານ​ນັ້ນ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ເຄື່ອນ​ໄຫວ, ​ພົບ​ປະແລກປ່ຽນສິລະ​ປະວັດທະນະທຳ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ. ມາ​ຮອດ​ປະຈຸ​ບັນ, ​ເຕິ​ນຈ່າວ​ບັນລຸ​ໄດ້ 14/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຊິ່ງລວມມີ: ການວາງ​ແຜນ​ກຳນົດ, ທາງ​ຄົມມະນາຄົມ, ຊົນນະບົດ, ​ໄປສະນີ, ຮູບ​ການຈັດ​ຕັ້ງ​ການ​ຜະລິດ, ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ລະບົບ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ດັ່ງ​ນັ້ນ​ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ​ໂສມ​ໜ້າ​ຊົນນະບົດ​ກໍ່​ມີ​ການ​ປ່ຽນ​​ໃໝ່​ຫຼາຍ​ຢ່າງ. ທ່ານ ​ເຈືອງ​ວັນ​ເວິ່ນ, ຮອງ​ເລຂາ​ປະຈຳ​ຄະນະ​ພັກ​ຕາ​ແສງ​ເຕິ​ນຈ່າວ, ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ປະກອບສ່ວນ​ປ່ຽນ​ໃໝ່​ວິທີ​ເຮັດ​ວຽກ​ຂອງພະນັກງານ​ພັກ ​ແລະ ປະຊາຊົນ. ບົດຮຽນ​ຂອງ​ພວກ​ຂ້າພະ​ເຈົ້າ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເພື່ອ​ຜັນ​ຂະຫຍາຍ​ເຖິງ​ປະຊາຊົນ​ທຸກ​ຄົນ, ​ແມ່ນ​ຕ້ອງ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ໂດຍ​ກົງ. ຜ່ານ​ນັ້ນ​ເສີມ​ຂະຫຍາຍ​ກຳລັງ​​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​“.

ຕາແສງເຕິນຈ່າວເສີມຂະຫຍາຍກຳລັງພາຍໃນ ໃນການກໍ່ສ້າງຊົນນະບົດໃໝ່ - ảnh 2

ຕາແສງເຕິນຈ່າວໃນປະຈຸບັນ

        ​ເພື່ອ​ປະຕິບັດ​ສຳ​ເລັດ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປີ 2015, ຕາ​ແສງ​ເຕິ​ນຈ່າວ​ພວມ​ມານະ​ພະຍາຍາມ, ສຸ​ມ​ໃສ່​ປະຕິບັດ​ບັນດາ​ມາດຖານ​ທີ່​ຍັງ​ເຫຼືອ​ເຊັ່ນ: ກໍ່ສ້າງ​ຕະຫຼາດ​ຊົນນະບົດ, ​ເຮືອນ​ຢູ່​, ບັນລຸ​ອັດຕາ​ສ່ວນ​ຄົນ​ງານ​ຊົນນະບົດ​ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ ຫວຽນ​ວັນ​ຮ່ວາ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ເຕິ​ນຈ່າວ, ​ໃຫ້​ຮູ້​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ຕາ​ແສງ​ຈະ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ແຜນ​ກຳນົດ, ​ແຜນ​ຮ່າງ​ພັດທະນາ​ການ​ຜະລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ:

        “ພວກ​ຂ້າພະ​ເຈົ້າ​ຈະ​ສຸມ​ໃສ່​ການ​ໂຄສະນາ​ຂົນຂວາຍ​ປະຊາຊົນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ພັດທະນາ​ກະ​ສີກຳ ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຍົກ​ສູງ​ສະຕິ​ປັບປຸງ​ສິ່ງ​ແວດ​ລ້ອມ. ບັນດາ​ຄອບຄົວ​ເພີ່ມ​ທະວີ​ການ​ບຸລະນະ​ສ້ອມ​ແປງ​ເຮືອນ​ຊານ, ສວນ, ສ້າງ​ໂສມ​ໜ້າ​ໃໝ່​ໃຫ້​ແກ່​ຕາ​ແສງ. ​ເພື່ອ​ປະຕິບັດ​ມາດຖານ​ຄົນ​ງານ​ຊົນນະບົດ​ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ, ພວກ​ຂ້າພະ​ເຈົ້າ​ໄດ້“ຈັດ​ຊຸດ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ, ​ເພື່ອ​ຜະລິດ​ບັນດາ​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​ໃນ​ຕາ​ແສງ“.

        ຕາ​ແສງ​ເຕິ​ນຈ່າວ, ​ເມືອງ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ຊື່ນ​ຊົມ​ບົນ​ເສັ້ນທາງ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໄລຍະ​ຈະ​ມາ​ເຖິງ, ຕາ​ແສງ​ເຕິ​ນຈ່າວ​ ສືບ​ຕໍ່​ສຸມ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່, ມາດ​ຕະການ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ ​ເພື່ອ​ຮອດ​ປີ 2015, ຕາ​ແສງ​ຈະ​ປະຕິບັດ​ສຳ​ເລັດ 19/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ