ຕາແສງແຄ໋ງທ້ຽນ-ທ້ອງຖີ່ນທຳອິດບັນລຸມາດຖານຊົນນະບົດໃໝ່ຢູ່ແຂວງນິງບິ່ງ


(vovworld) - ຕາ​ແສງ​ ແຄ໋ງທ້ຽນ, ​ເມືອງ​ ອຽນ​ແຄ໋ງ, ​ແມ່ນ​ໜຶ່ງ​ໃນ 3 ຕາ​ແສງ​ທຳ​ອິດ​ຂອງ​ແຂງ​ ນິງບິ່ງ ​ບັນລຸ​ໄດ້​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັບ​ແຕ່​ຕົ້ນ​ປີ 2014. ນອກຈາກ​ການ​ປ່ຽນ​ແປງ​ດ້ານ​ພື້ນຖານ​ໂຄງ​ລ່າງ, ທາງ​ຄົມມະນາຄົມ​ແລ້ວ, ຊີວິດ​ຂອງ​ປະຊາຊົນ​ຢູ່​ແຫ່ງ​ນີ້​ກໍ່ໄດ້ຮັບການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປີ 2014, ລາຍ​ຮັບ​ສະ​ເລ່ຍຂອງ​ປະຊາຊົນບັນລຸ 25 ລ້ານ​ດົ່ງ​1ຄົນ/ປີ.

ຕາແສງແຄ໋ງທ້ຽນ-ທ້ອງຖີ່ນທຳອິດບັນລຸມາດຖານຊົນນະບົດໃໝ່ຢູ່ແຂວງນິງບິ່ງ - ảnh 1

ລຸງ ຟ້າມງອກກວ່ຽນ, ຢູ່ບ້ານ 1, ຕາແສງ ແຄ໋ງທ້ຽນ, ບົວລະບັດຕົ້ນໄມ້ປະດັບ

(ພາບ: ອິນເຕີແນດ)

        ​ໂດຍ​ແມ່ນ​ທ້ອງ​ຖີ່​ນທີ່​ມີ​ເນື້ອ​ທີ່​ຜະລິດ​ກະສິກຳ​ໜ້ອຍ​ສຸດ​ໃນ​ເມືອງ, ດັ່ງ​ນັ້ນຕາ​ແສງ​ ແຄ໋ງທ້ຽນ ​ໄດ້​ສຸມ​ໃສ່​ຫັນປ່ຽນ​ໂຄງ​ປະກອບ​ກະສິກຳ, ພັດທະນາ​ຂະ​ແໜງ​ອາຊີບ, ​ເພີ່ມ​ອັດຕາ​ແຮງ​ງານ​ບໍລິການ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ອາຊີບ​ປູກ​ຕົ້ນ​ໄມ້​ປະດັບ ​ແລະ ​ເຂົ້າຂຽບ, ​ເຂົ້າປຸ້ນ. ປະຈຸ​ບັນ, ອາຊີບ​ປູກ​ຕົ້ນ​ໄມ້​ປະດັບ​ສາມາດ​ດຶງ​ດູດ​ເກືອບ 300 ຄອບຄົວ​ໃນ​ຕາ​ແສງ​ເຂົ້າ​ຮ່ວມ. ລາຍ​ຮັບ​ຈາກ​ການ​ປູກ​ຕົ້ນ​ໄມ້​ໃຫ້​ແຕ່​ລະ​ຄອບຄົວ​​ແມ່ນ​​ແຕ່ສິບ​ເຖິງ​ຮ້ອຍ​ລ້ານ​ດົ່ງ/ປີ. ລາຍ​ຮັບ​ຈາກ​ຂະ​ແໜງ​ອາຊີບ ​ແລະ ການ​ບໍລິການ​ບັນລຸ​ກວ່າ 70% ຍອດ​ມູນ​ຄ່າ​ຜະລິດ​ອຸດສາຫະກຳ, ອຸດສາຫະກຳ - ຫັດຖະກຳ​ນ້ອຍ ​ແລະ ການ​ບໍລິການ​ໃນ​ທົ່ວ​ຕາ​ແສງ.

        ​ ທົ່ວ​ຕາ​ແສງ​ມີ​ກວ່າ 40 ຄອບຄົວ​ເຮັດອາຊີບ​ຜະລິດ​ເຂົ້າປຸ້ນ, ​ເຂົ້າຂຽບ,, ດ້ວຍ​ລາຍ​ຮັບ​ນັບ​ສິບ​ລ້ານ​ດົ່ງ/ປີ. ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແຫຼ່ງທຶນ​ເພື່ອ​ສົ່ງ​ເສີມ​ອຸດສາຫະກຳ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຫຼາຍ​ຄອບ​ຄົວ​ໄດ້​ລົງທຶນ​ປະກອບ​ເຄື່ອງ​ຈັກ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລູກ​ຄ້າ. ທ່ານ ຫງວຽນ​ວັນ​ກ່ອງ, ຜູ້​ເຮັດ​ອາຊີບ​ຜະລິດ​ເຂົ້າປຸ້ນ, ​ເຂົ້າຂຽບ, ​ໃຫ້​ຮູ້​ວ່າ:

        “ຂອບ​ຄົວຂ້າພະ​ເຈົ້າ​ຜະລິດ​ເຂົ້າຂຽບ​ນີ້​ແຕ່​ດົນ​ແລ້ວ, ​ເມື່ອນຳ​ໃຊ້​​ເຄື່ອງ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ແມ່ນ​ປະຢັດ​ເວລາ​ໄດ້​ຫຼາຍ. ກ່ອນ​ນີ້, ​ເພື່ອ​ບົດ​ແປ້ງ​​​ຜະລິດ​ເຂົ້າຂຽບໃຫ້​ໄດ້ 200  ອັນ​ແມ່ນ​ຕ້ອງ​ເສຍ​ເວລາ 3 ຊົ່ວ​ໂມງ​ເຄິ່ງ, ​ແຕ່​ປະຈຸ​ບັນ​ມີ​ແຕ່​ເຄິ່ງຊົ່ວ​​ໂມງ​ເທົ່າ​ນັ້ນ“.

        ຍ້ອນ​ຕັ້ງໜ້າ​ຫັນປ່ຽນ​ຂະ​ແໜງ​ອາຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ. ມາ​ຮອດ​ປະຈຸ​ບັນ, ຊີວິດ​ຂອງ​ປະຊາຊົນ​ໃນຕາ​ແສງ ​ແຄ໋ງທ້ຽນ ​ນັບ​ມື້​ນັບ​ດີ​ຂຶ້ນ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ປີ 2014 ບັນລຸ 28,5 ລ້ານ​ດົ່ງ/ປີ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຍັງ​ເຫຼືອ​ພຽງ 2,5%. ບັນດາ​ນະ​ໂຍບາຍ​ສັງຄົມ​ໄດ້​ຮັບປະກັນ, ​ໂຮງຮຽນ​ທັງ 3 ຊັ້ນ​ລ້ວນ​ແຕ່​ບັນລຸ​ມາດຕະຖານ​ແຫ່ງ​ຊາດ; ຂະ​ບວນການ​ສົ່ງ​ເສີມ​ການ​ຮຽນ, ສົ່ງ​ເສີມ​ຜູ້​ທີ່​ມີ​ຄວາມ​ສາມາດ​ພັດທະນາ​ຢ່າງ​ແຮງ. ກວ່າ 70% ຈຳນວນ​ປະຊາຊົນ​ເຂົ້າ​ຮ່ວມປະກັນ​ສຸຂະພາບ. ປະຊາຊົນ​ໄດ້​ຮັບ​ການ​ສົ່ງ​ເສີມ​ສຸຂະພາບ​​ໃນ​ເບື້ອງ​ຕົ້ນຢູ່​ສຸກສາລາ​ຕາ​ແສງ. ທ່ານ ຫງວຽນ​ຊວນ​ທ້ວນ, ຊາວບ້ານ​ເຈີ້​ແຊງ, ​ແບ່ງປັນ​ວ່າ:

        “ພາຍຫຼັງບັນລຸ​ມາດຖານຊົນນະບົດ​ໃໝ່, ​ໂສມ​ໜ້າ​ຊົນນະບົດ​​ໄດ້​ມີ​ການ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຈາກ​ນັ້ນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ສັງຄົມ ​ແລະ​ປະຊາຊົນ. ພິ​ເສດ, ຮູບ​ແບບ​ຊົນນະບົດ​ໃໝ່​ໄດ້​ສ້າງຊີວິດ​ໃໝ່, ປະສິດທິ​ຜົນ​ໃໝ່​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະຊາຊົນ, ນັບ​ແຕ່​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ, ສູນ​ບໍລິການ. ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ນັບ​ມື້​ນັບໄດ້​ຮັບ​ການຍົກ​ສູງ​ຂຶ້ນ.“

        ​ໂດຍ​ກຳນົດ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເປັນ​ຂອດ​ບຸກທະລຸ, ດ້ວຍ​ທິດ​ນຳ​ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ, ນອກຈາກ​ງົບປະມານ​ໜູນ​ຊ່ວຍຂອງ​ລັດ​ແມ່ນ 80 ຕື້​ດົ່ງ, ຕາ​ແສງຍັງລະດົມ​ແຫຼ່ງກຳລັງສັງຄົມ​ໄດ້​ກວ່າ 91 ຕື້​ດົ່ງ. ປະຊາຊົນນັບ​ສິບ​ຄອບຄົວ​ໄດ້​ບໍລິຈາກ​ທີ່​ດິນ​ນັບ​ພັນຕາ​ແມດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ, ທົ່ວ​ຕາ​ແສງ​ມີ​ທາງ​ເບ​ຕົງ 24 ກມ. ທາງ​ໃນ​ບ້ານ​ກໍ່​ສະອາດ​, ປອດ​ໂປ່​ງ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາ.

        ​ພາຍຫຼັງ 3 ປີ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ ​ແຄ໋ງທ້ຽນ ​ໄດ້​ປະຕິບັດ​ສຳ​ເລັດ 19 ມາດຖານ, ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ທີ່​ດີ​ເດັ່ນ​ຂອງ​ແຂວງ​ນິງບິ່ງ. ທ່ານ ຟ້າ​ມມິ​ງ​ແຊງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ ​ແຄ໋ງທ້ຽນ, ​ໃຫ້​ຮູ້​ວ່າ: ​ໂດຍ​ກຳນົດ​ວ່າ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ທີ່​ມີ​ຄວາມ​ໝາຍ, ຄວາມ​ສຳຄັນ​ພິ​ເສດ ​ແລະ ມີ​ລັກສະ​ນະ​ຍຸດ​ທະ​ສາດ, ຍາວ​ນານ. ດັ່ງ​ນັ້ນ​ເລື່ອງ​ກາຍ​ເປັນ​ຊົນນະບົດ​ໃໝ່​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ພະນັກງານ ​ແລະ ປະຊາຊົນ​ຕາ​ແສງ​ ແຄ໋ງທ້ຽນ ​ຕັດສິນ​ໃຈ​ກວ່າ​ອີກ​ໃນ​ການ​ຮັກສາ, ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບັນດາ​ມາດຖານ, ປະຕິບັດ​ສຳ​ເລັດ​ຈຸ​ດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ 2014 – 2020.

        “ຕາ​ແສງ​ບັນລຸ​ໄດ້​ຄາດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຕ່​ຍັງ​ຄົງ​ສູ້​ຊົນ​ເພື່ອ​ຮັກສາ​ ​ແລະ ຍົກ​ສູງຄຸນ​ນະພາ​ບບັນດາ​ມາດຖານຕື່ມ​ອີກ. ຕົວຢ່າງ​ຄື​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ບັນລຸ​ໄດ້​ແລ້ວ, ​ແຕ່​ຍັງ​ຄົງ​ບຸລະນະ​ສ້ອມ​ແປງ​ຕື່ມ​ອີກ“.

        ດ້ວຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ, ພະນັກງານ ​ແລະ ປະຊາຊົນ​ຕາ​ແສງ​ແຄ໋ງທ້ຽນ​ ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຕ່າງໆ, ສູ້​ຊົນ​​ເພື່ອ​ເຮັດ​ໃຫ້​ຕາ​ແສງບໍ່​ພຽງ​ແຕ່​ແມ່ນ​ຕາ​ແສງ​​ດີ​ເດັ່ນ​ຂອງ​ແຂວງ​ ນິງບິ່ງ​ ເທົ່າ​ນັ້ນ, ຫາກ​ຍັງຂອງ​ທົ່ວ​ປະ​ເທດ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ