ທ່ອງທ່ຽວຄົ້ນຫາຢູ່ເຂດບ້ານນາ ນີງທ້ວນ

(VOVWORLD) -ໃນໄລຍະມໍ່ໆມານີ້ ລາຍການທ່ອງທ່ຽວຄົ້ນຫາຢູ່ເຂດບ້ານນາ ນີງທ້ວນ ພວມດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ນັກທ່ອງທ່ຽວມາຢ້ຽມຢາມແຂວງ ນີງທ້ວນ ດ້ວຍຮູບການນີ້ ໄດ້ຄົ້ນຫາ ແລະ ເຂົ້າຮ່ວມທຸກການເຄື່ອນໄຫວອອກແຮງງານທຳການຜະລິດ, ດຳເນີນຊີວິດປະຈຳວັນກັບຊາວກະສິກອນຄື: ເກັບຜັກ, ເກັບໝາກອະງຸ່ນຫລືຈັກສານ, ປັ້ນຮູບສັດດ້ວຍດິນດາກທີ່ຕົນເອງມັກ, ຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າຈຳຢູ່ບໍລິເວນ.

ທ່ອງທ່ຽວຄົ້ນຫາຢູ່ເຂດບ້ານນາ ນີງທ້ວນ - ảnh 1 ນັກທ່ອງທ່ຽວຄົ້ນຫາສວນໝາກໄມ້ຢູ່ເຂດບ້ານນາ

ນາງ ຈີ້ງທູຍລານ ນັກທຸລະກິດຍິງຫນຸ່ມ ຢູ່ ນະຄອນໂຮ່ຈິມີນ ເຄີຍເລືອກເຟັ້ນການໄປທ່ອງທ່ຽວຢູ່ຫລາຍແຂວງ, ນະຄອນໃນປະເທດ ຫລື ຕ່າງປະເທດ ເພື່ອທ່ຽວຊົມ ແລະ ພັກຜ່ອນຢ່ອນອາລົມພາຍຫລັງເຮັດວຽກຢ່າງອິດເມື່ອຍມາເປັນເວລາຫລາຍວັນໃນປີ.

ພາຍຫລັງການທ່ອງທ່ຽວຄົ້ນຫານີ້ ຜ່ານເວລາ 3 ວັນ 2 ຄືນ ຢູ່ ເຂດບ້ານນາບາງແຫ່ງຢູ່ ແຂວງ ນີງທ້ວນ ຈິດໃຈຂອງເອື້ອຍມີຄວາມສະຫວາດສະເຫວີຍກວ່າ, ຄວາມກົດດັນຈາກການເຮັດວຽກງານກໍ່ຄ່ອຍໆຫາຍໄປ. ຜ່ານການທ່ອງທ່ຽວຄົ້ນຫານີ້ ເອື້ອຍໄດ້ຄົ້ນຫາບັນດາສະຖານທີ່ມໍລະດົກວັດທະນະທຳ, ຊົມບັນດາວາດຟ້ອນພື້ນເມືອງຂອງຊາວເຜົ່າຈຳຢູ່ ນີງທ້ວນ, ໄດ້ເຂົ້າຮ່ວມການປູກຜັກ, ເກັບໝາກອະງຸ່ນໂດຍກົງ…. ວຽກງານທັງໝົດນີ້ ເອື້ອຍທູຍລານ ແລະ ບັນດາຜູ້ຮ່ວມງານຢູ່ນະຄອນ ໂຮ່ຈິມີນ ຍັງບໍ່ທັນເຮັດຈັກເທື່ອ.

“ ໄປທ່ຽວຢູ່ ຟານຣາງ 3 ມື້ ແມ່ນຊ່ວງເວລາມີຄວາມໝາຍທີ່ສຸດ, ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມຮູ້ສຶກສະຫວາດສະເຫວີຍ, ສະບາຍໃຈ ຍ້ອນອາກາດຢູ່ທີ່ນີ້ປອດໂປ່ງເຢັນສະບາຍ. ຍ່າງໄປຫລາຍບ່ອນໃນຕົວເມືອງ ແລະ ໄດ້ຊົມສະຖານທີ່ທ່ອງທ່ຽວຫລາຍແຫ່ງແຕ່ຂ້າພະເຈົ້າບໍ່ຮູ້ສຶກອິດເມື່ອຍ. ນັ້ນຄ້າຍຄືວ່າຕົນເອງໄດ້ປ່ອຍວ່າງຄວາມກົດດັນໃນຫນ້າທີ່ວຽກງານ ແລະ ໄດ້ເຂົ້າຮ່ວມການດຳເນີນຊີວິດປະຈຳບັນຂອງປະຊາຊົນຢູ່ເຂດຊົນນະບົດ ຟານຣາງ ທີ່ເຕັມໄປດ້ວຍຄວາມປະທັບໃຈ.”

ຮູບການທ່ອງທ່ຽວຄົ້ນຫາ ຊື່ງເອື້ອຍ ຈິ້ງທູຍລານ ເຕື້ອງເຖິງ ປະຈຸບັນ ມີບໍລິສັດທ່ອງທ່ຽວຫລາຍແຫ່ງໄດ້ແນະນຳຢ່າງກວ້າງຂວາງເຖິງລູກຄ້າ. ນັກທ່ອງທ່ຽວສ່ວນຫລາຍ ແມ່ນນັກທ່ອງທ່ຽວຕ່າງປະເທດ ນິຍົມບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຄອບຄົວ, ນິຍົມຊົມວາດຟ້ອນ ແລະ ຮັບປະທານອາຫານການກິນຊາວເຜົ່າຈຳ. ອ້າຍ ເລີມທົງທາຍ, ຜູ້ນຳທ່ຽວສັງກັດບໍລິສັດທ່ອງທ່ຽວ VietTravel ໃຫ້ຮູ້ວ່າ:

“ຂ້າພະເຈົ້າພານັກທ່ອງທ່ຽວໄປຢ້ຽມຊົມໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ຈຸດປະສົງກໍ່ຢາກໃຫ້ນັກທ່ອງທ່ຽວໄດ້ເຂົ້າຮ່ວມຂັ້ນຕອນປັ້ນດິນດາກ, ຫລືໄປຢ້ຽມຢາມໝູ່ບ້ານຕ່ຳແຜ່ນແພພື້ນເມືອງ ໝີງຽບ ເພື່ອໃຫ້ນັກທ່ອງທ່ຽວຝືກແອບຕ່ຳແຜ່ນແພ, ໄປຢ້ຽມຢາມສວນໝາກອະງຸ່ນເພື່ອໃຫ້ນັກທ່ອງທ່ຽວເດັດເອົາໝາກອະງຸ່ນຢູ່ເທິງງ່າຊື່ງນັກທ່ອງທ່ຽວຢາກກິນຫລືເອົາເມືອກໍ່ໄດ້… ໄດ້ເຂົ້າຮ່ວມບັນດາວຽກນີ້ ນັກທ່ອງທ່ຽວຮູ້ສຶກຈັບອົກຈັບໃຈທີ່ສຸດ.”

ທ່ອງທ່ຽວຄົ້ນຫາຢູ່ເຂດບ້ານນາ ນີງທ້ວນ - ảnh 2 ນັກທ່ອງທ່ຽວມາຈາກຍີ່ປຸ່ນ ກໍ່ນິຍົມຮູບແບບທ່ອງທ່ຽວຄົ້ນຫາເຂດບ້ານນາ

ຮູບແບບການທ່ອງທ່ຽວເຂດບ້ານນາ ນີງທ້ວນ ແມ່ນປະສົບການ ຊື່ງປະຈຸບັນ ບໍລິສັດເຮັດບໍລິການທ່ອງທ່ຽວ “Bi Travel” ຈຳກັດພວມປະຕິບັດ. ບໍລິສັດນີ້ ໂດຍອ້າຍ ຫວ້ານກວາງຫວີ ຊາວທ້ອງຖິ່ນ ສ້າງຕັ້ງເມື່ອປີ 2014. ອ້າຍຫວີ້ໃຫ້ຮູ້ວ່າ ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ບໍລິສັດຂອງອ້າຍໄດ້ຈັດຕັ້ງໃຫ້ຄະນະນັກທ່ອງທ່ຽວເຂົ້າຮ່ວມຮູບແບບທ່ອງທ່ຽວນີ້ 10 ຄະນະແລ້ວ ແລະ ໄດ້ສ້າງຄວາມປະທັບໃຈອັນດີງາມຫລາຍຢ່າງໃຫ້ແກ່ນັກທ່ອງທ່ຽວ. ປະຈຸບັນ ສະຖານທີ່ທ່ອງທ່ຽວຄົ້ນຫາ ນີ້ ຢູ່ ນີງທ້ວນ ລວມມີ: ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເບົາຈຸກ, ໝູ່ບ້ານຕ່ຳແຜ່ນແພພື້ນເມືອງ ຈຳໝີ ຂຶ້ນກັບເທດສະບານ ເຟືອກເຢິນ ເມືອງ ນີງເຟືອກ, ໝູ່ບ້ານປູກຜັກປອດສານພິດ ຕວນຕູ, ໂນນຫາດຊາຍທະເລ ນາມເກືອງ ຢູ່ ຕາແສງ ອານຫາຍ ເມືອງນີງເຟືອກ, ສວນໝາກອະງຸ່ນ ຢູ່ ຕາແສງ ທາຍອານ ເມືອງ ນີງຫາຍ. ໄລຍະຈະມາເຖິງ ອ້າຍ ຈະສືບຕໍ່ແນະນຳໃຫ້ນັກທ່ອງທ່ຽວໄປຢ້ຽມຢາມສະຖານທີ່ທ່ອງທ່ຽວຫລາຍແຫ່ງຢູ່ແຂວງນີງທ້ວນ ດ້ວຍຫລາຍຮູບການທ່ອງທ່ຽວຄົ້ນຫາ ທີ່ແຕກຕ່າງກັນ.

ການທ່ອງທ່ຽວ ຄົ້ນຫາແມ່ນຮູບການທ່ອງທ່ຽວທຳມະດາສາມັນ ພິເສດ ຢູ່ ບັນດາປະເທດຫາກໍ່ພັດທະນາ. ນີ້ແມ່ນຮູບການທ່ອງທ່ຽວ homestay,  ຢູ່ນຳຊາວທ້ອງຖິ່ນເພື່ອເຂົ້າຮ່ວມການເຄື່ອນໄຫວຊີວິດປະຈຳວັນ ແລະ ຄົ້ນຫາດ້ານວັດທະນະທຳຂອງທ້ອງຖິ່ນ. ມີຫລາຍປະເທດຂຸດຄົ້ນຮູບການທ່ອງທ່ຽວນີ້ເປັນຢ່າງດີ ແຕ່ຢູ່ຫວຽດນາມ ເວົ້າລວມ, ແຂວງ ນີງທ້ວນ ເວົ້າສະເພາະ ຍັງບໍ່ທັນມີຫລາຍ, ສ່ວນຫລາຍແມ່ນຈັດເອງ. ຄິດວ່າ ຂະແຫນງທ່ອງທ່ຽວແຂວງ ນີງທ້ວນ ຄວນເອົາໃຈໃສ່ເປັນພິເສດເຖິງຮູບການທ່ອງທ່ຽວ ຄົ້ນຫານີ້ ພ້ອມທັງມີບັນດານະໂຍບາຍເປັນຢ່າງດີ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດເຮັດບໍລິການທ່ອງທ່ຽວຂະຫນາດກາງ ແລະ ນ້ອຍໃນແຂວງ ກໍຄືຕ່າງແຂວງ ມາລົງທຶນພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນ ຜ່ານນັ້ນ ປະກອບສ່ວນໂຄສະນາບັນດາສະຖານທີ່ທ່ອງທ່ຽວຊີວະພາບ, ທ່ອງທ່ຽວໝູ່ບ້ານອາຊີບ ນຳຂະແຫນງທ່ອງທ່ຽວຂອງແຂວງໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ