ທະຫານປ້ອງກັນຊາຍແດນແຂວງນາມດິ້ງ ຮ່ວມແຮງຮ່ວມໃຈ ກໍ່ສ້າງຊົນນະບົດໃໝ່

(vovworld) – ພ້ອມ​ກັບ​ໜ້າ​ທີ່​ອົບ​ຮົມ​ເຝິກ​ແອບ, ກຽມພ້ອມ​ສູ້​ຮົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນຄົງ​ນັ້ນ. ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ອາລົມ​ຈິດອັນ​ສະໜິດສະໜົມຂອງ​ຕົນ, ພະນັກງານ, ນັກຮົບ​​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ນາມ​ດິ້ງ ພວມ​ເຂົ້າ​ຮ່ວມ​ຂະ​ບວນການ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“ ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ.

ທະຫານປ້ອງກັນຊາຍແດນແຂວງນາມດິ້ງ ຮ່ວມແຮງຮ່ວມໃຈ ກໍ່ສ້າງຊົນນະບົດໃໝ່ - ảnh 1

ທະຫານຊ່ວຍເຫຼືອປະຊາຊົນເກັບກ່ຽວເຂົ້າ

(ພາບ: ອິນເຕີແນດ)

 ພວກ​ຂ້າພະ​ເຈົ້າ​ໄປ​ຍັງ​ເມືອງຢາ​ວຖູ​ຍ, ​ແຂວງ​ນາມ​ດິ້ງ, ​ໃນ​ຂະນະ​ທີ່​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ບາ​ຫຼາດ ພວມພ້ອມ​ກັບ​ປະຊາຊົນ​ໃນ​ເມືອງ​ກໍ່ສ້າງ​ທາງ​ຄົມມະນາຄົມ, ບຸລະນະ​ຄອງ​ເໝືອງ. ພົນທະຫານ​ຊັ້ນ​ໜຶ່ງ ຫງວຽນ​ຮື​ວວັນ, ປ້ອມປ້ອງ​ກັນຊາ​ຍ​ແດນ ບາ​ຫຼາດ, ​ໃຫ້​ຮູ້​ວ່າ ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ພ້ອມ​ກັບ​ພໍ່​ແມ່​ປະຊາຊົນນັ້ນ ​ແມ່ນ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ອ້າຍ ​ແລະ ​ເພື່ອນ​ຮ່ວມ​ກົມ​ກອງ. ຕາມ​ອ້າ​ຍ​ແລ້ວ, ທະຫານ​ບໍ່​ພຽງ​ແຕ່​ແມ່ນ​ກຳລັງ​ສູ້​ຮົບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກຳລັງປະຕິບັດ​ວຽກ​ງານ, ກຽມພ້ອມ​ຊ່ວຍ​ເຫຼືອ​ປະຊາຊົນ​​ໃນ​ວຽກ​ງານ​ຕ່າງໆອີກ​ດ້ວຍ, ພິ​ເສດ​ແມ່ນ​ບັນດາ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍຄື: “​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່“ ພົນທະຫານ​ຊັ້ນ​ໜຶ່ງ ຫງວຽນ​ຮື​ວວັນ, ​ແບ່ງປັນ​ວ່າ:

ນອກຈາກ​ໜ້າ​ທີ່​ຕົ້ນ​ຕໍ່​ແມ່ນສູ້​ຮົບ​ແລ້ວ, ພວກ​ຂ້າພະ​ເຈົ້າຍັງ​ປະກອບສ່ວນ ຊ່ວຍ​ເຫຼືອ​ປະຊາຊົນ​ທຳ​ການ​ຜະລິດ ​ເພື່ອ​ຮັກສາ​ຊີວິດ​ຂອງ​ປະຊາຊົນ​ໃນ​ທ້ອງ​ຖີ່​ນ​ໃຫ້ເປັນ​ປົກກະຕິ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​​ເອກອ້າງ​ທະ​ນົງ​ໃຈ​ທີ່​​ໄດ້​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ປະຊາຊົນ ​ແລະ ພ້ອມ​ກັບ​ປະຊາຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່, ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ທ້ອງ​ຖີ່​ນ“.

ທະຫານປ້ອງກັນຊາຍແດນແຂວງນາມດິ້ງ ຮ່ວມແຮງຮ່ວມໃຈ ກໍ່ສ້າງຊົນນະບົດໃໝ່ - ảnh 2

ທະຫານແນະນຳໃຫ້ປະຊາຊົນວິທີປູກຝັງທີ່ມີປະສິດທິຜົນ

(ພາບ: ອິນເຕີແນດ)

​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ສົມທົບ​ກັນ, ຊ່ວຍ​ເຫຼືອ​ປະຊາຊົນ​ມີ​ປະສິດທິ​ຜົນ, ຄະນະ​ບັນຊາ​ການ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ບາ​ຫຼາດ ​ໄດ້​ພ້ອມ​ກັບ​ຄະນະ​ກຳມະການ​ປະຊາຊົນ 4 ຕາ​ແສງ​ໃນ​ບໍລິ​ເວນ​ຕັ້ງ​ທັບຄື: ຢາ​ວອານ, ຢາ​ວຊວນ, ຢາ​ວຫຼາກ, ຢາ​ວທ້ຽນ, ດຳ​ເນີນ​ການ​ສຳ​ຫຼວດກ່ຽວ​ກັບ​ການ​ປະຕິບັດ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ນັ້ນ​ມາດຖານ​ຮັບປະກັນ​ຄວາມ​ສະ​ຫົງ​ບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ຊົນລະປະທານ - ຂູດ​ຄອງ​ເໝືອງ ລ້ວນ​ແຕ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ​ຈາກພະນັກງານ​, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ. ຄະນະ​ຊາວ​ໜຸ່ມ​ຂອງ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ກໍ່​ໄດ້​ມີ​ການ​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ຊາວ​ໜຸ່ມ​ບັນດາ​ຕາ​ແສງ​ດັ່ງກ່າວ​ເປັນ​ປະຈຳ ​ເພື່ອ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ໃນ​ວຽກ​ງານ​ກະ​ສີ​ກຳ. ​ເມື່ອ​ເວົ້າ​ເຖິງ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ພະນັກງານ, ນັກຮົບປ້ອມ​ປ້ອງ​ກັນຊາ​ຍ​ແດນບາ​ຫຼາດ, ປ້າ ຫງວຽນ​ທິ​ເສົ໋າ, ປະຊາຊົນ​ໃນ​ຕາ​ແສງ​ຢາ​ວຫຼາກ, ​ເມືອງ​ຢາ​ວຖູ​ຍ, ​ແຂວງ​ນາມ​ດິ້ງ, ​ໃຫ້​ຮູ້​ວ່າ:

ການ​ສົມທົບ​ລະຫວ່າງ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ບາ​ຫຼາດ ກັບ​ທ້ອງ​ຖີ່​ນ​ແມ່ນ​ມີ​ປະສິດທິ​ຜົນ​ທີ່​ສຸດ. ຕົວຢ່າງ​ຄື: ພະນັກງານ​ນັກຮົບ​ໃນ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ພ້ອມ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢູ່​ທ້ອງ​ຖີ່​ນ​ໂຄສະນາ​ກ່ຽວ​ກັບ​ການ​ຕ້ານ​​ໄພ​ເສບ​ຢາ​ເສບ​ຕິດ, ​ໄພ​ສັງຄົມ​ໃນ​ທ້ອງ​ຖີ່​ນ ພ້ອມ​ທັງ​ຊ່ວຍ​ຊາວ​ກະ​ສີກ​ອນສ້າງ​ແຜນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ອີກ​ດ້ວຍ“.

ທະຫານປ້ອງກັນຊາຍແດນແຂວງນາມດິ້ງ ຮ່ວມແຮງຮ່ວມໃຈ ກໍ່ສ້າງຊົນນະບົດໃໝ່ - ảnh 3

ທະຫານລົງແຕ່ລະຄອບຄົວເພື່ອຂົນຂວາຍປະຊາຊົນເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່

(ພາບ: ອິນເຕີແນດ)

ທ່ານ ຫງວຽນ​ວັນຄ໋ວຽນ, ​ເລຂາ​ຄະນະ​ພັກ​ຕາ​ແສງ​ຊວນ​ຢາ​ວ, ​ໃຫ້​ຮູ້​ວ່າ ​ໃນ​ຈຳນວນ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ເຊິ່ງຕາ​ແສງ​ບັນລຸ​ໄດ້​ນັ້ນ ​ແມ່ນ​ມີ​ການ​ປະກອບ​ກຳລັງ​ເ​ຫື່ອ​ແຮງຢ່າງ​ໃຫຍ່​ຫຼວງ​ຂອງ​ພະນັກງານ​, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ບາ​ຫຼາດ. ທ່ານ​ເວົ້າ​ວ່າ:

​ເມື່ອ​ພວກ​ຂ້າພະ​ເຈົ້າ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ໄດ້​ຮັບ​ການ​ໂຄສະນາ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈາກ​ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ໃນ​ທ້ອງ​ຖີ່​ນ. ພິ​ເສດ, ໃນ​ຕາ​ແສງ​ພວກ​ຂ້າພະ​ເຈົ້າ, ຜູ້​​ເຊື່ອຖື​ສາສະໜາຄິດ​ກວມ 29% ຈຳນວນ​ພົນລະ​ເມືອງ​ໃນ​ຕາ​ແສງ. ພະນັກງານ​ນັກຮົບ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ພ້ອມ​ກັບ​ພວກ​ຂ້າພະ​ເຈົ້າ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ພິ​ເສດ​ແມ່ນ​ຊາວ​ຄິດ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ“.

ທະຫານປ້ອງກັນຊາຍແດນແຂວງນາມດິ້ງ ຮ່ວມແຮງຮ່ວມໃຈ ກໍ່ສ້າງຊົນນະບົດໃໝ່ - ảnh 4

ທະຫານຊ່ວຍເຫຼືອປະຊາຊົນກໍ່ສ້າງທາງໃນຕາແສງ

(ພາບ: ອິນເຕີແນດ)

ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ອາລົມ​ຈິດ​ຂອງ​ນັກຮົບ. ​ໃນ​ໄລຍະ​ຜ່ານ​ມາ, ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ນາມ​ດິ້ງ ​ໄດ້​ຕັ້ງໜ້າ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖີ່​ນສູ້​ຊົນ​ປະຕິບັດ​ບັນດາ​ມາ​ດຖານ​ຂອງ​ໂຄງການ​ໃຫ້​ສຳ​ເລັດ​ໂດຍ​ໄວ. ພ້ອມ​ກັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ພະນັກງານ, ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ນາມ​ດິ້ງ ຍັງ​ລົງທຶນ​ກໍ່ສ້າງ ສະຖານີ​ບຳບັດ​ນ້ຳ​ສະອາ​ດ 3 ​ແຫ່ງ ທີ່​ມີ​ມູນ​ຄ່າ 8 ຕື້​ດົ່ງ ​ເພື່ອ​ຊ່ວຍ​ປະຊາຊົນ​​ໃນ​ເຂດ​ນ້ຳ​ເຄັມມີ​ນ້ຳ​ສະອາດ​​ນຳ​ໃຊ້. ພິ​ເສດ, ປະຈຸ​ບັນ, ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ນາມ​ດິ້ງ ພວມ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​​ເຂດ​ລີ້​ໄພ​ໃຫ້​ກຳ່​ປັ່ນ, ​ເຮືອ​​ແພ ​ເມື່ອ​ປະສົບ​ພາຍຸ. ທ່ານ​ພັນ​ເອກ ​ເລ​ວັນ​ເວີ່​ຍ, ​ເລຂາ​ຄະນະ​ພັກ​ການ​ເມືອງ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ນາມ​ດິ້ງ, ​ໃຫ້​ຮູ້​ວ່າ:

ນັບ​ແຕ່​ມີ​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກອງ​ບັນຊາ​ການ​ທະ​ຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ນາມ​ດິ້ງ ​ໄດ້​ມີ​ແຜນ​ນະ​ໂຍບາຍ, ​ແຜນການ​ຊີ້​ນຳ​ໃຫ້​ກົມ​ກອງຕ່າງໆ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ບັນດາ​ວຽກ​ງານ​ອັນ​ລະອຽດ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບໍລິ​ເວນ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຕັ້ງ​ທັບ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ທຳ​ການ​ຜະລິດ. ທະຫານ​ປ້ອງ​ກັນຊາ​ຍ​ແດນ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ໃນ​ເຂດ​ຊົນນະບົດ, ສົ່ງ​ເສີມ​ການ​ຮຽນ, ຂົນ​ຂວາ​ຍປະຊາຊົນ​ຫັນປ່ຽນ​ຜົນລະປູກ ​ແລະ ສັດລ້ຽງ, ສ້າງ​ຕັ້ງ​ສະມາຄົມ​ຊ່ວຍ​ເຫຼືອ​ກັນ​​ພັດທະນາ​ເສດຖະກິດ ​ແລະ ວັດທະນະທຳ​ຢູ່​ທ້ອງ​ຖີ່​ນ“.

ທະຫານປ້ອງກັນຊາຍແດນແຂວງນາມດິ້ງ ຮ່ວມແຮງຮ່ວມໃຈ ກໍ່ສ້າງຊົນນະບົດໃໝ່ - ảnh 5

ທະຫານຊ່ວຍເຫຼືອປະຊາຊົນກໍ່ສ້າງເຮືອນ

(ພາບ: ອິນເຕີແນດ)

ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ພະນັກງານ, ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ນາມ​ດິ້ງ ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ, ຍິ່ງ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ມີ​ຄວາມ​ສະໜິດສະໜົມ​ກວ່າ​ອີກ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເພື່ອ​ເຮັດ​ໃຫ້ “​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່“ ປະສົບ​ຜົນສຳ​ເລັດ ​ແມ່ນ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ການ​ຊ່ວຍ​ເຫຼືອ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ທົ່ວ​ສັງຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ